ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສະ​ພາ​ຕ່ຳ ຄົບ​ຄະ​ນະ ຈະ​ລົງ​ຄະ​ແນນ​ສຽງ ກ່ຽວ​ກັບ ການ​ສືບ​ສວນ​ຟ້ອງ​ຮ້ອງ ປະ​ທາ​ນາ​ທິ​ບໍ​ດີ ສ​ຫລ


ປະ​ທາ​ນາ​ທິ​ບໍ​ດີ ສ​ຫລ ທ່ານ​ດໍ​ໂນ​ລ ທ​ຣຳ ຍ່າງ​ອອກ​ມາ​ຈາກ ເຮ​ລີ​ຄັອບ​ເຕີ້ ປະ​ຈຳ​ຕຳ​ແໜ່ງ Marine One ​ກ່ອນ​ໜ້າ ຈະ​ເດີນ​ທາງ​ອອກ​ໄປ ສະ​ໜາມ​ບິນ​ສາ​ກົນ O'Hare International Airport ໃນ​ນະ​ຄອນ ຊິກ​ຄາ​ໂກ ລັດ​ອີ​ລີ​ໂນຍ​ສ໌, ວັນ​ທີ 28 ຕຸ​ລາ 2019. REUTERS/Leah Millis
ປະ​ທາ​ນາ​ທິ​ບໍ​ດີ ສ​ຫລ ທ່ານ​ດໍ​ໂນ​ລ ທ​ຣຳ ຍ່າງ​ອອກ​ມາ​ຈາກ ເຮ​ລີ​ຄັອບ​ເຕີ້ ປະ​ຈຳ​ຕຳ​ແໜ່ງ Marine One ​ກ່ອນ​ໜ້າ ຈະ​ເດີນ​ທາງ​ອອກ​ໄປ ສະ​ໜາມ​ບິນ​ສາ​ກົນ O'Hare International Airport ໃນ​ນະ​ຄອນ ຊິກ​ຄາ​ໂກ ລັດ​ອີ​ລີ​ໂນຍ​ສ໌, ວັນ​ທີ 28 ຕຸ​ລາ 2019. REUTERS/Leah Millis

ສະ​ພາ​ຕ່ຳ​ສະ​ຫະ​ລັດ ຄົບ​ຄະ​ນະ ຈະ​ລົງ​ຄະ​ແນນ​ສຽງ​ໃນ​ສັບ​ປະ​ດານີ້ ກ່ຽວ​ກັບ ການ​ສືບ​ສວນ​ຟ້ອງ​ຮ້ອງ ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ເພື່ອ​ຕອບ​ສະ​ໜອງ​ຕໍ່​ການ​ໂຕ້​ແຍ້ງ​ຂອງ​ທຳ​ນຽບ​ຂາວ ທີ່​ວ່າ ການກວດ​ສອບນັ້ນ ບໍ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ ຊຶ່ງໃນ​ຂະ​ນະ​ທີ່​ເຈົ້າ​ໜ້າ​ທີ່​ໃນ​ຄະ​ນະ​ລັດ​ຖະບານ​ ອີກ​ທ່ານ​ນຶ່ງ ​ແມ່ນ​ມີ​ກຳ​ນົດ ຈະ​ມາ​ໃຫ້​ການ ຕໍ່​ໜ້າ ຄະ​ນະ​ກຳ​ມະ​ການ​ຂອງ​ສະ​ພາ​ຕ່ຳ ໃນ​ວັນ​ອັງ​ຄານມື້ນີ້ ໃນ​ເລື້ອງ​ ທ່ານປະ​ທາ​ນາທິ​ບໍ​ດີ ​ໂທ​ລະ​ສັບ​ໄປ​ຫາ ຢູ​ເຄ​ຣນ ທີ່​ເປັນສູນ​ກາງ​ຂອງ​ການ​ສືບ​ສວນ​ຟ້ອງ​ຫ້ອງ​ດັ່ງ​ກ່າວນີ້.

ປະ​ທານ​ສະ​ພາ​ຕ່ຳທ່ານ​ນາງ ແນນ​ຊີ ເພ​ໂລ​ຊີ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ໄດ້​ກຳ​ນົດ​ການ​ລົງ​ຄະ​ແນນ​ສຽງ​ໃສ່​ວັນ​ພະ​ຫັດ​ຈະ​ມາ​ເຖິງນີ້ ໂດຍ​ກ່າວໃນ​ໜັງ​ສື​ສະ​ບັບ​ນຶ່ງ ທີ່​ສົ່ງ​ໄປ​ໃຫ້​ບັນ​ດາ​ສະ​ມາ​ຊິກ​ສະ​ພາ ​ວ່າ ທ່ານ​ນາງ ຢາກ​ຈະ “ກຳ​ຈັດ​ຄວາມ​ສົງ​ໄສ​ໃດໆ” ກ່ຽວ​ກັບ​ຂັ້ນ​ຕອນ​ການ​ສືບ​ສວນ​ຟ້ອງ​ຮ້ອງ.

ທ່ານ​ນາງ​ເພ​ໂລ​ຊີ ກ່າວ​ວ່າ ​ມະ​ຕິ​ຂອງການ​ສືບ​ສວນ​ຟ້ອງ​ຮ້ອງ ຈະ “ຢັ້ງ​ຢືນຕໍ່​ການ​ສືບ​ສວນ​ສອບ​ສວນ ທີ່​ຍັງ​ມີ​ຢູ່ ແລະ​ດຳ​ເນີນ​ຢູ່​ຕໍໍ່​ໄປ…ຈັດ​ຕັ້ງ​ລະບຽບ​ການ​ຕ່າງໆ ສຳ​ລັບ​ການ​ພິ​ຈາ​ລະ​ນາ​ຮັບ​ຟັງທີ່​ເປີ​ດ​ເຜີຍ ຕໍ່​ປະ​ຊາ​ຊົນ​ຊາວ​ອາ​ເມ​ຣິກັນ ….ແຈ້ງ​ລາຍ​ລະ​ອຽດ​ກົດ​ລະ​ບຽບ ​ເພື່ອ​ການ​ໂອນ​ຫຼັກ​ຖານ ​ໄປ​ໃຫ້​ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ….ແລະ​ຈັດ​ຕັ້ງຂະ​ບວນ​ການ​ດ້ານ​ສິດ​ທິ​ ສຳ​ລັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ແລະ​ຄະ​ນະ​ທີ່​ປຶກ​ສາ​ຂອງ​ທ່ານ.”

ທ່ານ​ທ​ຣຳ ແລະ ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ຈາກ​ພັກ​ຣີ​ພັບ​ບ​ລີ​ກັນ ທີ່​ສະ​ໜັບ​ສະ​ໜຸນ​ທ່ານນັ້ນ ໄດ້​ເອີ້ນ​ການ​ສືບ​ສວນ​ຟ້ອງ​ຮ້ອງ ວ່າ ບໍ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ ເພາະ​ວ່າ ມັນ​ໄດ້ດຳ​ເນີນ​ໄປ​ແບບ​ປິດ​ລັບ ແລະ​ສະ​ພາ​ຕ່ຳ​ຄົບ​ຄະ​ນະ ບໍ່​ເຄີຍ​ໄດ້​ລົງ​ຄະ​ແນນ​ສຽງ​ຕໍ່​ການ​ດຳ​ເນີນ​ການນັ້ນ​ເລີຍ. ທ່ານ​ນາງ​ເພ​ໂລ​ຊີ ກ່າວ​ວ່າ ການ​ໂຕ້​ແຍ້ງ​ອັນນັ້ນ “​ບໍ່​ມີຂໍ້​ດີ​ເລີຍ.”

ບໍ່​ມີ​ກົດ​ໝ​າຍ​ສະ​ບັບ​ໃດ ທີ່​ກ່າວ​ວ່າ ​ສະ​ມາ​ຊິກສະ​ພາ​ຕ່ຳ​ທັງ​ໝົດ ຈະ​ຕ້ອງ​ໄດ້​ຮັບ​ຮອງ​ເອົາ​ການ​ສືບ​ສວນ​ສອບ​ສວນ ແລະ​ພັກ​ທີ່​ມີ​ສຽງ​ສ່ວນຫຼາຍ ກໍ​ໄດ້ຄວບ​ຄຸມ​ສະ​ພາ ຊຶ່ງ​ໃນ​ປັດ​ຈຸ​ບັນ​ນີ ກໍ​ຄື​ພັກ​ເດ​ໂມ​ແຄ​ຣັດ --ກຳ​ນົດ​ກົດ​ລະ​ບຽບ​ສຳ​ລັບ​ຂັ້ນ​ຕອນ​ຂອງການ​ສືບ​ສວນ​ຟ້ອງ​ຮອງ.

ກ່ອນ​ໜ້າ​ການ​ລົງ​ຄະ​ແນນ​ສຽງ ການ​ຮັບ​ຟັງ​ຄຳ​ໃຫ້​ການ ໃນ​ກາ​ນ​ສືບ​ສວນ​ຟ້ອງ​ຮອງ ກໍ​ຍັງ​ດຳ​ເນີນ​ຢູ່​ຕໍ່​ໄປ ​ໃນ​ວັນ​ອັງ​ຄານ​ມື້ນີ້ ໂດຍ​ຄະ​ນະ​ກຳ​ມະ​ການ​ສືບ​ລັບ ການ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ ແລະ​ການກວດ​ສອບ​ຂອງ​ສະ​ພາ​ຕ່ຳ ມີ​ກຳ​ນົດ​ຈະ​ຮັບ​ຟັງ​ຄຳ​ໃຫ້​ການ ​ຈາກ ທ່ານ​ອາເລັກ​ແຊນ​ເດີ ວິນ​ແມນ ນາຍ​ທະ​ຫານ​ພັນ​ໂທຂອງກອງ​ທັບ​ບົກ ຜູ້​ທີ່​ເປັນສ​ະ​ມາ​ຊິກ​ສ່ວນ​ນຶ່ງ​ ໃນສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ.

ທ່ານ​ວິນ​ແມນ ກ່າວ​ໃນການ​ເປີດ​ຄຳຖະ​ແຫລງ ສະ​ບັບ​ນຶ່ງ ທີ່​ໄດ້​ກຽມ​ມາລ່ວງ​ໜ້າ ທີ່​ໄດ້​ມາ ແລະ​ນຳ​ອອກ​ເຜີຍ​ແພ່ ໂດຍ​ອົງ​ການ​ສື່ມວນ​ຊົນຫຼາຍ​ໆຂະ​ແໜງ ​ທີ່ວ່າ ​ທ່ານ​ເປັນ​ຜູ້​ນຶ່ງ ໃນຈຳ​ພວກ​ຜູ້ທີ່ ໄດ້​ຮັບ​ຟັງ​ການ​ສົນ​ທະ​ນາ ​ທາງ​ໂທ​ລະ​ສັບ ເມື່ອ​ວັນ​ທີ 25 ກໍ​ລະ​ກົດ ຊຶ່ງ​ທ່ານ​ທ​ຣຳ ໄດ້​ຊຸກ​ຍູ້ ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ເພື່ອ​ຂໍ “​ໃຫ້ເຮັດ​ສິ່ງ​ໃດ​ນຶ່ງ ​ເປັນ​ການ​ຕອບ​ແທນ.” ທ່ານ​ທ​ຣຳ ໄດ້​ຊຸກ​ຍູ້​ທ່ານ​ ເຊເລັນ​ສ​ກີ ໃຫ້​ສືບ​ສວ​ນ​ສອບ​ສວນ ຂໍ້​ກ່າວ​ຫາ​ທີ່​ວ່າ ​ຊາວຢູ​ເຄ​ຣນ ແຊກ​ແຊງ​ເຂົ້າ​ໃນ​ການ​ເລືອກ​ຕັ້ງ ສະ​ຫະ​ລັດ ​ປີ 2016 ໃນ​ນາມ​ຂອງ​ພັກ​ເດ​ໂມ​ແຄ​ຣັດ ແລະ​ໃນ​ຂໍ້​ກ່າວ​ຫາ​ ການ​ສໍ້​ລາດ​ບັງຫຼວງຂອງ​ທ່ານໂຈ ໄບ​ເດັນ ຜູ້​ສະ​ໝັກ​ແຂ່ງ​ຂັນ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ​ປີ 2020 ຈາກ​ພັກ​ເດ​ໂມ​ແຄ​ຣັດ ແລະ​ລູກ​ຊາຍ​ຂອງ​ທ່ານ ທ່ານ​ຮັນ​ເຕີ້ ຜູ້​ທີ່​ໄດ້​ເຮັດ​ວຽກ​ໃຫ້​ກັບ​ບໍ​ລິ​ສັດ​ແກັ​ສ​ທຳ​ມະ​ຊາດ​ຂອງ​ຢູ​ເຄ​ຣນ.

ອ່ານ​ຂ່າວນີ້​ຕື່ມ​ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG