ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼາຍສິບພັນຄົນ ພາກັນ ໄປຮ່ວມ ພິທີສົ່ງສະການ ໃຫ້ແກ່ ຊາວ​ຊີ​ໄອທ໌ 21 ຄົນ ໃນຊາ​ອຸ​ດີ ​ອາ​ເຣ​ເບຍ


Saudi Funeral
please wait
Embed

No media source currently available

0:00 0:00:32 0:00

ເບິ່ງວີດີໂອ ລາຍງານນີ້

ໃນ​ວັນ​ຈັນ​ວານ​ນີ້ ມີຫຼາຍສິບ​ພັນ​ຄົນ ພາກັນ​ໄປ​ຮ່ວມ ​ພິທີ
ສົ່ງສະການ​ໝູ່ ຢູ່​ທາງ​ພາກ​ຕາ​ເວັນ​ອອກ​ ຂອງຊາ​ອຸ​ດີ​ອາ​ເຣ​ເບຍ
ໃຫ້ແກ່ຊາວ​ມຸສລິ​ມນິກາຍ Shi’ite 21 ຄົນ​ ທີ່​ຖືກ​ຂ້າ​ຕາຍເມື່ອ​
ອາທິດ​ແລ້ວ​ນີ້ ​ໃນ​ການ​ໂຈມ ຕີດ້ວຍ​ລະ​ເບີດສະຫລະ​ຊີບ ທີ່​
ພວກ​ລັດ​ອິສລາມ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ.

ການ​ໂຈມ​ຕີ​ໃນ​ວັນ​ສຸກ​ຜ່ານ​ມາ ​ແມ່ນ ​ໜຶ່ງໃນ​ການ​ໂຈມ​ຕີທີ່​ຮ້າຍ​ແຮງສຸດ ​ໃນຮອບຫຼາຍໆ​
ປີຜ່ານມາ ຢູ່​ໃນ​ປະ​ເທດອາຣັບ ​ທີ່​ໃຫຍ່​ທີ່​ສຸດ​ໃນ​ອ່າວ​ເປີເຊຍ ບ່ອນ​ທີ່​ຄວາມ​ເຄັ່ງ​ຕຶງດ້ານ
ສາສະໜາ ເລີ້ມມາໄດ້ເກືອບສອງເດືອນແລ້ວ ໃນການໂຈມ​ຕີ​ທາງ​ອາກາດ ທີ່​ນຳພາ​ໂດຍ
ຊາ​ອຸ​ດີ​ອາ​ເຣ​ເບຍ ຕໍ່​ພວກ​ກະບົດ​ Houthi ຂອງຊາວ​ຊີ​ໄອທ໌ ​ຢູ່​ໃນ​ປະ​ເທດ​ເຢ​ເມັນ ຊຶ່ງເປັນ​
ເພື່ອນບ້ານນັ້ນ.

ກອງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ ຊາ​ອຸ​ດີ​ອາ​ເຣ​ເບຍ ​ໄດ້​ຢູ່​ຫ່າງໆ ຈາກ​ພິທີ​ສົ່ງສະການ​
ຢູ່​ໃນ​ເມືອງ al-Qatif ຂະນະ​ທີ່​ບັນດາ​ຜູ້​ແທນ ຈາກ​ຂົງ​ເຂດຕ່າງໆ ​ໄດ້​ໄປເຕົ້າໂຮມ​ກັນ​ ຢູ່​
ທີ່ເມືອງ​ດັ່ງກ່າວ.

ທ່ານ Sayed Ayman ຜູ້​ຈັດ​ແຈງ​ພິທີ​ສົ່ງສະການ ກ່າວ​ວ່າ “ມີຜູ້ຄົນ ຫຼາຍແບບ​ໜ້າເຫຼືອ​
ເຊື່ອ​ ​ມາໂຮມ​ກັນ​ຢູ່ແຫ່ງ​ນີ້ ບໍ່​ພຽງ​ແຕ່​ມາ​ຈາກ​ເມືອງ al-Qatif ​ເທົ່າ​ນັ້ນ ​ແຕ່​ມາ​ຈາກ​
ທົ່ວ​ປະ​ເທດ ​ແລະ ພວກ​ເຂົາ​ເຈົ້າ ບໍ່​ແມ່ນ​ແຕ່​ເປັນພຽງຊາວ​ນິກາຍຊີ​ໄອທ໌ ​ແຕ່​ຫຼາຍໆ​
ຄົນ​ແມ່ນ​ມາ​ຈາກ​ພາກສ່ວນ​ອື່ນໆ ລວມທັງ ຊາວ​ຕ່າງ​ຊາດ​ດ້ວຍ.”

ກະສັດ Salman ຂອງຊາ​ອຸ​ດີ​ອາ​ເຣ​ເບຍ ກ່າວ​ໃນ​ຖະ​ແຫລ​ງການ ທີ່​ເປັນ​ການ​ປະນີປະນອມ ​ວ່າ ພະ​ອົງຊົງ​ມີ​ຄວາມ​ເສຍ​ອົກ​ເສຍ​ໃຈ ຕໍ່​ການ ວາງ​ລະ​ເບີດ ​ແລະ​ສັນຍາ​ວ່າ ຈະ​ນຳ​ເອົາ​ຜູ້​ໃດກໍ​ຕາມ ​ທີ່​ມີ​ສ່ວນ​ກ່ຽວ​ພັນ​ກັບ​ການ​ໂຈມ​ຕີນັ້ນ ຫຼື ຜູ້​ທີ່​ເປັນ​ໃຈນຳ​ການ​ວາງ​ລະ​ເບີດ​ນັ້ນ ມາ​ລົງ​ໂທດ.

Tens of thousands of people turned out on Monday for a mass funeral in eastern Saudi Arabia for 21 Shi'ite Muslims killed last week in a suicide bombing claimed by Islamic State.

Friday's attack was one of the deadliest assaults in recent years in the largest Gulf Arab country, where sectarian tensions have been frayed by nearly two months of Saudi-led air strikes on Shi'ite Houthi rebels in neighboring Yemen.

Saudi security forces stayed away from the funeral in al-Qatif, as delegates converged on the city from various regions.

(FUNERAL ORGANIZER, SAYED AYMAN))

"This incredible number of people have come here from not only Al-Qatif but from all over the country, and there are not just Shi'ite but from many different sectors as well as foreigners."

Saudi King Salman, in a conciliatory statement, said he was heartbroken over the bombing and vowed to bring anyone linked to the attack or who sympathized with it to justice.

XS
SM
MD
LG