ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດ​ຖະ​ມົນ​ຕີ ການ​ເງິນ ຂອງ​ກຸ່ມ ຈີ 20 ​ຊຸກ​ຍູ້ ໃຫ້​ມີ​ການ​ເກັບ​ພາ​ສີ 'ດີ​ຈີ​ທອ​ລ"


ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ຂອງ​ສະ​ຫະ​ລັດ ທ່ານ​ສ​ຕີ​ເວນ ມາ​ນຸກ​ຈີນ ພວມ​ກ່າວ​ຄຳ​ປາ​ໄສ ຕໍ່​ກອງ​ປະ​ຊຸມ ລັດ​ຖະ​ມົນ​ຕີ​ການ​ເງິນ ແລະ​ຜູ້​ວ່າ​ການ​ທະ​ນາ​ຄານ​ກາງ ຂອງກຸ່ມ​ຈີ 20 ​ທີ່​ເມືອງ​ຟູ​ກຸ​ໂອ​ກະ ປະ​ເທດ​ຍີ່​ປຸ່ນ. (ວັນ​ທີ 8 ມິ​ຖຸ​ນາ 2019)
ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ຂອງ​ສະ​ຫະ​ລັດ ທ່ານ​ສ​ຕີ​ເວນ ມາ​ນຸກ​ຈີນ ພວມ​ກ່າວ​ຄຳ​ປາ​ໄສ ຕໍ່​ກອງ​ປະ​ຊຸມ ລັດ​ຖະ​ມົນ​ຕີ​ການ​ເງິນ ແລະ​ຜູ້​ວ່າ​ການ​ທະ​ນາ​ຄານ​ກາງ ຂອງກຸ່ມ​ຈີ 20 ​ທີ່​ເມືອງ​ຟູ​ກຸ​ໂອ​ກະ ປະ​ເທດ​ຍີ່​ປຸ່ນ. (ວັນ​ທີ 8 ມິ​ຖຸ​ນາ 2019)

ບັນ​ດາ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ຂອງ​ກຸ່ມ ​ຈີ 20 ພວມ​ປະ​ຊຸມ​ກັນ​ທີ່​ເມືອງຟູ​ກຸ​ໂອ​ກະ ປະ​ເທດ​ຍີ​ປຸ່ນ ເພື່ອ​ຕົກ​ລົງ​ກັນ​ໃນ​ວັນ​ເສົາ​ມື້ນີ້ວ່າມັນ​ເປັນ​ຄວາມ​ຈຳ​ເປັນ​ອັນຮີບ​ດ່ວນ ເພື່ອ​ຄ້ຳ​ປະ​ກັນ​ວ່າ ​ບໍ​ລິ​ສັດ​ໃຫຍ່ໆ​ທັງ​ຫຼາຍຕ້ອງ​ໄດ້​ຈ່າຍ​ເງິນ​ໃນ​ອັ​ດ​ຕາທີ່​ສົມ​ສ່ວນ​ແລະ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ເສດ​ຖະ​ກິດຕ່າງໆໃນ​ຂະ​ນະ​ທີ່​ການ​ເຕີບ​ໂຕ​ຂອງ​ໂລກ​ຊັກ​ຊ້າ​ລົງ​ນັ້ນ.

ລັດ​ຖະ​ມົນ​ຕີ​ກະ​ຊວງການ​ເງິນ​ຂອງ​ຍີ່​ປຸ່ນ ທ່ານ​ທາ​ໂຣະ ອາ​ໂຊະ ກ່າວ​ວ່າ “ຈະ ​ບໍ່​ມີ​ຜູ້​ສູນ​ເສຍ​ທີ່​ໃຫຍ່​ຫຼວງ” ແຕ່​ຢ່າງ​ໃດ ຍ້ອນ​ການ​ປະ​ຕິ​ຮູບນີ້ ທີ່​ທ່ານ​ເວົ້າ​ວ່າ ອາດ​ຈະ​ມີ​ຄວາມ​ສຳ​ຄັນ​ສຸດ​ ໃນ​ຮອບ​ສັດ​ຕະ​ວັດ.

ບັນ​ດາ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ກຳ​ລັງ​ຊັ່ງ​ຊາ​ເບິ່ງ​ນະ​ໂຍ​ບາຍ​ການ​ເກັບ​ພາ​ສີ​ໃໝ່ ທີ່​ອີງ​ຕາມ​ຈຳ​ນວນ​ທຸ​ລະ​ກິດ ​ທີ່​ທາງ​ບໍ​ລິ​ສັດ​ໄດ້ເຮັດຢູ່​ໃນ​ປະ​ເທດ​ນັ້ນໆ ບໍ່ແມ່ນ​ຢູ່​ທີ່​ສຳ​ນັກ​ງານ​ໃຫຍ່​ຂອງ​ບໍ​ລິ​ສັດ. ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ຂອງ​ສະ​ຫະ​ລັດ ທ່ານ​ສ​ຕີ​ເວນ ມາ​ນຸກ​ຈິນ ກ່າວ​ວ່າ ບໍ່​ຄວນ​ຈະ​ມີ​ການ​ຈຳ​ແນກ​ລະ​ຫວ່າງຕະ​ຫຼາດ ແລະ​ບໍ​ລິ​ສັດ ​ທີ່​ຈຳ​ໜ່​າຍ​ຜະ​ລິດ​ຕະ​ພັນ​ຂອງ​ພວກ​ເຂົາ​ເຈົ້າ​ ທາງ​ອອນ​ລາຍ​ນ໌.

ໃນ​ຂະນະ​ທີ່​ພວກ​ຜູ້​ນຳ​ການ​ເງິນ ​ຂອງ​ປະ​ເທດ​ທີ່​ຮັ່ງ​ມີ​ ແລະຂອງ​ປະ​ເທດ​ທີ່​ກຳ​ລັງພັດ​ທະ​ນາ ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ ກ່ຽວ​ກັບ​ລາຍ​ລະ​ອຽດ​ບາງ​ຢ່າງ​ຢູ່ນັ້ນ ແຕ່ພວກ​ທ່ານ​ກໍ​ເຫັນ​ພ້ອມ​ນຳ​ກັນ ເຖິງ​ຄວາມ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ໄດ້​ແກ້​ໄຂ​ລະ​ບົບ​ເກັບພາ​ສີ​ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ​ນີ້.

ກຸ່ມ​ຈີ 20 ຊຶ່ງ​ເປັນກຸ່ມ​ຂອງ​ 20 ປະ​ເທດ ​ທີ່​ມີ​ເສດ​ຖະ​ກິດ​ໃຫຍ່​ສຸດ​ໃນ​ໂລກ ໄດ້​ມອບພາ​ລະ​ໃຫ້​ແກ່​ອົງ​ການ​ເພື່ອ​ການ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖ​ະ​ກິດ​ແລະ​ການ​ພັດທະ​ນາ ໃຫ້​ແກ້​ໄຂ​ລະ​ບົບ​ການ​ເກັບ​ພາ​ສີ​ຂອງ​ສາ​ກົນ ຊຶ່ງ​ມີ​ການ​ມອງ​ເຫັນ​ວ່າ ບໍລິ​ສັດ​ໃຫຍ່ໆ​ທາງ​ອິນ​ເຕີ​ແນັດ ເຊັ່ນ​ເຟ​ສ​ບຸກ ແລະ​ອາ​ເມ​ຊອນ ໄດ້​ສວຍ​ໂອ​ກາດໃຊ້​ເຂດ​ທີ່​ມີ​ການ​ເກັບ​ພາ​ສີ​ຕ່ຳເຊັ່ນ​ປະ​ເທດ​ໄອ​ຣ໌​ແລນ ແລະ​ເກືອບ​ວ່າ​ບໍ່​ໄດ້​ຈ່າຍຫຍັງ​ເລີຍ​ໃຫ້​ແກ່​ປະ​ເທດ​ອື່ນໆ ບ່ອນ​ທີ່​ບໍ​ລິ​ສັດ​ເຫຼົ່າ​ນີ້​ໄດ້​ກຳ​ໄລ​ເປັນເງິນ​ຈຳ​ນວນ​ມະ​ຫາ​ສານນັ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG