ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳ ສະຫະລັດ ແລະ ເຢຍຣະມັນ ຈະປຶກສາຫາລື ກ່ຽວກັບ ວິກິດການ ຢູເຄຣນ


ນາຍົກລັດຖະມົນຕີ ເຢຍຣະມັນ ທ່ານ ໂອລາຟ ໂຊລສ໌ ຍ່າງຫຼັງຈາກກອງປະຊຸມຖະແຫຼງຂ່າວ ກ່ອນກອງປະຊຸມລັບນຶ່ງວັນຂອງຄະນະລັດຖະມົນຕີ ເຢຍຣະມັນ ໃນນະຄອນຫຼວງ ເບີລິນ, ເຢຍຣະມັນ. 21 ມັງກອນ, 2022.
ນາຍົກລັດຖະມົນຕີ ເຢຍຣະມັນ ທ່ານ ໂອລາຟ ໂຊລສ໌ ຍ່າງຫຼັງຈາກກອງປະຊຸມຖະແຫຼງຂ່າວ ກ່ອນກອງປະຊຸມລັບນຶ່ງວັນຂອງຄະນະລັດຖະມົນຕີ ເຢຍຣະມັນ ໃນນະຄອນຫຼວງ ເບີລິນ, ເຢຍຣະມັນ. 21 ມັງກອນ, 2022.

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ຕ້ອນຮັບນາຍົກລັດຖະມົນຕີ ເຢຍຣະມັນ ທ່ານ ໂອລາຟ ໂຊລສ໌ (Olaf Scholz) ສຳລັບກອງປະຊຸມຢູ່ທຳ ນຽບຂາວ ໃນວັນຈັນມື້ນີ້ ທີ່ມີຄວາມເປັນໄປໄດ້ວ່າ ຈະຖືກຄອບງຳໂດຍຄວາມພະຍາຍາມຕ່າງໆເພື່ອຍັບຢັ້ງຄວາມເປັນໄປໄດ້ຂອງ ຣັດເຊຍ ທີ່ຈະບຸກລຸກ ຢູເຄຣນ.

ບັນດາສະມາຊິກຂອງອົງການ NATO ທັງ​ສອງໄດ້ສະແດງການສະໜັບສະໜູນສຳລັບການຂະຫຍາຍ​ທີ່​ຕັ້ງກອງທະຫານຂອງອົງການ NATO ໃນພາກຕາເວັນອອກຂອງພັນທະມິດດັ່ງກ່າວ,​ ດ້ວຍ ສະຫະລັດ ໄດ້ສັ່ງກອງກຳລັງເພີ່ມເຕີມໄປປະເທດ ໂປແລນ ແລະ ໂຣມາເນຍ ແລະ ທ່ານ ໂຊລສ໌ ໄດ້ກ່າວໃນວັນອາທິດວານນີ້ວ່າ ທ່ານແມ່ນເປີດກວ້າງທີ່ຈະຂະຫຍາຍກຳ​ລັງຕໍ່ສູ້ທີ່ນຳໜ້າໂດຍ ເຢຍຣະມັນ ໃນປະເທດ ລີທົວເນຍ.

ສະຫະລັດ ຍັງໄດ້ສົ່ງການຊ່ວຍເຫຼືອທາງທະຫານໄປ ຢູເຄຣນ, ລວມມີລູກປືນ ແລະ ລູກສອນໄຟຕໍ່ຕ້ານລົດຖັງ. ຕໍ່ຄວາມອຶດອັດໃຈຂອງພັນທະມິດອົງການ NATO ບາງປະເທດນັ້ນ, ເຢຍຣະມັນ ໄດ້ປະຕິເສດທີ່ຈະສະໜອງການສະໜັບສະໜູນຂອງເຂົາເຈົ້າ ທີ່ຈະລວມເອົາອາວຸດທີ່ຮ້າຍແຮງເຖິງຊີວິດ, ດ້ວຍລັດຖະ ບານໄດ້ອ້າງເຖິງນະໂຍບາຍ ກ່ຽວກັບ ການບໍ່ສົ່ງອາວຸດດັ່ງກ່າວໄປໃນເຂດຄວາມຂັດແຍ້ງ.

ອີກຈຸດນຶ່ງທີ່ອາດເປັນໄປໄດ້ ກ່ຽວກັບ ຄວາມຂັດແຍ້ງກໍແມ່ນການເພິ່ງພາອາໄສພະລັງງານ ຣັດເຊຍ ຂອງ ເຢຍຣະມັນ ແລະ ໂຄງການທໍ່ອາຍແກັສທຳມະຊາດ Nord Stream 2 ທີ່ຖືກອອກແບບເພື່ອນຳສົ່ງແກັສທຳມະຊາດ ຣັດເຊຍ ໄປ ເຢຍຣະມັນ.

ສະຫະລັດ ທີ່ລວມຢູ່ໃນຫຼາຍປະເທດອື່ນໆ, ໄດ້ພິຈາລະນາທໍ່ອາຍແກັສນັ້ນເປັນພາກສ່ວນນຶ່ງຂອງການຍັບຢັ້ງການໂຈມຕີຂອງ ຣັດເຊຍ ຕໍ່ ຢູເຄຣນ, ໂດຍເວົ້າວ່າ ການບຸກລຸກອາດໝາຍເຖິງການສິ້ນສຸດຂອງໂຄງການ.

ທ່ານ ໂຊລສ໌ ໄດ້ກ່າວຕໍ່ວິທະຍຸ ARD ຂອງ ເຢຍຣະມັນ ກ່ອນການເດີນທາງມາ ວໍຊິງຕັນ ຂອງທ່ານວ່າ ໃນແງ່ຂອງທໍ່ແກັສທຳມະຊາດນັ້ນ, “ພວກເຮົາໄດ້ພິຈາລະນາທຸກມາດຕະການ ແລະ ມັນບໍ່ມີຫຍັງທີ່ໄດ້ຖືກຕັດອອກ.”

ນອກຈາກຄວາມຂັດແຍ້ງລະຫວ່າງ ຣັດເຊຍ ກັບ ຢູເຄຣນ ແລ້ວ, ທຳນຽບຂາວໄດ້ກ່າວວ່າ ທ່ານ ໄບເດັນ ແລະ ທ່ານ ໂຊລສ໌ ຈະປຶກສາຫາລືໃນຫຼາຍບັນຫາອື່ນໆ, ລວມມີສະພາບອາກາດປ່ຽນແປງ ແລະ ໂຣກລະບາດ COVID-19.

U.S. President Joe Biden hosts German Chancellor Olaf Scholz for a White House meeting Monday that is likely to be dominated by efforts to deter a possible Russian invasion of Ukraine.

The two NATO members have expressed support for bolstering NATO troop positions in the eastern part of the alliance, with the United States ordering extra forces to Poland and Romania and Scholz saying Sunday he was open to strengthening a German-led battlegroup in Lithuania.

The United States has also been delivering military aid to Ukraine, including ammunition and anti-tank missiles. To the frustration of some NATO allies, Germany has declined to extend its support to include lethal weapons, with the government citing a policy of not sending such arms into conflict zones.

Another potential point of contention is Germany’s reliance on Russian energy supplies and the Nord Stream 2 pipeline project that is designed to bring Russian natural gas to Germany.

The United States, among others, has viewed the pipeline as part of the deterrence of a Russian attack on Ukraine, saying an invasion would mean the end of the project.

Scholz told German broadcaster ARD ahead of his trip to Washington that in terms of the pipeline, “We have considered all measures and there is nothing that is ruled out.”

In addition to the Russia-Ukraine conflict, the White House said Biden and Scholz would discuss several other issues, including climate change and the COVID-19 pandemic.

XS
SM
MD
LG