ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງປະຊຸມສຸດຍອດ ກຸ່ມ G-20 ປະຕິຍານ ຈະເຫັດໃຫ້ຢາວັກຊີນ ກັນໂຄວິດ-19 ມີໃຫ້ໃຊ້ຢ່າງແຜ່ຫຼາຍ


ປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ ເຂົ້າຮ່ວມໃນກອງປະຊຸມສຸດຍອດ ຜ່ານທາງວີດີໂອ ຂອງບັນດາຜູ້ນຳກຸ່ມ G20 ປີ 2020, ຢູ່ທີ່ທຳນຽບ ໂນໂວ ໂອກາຣີໂອໂວ Novo-Ogaryovo ນອກນະຄອນຫຼວງມົສກູ ຂອງຣັດເຊຍ, ວັນທີ 21 ພະຈິກ 2020. (Sputnik/Aleksey Nikolskyi/Kremlin via Reuters)
ປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ ເຂົ້າຮ່ວມໃນກອງປະຊຸມສຸດຍອດ ຜ່ານທາງວີດີໂອ ຂອງບັນດາຜູ້ນຳກຸ່ມ G20 ປີ 2020, ຢູ່ທີ່ທຳນຽບ ໂນໂວ ໂອກາຣີໂອໂວ Novo-Ogaryovo ນອກນະຄອນຫຼວງມົສກູ ຂອງຣັດເຊຍ, ວັນທີ 21 ພະຈິກ 2020. (Sputnik/Aleksey Nikolskyi/Kremlin via Reuters)

ກອງປະຊຸມສຸດຍອດ ບັນດາປະເທດໃນກຸ່ມ ຈີ-20 ຜ່ານທາງອອນໄລນ໌ ໄດ້ປະ ຕິຍານ ໃນວັນອາທິດວານນີ້ ຈະບໍ່ລົດລະຄວາມພະຍາຍາມໃດໆໃນການເຮັດໃຫ້ຢາວັກຊີນກັນໂຄວິດ-19 ນັ້ນ ມີໃຫ້ໃຊ້ຢ່າງແຜ່ຫຼາຍຕໍ່ປະຊາກອນທັງໝົດ.

ໃນເລື້ອງຂອງຢາວັກຊີນ ການທົດລອງ ແລະການຮັກສາປິນປົວສຳລັບໂຄວິດ-19 ທີ່ເປັນພະຍາດເກີດຈາກໄວຣັສໂຄໂຣນາ “ພວກເຮົາຈະບໍ່ລົດລະຄວາມພະ ຍາຍາມໃດໆ ເພື່ອທີ່ຮັບປະກັນວ່າ ໝົດທຸກຄົນສາມາດເຂົາຫາຊື້ໄດ້ ແລະເທົ່າທຽມກັນ” ນັ້ນແມ່ນຄຳເວົ້າສຸດທ້າຍຈາກກຸ່ມດັ່ງກ່າວ ທີ່ໄດ້ກ່າວໄປໃນວັນອາທິດວານນີ້.

ປະທານາທິບໍດີ ດໍໂນລ ທຣຳ “ໄດ້ສະແດງອອກເຖິງຄວາມສຳຄັນຂອງນະໂຍ ບາຍທີ່ສົ່ງເສີມພວກຄົນງານແລະຄອບຄົວ” ໃນລະວ່າງກອງປະຊຸມຂອງວັນອາທິດວານນີ້ ອີງຕາມຖະແຫລງການສະບັບນຶ່ງທີ່ໄດ້ຖືກເປີດເຜີຍໂດຍໂຄສົກຂອງທຳນຽບຂາວ.

ຖະແຫລງການດັ່ງກ່າວ ກ່າວຕໍ່ໄປວ່າ “ທ່ານຍັງໄດ້ສົນທະນາເຖິງຜົນສຳເລັດອັນເປັນປະຫວັດການ ທີ່ໄດ້ກະທຳໄປ ຢູ່ໃນສະຫະລັດແລະທົ່ວໂລກ ໃນການສ້າງອຳນາດ ແລະການລົງທຶນໃນພວກແມ່ຍິງແລະໄດ້ຮຽກຮ້ອງຕໍ່ທຸກປະເທດໃຫ້ເຮັດ ຫຼາຍຂຶ້ນກວ່າເກົ່າ.”

ນອກຈາກນັ້ນແລ້ວ ລາຍງານຂ່າວຕ່າງໆ ກ່າວວ່າ ບັນດາຜູ້ນຳຂອງກຸ່ມຈີ-20 ໄດ້ໃຫ້ຄຳໝັ້ນສັນຍາຈະແກ້ໄຂບັນຫາໜີ້ສິນຂອງບັນດາປະເທດທີ່ກຳລັງພັດທະ ນາ ແຕ່ບໍ່ໄດ້ສະໜອງຂັ້ນຕອນທີ່ຈະແຈ້ງໃດໆເລີຍ.

ໂຄງການລິເລີ້ມການໂຈະຊົ່ວຄາວໜີ້ສິນ ຫຼື DSSI ທີ່ໃນເບື້ອງຕົ້ນໄດ້ສ້າງຕັ້ງຊ່ວງໄລຍະການໂຈະໜີ້ ໃນເດືອນເມສາແລະເລື່ອນອອກໄປເຖິງເດືອນຕຸລາ ແລະຈະເລື່ອນອອກໄປອີກເທື່ອນຶ່ງຈົນເຖິງ ເດືອນກໍລະກົດ ປີ 2021 ອີງຕາມຖະແຫລງການສະບັບສຸດທ້າຍຂອງກຸ່ມຈີ-20. ໂຄງການ DSSI ໄດ້ສ້າງສະພາບຜ່ອນຄາຍພາລະໜີ້ສິນຂອງບັນດາປະເທດທີ່ກຳລັງພັດທະນາ ໂດຍອຳນວຍໃຫ້ພວກເຂົາເຈົ້າເພັ່ງເລັງໃສ່ຊັບພະຍາກອນທັງໝົດ ໃນການຕໍ່ສູ້ກັບໂຣກລະບາດດັ່ງກ່າວ.

ບັນດາກຸ່ມຈີ-20 ເປັນຫ່ວງວ່າ ໂຣກລະບາດ ຈະເຮັດໃຫ້ການແບ່ງແຍກຂອງຊົນຊັ້ນຮັ່ງມີ ແລະທຸກຍາກ ກວ້າງຂຶ້ນຕື່ມອີກ. ເພື່ອຮັບມືກັບສະພາບການນັ້ນ ສະຫະພາບຢູໂຣບ ໄດ້ຊຸກຍູ້ໃຫ້ປະກອບສ່ວນມູນຄ່າລວມທັງໝົດ 4 ພັນ 5 ຮ້ອຍລ້ານໂດລາ ເຂົ້າໃນ ໂຄງການ Access to COVID-19 Tools Accelerator ຊຶ່ງເປັນໂຄງການລະດັບໂລກ ທີ່ເລັ່ງພັດທະນາ ແລະແຈກຢາຍຢາວັກຊີນ ການທົດລອງ ແລະການຮັກສາປິ່ນປົວ ອີງຕາມອົງການອະນາໄມໂລກ ຫຼື WHO.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG