ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກຸ່ມຈີ-7 ສະໜັບສະໜູນ ການເປັນຜູ້ສັງເກດການ ຂອງໄຕ້ຫວັນ ໃນສະພາແຫ່ງສຸຂະພາບໂລກ


ສໍານັກງານໃຫຍ່ຂອງອົງການອະນາໄມໂລກ ບ່ອນທີ່ມີກອງປະຊຸມສະພາແຫ່ງສຸຂະພາບໂລກ ຫລື WHA ຈັດຂຶ້ນທີ່ນະຄອນ Geneva, ສະວິດເຊີແລນຫລັງຈາກມີການລະບາດຂອງພະຍາດໂຄວິດ-19 ແລ້ວ (ພາບຖ່າຍໃນວັນທີ 18 ພຶດສະພາ, 2020)
ສໍານັກງານໃຫຍ່ຂອງອົງການອະນາໄມໂລກ ບ່ອນທີ່ມີກອງປະຊຸມສະພາແຫ່ງສຸຂະພາບໂລກ ຫລື WHA ຈັດຂຶ້ນທີ່ນະຄອນ Geneva, ສະວິດເຊີແລນຫລັງຈາກມີການລະບາດຂອງພະຍາດໂຄວິດ-19 ແລ້ວ (ພາບຖ່າຍໃນວັນທີ 18 ພຶດສະພາ, 2020)

ບັນດາປະເທດທີ່ນໍາໜ້າດ້ານອຸດສາຫະກຳ ໄດ້ອອກມາສະໜັບສະໜູນຖານະເປັນນັກສັງເກດການຂອງໄຕ້ຫວັນ ໃນສະພາແຫ່ງສຸຂະພາບໂລກ ຫລື WHA, ຊຶ່ງເປັນອົງການທໍາການຕັດສິນໃຈ ຂອງອົງການອະນາໄມໂລກ ທີ່ນຳພາກອງປະຊຸມປະຈຳປີນີ້ ໃນວັນທີ 24 ພຶດສະພາ ເຖິງວັນທີ 1 ມິຖຸນາ.

ມັນເປັນຄັ້ງທຳອິດທີ່ທັງໝົດປະເທດໃນກຸ່ມເຈັດປະເທດ ໄດ້ສະໜັບສະໜູນການ ລວມເອົາໄຕ້ຫວັນເຂົ້າໃນ WHA.

“ພວກເຮົາສະໜັບສະໜູນການເຂົ້າຮ່ວມທີ່ມີຄວາມໝາຍຂອງໄຕ້ຫວັນໃນເວທີສົນ ທະນາ ຂອງອົງການອະນາໄມໂລກແລະສະພາແຫ່ງສຸຂະພາບໂລກ. ປະຊາຄົມໂລກຄວນສາມາດໄດ້ຮັບຜົນປະໂຫຍດຈາກປະສົບການຂອງບັນດາຄູ່ຮ່ວມພາຄີທັງໝົດ, ລວມທັງການປະກອບສ່ວນທີ່ປະສົບຜົນສຳເລັດຂອງໄຕ້ຫວັນ ໃນການແກ້ໄຂການລະບາດ ຂອງພະຍາດໂຄວິດ-19," ນັ້ນຄືຄໍາເວົ້າຂອງກຸ່ມ G-7 ຢູ່ໃນຖະແຫລງການຮ່ວມ ໃນວັນພຸດວານນີ້ ພາຍຫລັງທີ່ບັນດາລັດຖະມົນຕີກະ ຊວງການຕ່າງປະເທດ ໄດ້ປະຊຸມກັນໃນນະຄອນລອນດອນແລ້ວ.

ໄຕ້ຫວັນກ່າວວ່າຕົນຮູ້ສຶກເຖິງບຸນຄຸນຂອງກຸ່ມ G-7 ສຳລັບການສະໜັບສະໜູນ ທີ່ແຂງແກ່ນ.

“#Taiwan ຂໍຂອບໃຈລັດຖະມົນຕີການຕ່າງປະເທດ ຂອງສະມາຊິກກຸ່ມ G7 ແລະ ອີຢູ (EU) ທັງໝົດ ທີ່ໄດ້ໃຫ້ການສະໜັບສະໜູນຢ່າງແຂງແກ່ນ ຢູ່ໃນຖະແຫຼງການ ສຳລັບການມີສ່ວນຮ່ວມ ທີ່ມີຄວາມໝາຍຂອງພວກເຮົາ ຢູ່ໃນ #WHO & #WHA. #LetTaiwanHelp ແລະປະກອບສ່ວນເຂົ້າໃນລະບົບສາທາລະນະສຸກທົ່ວຂອງໂລກ," ນັ້ນຄືຄໍາເວົ້າຂອງຫ້ອງການຜູ້ຕາງໜ້າໃຫຍ່ຂອງໄຕ້ຫວັນ ໃນສະຫະລັດກ່າວໃນທວີດເຕີ. ( https://twitter.com/TECRO_USA )

ເຈົ້າໜ້າທີ່ຈາກອອສເຕຣເລຍ, ອິນເດຍ, ອາຟຣິກາໃຕ້, ເກົາຫຼີໃຕ້ ແລະບຣູໄນກໍ່ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ແລະການພັດທະນາຂອງກຸ່ມ G-7 ໃນຖານະແຂກຖືກເຊີນ ທີ່ນະຄອນລອນດອນ.

“ພວກເຮົາໄດ້ເນັ້ນໜັກເຖິງຄວາມສຳຄັນຂອງສັນຕິພາບ ແລະສະຖຽນລະພາບ ໃນທົ່ວຊ່ອງແຄບໄຕ້ຫວັນ, ແລະຊຸກຍູ້ການແກ້ໄຂບັນຫາຂ້າມຊາຍແດນ ໂດຍສັນຕິວິທີ. ພວກເຮົາຂໍຢໍ້າຄືນການຄັດຄ້ານຢ່າງແຂງແຮງຂອງພວກເຮົາຕໍ່ການກະທຳໃດໆ ທີ່ເປັນການກະທໍາແບບຝ່າຍດຽວ ທີ່ອາດຈະເຮັດໃຫ້ເກີດຄວາມເຄັ່ງຕຶງເພີ່ມຂຶ້ນ ແລະເຮັດໃຫ້ສະຖຽນລະພາບໃນພາກພື້ນ ແລະຄວາມເປັນລະບຽບ ຮຽບຮ້ອຍຂອງສາກົນ ຖືກບ່ອນທໍາລາຍ, ແລະສະແດງຄວາມວິຕົກກັງວົນຢ່າງ ແຮງທີ່ມີລາຍງານກ່ຽວກັບການຫັນໄປໃຊ້ທະຫານ, ການບີບບັງຄັບ ແລະການຂົ່ມຂູ່ຢູ່ໃນພາກພື້ນ,” ນັ້ນຄືຄໍາເວົ້າຢູ່ຖະແຫຼງການທີ່ໄດ້ຖືກເຜີຍແຜ່ອອກຫຼັງຈາກກອງປະຊຸມ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG