ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີ G-20: ການຄ້າ, ຄວາມເຄັ່ງຕຶງດ້ານການເມືອງ ເຮັດໃຫ້ການເຕີບໂຕ ຕົກຢູ່ໃນຄວາມສ່ຽງ


ກຳມາທິການດ້ານການເງິນ ຢູໂຣບ ທ່ານ ປີແອ ມັອສໂກວິຈີ ຂຶ້ນກ່າວຄຳປາໄສ ໃນກອງປະຊຸມຖະແຫຼງຂ່າວ ໃນລະຫວ່າງ ກອງປະຊຸມ G-20 ຂອງບັນດາລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງ, ນະຄອນຫຼວງ ບູເອນັອສ ແອເຣສ, ປະເທດ ອາເຈັນຕີນາ. 22 ກໍລະກົດ, 2018.
ກຳມາທິການດ້ານການເງິນ ຢູໂຣບ ທ່ານ ປີແອ ມັອສໂກວິຈີ ຂຶ້ນກ່າວຄຳປາໄສ ໃນກອງປະຊຸມຖະແຫຼງຂ່າວ ໃນລະຫວ່າງ ກອງປະຊຸມ G-20 ຂອງບັນດາລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງ, ນະຄອນຫຼວງ ບູເອນັອສ ແອເຣສ, ປະເທດ ອາເຈັນຕີນາ. 22 ກໍລະກົດ, 2018.

“ຄວາມເຄັ່ງຕຶງທາງການຄ້າ ແລະ ພູມສາດການເມືອງ ທີ່ເພີ່ມສູງຂຶ້ນ” ໄດ້ເຮັດໃຫ້ການ
ເຕີບໂຕທາງເສດຖະກິດ ຕົກຢູ່ໃນຄວາມສ່ຽງ, ເປັນຄຳເວົ້າທີ່ບັນດາລັດຖະມົນຕີກະ
ຊວງການເງິນຂອງກຸ່ມ 20 ປະເທດ ທີ່ມີອຸດສາຫະກຳ ແລະ ເສດຖະກິດໃນແຖວໜ້າ
ຫຼື G-20 ໄດ້ກ່າວ ຫຼັງຈາກກອງປະຊຸມສອງວັນໃນນະຄອນຫຼວງ ບູເອນັອສ ແອເຣັສ
ໃນວັນອາທິດວານນີ້.

ໃນຖະແຫຼງການຄັ້ງສຸດທ້າຍຂອງພວກເພິ່ນ, ກຸ່ມຂອງລັດຖະມົນຕີ 20 ທ່ານ ໄດ້ກ່າວ
ເນັ້ນ ເຖິງຄວາມຕ້ອງການທີ່ຈະ “ຂະຫຍາຍການປຶກສາຫາລື ແລະ ການປະຕິບັດການ
ເພື່ອລຸດຜ່ອນຄວາມສ່ຽງ ແລະ ຮັກສາຄວາມໄວ້ວາງໃຈໄວ້ຄືເກົ່າ.”

ບັນດາລັດຖະມົນຕີ, ເຊິ່ງໄດ້ເປັນຕົວແທນດ້ານອຸດສາຫະກຳ ແລະ ປະເທດທີ່ຕະຫຼາດ
ກຳລັງພັດທະນາຂຶ້ນ, ໄດ້ອະທິບາຍເຖິງການເຕີບໂຕໂດຍລວມ ຂອງເສດຖະກິດໂລກ
ວ່າ “ເຂັ້ມແຂງ,” ແຕ່ໄດ້ສະແດງເຖິງຄວາມເປັນຫ່ວງຕ່າງໆ ກ່ຽວກັບ ສິ່ງທີ່ພວກເພິ່ນ
ເອີ້ນວ່າ ຄວາມສ່ຽງທີ່ເພີ່ມຂຶ້ນໃນ “ໄລຍະສັ້ນ ແລະ ປານກາງ.”

ພວກເພິ່ນບໍ່ໄດ້ເອີ່ຍຊື່ ສະຫະລັດ ໂດຍກົງ ໃນຖະແຫຼງການປິດລັບຂອງພວກເພິ່ນ.
ແຕ່ບາງຄົນ ກໍໄດ້ກ່າວວິຈານຄຳເວົ້າທີ່ຮຸນແຮງທາງການຄ້າ ແລະ ການເກັບພາສີສິນ
ຄ້ານຳເຂົ້າ ຕໍ່ ຈີນ ແລະ ສະຫະພາບ ຢູໂຣບ ໂດຍປະທານາທິບໍດີ ດໍໂນລ ທຣຳ.

ຫົວໜ້າການເງິນຂອງ ສະຫະພາບ ຢູໂຣບ ທ່ານ ປີແອ ມັອສໂກວິຈີ (Pierre
Moscovici) ໄດ້ຮຽກຮ້ອງ ສະຫະລັດ ໃຫ້ປະຕິບັດໂຕ ຄືພັນທະມິດ, ບໍ່ແມ່ນສັດຕູ.
ລັດຖະມົນຕີກະຊວງການເງິນຝຣັ່ງ ທ່ານ ບຣູໂນ ເລີ ມາຣີ ໄດ້ກ່າວຫາທ່ານ ທຣຳ ກ່ຽວ
ກັບ ການເຮັດໃຫ້ຜູ້ທີ່ມີທ່າແຮງທາງການຄ້າທີ່ແຂງແກ່ນທີ່ສຸດເປັນຜູ້ຢູ່ລອດ ແລະ ໄດ້
ຮຽກ ຮ້ອງໃຫ້ລັດຖະບານ ວໍຊິງຕັນ “ຫຼຸດຜ່ອນມັນລົງ.”

ທ່ານ ທຣຳ ໄດ້ເກັບພາສີການນຳເຂົ້າເຫຼັກກ້າຈາກ ຢູໂຣບ 25 ເປີເຊັນ ແລະ ອາລູມີ
ນຽມ 10 ເປີເຊັນ, ໃນຂະນະດຽວກັນ ກໍໄດ້ເກັບພາສີສິນຄ້າ ຈີນ ຫຼາຍພັນລ້ານໂດລາ
ແລະ ຂົ່ມຂູ່ວ່າ ຈະເກັບຕື່ມອີກ.

ທ່ານຍັງໄດ້ກ່າວຫາ ຈີນ ແລະ ສະຫະພາບ ຢູໂຣບ ວ່າຮັກສາອັດຕາດອກເບ້ຍ ແລະ
ສະກຸນເງິນຂອງເຂົາເຈົ້າໃຫ້ຕໍ່າ, ເຊິ່ງໄດ້ສ້າງຄວາມເສຍຫາຍໃຫ້ແກ່ລາຄາເງິນໂດລາ
ໃນຕະຫຼາດໂລກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG