ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີຄວາມກັງວົນ ເພີ້ມຂຶ້ນ ກ່ຽວກັບ ການຮົ່ວໄຫຼ ຢູ່ໂຮງໄຟຟ້າ Fukushima (ວີດິໂອ)


ພາບຖ່າຍທາງອາກາດສະແດງໃຫ້ເຫັນພວກຄົນງານ ນຸ່ງຊຸດປ້ອງກັນໄພແລະໜ້າກາກ ເຮັດວຽກຢູ່ສະຖານທີ່ກໍ່ສ້າງ (ກາງ) ເພື່ອສະກັດກັ້ນ ການຮົ່ວໄຫລຂອງນໍ້າ ທີ່ມີ ກຳມັນຕະພາບລັງສີ ຈາກໂຮງໄຟຟ້ານິວເຄລຍ Fukushima Daiichi ໄປຫາທະເລ ໃນວັນທີ 9 ສິງຫາ 2013
ພາບຖ່າຍທາງອາກາດສະແດງໃຫ້ເຫັນພວກຄົນງານ ນຸ່ງຊຸດປ້ອງກັນໄພແລະໜ້າກາກ ເຮັດວຽກຢູ່ສະຖານທີ່ກໍ່ສ້າງ (ກາງ) ເພື່ອສະກັດກັ້ນ ການຮົ່ວໄຫລຂອງນໍ້າ ທີ່ມີ ກຳມັນຕະພາບລັງສີ ຈາກໂຮງໄຟຟ້ານິວເຄລຍ Fukushima Daiichi ໄປຫາທະເລ ໃນວັນທີ 9 ສິງຫາ 2013
ພວກອອກລະບຽບການຄຸ້ມຄອງໂຮງໄຟຟ້ານິວເຄລຍຂອງ
ຍີ່ປຸ່ນ ສະແດງຄວາມເປັນຫ່ວງເພີ້ມຂຶ້ນກ່ຽວກັບການຮົ່ວ
ໄຫລຂອງນໍ້າທີ່ມີກຳມັນຕະພາບລັງສີຄັ້ງໃໝ່ ຢູ່ທີ່ໂຮງງານ
ໄຟຟ້າ Fukushima ທີ່ມີບັນຫານັ້ນ.

ອົງການວາງລະບຽບຄຸ້ມຄອງໂຮງໄຟຟ້ານິວເຄລຍກ່າວໃນ
ວັນພຸດມື້ນີ້ວ່າ ຕົນມີແຜນທີ່ ຈະຍົກລະດັບເຕືອນໄພຈາກ
1 ຊຶ່ງເປັນ “ສະພາບຜິດປົກກະຕິ” ຂຶ້ນສູ່ລະດັບ 3 ຊຶ່ງ ໝາຍ
ເຖິງ “ເຫດການອັນຮ້າຍແຮງ” ໃນການແທກອັດຕາສ່ວນ
ຂອງສາກົນກ່ຽວກັບການຮົ່ວໄຫລຂອງກຳມັນຕະພາບລັງສີ. ອັດຕາສ່ວນດັ່ງກ່າວແມ່ນເລີ້ມຈາກລະດັບ 0 ໄປຫາ 7 ໂດຍ
ທີ 7 ແມ່ນລະດັບຮ້າຍແຮງທີ່ສຸດ.

ບໍລິສັດພະລັງງານໄຟຟ້າໂຕກຽວຫລື TEPCO ກ່າວໃນວັນອັງຄານວານນີ້ວ່າ ຢ່າງ ໜ້ອຍ ມີນໍ້າທີ່ມີກຳມັນຕະພາບລັງສີ 300 ໂຕນຮົ່ວໄຫລອອກມາຈາກຖັງເກັບນໍ້າຂອງໂຮງໄຟຟ້າ ທີ່ຕັ້ງຢູ່ໃນບໍລິເວນແຄມຝັ່ງທະເລ. ຖັງດັ່ງກ່າວ ແມ່ນນຶ່ງໃນຖັງເກັບນໍ້າ ແບບດຽວກັນນັ້ນ ຫລາຍຮອ້ຍໜ່ວຍ ທີ່ໃຊ້ບັນຈຸນໍ້າເພື່ອໃຊ້ລະບາຍຄວາມເຢັນໃຫ້ແກ່ເຕົາແຍກນິວເຄລຍ ທີ່ ໄດ້ຮັບຄວາມເສຍຫາຍນັ້ນ.

ບໍລິສັດ TEPCO ຊຶ່ງເປັນຜູ້ດໍາເນີນງານຂອງໂຮງໄຟຟ້າດັ່ງກ່າວ ຍັງບໍ່ສາມາດຮູ້ໄດ້
ຢ່າງຊັດເຈນ ກ່ຽວກັບແຫລ່ງທີ່ພາໃຫ້ມີການຮົ່ວໄຫລ. ແຕ່ກໍໄດ້ຢືນຢັດວ່າ ລະດັບຂອງ
ກຳມັນຕະພາບລັງສີຢູ່ນອກໂຮງໄຟຟ້າ ຍັງບໍ່ໄດ້ມີການປ່ຽນແປງໃດໆ ແລະກໍເວົ້າອີກ
ວ່າ ນໍ້າທີ່ຮົ່ວໄຫລອອກມາ ຍັງບໍ່ທັນໄປເຖິງມະຫາສະມຸດປາຊີຟິກ ທີ່ຢູ່ໄກໂຮງງານດັ່ງ
ກ່າວປະມານ 100 ແມັດນັ້ນ.

ຖັງບັນຈຸນໍ້າເຫລົ່ານັ້ນເຄີຍມີການຮົ່ວໄຫລໃນເມື່ອກ່ອນ ແຕ່ພວກດໍາເນີນງານເວົ້າວ່າ
ການຮົ່ວໄຫລຄັ້ງນີ້ແມ່ນຮ້າຍແຮງທີ່ສຸດ. ມີການຕັ້ງຄໍາຖາມກ່ຽວກັບຄວາມໜ້າເຊື່ອຖື
ໄດ້ຂອງຖັງ ທີ່ໃຊ້ບັນຈຸນໍ້າທີ່ມີສານພິດທີ່ປອດໄພເພື່ອໃຊ້ລະບາຍຄວາມເຢັນໃຫ້ແກ່
ເຕົາແຍກນີວເຄລຍເຊິ່ງເກັບສະສົມກັນໄດ້ໃນອັດຕາ 400 ໂຕນຕໍ່ມື້.

ແຕ່ບໍລິສັດ TEPCO ກໍໄດ້ຮັບຮູ້ແລ້ວວ່າ ມີການຮົ່ວໄຫຼຂອງນໍ້າທີ່ມີທາດກຳມັນຕະ
ພາບລັງສີຈາກພື້ນດິນຊຶມລົງສູ່ທະເລ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

ວີດິໂອ-ໂຮງ ງານ ໄຟຟ້າ Fukushima
please wait

No media source currently available

0:00 0:01:34 0:00
XS
SM
MD
LG