ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ບັນດາຜູ້ນຳ ກຸ່ມ G7 ປຶກສາຫາລື ເລື້ອງມາດຕະການ ລົງໂທດ ດ້ານພະລັງງານ ຕໍ່ຣັດເຊຍ


ປະທານາທິບໍດີ ຝຣັ່ງ ທ່ານ Francois Hollande (ຊ້າຍ), ປະທານາທິບໍດີ ສະຫະລັດ ທ່ານ Barack Obama ແລະ ນາຍົກລັດຖະມົນຕີ ເຢຍຣະມັນ ທ່ານນາງ Angela Merkel ໄປເຖິງ ກອງປະຊຸມສຸດຍອດ G7 ຄັ້ງທີສອງ ແລະມື້ສຸດທ້າຍ ຢູ່ທີ່ ຫໍປະສາດ Elmau ໃນນະຄອນ Kruen ໃກ້ກັບ ເມືອງ Garmisch-Partenkirchen, ປະເທດເຢຍຣະມັນ, ວັນທີ 8 ມີຖຸນາ 2015.
ປະທານາທິບໍດີ ຝຣັ່ງ ທ່ານ Francois Hollande (ຊ້າຍ), ປະທານາທິບໍດີ ສະຫະລັດ ທ່ານ Barack Obama ແລະ ນາຍົກລັດຖະມົນຕີ ເຢຍຣະມັນ ທ່ານນາງ Angela Merkel ໄປເຖິງ ກອງປະຊຸມສຸດຍອດ G7 ຄັ້ງທີສອງ ແລະມື້ສຸດທ້າຍ ຢູ່ທີ່ ຫໍປະສາດ Elmau ໃນນະຄອນ Kruen ໃກ້ກັບ ເມືອງ Garmisch-Partenkirchen, ປະເທດເຢຍຣະມັນ, ວັນທີ 8 ມີຖຸນາ 2015.

ບັນດາ​ຜູ້ນຳ ຢູ່​ທີ່ ກອງ​ປະຊຸມ​ສຸດ​ຍອດ G7 ​ໃນ​ເຢຍຣະມັນ ​ກຳລັງ
​ພົບ​ປະກັນ ​ເປັນຄັ້ງທີ​ສອງ ​ແລະ ​ເປັນ​ມື້​ສຸ​ດທ້າຍ ​ໃນ​ວັນ​ຈັນ​ມື້​ນີ້ ທີ່​
ຈະ​ເພັ່ງ​ເລັງ​ໃສ່ບັນຫາຕ່າງໆ​ ຂອງສະພາບ​ອາກາດ ​ແລະພະລັງ​ງານ
​ພ້ອມ​ກັນນັ້ນ ຈະ​ເຈລະຈາ​ກັບ​ຄູ່​ຕຳ​ແໜ່​ງ ຈາກ​ບັນດາ​ປະ​ເທດ​ໃນ
ທະວີບອາ​ຟຣິກາ.

ກ່ອນ​ໜ້າການ​ເປີດ​ກອງ​ປະຊຸມ​ສຸດ​ຍອດຄັ້ງ​ນີ້ ປະທານາທິບໍດີ​
ສະຫະລັດ​ ທ່ານ Barack Obama ​ແລະ ນາຍົກລັດຖະມົນຕີ
​ເຢຍຣະມັນ ທ່ານ​ນາງ Angela Merkel ​ໄດ້​ທຳ​ການເຈລະຈາ​
ນຳ​ກັນ​ເປັນ​ການ​ສ່ວນ​ຕົວ ບ່ອນ​ທີ່​ທຳນຽບຂາວ ​ກ່າວ​ວ່າ ທັງ​ສອງ
ໄດ້ຕົກລົງ​ວ່າ ມາດ​ຕະການ​ລົງ​ໂທດທາງ​ເສດຖະກິດ​ຕ່າງໆ ຕໍ່ຣັດ​ເຊຍ ຈະຍັງຄົງ​ມີ​ຢູ່​ຕໍ່​ໄປດົນ​ປານ​ໃດນັ້ນ ​ແມ່ນ​ຂຶ້ນກັບ ການ​ປະຕິບັດ​ຂອງຣັດ​ເຊຍ ​ຕໍ່ຂໍ້​ຕົກລົງ​ຢຸດ​ຍິງ​ໃນ​ຢູ​ເຄຣນ.

ປະທານາທິບໍດີ ຣັດເຊຍທ່ານ Vladimir Putin ຍິ້ມແຍ້ມ ໃນລະຫວ່າງ ພົບປະກັບ ບັນດາລັດຖະມົນຕີ ຕ່າງປະເທດ ຂອງອົງການ ຮ່ວມມື ຊ່ຽງໄຮ ຫຼື Shanghai Cooperation Organization ຢູ່ທີ່ນະຄອນຫຼວງ ມົສກູ, ປະເທດຣັດເຊຍ, ວັນທີ 3 ມີຖຸນາ 2015.
ປະທານາທິບໍດີ ຣັດເຊຍທ່ານ Vladimir Putin ຍິ້ມແຍ້ມ ໃນລະຫວ່າງ ພົບປະກັບ ບັນດາລັດຖະມົນຕີ ຕ່າງປະເທດ ຂອງອົງການ ຮ່ວມມື ຊ່ຽງໄຮ ຫຼື Shanghai Cooperation Organization ຢູ່ທີ່ນະຄອນຫຼວງ ມົສກູ, ປະເທດຣັດເຊຍ, ວັນທີ 3 ມີຖຸນາ 2015.

ນາຍົກລັດຖະມົນຕີ Merkel ກ່າວ​ຕໍ່​ຜູ້​ສື່​ຂ່າວມະຫາຊົນ​ເຢຍຣະມັນ ARD ວ່າ ມົສກູບໍ່ຄວນ​ກ່ຽວພັນ​ກັບ​ກຸ່ມ G7 ຊຶ່ງ​ເປັນ “ຊຸມ​ຊົນ​ທີ່​ມີ​ຄຸນຄ່າ” ຍ້ອນ​ການ​ກະທຳ​ຕ່າງໆຂອງຕົນ​ຢູ່​ໃນ​
ຢູ​ເຄຣນ. ທ່ານ​ນາງ​ເວົ້າວ່າ “ຍັງ​ມີ​ກຳ​ແພງ​ກີດ​ກັນ​ຢູ່​ໃນ​ເວລາ​ນີ້ ​ແ​ລະ ຂ້າພະ​ເຈົ້າ
ບໍ່​ສາມາດ​ເຫັນ​ໄດ້​ວ່າ ຈະ​ມີ​ວິທີ​ໃດ​ທີ່​ຈະ​ຜ່ານ​ພ່າ​ໄປ​ໄດ້.”

ປະທານາທິບໍດີລັດ​ເຊຍ ທ່ານ Vladimir Putin ບໍ່​ໄດ້​ຮັບ​ການ​ເຊື້ອ​ເຊີນ​ເຂົ້າ​ຮ່ວມ​ ໃນ
​ກອງ​ປະຊຸມ​ສຸດ​ຍອດ​ດັ່ງກ່າວ ​ເປັນປີທີ​ສອງ​ລຽນຕິດ.

ທ່ານ ​ໄດ້​ຖືກ​ຍົກ​ເວັ້ນ ຈາກ​ກອງ​ປະຊຸມ​ດັ່ງກ່າວເມື່ອ​ປີ​ກາຍ​ນີ້ ຫຼັງຈາກ​ຣັດ​ເຊຍ​ໄດ້​ຢຶດ​ເອົາ​ແຫຼມ Crimea ​ເຂົ້າມາ​ໂຮມກັນກັບຣັດ​ເຊຍ.

G7 Summit
please wait
Embed

No media source currently available

0:00 0:01:38 0:00

Leaders at the G7 summit in Germany are meeting for a second and final day Monday with a focus on climate and energy issues, and talks with their counterparts from African nations.

Before the summit opened Sunday, U.S. President Barack Obama and German Chancellor Angela Merkel held their own talks where the White House said they agreed that how long economic sanctions against Russia remain in place depends on Russia's implementation of a cease-fire agreement in Ukraine.

Chancellor Merkel told German public broadcaster ARD that Moscow should stay out of the G7 "community of values" over its actions in Ukraine."There is a barrier at the moment and I can not really see how it can be overcome," she said.

Russian President Vladimir Putin was not invited to take part in the summit for the second year in a row.He was first excluded last year after Russia's annexation of the Crimean peninsula.

WATCH: Related video report by Luis Ramirez

Obama: 'Difficult Challenges' at G-7
please wait

No media source currently available

0:00 0:02:13 0:00

XS
SM
MD
LG