ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຸ່ມ G-7 ເຕືອນ ຣັດເຊຍ ກ່ຽວກັບ ການລວມກຳລັງທະຫານ ຢູ່ຕາມເຂດຊາຍແດນຂອງ ຢູເຄຣນ


ບັນດາລັດຖະມົນຕີຕ່າງປະເທດ ແລະ ການພັດທະນາຂອງກຸ່ມ G-7 ຢືນຖ່າຍຮູບລວມກຸ່ມ ໃນລະຫວ່າງການປະຊຸມວັນສຸດທ້າຍຂອງກອງປະຊຸມສຸດຍອດ G-7, ເມືອງ ລີເວີພູລ, ປະເທດ ອັງກິດ. 12 ທັນວາ, 2021.
ບັນດາລັດຖະມົນຕີຕ່າງປະເທດ ແລະ ການພັດທະນາຂອງກຸ່ມ G-7 ຢືນຖ່າຍຮູບລວມກຸ່ມ ໃນລະຫວ່າງການປະຊຸມວັນສຸດທ້າຍຂອງກອງປະຊຸມສຸດຍອດ G-7, ເມືອງ ລີເວີພູລ, ປະເທດ ອັງກິດ. 12 ທັນວາ, 2021.

ກຸ່ມມະຫາອຳນາດດ້ານເສດຖະກິດທີ່ມີປະຊາທິປະໄຕ 7 ປະເທດໃນວັນອາທິດວານນີ້ໄດ້ເຕືອນ ຣັດເຊຍ ໃຫ້ຫຼຸດຜ່ອນການລວມກຳລັງທະຫານຂະໜາດໃຫຍ່ຂອງເຂົາເຈົ້າຢູ່ຕາມເຂດຊາຍແດນຕິດກັບ ຢູເຄຣນ ຫຼື ປະເຊີນກັບສິ່ງທີ່ເຂົາເຈົ້າອະທິບາຍດັ່ງກັບຜົນທີ່ຕາມທາງເສດຖະກິດ “ຂະໜາດໃຫຍ່.”

ບັນດາລັດຖະມົນຕີຕ່າງປະເທດຂອງກຸ່ມ G-7, ທີ່ໄດ້ປະຊຸມກັນໃນເມືອງ ລີເວີພູລ ປະເທດ ອັງກິດ, ພ້ອມກັບຫົວໜ້າການພົວພັນຕ່າງປະເທດຂອງ ສະຫະພາບ ຢູໂຣບ, ໄດ້ກ່າວໃນຖະແຫຼງການຮ່ວມວ່າ ເຂົາເຈົ້າໄດ້ “ສາມັກຄີກັນໃນການກ່າວປະນາມຕໍ່ການລວມກຳລັງທະຫານຂອງ ຣັດເຊຍ ແລະ ການໃຊ້ຄຳເວົ້າທີ່ຮຸນແຮງຕໍ່ “ຢູເຄຣນ.”

ບັນດານັກການທູດດັ່ງກ່າວທີ່ເປັນຕົວແທນໃຫ້ປະເທດ ສະຫະລັດ, ການາດາ, ຝຣັ່ງ, ເຢຍຣະມັນ, ອັງກິດ, ອິຕາລີ ແລະ ຍີ່ປຸ່ນ ນັ້ນ, ໄດ້ຮຽກຮ້ອງໃຫ້ ມົສກູ “ຫຼຸດຜ່ອນ, ຊອກຫາຊ່ອງທາງການທູດ ແລະ ເຄົາລົບຕາມຄຳໝັ້ນສັນຍາສາກົນຂອງເຂົາເຈົ້າ ກ່ຽວກັບ ຄວາມໂປ່ງໃສໃນກິດຈະກຳທາງທະຫານ.”

ບັນດາເຈົ້າໜ້າທີ່ສືບລັບ ສະຫະລັດ ເຊື່ອວ່າ ຣັດເຊຍ, ດ້ວຍກຳລັງທະຫານ 70,000 ຄົນ ຫຼື ຫຼາຍກວ່ານັ້ນປະຈຳການຢູ່ເຂດຊາຍແດນພາກຕາເວັນອອກຂອງ ຢູເຄຣນ, ອາດເປັນການກຽມທີ່ຈະໂຈມຕີອະດີດລັດດຽວທຽມສະໄໝສະຫະພາບ ໂຊຫວຽດ ຂອງເຂົາເຈົ້າໃນຕົ້ນປີ 2022 ນີ້, ເຖິງແມ່ນວ່າປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ແມ່ນບໍ່ຖືກເຊື່ອວ່າໄດ້ທຳການຕັດສິນໃຈທີ່ຈະຮຸກຮານກໍຕາມ.

ຖະແຫຼງການຂອງກຸ່ມ G-7 ໄດ້ກ່າວວ່າ “ການໃຊ້ກຳລັງໃດໆເພື່ອປ່ຽນແປງເຂດຊາຍແດນຕ່າງໆແມ່ນການລ່ວງລະເມີດຢ່າງຮຸນແຮງພາຍໃຕ້ກົດໝາຍສາກົນ. ຣັດເຊຍ ບໍ່ຄວນມີຄວາມສົງໄສໃດໆທີ່ວ່າການຮຸກຫານທາງທະຫານຕໍ່ ຢູເຄຣນ ຈະມີຜົນຕາມມາຢ່າງໃຫຍ່ ແລະ ເສຍຫາຍຢ່າງຮ້າຍ ແຮງໃນການຕອບໂຕ້,” ເຊິ່ງເປັນການກ່າວຢໍ້າຕໍ່ຄຳເຕືອນທີ່ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ກ່າວຕໍ່ທ່ານ ປູຕິນ ໃນກອງປະຊຸມສຸດຍອດທາງອອນໄລນ໌ເມື່ອອາທິດທີ່ຜ່ານມາ.

ລັດຖະມົນຕີການຕ່າງປະເທດ ອັງກິດ ທ່ານນາງ ລິສ ທຣັສ, ເຊິ່ງແມ່ນເຈົ້າພາບຈັດກອງປະຊຸມນັ້ນ, ໄດ້ກ່າວວ່າກຸ່ມ G-7 ແມ່ນ “ກຳລັງພິຈາລະນາທຸກທາງເລືອກທີ່ມີ” ເມື່ອເວົ້າເຖິງມາດຕະການລົງ ໂທດທາງເສດຖະກິດ.

ທ່ານ ໄບເດັນ ໄດ້ປະຕິເສດການຕອບໂຕ້ທາງທະຫານຕໍ່ການຮຸກຮານທີ່ອາດເປັນໄປໄດ້ ຂອງ ຣັດເຊຍ ຕໍ່ ຢູເຄຣນ, ຄືກັບທີ່ອະດີດປະທານາທິບໍດີ ບາຣັກ ໂອບາມາ ກັບທ່ານ ໄບເດັນ ໃນຂະນະທີ່ທ່ານເປັນຮອງປະທານາທິບໍດີ ໄດ້ເຮັດເວລາທີ່ ຣັດເຊຍ ໄດ້ເຂົ້າຍຶດແຫຼມ ໄຄຣເມຍ ຂອງ ຢູເຄຣນ ໃນປີ 2014.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG