ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກ ເຢຍຣະມັນ ຢ້ຽມຢາມ ສູນຜູ້ລີ້ໄພ ທີ່ຖືກໂຈມຕີ ໂດຍພວກປະທ້ວງ


ຕຳຫລວດກຳລັງແລ່ນໄລ່ ພວກປະທ້ວງຂວາຈັດ ທີ່ພາກັນຕໍ່ຕ້ານ ຜູ້ລີ້ໄພ ຢູ່ໃນປະເທດ.
ຕຳຫລວດກຳລັງແລ່ນໄລ່ ພວກປະທ້ວງຂວາຈັດ ທີ່ພາກັນຕໍ່ຕ້ານ ຜູ້ລີ້ໄພ ຢູ່ໃນປະເທດ.

ນາຍົກລັດຖະມົນຕີ ​ເຢຍຣະມັນ ທ່ານ​ນາງ Angela Merkel
ກຳລັງ​ຢ້ຽມຢາມ​ບ່ອນ​ລີ້​ໄພ​ຢູ່​ທາງ​ພາກ​ຕາ​ເວັນ​ອອກ​ຂອງປະ
ເທດ ​ໃນ​ວັນ​ພຸດ​ມື້​ນີ້ ​ເພື່ອ​ພົບ​ປະ​ກັບ​ຊາວ​ອົບ​ພະ​ຍົບ ພະນັກ
ງານໃຫ້ຄວາມ​ຊ່ວຍເຫລືອ ​ແລະ​ພວກ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ ​ໃນ​
ຂະນະທີ່ຢູ​ໂຣບ ດິ້ນລົນ​ຮັບມືກັບ​ການ​ຫລັ່ງ​ໄຫລ​ເຂົ້າ​ໄປ​ຂອງ
​ຜູ້ຊອກ​ຫາ​ບ່ອນລີ້​ໄພ ທີ່​ພາກັນຫລົບ​ໜີ​ຄວາມຮຸນ​ແຮງ​ໃນ
ຊີ​ເຣຍ ​ອີຣັກ ​ແລະ​ອັຟກາ​ນິສຖານ.

ສູນ​ກາງ​ທີ່ທ່ານ​ນາງ Merkel ໄປຢ້ຽມຢາມ​ໃນ​ເມືອງ Heidenau
ແມ່ນ​ໄດ້​ຖືກ​ໂຈມ​ຕີໂດຍພວກອາ​ລະວາ​ດ ທີ່​ມີການຖິ້ມໂທດ​ໃສ່
ວ່າເປັນພວກ​ນິຍົມ Nazi ໃໝ່ ​ແລະພວກສະໜັບສະໜູນ​ຝ່າຍ​
ຂວາ​ຈັດ​ທີ່​ຕໍ່ຕ້ານ ​ການ​ໃຫ້​ຄວາມຊ່ວຍ​ເຫລືອ ດ້ານທີ່ພັກ​ພາ​ອາ​ໄສ​ ແກ່​ບັນດາ​ຜູ້​ຊອກຫາ ບ່ອນ​ລີ້​ໄພ.

ບັນດາ​ເຈົ້າ​ໜ້າ​ທີ່ ກ່າວ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ ຜູ້​ລີ້​ໄພຫລາຍ​ເປັນປະຫວັດການ ກຳລັງ
​ເຂົ້າ​ໄປໃນປະ​ເທດ Hungary ພ້ອມກັບ​ຫຼາ​ຍໆ​ເຂດ​ຂອງ​ຢູ​ໂຣບ. ອົງການ ​ອົບ​ພະຍົບສະ
ຫະ​ປະຊາ​ຊາດ ຮຽກຮ້ອງ​ໃຫ້​ທຸກໆ​ລັດຖະບານ ຈົ່ງ​ສະໜອງຕອບ ດ້ວຍຄວາມ​ເຫັນ​ໃຈ​ແກ່
ຄື້ນຟອງຂອງຜູ້ລີ້ໄພ​ທີ່ໄດ້ພັດພາກຈາກປະ​ເທ​ດຂອງ​ເຂົາ​ເຈົ້າ ​ແລະ​ເວລາ​ນີ້ກຳລັງ​ຊອກ
​ຫາ​ຄວາມ​ປອດ​ໄພ.

ປະ​ເທດ​ Hungary ​ໄດ້​ລົງ​ທະບຽນ​ອົບ​ພະຍົຍຫລາຍ​ກວ່າ 100,000 ​ຄົນ​ໃນ​ປີ 2015
ຫລາຍ​ກວ່າ​ສອງ​ເທົ່າ ​ຂອງ​ຈຳນວນໃນ​ປີ​ກາຍ​ນີ້. ບັນດາ​ເຈົ້າ​ໜ້າ​ທີ່ ກ່າວ​ວ່າ ​ເກືອບ
2,100 ຄົນ​ ໄດ້​ຂ້າມ​ຊາຍ​ແດນ​ໃນ​ວັນຈັນ​ທີ່​ຜ່ານ​ມາຊຶ່ງ​ເປັນ​ຈຳນວນ ​ສູງ​ສຸດພາຍ​ໃນເວ
ລາ​ມື້​ດຽວ.

ປະ​ເທດ Hungary ຊຶ່ງ​ເປັນ​ສະມາຊິກ ສະຫະພາບ​ຢູ​ໂຣບ ກຳລັງ​ຮີບ​ຮ້ອນ​ສ້າງ ​ຮົ້ວ​ໃຫ້​ສຳ
​ເລັດ​ຢູ່ຕາມ​ຊາຍ​ແດນ ​ເພື່ອ​ຄວບ​ຄຸມ​ການ​ຫລັ່ງ​ໄຫລ​ເຂົ້າ​ໄປ ​ຂອງ​ອົບ​ພະຍົບ ​ທີ່​ໄດ້​ຜ່ານ​
ຂ້າມ​ມາຈາກ​ປະ​ເທດ Serbia ​ເພື່ອ​ໄປ​ເຖິງ​ຊາຍ​ແດນ​ຂອງ​ປະ​ເທດ​ສະມາຊິກຂອງ ສະຫະ
ພາບຢູ​ໂຣບ ບ່ອນ​ທີ່​ເຂົາ​ເຈົ້າ​ມີ​ຄວາ​ມຫວັງ​ວ່າຈະ ໄດ້ຮັບ​ການ​ຊ່ວຍ​ເຫລືອ ທີ່ຢູ່​ອາ​ໄສ ​ແລະ
​ວຽກງານ.

ພວກ​ອົບ​ພະ​ຍົບຫລາຍ​ພັນ​ຄົນ ສ່ວນ​ໃຫຍ່​ມາ​ຈາກ​ຊີ​ເຣຍ ອີຣັກ ​ແລະ​ອັຟກາ​ນິສຖານ
ກຳລັງ​ພາກັນ​ນຳ​ທາງ​ດັ່ງກ່າວ​ ຫຼັງ​ຈາກ​ໄດ້ຂ້າມ​ທະ​ເລ Mediterranean ​ເຂົ້າ​ສູ່​ແຜ່ນດິນ​
ໃນ​ປະ​ເທດ Greece. ຕຳຫລວດ​ໃນ ປະ​ເທດ Macedonia ໃນຂັ້ນຕົ້ນໄດ້​ກີດ​ກັ້ນ​ເຂົາ
​ເຈົ້າ ​ບໍ່​ໃຫ້ຜ່ານ​ປະ​ເທດ​ດັ່ງກ່າວ ​ແຕ່​ຫລັງ​ຈາກໄດ້ເກີດ​ການປະ​ທະກັນໃນ​ວັນ​ສຸກ​ ​ແລະ​
ວັນ​ເສົາແລ້ວ​ນີ້ ພວກ​ອົບ​ພະຍົບ​ສາມາດ​ພາກັນ ຜ່ານຜ່າການສະກັດກັ້ນຂອງ​ຕຳຫລວດ
​ແລະ​ໄດ້​ໄປ​ເຖິງປະ​ເທດ Serbia.

Europe Migrants
please wait
Embed

No media source currently available

0:00 0:01:28 0:00

XS
SM
MD
LG