ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ຕັດ​ທໍ່​ສົ່ງ​ອາຍ​ແກັ​ສ ​ຂອງ​ບໍ​ລິ​ສັດ ແກັ​ສ​ພ​ຣອມ ເຮັດ​ໃຫ້ສະ​ຫະ​ພາບຢູ​ໂຣບ ມີ​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບ ພະ​ລັງ​ງານ


ທໍ​ສົ່ງ​ອາຍ​ແກັ​ສ​ຢູ່​ບໍ​ລິ​ສັດ 'Nord Stream 2' ໃນ​ເມືອງ ລຸບ​ມິນ, ພາກ​ເໜືອ​ຂອງ ເຢຍ​ຣະ​ມັນ, 15 ກຸມ​ພາ, 2022.
ທໍ​ສົ່ງ​ອາຍ​ແກັ​ສ​ຢູ່​ບໍ​ລິ​ສັດ 'Nord Stream 2' ໃນ​ເມືອງ ລຸບ​ມິນ, ພາກ​ເໜືອ​ຂອງ ເຢຍ​ຣະ​ມັນ, 15 ກຸມ​ພາ, 2022.

ໃນ​ຂະ​ນະ​ທີ່ຫຼາຍ​ພາກ​ສ່ວນ​ຂອງ​ທະ​ວີບ​ຢູ​ໂຣບ ​ໄດ້​ສູ້​ທົນ​ກັບ​ອາ​ກາດ​ທີ່​ຮ້ອນ​ອົບ​ເອົາ​ນັ້ນ, ຄວາມ​ຢ້ານ​ກົວ​ຕ່າງໆ​ແມ່ນ​ກຳ​ລັງ​ເພີ່ມ​ຂຶ້ນ ກ່ຽວ​ກັບ ລະ​ດູ​ໜາວ​ທີ່​ຈະ​ມາ​ເຖິງ ຫຼັງ​ຈາກ​ບໍ​ລິ​ສັດ​ພະ​ລັງ​ງານ ແກັ​ສ​ພ​ຣອມ (Gazprom) ຂອງ ຣັດ​ເຊຍ ໄດ້​ຕັດ​ທໍ່​ສົ່ງ​ອາຍ​ແກັ​ສ​ທີ່​ສຳ​ຄັນ​ໄປ​ຫາ ເຢຍ​ຣະ​ມັນ ໃນ​ອາ​ທິດນີ້, ເຊິ່ງ​ເຫັນ​ໄດ້​ວ່າ​ເພື່ອ​ການບົວ​ລະ​ບັດ​ຮັກ​ສາ​ຕາມ​ປົກ​ກະ​ຕິ. ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ໄດ້​ກໍ່​ໃຫ້​ມີ​ຄວາມ​ກັງ​ວົນ ແລະ ກໍ​ເລັ່ງ​ຄວາມ​ພະ​ຍາ​ຍາມ​ຂອງ​ສະ​ຫະ​ພາບ​ຢູ​ໂຣບ ເພື່ອ​ຕັດ​ການ​ບໍ​ລິ​ໂພກ​ພະ​ລັງ​ງານ ແລະ ຊອກ​ຫາ​ທາງ​ເລືອກ​ອື່ນ. ນັກ​ຂ່າວ​ວີ​ໂອ​ເອ ລີ​ຊາ ບ​ຣາຍ​ອັນ (Lisa Bryant) ມີ​ລາຍ​ງານ​ຈາກ​ນະ​ຄອນຫຼວງ ປາ​ຣີ, ເຊິ່ງ ພຸ​ດ​ທະ​ສອນ ຈະ​ນຳ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ເປັນ​ທາງ​ການ​ແລ້ວ, ວຽກ​ງານ​ບົວ​ລະ​ບັດ​ຮັກ​ສາ​ ທໍ່​ສົ່ງ​ອາຍ​ແກັ​ສ​ທຳ​ມະ​ຊາດ Nord Stream I ຂອງ​ບໍ​ລິ​ສັດ Gazprom ແມ່ນ​ໄດ້​ຖືກ​ຄາດ​ການ​ມາ​ດົນ​ນານ ແລະ ເບິ່ງ​ຄື​ວ່າ​ຈະ​ບໍ່​ແກ່​ຍາວ​ເປັນ​ເວ​ລາ​ດົນ​ນານ. ແຕ່​ບັນ​ດາ​ເຈົ້າ​ໜ້າ​ທີ່ ເຢຍ​ຣ​ະ​ມັນ ເວົ້າ​ວ່າ​ທຸກ​ຢ່າງ​ແມ່ນ​ເປັນ​ໄປ​ໄດ້.

ມົ​ສ​ກູ ໄດ້ຫຼຸດ​ການ​ສົ່ງ​ອາຍ​ແກັ​ສ​ໄປ​ໃຫ້​ເກືອບ 12 ປະ​ເທດ​ສະ​ຫະ​ພາບ​ຢູ​ໂຣບ​ລົງ​ແລ້ວ​ໃນ​ສອງ​ສາມ​ເດືອນ​ທີ່​ຜ່າ​ນ​ມາ, ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າຮັ​ບ​ຜ່ານ​ມາດ​ຕະ​ການ​ລົງ​ໂທດ​ທີ່​ຮຸນ​ແຮງ​ຂຶ້ນກວ່າ​ເກົ່າ ຍ້ອນ​ສົງ​ຄາມ​ຂອງ​ເຂົາ​ເຈົ້າ​ໃນ​ຢູ​ເຄ​ຣນ. ກຸ່ມ​ດັ່ງ​ກ່າວ​ໄດ້​ຕົກ​ລົງ​ທີ່​ຈະ​ສິ້ນ​ສຸດ​ການ​ນຳ​ເຂົ້າ​ຖ່ານ​ຫີນ ຣັດ​ເຊຍ ແລະ ຢຸດ​ການ​ນຳ​ເຂົ້າ​ນ້ຳ​ມັນ ຣັດ​ເຊຍ ໃນ​ປີນີ້.

ແນວ​ໃດ​ກໍ່​ຕາມ, ການ​ເຮັດ​ແນ​ວ​ນັ້ນ​ກັບ​ແກັ​ສ​ຂອງ ຣັດ​ເຊຍ ແມ່ນ​ຍາກກວ່າ. ມັນ​ປະ​ກອບ​ມີ 40 ເປີ​ເຊັນ​ ຂອງ​ການ​ບໍ​ລິ​ໂພກ​ໂດຍ​ລວມ​ ຂອງ​ສະ​ຫະ​ພາບ​ຢູ​ໂຣບ ແລະ ຫຼາຍກວ່າ​ນັ້ນ ​ເມື່ອ​ເວົ້າ​ເຖິງ​ປະ​ເທດ​ຕ່າງໆ​ຄື ອອ​ສ​ເຕ​ຣຍ ແລະ ເຢຍ​ຣ​ະ​ມັນ.

ທ່ານ​ນາງ ເອ​ລິ​ຊາ​ເບັດ ບອນ ກ່າວ​ວ່າ “ຢູ່​ທີ່ນີ້​ໃນ ຝ​ຣັ່ງ, ການ​ຕັດ​ຄັ້ງຫຼ້າ​ສຸດ​ຂອງ​ບໍ​ລິ​ສັດ ແກັ​ສ​ພ​ຣອມ ຄວນ​ເລັ່ງ​ການ​ຫັນ​ໜີ​ຈາກ​ນ້ຳ​ມັນ​ເຊື້ອ​ໄຟ​ຟອ​ສ​ຊິ​ລໄວ​ຂຶ້ນ. ລັດ​ຖະ​ບານ ຝ​ຣັ່ງ ຍັງ​ມີ​ແຜນ​ທີ່​ຈະ​ໂອນ​ບໍ​ລິ​ສັດ​ພະ​ລັງ​ງານ EDF ໃຫ້​ລັດ​ຖະ​ບານ​ເບິ່ງ​ແຍງ, ເຊິ່ງ​ສ່ວນ​ໃຫຍ່​ແມ່ນ​ຍ້ອນ​ຄວາມ​ຢ້ານ​ກົວ ກ່ຽວ​ກັບ ວິ​ກິດ​ກາ​ນ​ພະ​ລັງ​ງານ​ທີ່​ໃກ້​ຈະ​ໃກ້​ຂຶ້ນ​ນັ້ນ.”

ປັດ​ຈຸ​ບັນ​ນີ້​ການ​ແຂ່ງ​ຂັນ​ດັ່ງ​ກ່າວ​ແມ່ນ​ການ​ຊອກ​ຫາ​ຂໍ້​ແກ້​ໄຂ. ອົງ​ການ​ພະ​ລັງ​ງານ​ສາ​ກົນ​ທີ່​ມີ​ຫ້ອງ​ການ​ຕັ້ງ​ຢູ່​ນະ​ຄອນຫຼວງ ປາ​ຣີ ໄດ້​ເປີດ​ເຜີຍ​ແຜນ​ການ 10 ຈຸດ ກ່ຽວ​ກັບ ວິ​ທີ​ທີ່ ສະ​ຫະ​ພາບ ຢູ​ໂຣບ ສາ​ມາດຫຼຸດ​ຜ່ອນ​ການ​ເ​ພິ່ງ​ພາ​ອາ​ໄສ​ແກັ​ສ ຣັດ​ເຊຍ ຂອງ​ເຂົາ​ເຈົ້າ ແລະ ການ​ປ່ອຍ​ຄວັນ​ພິດ​ໃນ​ອາ​ກາດ.

ທ່ານ ວານ​ເນີ ກ່າວ​ວ່າ “ພວກ​ເຮົາ​ຕ້ອງ​ການຊຸດ​ເທັກ​ໂນ​ໂລ​ຈີ​ທີ່​ປ່ອຍ​ຄວັນ​ພິດ​ຕ່ຳ​ຢ່າງກວ້າງ​ຂວາງ.”

​ຜູ້​ຊ່ຽວ​ຊານ​ດ້ານ​ພະ​ລັງ​ງານ​ຂອງ​ອົງ​ການ​ພະ​ລັງ​ງານ​ສາ​ກົນ ທ່ານ ເບ​ຣັ້ນ ວານ​ເນີ (Brent Wanner) ກ່າວ​ວ່າຊຸດ​ທີ່​ວ່າ​ນັ້ນ ຄວນ​ລວມ​ມີ​ພະ​ລັງ​ງານ​ນິວ​ເຄ​ລຍ ແລະ ແຫຼ່ງ​ພະ​ລັງ​ງານ​ອື່ນໆ.

ທ່ານ ວານ​ເນີ ກ່າວ​ວ່າ “ລົມ ແລະ ແສ​ງ​ແດດ ຕອນນີ້​ແມ່ນ​ສອງ​ທາງ​ເລືອກ​ທີ່​ຖື​ກ​ທີ່​ສຸດ​ສຳ​ລັບ​ໄຟ​ຟ້າ​ໃໝ່, ແຫຼ່ງ​ທີ່​ມາ​ໃໝ່​ຂອງ​ໄຟ​ຟ້າ…ແຕ່​ໃນ​ທີ່​ສຸດ​ພວກ​ເຮົາ​ຕ້ອງ​ມີຫຼາຍ​ທາງ​ເລືອກເພື່ອ​ທີ່​ປະ​ເທດ​ຕ່າງໆ​ຈະ​ເລືອກ​ເສັ້ນ​ທາງ​ຂອງ​ເຂົາ​ເຈົ້າ​ເອງ, ດ້ວຍ​ສະ​ຖາ​ນະ​ການ​ຂອງ​ເຂົາ​ເຈົ້າ​ເອງ.”

ສາ​ຂາ​ບໍ​ລິ​ຫານ​ຂອງ​ສະ​ຫະ​ພາບ​ຢູ​ໂຣບ ຍັງ​ໄດ້​ວາງ​ແຜນ​ເປົ້າ​ໝາຍ​ການ​ປະ​ຢັດ​ພະ​ລັງ​ງານ​ປີ 2030 ເປັນ 13 ເປີ​ເຊັນ, ເຊິ່ງ​ກຸ່ມ​ຂອງ​ບັນ​ດາ​ພັກ​ສະ​ພາ​ຢູ​ໂຣບ​ທີ່​ມີ​ອຳ​ນາດ​ຢາກ​ໃຫ້​ມັນ​ມີ​ຄວາມ​ທະ​ເຍີ​ທະ​ຍານຫຼາຍກວ່ານີ້.

ແຕ່​ນັ້ນ​ຈະ​ບໍ່​ແກ້​ໄຂ​ບັນ​ຫາ​ດ້າ​ນ​ພະ​ລັງ​ງານ​ຂອງ ຢູ​ໂຣບ ໃນ​ທັນ​ທີ, ໃນ​ຂະ​ນ​ະ​ທີ່​ລາ​ຄາ​ໄດ້​ເພີ່ມ​ຂຶ້ນ ແລະ ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ໃຊ້​ອາຍ​ຮ້ອນ​ຢ່າງຫຼວງຫຼາຍ​ໃນ​ລະ​ດູ​ໜາວ​ແມ່ນ​ໃກ້​ຈະ​ເກີດ​ຂຶ້ນ. ກຸ່ມ​ຄົ້ນ​ຄວ້າ Bruegel ໃນ​ນະ​ຄອນຫຼວງ ບ​ຣັ​ສ​ເຊິ​ລ​ສ໌ ປະ​ເທດ ແບ​ລ​ຈຽມ ເວົ້າ​ວ່າ ໂດຍ​ສະ​ເພາະ​ແມ່ນ ເຢຍ​ຣະ​ມັນ, ຈະ​ຕ້ອງ​ໄດ້​ຕັດ​ການ​ບໍ​ລິ​ໂພກ​ແກັ​ສ​ທຳ​ມະ​ຊາດ ​ຂອງ​ເຂົາ​ເຈົ້າ​ລົງ​ເກືອບ​ນຶ່ງ​ສ່ວນ​ສາມ ເພື່ອ​ຮັບ​ປະ​ກັນ​ວ່າ​ເຂົາ​ເຈົ້​າ​ຈະ​ມີ​ອາຍ​ແກັ​ສ​ພໍ​ໃຊ້​ ໃນ​ລະ​ຫວ່າງ​ເດືອນ​ທີ່​ໜາວ​ນັ້ນ ຖ້າ​ການ​ຕັດ “ຊົ່ວ​ຄາວ​” ຂອງ ແກັ​ສ​ພ​ຣອມ ກາຍ​ເປັນ​ຖາ​ວອນ.

ອ່ານ​ລາຍ​ງານນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG