ລາຍງານໃໝ່ກ່ຽວກັບໂຣກເບົາຫວານ ເຕືອນໃຫ້ຮູ້ວ່າ ຈະມີການຂາດແຄນຢາອິນຊູລິນ
ສຳລັບໂຣກດັ່ງກ່າວ ຍ້ອນວ່າ ມີຈຳນວນຜູ້ປ່ວຍເປັນໂຣກເບົາຫວານ ປະເພດ 2 ນີ້
ຫຼາຍຂຶ້ນ ແລະຈຳເປັນຕ້ອງໃຫ້ໄດ້ມີຮໍໂມນ ເພື່ອໃຫ້ມີສຸຂພາບແຂງແຮງ ແລະມີຊີວິດ
ຢູ່ໄດ້ ຊຶ່ງວັນສະສອນ ຈະມີລາຍລະອຽດຈາກລາຍງານຂອງ ເຟດທ໌ ລາປີດັສ ມາສະເໜີ
ທ່ານ ໃນອັນດັບຕໍ່ໄປ.
ທ້າວຮາຣັນ ອັບດາລລາ ແມ່ນນຶ່ງໃນຈຳພວກຜູ້ໃຫຍ່ ທີ່ມີຫຼາຍກວ່າ 400 ລ້ານຄົນ
ໃນທົ່ວໂລກ ທີ່ເປັນໂຣກເບົາຫວານ ປະເພດ 2.
ທ້າວຮາຣັນ ອັບດາລລາ ຜູ້ປ່ວຍເປັນໂຣກເບົາຫວານ ປະເພດ 2 ກ່າວວ່າ “ຕອນທີ່
ຂ້ອຍກວດພົບວ່າ ຂ້ອຍເປັນໂຣກເບົາຫວານ,ຂ້ອຍເລີ້ມຮູ້ສຶກວ່າ ຊີວິດຂອງຂ້ອຍ
ແມ່ນໄດ້ຈົບລົງແລ້ວ.”
ທ້າວອັບດາລລາ ທີ່ອາໄສຢູ່ໃນ ເຄີເບີຣ໌າ ທີ່ເປັນຊຸມຊົນແອອັດທຸກຈົນ ໃນອາຟຣິກາ.
ລາວສູນເສຍວຽກເຮັດງານທຳ ຕອນທີ່ລາວກວດພົບເຫັນວ່າເປັນໂຣກນີ້ ໃນປີ 2006
ແລະບໍ່ສາມາດທີ່ຈະຈ່າຍຄ່າຢາອິນຊູລິນໄດ້, ໂດຍບໍ່ຕ້ອງເວົ້າເຖິງເລື້ອງອາຫານ
ທີ່ທ່ານໝໍແນະນຳໃຫ້ລາວກິນນັ້ນ.
ທ້າວອັບດາລລາ ກ່າວວ່າ “ຕອນນີ້ ຂ້ອຍບໍ່ມີຄ່າ ທີ່ຈະຢູ່ໃນໂລກນີ້ອີກແລ້ວ.”
ເກືອບວ່າ ບໍ່ມີຄົນໃດ ໃນເມືອງເຄີເບີຣາ ຈະສາມາດຈ່າຍຄ່າຢານີ້ໄດ້. ລັດຖະບານ
ໄດ້ຈັດຕັ້ງສະຖານທີ່ ເພື່ອປິ່ນປົວສຸຂະພາບ ທີ່ໄດ້ແບ່ງເບົາຄ່າຢາສຳລັບໂຣກເບົາ
ຫວານ. ແຕ່ວ່າ ຈຳນວນພວກຜູ້ປ່ວຍແມ່ນມີຢ່າງອັ່ງລົ້ນ. ປັດໃຈສຳຄັນທີ່ສຸດ
ຂອງການເປັນໂຣກເບົາຫວານ ປະເພດ 2 ແມ່ນໂຣກອ້ວນພີ ແລະວທີດຳລົງຊີວິດ
ຢູ່ກິນຂອງພວກເຂົາເຈົ້າ.
ນາງໄອຣີນ ອາໂອໂກ ເຈົ້າໜ້າທີ່ສາທາລະນະສຸຂ ໃນສູນກາງສຸຂພາບຂອງເມືອງ
ເຄີເບີຣາໃຕ້ ກ່າວວ່າ “ປາກົດວ່າ ພວກເຮົາຄືບໍ່ມີການເຄື່ອນໄຫວຫຍັງ, ຂາດການ
ອອກກຳລັງກາຍ ແລະອາຫານການກິນ. ຂ້ອຍສາມາດເວົ້າໄດ້ວ່າ ປະຊາຄົມຂອງ
ຂ້ອຍທີ່ພວກເຮົາໃຫ້ບໍລິການ ໃນເມືອງຄີເບີຣາ, ສ່ວນໃຫຍ່ ມັນແມ່ນຍ້ອນອາຫານ
ການກິນທີ່ບໍ່ດີ ຊຶ່ງອາດນຳໄປສູ່ ການເປັນໂຣກເບົາຫວານ ກໍເປັນໄດ້.”
ຈຳນວນຂອງຜູ້ປ່ວຍ ໃນທົ່ວໂລກ ແມ່ນຄາດວ່າ ຈະເພີ້ມຂຶ້ນເປັນ 511 ລ້ານຄົນ
ເປັນໂຣກເບົາຫວານ ປະເພດ 2 ພາຍໃນປີ 2030 ອີງຕາມການສຶກສາໃໝ່ ໃນວາລະ
ສານ ການແພດ Lancet. ມັນແມ່ນພວກຜູ້ຄົນ ໃນທີ່ນີ້ ໃນເຂດລຸ່ມທະເລຊາຍຊາຮາຣາ
ຂອງອາຟຣິກາ ພວກຊຶ່ງມີບັນຫາຫຼາຍທີ່ສຸດທີ່ຈະເຂົ້າຊື້ຢາອິນຊູລິນໄດ້ ຊຶ່ງດຣ. ຊັນເຈ
ບາຊູ ຜູ້ນຳໃນການສຶກສາຄົ້ນຄວົ້ານີ້ ໄດ້ເວົ້າສູ່ຟັງ.
ດຣ. ບາຊູ ອາຈານສອນຢູ່ສະຖາບັນການແພດຂອງມະຫາວິທະຍາໄລສແຕນຟອດ
ກ່າວວ່າ “ແນ່ນອນທີ່ສຸດ ໃນເອເຊຍ ໃນເຂດລຸ່ມທະເລຊາຍຊາຮາຣາ, ພວກເຮົາ
ພົບເຫັນວ່າ ພວກເຮົາມີການຂາດແຄນຢາດັ່ງກ່າວຢ່າງຫຼວງຫຼາຍ ດັ່ງທີ່ທ່ານຄາດ
ການໄວ້ນັ້ນ. ໃນດ້ານກົງກັນຂ້າມ ເຖິງແມ່ນວ່າ ຈະມີການຄາດຄະເນ ທີ່ຈະມີຜູ້ຄົນ
ໜ້ອຍລົງ ວ່າຈະເປັນໂຣກເບົາຫວານ ປະເພດ 2 ຍ້ອນສະພາບແວດລ້ອມ ອາຫານ
ການກິນປ່ຽນແປງ ແລະວິຖີຊີວິດປ່ຽນໄປ ໃນທົ່ວໂລກ.ພວກເຮົາຊໍ້າເຫັນວ່າມີ
ຈຳນວນເພີ້ມຂຶ້ນຂອງໂຣກເບົາຫວານ ປະເພດ 2 ໃນອາຟຣິກາ ແລະເອເຊຍຢ່າງ
ວ່ອງໄວແລະ ໃນເວລາດຽວກັນ ພວກເຮົາ ກໍເຫັນວ່າລະດັບຂອງຢາອິນຊູລິນ
ມີໜ້ອຍລົງ ສະນັ້ນສະຖານະການຈຶ່ງເປັນການກັບປີ້ນ.”
3 ບໍລິສັດທີ່ຜະລິດຢາ ແມ່ນຜະລິດ 96 ເປີເຊັນ ຂອງຢາອິນຊູລິນ ໃນທົ່ວໂລກ,
ແຕ່ກໍຍັງບໍ່ທັນເປັນທີ່ຮູ້ກັນວ່າ ຈະສາມາດຜະລິດຢາພວກນີ້ເພື່ອໃຫ້ພຽງພໍກັບ
ຄວາມຮຽກຮ້ອງຕ້ອງການ ຫຼືບໍ່ ໃນອານາຄົດ.
ທ່ານບາຊູ ຍອມຮັບວ່າ ການຂາດແຄນທີ່ເຕືອນສັນຍານນີ້ ທ່ານຄາດຄະເນວ່າ ອາດ
ຈະບໍ່ເປັນຈິງກໍເປັນໄດ້. ເຖິງແມ່ນວ່າ ການສຶກສານີ້ຈະອີງຕາມພື້ນຖານຈາກ 60 ເປີເຊັນ
ຂອງພວກເປັນໂຣກເບົາຫວານ ປະເພດ 2 ໃນທົ່ວໂລກ, ແຕ່ພວກນັກຄົ້ນຄ້ວາ ກໍຍັງບໍ່
ທັນໄດ້ເຮັດເປັນສະຖິຕິຂອງການປ່ຽນແປງຂອງປະຊາກອນໃນບັນດາປະເທດໃນ ແຖບ
ອາຟຣິກາເທື່ອ. ນອກນັ້ນການປ່ຽນແປງ ໃນດ້ານອາຫານການກິນ ແລະການອອກກຳລັງ
ກາຍ ຢ່າງສະໜ່ຳສະເໝີ ກໍແມ່ນອາດຈະພາໃຫ້ມີຄວາມຕ້ອງການຢາອິນຊູລິນໜ້ອຍລົງ
ຢ່າງໃຫຍ່ຫຼວງກໍເປັນໄດ້.
ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ
A new report on diabetes is warning of a future worldwide shortage of insulin because of the increasing number of people who are developing type 2 of the disease, and require the hormone to stay healthy and alive. Faith Lapidus reports.
Harun Abdalla is one of the world's more than 400 million adults with type 2 diabetes.
Harun Abdalla, Diabetic
"When I was diagnosed with diabetes, I started feeling my life is finished."
Abdalla lives in Kibera, the biggest slum in Africa. He lost his job when he was diagnosed in 2006, and can barely afford to buy insulin, let alone the diet his doctor has advised him to follow.
"Nowadays, I don't have value in this world."
Almost no one in Kibera can afford drugs. The government has set up a health facility which subsidizes the cost of diabetes medicine. But the patient load here is growing. The biggest factors for developing type 2 diabetes are obesity and lifestyle.
Irene Aoko, Clinical Officer, Kibera South Health Centre
"We tend to be inactive. Lack of exercises and our diet. I would say the community we serve here in Kibera, most likely it is our diet which is not good which could predispose one to having diabetes."
The number of adults with type 2 diabetes worldwide is expected to grow to 511 million by 2030, according to a new study in the Lancet medical journal. It is the people here in sub-Saharan Africa who will have the greatest trouble getting access to insulin, says the study's lead author Dr. Sanjay Basu.
Dr. Sanjay Basu, Assistant Professor of Medicine, Stanford University
"Certainly in Asia and sub Saharan Africa, we're finding the biggest shortages as you might expect. What's perverse is that even though one would expect less people with type 2 diabetes-- because those food environments are changing and the overall lifestyles are changing around the world, we're actually seeing a rapid increase in type 2 diabetes in both Africa and Asia at the same time as we're seeing lower insulin levels, so that can produce a perverse scenario."
Three pharmaceutical companies produce 96 percent of the world's insulin, and it's not known whether they can increase production to meet additional demand in the future.
Basu admits the alarming shortages he is predicting might not materialize. Although the study is based on data from about 60 percent of everyone with type 2 diabetes worldwide, the researchers haven't factored in demographic changes in African countries. Also, changes in diet and exercise regimes could result in a far smaller need for insulin.