ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ນຳ ຂອງກຸ່ມຈີ 7 ວິຕົກກັງວົນ ກ່ຽວກັບ ຄວາມເຄັ່ງຕຶງ ໃນ ທະເລຈີນ (ວີດີໂອ)


ເຮືອຂອງຫວຽດນາມ ຖືກກຳປັ່ນຂອງຈີນ ຕຳຈົນຫຼົ້ມ ຢູ່ໃນ ບໍລິເວນໝູ່ເກາະ Paracels ທີ່ມີການຂັດແຍ້ງ ຊຶ່ງກຳລັງດຶງໄວ້ ໂດຍເຮືອອີກລຳນຶ່ງ ຂອງຫວຽດນາມ.
ເຮືອຂອງຫວຽດນາມ ຖືກກຳປັ່ນຂອງຈີນ ຕຳຈົນຫຼົ້ມ ຢູ່ໃນ ບໍລິເວນໝູ່ເກາະ Paracels ທີ່ມີການຂັດແຍ້ງ ຊຶ່ງກຳລັງດຶງໄວ້ ໂດຍເຮືອອີກລຳນຶ່ງ ຂອງຫວຽດນາມ.
ກຸ່ມ 7 ປະເທດທີ່ຈະເລີນທາງດ້ານອຸດສາຫະກຳ ຫຼືຈີ 7 ກ່າວວ່າ
ຕົນຮູ້ສຶກມີ ຄວາມວິຕົກກັງວົນເປັນທີ່ສຸດກ່ຽວກັບຄວາມເຄັ່ງຕຶງ
ໃນເຂດທະເລຈີນຕາເວັນ ອອກ ແລະທະເລຈີນໃຕ້ ທີ່ປັກກິ່ງມີ
ສ່ວນພົວພັນໃນບັນຫາຂັດແຍ້ງເລື່ອງເຂດ ນ້ຳແດນດິນກັບ
ບັນດາປະເທດເພື່ອນບ້ານນັ້ນ.

ໃນຖະແຫຼງການ ສະບັບນຶ່ງຫຼັງຈາກການປະຊຸມທີ່ນະຄອນ
Brussels ໃນມື້ວັນ ພຸດວານນີ້ ພວກຜູ້ນຳຂອງກຸ່ມ ຈີ 7 ກ່າວວ່າ ພວກຕົນແມ່ນຄັດຄ້ານຕໍ່ການພະ ຍາຍາມຕາມລຳພັງໃດໆກໍຕາມ ໃນການຢືນຢັນກ່ຽວກັບການອ້າງກຳມະສິດເອົາ ດິນແດນທັງທາງ
ບົກ ແລະ ທາງທະເລ ດ້ວຍການໃຊ້ການຂົ່ມຂູ່ ຂູ່ເຂັນຫລືກຳລັງ.

ພວກຜູ້ນຳ ຂອງກຸ່ມຈີ 7 ປະຊຸມກັນ:
OBAMA G7 VO
please wait
Embed

No media source currently available

0:00 0:00:41 0:00

ເຖິງແມ່ນຖະແຫຼງການສະບັບນີ້ ບໍ່ໄດ້ບົ່ງຊື່ປະເທດໃດປະເທດນຶ່ງເປັນການສະ ເພາະ ກໍຈິງ ແຕ່ກໍເບິ່ງກັນວ່າ ເປັນການຕຳໜິຕິຕຽນຕໍ່ຈີນ ຊຶ່ງບັນດາປະເທດເພື່ອນບ້ານ ໄດ້ກ່າວຫາວ່າ
ໃຊ້ກົນລະຍຸດ ແບບນັກເລງ ເພື່ອໃຫ້ບັນລຸກ່ຽວກັບການອ້າງ ເອົາເຂດແດນ ທາງທະເລ ທີ່ກວ້າງຂວາງນັ້ນ.

ຈີນແລະຍີ່ປຸ່ນ ຕ່າງກໍອ້າງເອົາດິນແດນ ໃນທະເລຈີນຕາເວັນອອກ. ບັນຫາຂັດ ແຍ້ງນີ້
ໄດ້ຊຸດໂຊມລົງໃນປີ 2012 ຫລັງຈາກຍີ່ປຸ່ນ ໄດ້ເຂົ້າຄວບຄຸມໝູ່ເກາະນຶ່ງ ໃນເຂດທະເລ
ດັ່ງກ່າວ. ນັບແຕ່ນັ້ນມາ ປັກກິ່ງກໍໄດ້ປະກາດຈັດຕັ້ງ ເຂດປ້ອງກັນທາງອາກາດຂອງຕົນ
ຂຶ້ນ ຢູ່ໃນທະເລຈີນຕາເວັນອອກ.

ສ່ວນຢູ່ທີ່ທະເລຈີນໃຕ້ນັ້ນ ປັກກິ່ງແມ່ນພວມພົວພັນກັບ ການປະເຊີນໜ້າທີ່ເຄັ່ງ ຕຶງກັບ
ຫວຽດນາມ ຍ້ອນບໍລິສັດລັດວິສາຫະກິດຂອງຈີນ ໄດ້ຕິດຕັ້ງຖານເຈາະນ້ຳມັນ ຢູ່ໃນເຂດ
ນ່ານນ້ຳທີ່ມີການຂັດແຍ້ງນອກແຄມຝັ່ງທະເລຂອງຫວຽດນາມ. ກຳ ປັ່ນຂອງປະເທດ
ທັງສອງ ໄດ້ໃຊ້ທໍ່ສີດນ້ຳ ສີດເຂົ້າໃສ່ກັນ ແລະກໍແລ່ນຕຳກັນ.ນອກນັ້ນແລ້ວ ການອ້າງ
ກຳມະສິດຂອງຈີນໃນທະເລຈີນໃຕ້ ຍັງກວມກັນກັບປະ ເທດຟີລິບປິນ ມາເລເຊຍ ບຣູນາຍ
ແລະໃຕ້ຫວັນອີກດ້ວຍ.
CHINA VIETNAM SOTVO
please wait
Embed

No media source currently available

0:00 0:01:17 0:00
XS
SM
MD
LG