ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລັດຖະມົນຕີການຕ່າງປະເທດ ຂອງກຸ່ມ ຈີ-7 ຫາລືກັນ ກ່ຽວກັບຈີນ, ຣັດເຊຍ, ມຽນມາ ແລະ ຊີເຣຍ


ທ່ານ ໂດມີນິກ ແຣບ, ລັດຖະມົນຕີການຕ່າງປະເທດອັງກິດ ພົບປະກັບ ລັດຖະມົນຕີການຕ່າງປະເທດສະຫະລັດ, ທ່ານແອນໂທນີ ບລິງກັນ ທີ່ອາຄານສວນ Carlton,ນະຄອນລອນດອນຂອງອັງກິດ ໃນກອງປະຊຸມສອງຝ່າຍ ກ່ອນຈະໄຂກອງປະຊຸມ G7 ຂຶ້ນ ໃນອາທິດນີ້
ທ່ານ ໂດມີນິກ ແຣບ, ລັດຖະມົນຕີການຕ່າງປະເທດອັງກິດ ພົບປະກັບ ລັດຖະມົນຕີການຕ່າງປະເທດສະຫະລັດ, ທ່ານແອນໂທນີ ບລິງກັນ ທີ່ອາຄານສວນ Carlton,ນະຄອນລອນດອນຂອງອັງກິດ ໃນກອງປະຊຸມສອງຝ່າຍ ກ່ອນຈະໄຂກອງປະຊຸມ G7 ຂຶ້ນ ໃນອາທິດນີ້

ບັນດາລັດຖະມົນຕີການຕ່າງປະເທດທີ່ຕາງໜ້າໃຫ້ກຸ່ມ 7 ປະເທດທີ່ຈະເລີນທາງດ້ານອຸດສາຫະກຳ ໃນວັນອັງຄານມື້ນີ້ ແມ່ນເຮັດວຽກຢ່າງໜັກ ໃນກອງປະຊຸມຕ່າງໆ ທີ່ນະຄອນລອນດອນ ເພື່ອປຶກສາຫາລືກັນຫຼາຍບັນຫາຂອງໂລກ, ລວມທັງການພົວພັນກັບຈີນແລະຣັດເຊຍ, ການກໍ່ລັດຖະປະຫານໃນມຽນມາ, ຄວາມຂັດແຍ້ງຂອງຊີເຣຍ, ແລະສະຖານະການໃນອັຟການິສຖານ.

ກະຊວງການຕ່າງປະເທດອັງກິດກ່າວ ໃນກອງປະຊຸມໃນວັນອັງຄານມື້ນີ້ວ່າ ລັດຖະມົນຕີການຕ່າງປະເທດ, ທ່ານ ໂດມີນິກ ແຣບ (Dominic Rabb) "ຈະນຳພາການສົນທະນາ ກ່ຽວກັບບັນຫາກົດດັນທາງດ້ານພູມສາດການເມືອງ ທີ່ເປັນ ໄພຂົ່ມຂູ່ບ່ອນທຳລາຍປະຊາທິປະໄຕ, ເສລີພາບ ແລະສິດທິມະນຸດຢູ່ນີ້."

ທ່ານແຣບກ່າວວ່າ ການພົບປະກັນແມ່ນ "ໂອກາດທີ່ຈະນຳມາຊຶ່ງສັງຄົມທີ່ມີປະຊາທິປະໄຕ, ເປີດກວ້າງ ແລະສະແດງເຖິງຄວາມສາມັກຄີກັນ ໃນເວລາທີ່ມີຄວາມຈຳເປັນຫຼາຍ ໃນການແກ້ໄຂສິ່ງທ້າທາຍຮ່ວມ ແລະໄພຂົ່ມຂູ່ທີ່ເພີ່ມຂຶ້ນ."

ທ່ານຄາດວ່າ ຈະຮຽກຮ້ອງໃຫ້ສະມາຊິກຂອງກຸ່ມ G-7 ລົງໂທດບຸກຄົນ ແລະອົງການທີ່ພົວພັນກັບລະບອບການປົກຄອງຂອງທະຫານຂອງມຽນມາ, ເພື່ອສະໜັບສະໜູນການເກືອດຫ້າມຂາຍອາວຸດ ແລະເພີ່ມການຊ່ວຍເຫຼືອດ້ານມະນຸດ ສະທຳໃຫ້ແກ່ປະຊາຊົນມຽນມາ.

ລັດຖະມົນຕີການຕ່າງປະເທດສະຫະລັດ, ທ່ານແອນໂທນີ ບລິງກັນ ໄດ້ພົບກັບ ທ່ານແຣບໃນວັນຈັນວານນີ້ ແລະເວົ້າກ່ຽວກັບຈີນວ່າ ເປົ້າໝາຍບໍ່ແມ່ນ “ພະຍາ ຍາມທີ່ຈະສະກັດກັ້ນຈີນ ຫລື ຕ້ານຈີນໃຫ້ຢຸດສະງັກລົງ.”

"ສິ່ງທີ່ພວກເຮົາພະຍາຍາມເຮັດກໍຄືການຮັກສາການຈັດລໍາດັບທີ່ອີງໃສ່ກົດລະ ບຽບຂອງສາກົນ ທີ່ປະເທດຂອງພວກເຮົາໄດ້ລົງທຶນມາຕັ້ງຫລາຍໃນຫລາຍທົດສະວັດຜ່ານມາ ເພື່ອຜົນປະໂຫຍດ, ຂ້າພະເຈົ້າຈະບອກວ່າ ບໍ່ແມ່ນສໍາລັບແຕ່ພົນລະເມືອງຂອງພວກເຮົາເອງເທົ່ານັ້ນ, ມັນຍັງສຳລັບປະຊາຊົນທົ່ວໂລກ ຖ້າຈະເວົ້າແລ້ວກໍລວມທັງຈີນນໍາອີກດ້ວຍ,” ນັ້ນຄືຄໍາເວົ້າຂອງບລິງກັນ ທີ່ກ່າວຕໍ່ພວກນັກຂ່າວ.

ທ່ານແຣບກ່າວວ່າ ສະຫະລັດແລະອັງກິດຍັງກຳລັງຊອກຫາວິທີການທີ່ສ້າງສັນເພື່ອເຮັດວຽກຮ່ວມກັບຈີນ “ທີ່ມີລັກສະນະເໝາະສົມ ແລະເປັນໄປໃນທາງບວກ” ຕໍ່ບັນຫາຕ່າງໆ ລວມທັງການປ່ຽນແປງຂອງດິນຟ້າອາກາດຫາກເມື່ອໃດສາມາດເປັນໄປໄດ້.

ປະທານາທິບໍດີສະຫະລັດ, ທ່ານ ໂຈ ໄບເດັນ ໄດ້ລະບຸວ່າການແຂ່ງຂັນກັບຈີນ ເປັນສິ່ງທ້າທາຍທາງດ້ານນະໂຍບາຍການຕ່າງປະເທດ ທີ່ຍິ່ງໃຫຍ່ທີ່ສຸດຂອງລັດຖະບານຂອງທ່ານ.

ໃນການກ່າວຄຳປາໄສຕໍ່ກອງປະຊຸມຕໍ່ປະຊາຊົນຄັ້ງທຳອິດຂອງທ່ານໃນອາທິດແລ້ວນີ້, ທ່ານໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະຮັກສາການປະຈໍາການຂອງທະຫານຂອງສະຫະລັດຢູ່ໃນເຂດອິນໂດ - ປາຊີຟິກແລະຊຸກຍູ້ການພັດທະນາດ້ານເທັກໂນໂລຈີຂອງສະຫະລັດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG