ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍງານທ້າຍປີ ເລື້ອງການດໍາເນີນງານດ້ານສະພາບອາກາດ ຈາກ ວໍຊິງຕັນ ຫາ ນະຄອນກລາສໂກ ບໍ່ປະສົບຜົນສຳເລັດ


YE - Climate USAGM
please wait
Embed

No media source currently available

0:00 0:02:54 0:00

ລາຍງານທ້າຍປີ ກ່ຽວກັບສະພາບອາກາດຂອງໂລກ ໂດຍອົງການສື່ມວນຊົນໂລກຂອງສະຫະລັດ.

ໃນຂະນະທີ່ໂຄວິດ-19 ຍັງເປັນຫົວ​ຂໍ້ຂ່າວໃຫຍ່ເຂົ້າປີທີສອງແລ້ວ, ແຕ່ວິກິດການທາງສະພາບອາກາດ ແມ່ນຍັງຄົງເພີ້ມທະວີ ຄວາມຮຸນແຮງຫຼາຍຂຶ້ນ. ສຕີບ ບາຣາໂກນາ (Steve Baragona) ນັກຂ່າວຂອງ VOA ພາທ່ານເບິ່ງຄືນຫຼັງກ່ຽວກັບເຫດການສໍາຄັນໃນການປ່ຽນແປງຂອງສະພາບອາກາດປີ 2021 ເຊິ່ງທິບສຸດາ ຈະນໍາເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ໃນພິທີເຂົ້າຮັບຕໍາແໜ່ງ ປະທານາທິບໍດີ ທ່ານໂຈ ໄບເດັນ ໃນເດືອນມັງກອນ, ຖືເປັນການປີ້ນກັບແນວທາງຂອງສະຫະລັດ ຕໍ່ກັບການປ່ຽນແປງທາງສະພາບອາກາດ ຫຼັງຈາກ 4 ປີ ທີ່ລັດຖະບານຂອງທ່ານທຣໍາ ບໍ່ໄດ້ດໍາເນີນການໃດໆເລີຍ.

ປະທານາທິບໍດີ ໂຈ ໄບເດັນ ກ່າວວ່າ:

“ໃນມຸມມອງຂອງຂ້າພະເຈົ້າ, ພວກເຮົາໄດ້ມີການລໍຄອຍມາດົນເກີນໄປແລ້ວທີ່ຈະຈັດການກັບວິກິດການທາງສະພາບອາກາດດັ່ງກ່າວນີ້. ດັ່ງນັ້ນ, ພວກເຮົາຈະບໍ່ລໍຖ້າອີກຕໍ່ໄປ.”

ທ່ານໄມໂຄລ ເກີຣາຣ໌ດ (Michael Gerrard), ສາດສະດາຈານທາງດ້ານກົດໝາຍແຫ່ງມະຫາວິທະຍາໄລໂຄລຳເບຍ ກ່າວວ່າ ທ່ານ ໄບເດັນ ຕັ້ງເປົ້າໝາຍທີ່ຈະຫຼຸດແກັສເຮືອນແກ້ວລົງເຄິ່ງນຶ່ງ ພາຍໃນປີ 2030 ແລະຈະເລີ້ມດໍາເນີນງານເພື່ອຊ່ວຍໃຫ້ເປົ້າໝາຍດັ່ງກ່າວບັນລຸຜົນ.

ທ່ານໄມໂຄລ ເກີຣາຣ໌ດ, ສາດສະດາຈານທາງດ້ານກົດໝາຍແຫ່ງມະຫາວິທະ ຍາໄລໂຄລຳເບຍ ກ່າວຜ່ານທາງສະໄກປ໌ວ່າ:

“ລັດຖະບານຂອງທ່ານໄບເດັນ ໄດ້ກັບເຂົ້າຮ່ວມຂໍ້ຕົກລົງກ່ຽວ​ກັບສະພາບອາ ກາດປາຣີອີກຄັ້ງ, ໂດຍເລີ້ມດໍາເນີນງານຕາມຂັ້ນຕອນ ການປ່ຽນແປງຂອງສະພາບອາກາດ. ສະພາສູງຫາກໍຈັດສັນງົບປະມານເປັນຈໍານວນມະຫາສານ ເພື່ອນໍາໄປສູ່ພື້ນຖານໂຄງລ່າງທາງດ້ານພະລັງງານ. ນີ້ແມ່ນການກັບມາຂອງສະຫະລັດ.”

ທ່ານນາງເຣເຊລ ຄລີທັສ (Rachel Cleetus), ຈາກສະຫະພັນນັກວິທະຍາ ສາດທີ່ມີຄວາມເປັນຫ່ວງເປັນໄຍ ກ່າວວ່າ:

“ແຕ່ຍັງຄົງມີຊ່ອງຫວ່າງລະຫວ່າງຄວາມມຸ້ງມາດປາດຖະໜາ ແລະການກະທໍາທີ່ແທ້ຈິງທີ່ເກີດຂຶ້ນຢ່າງແທ້ຈິງໃນຊ່ວງປີທໍາອິດນີ້.”

ທ່ານນາງຄລິທັສ ກ່າວວ່າ: ທ່ານໄບເດັນ ພະຍາຍາມຕໍ່ສູ້ເພື່ອໃຫ້ບັນລຸໃນພາກສ່ວນທີ່ໃຫຍ່ທີ່ສຸດຂອງວາລະການປະຊຸມດ້ານສະພາບອາກາດຂອງທ່ານ ຜ່ານສະພາສູງ, ແລະອະນຸຍາດໃຫ້ການນໍາໃຊ້ເຊື້ອໄຟຈາກຊາກສັດ ແລະພືດດຶກດໍາບັນນັ້ນ ດໍາເນີນຕໍ່ໄປໄດ້.

ໃນຂະນະດຽວກັນ, ໂລກຍັງຮ້ອນຂຶ້ນເລື້ອຍໆ. ປີ 2021 ເປັນປີທີ່ມີທ່າ​ທາງວ່າ ຈະຮ້ອນທີ່ສຸດເປັນປະຫວັດການ ໃນຮອບ 6 ປີທີ່ຜ່ານມາ.

ຄວາມຮ້ອນ ແລະຄວາມແຫ້ງແລ້ງໄດ້ເຖິງຂີດສູງສຸດຈາກການບັນທຶກມາ, ໂດຍໄດ້ເຮັດໃຫ້ເກີດໄຟປ່າຕັ້ງແຕ່ເຂດໄຊບີເຣຍ (Siberia) ຈົນເຖິງພາກຕາເວັນ ຕົກຂອງອາເມຣິກາ ແລະການາດາ.

ໄພພິບັດຈາກນໍ້າຖ້ວມ, ໄດ້ສັງຫານຜູ້ຄົນຫຼາຍຮ້ອຍຄົນຢູ່ໃນປະເທດຈີນ ແລະເຢຍຣະມັນ.

ເຫດການຮຸນແຮງຕ່າງໆເຫຼົ່ານີ້ ກໍາລັງກາຍມາເປັນມາດຕະຖານ, ທ່ານໂຈເຊັບ ມັຈກັທ (Joseph Majkut), ນັກວິເຄາະຈາກສູນກາງເພື່ອຍຸດທະສາດ ແລະການສຶກສາລະຫວ່າງຊາດ ກ່າວ.

ທ່ານໂຈເຊັບ ມັຈກັທ, ນັກວິເຄາະຈາກສູນກາງເພື່ອຍຸດທະສາດ ແລະການສຶກສາລະຫວ່າງຊາດກ່າວວ່າ:

“ພວກເຮົາຕ້ອງການທີ່ຈະກຽມໂຕໃຫ້ພ້ອມສໍາລັບຜົນກະທົບທີ່ກໍາລັງຈະມາເຖິງ, ໂດຍມັນຈະສ້າງຄວາມເສຍຫາຍ. ຖ້າພວກເຮົາຫາກປະຕິບັດງານໄດ້ດີ, ມັນຈະສາມາດຈັດການໄດ້. ແຕ່ພວກເຮົາຈະຕ້ອງກຽມພ້ອມສໍາລັບພວກມັນ, ແລະພວກເຮົາກໍຈະພົບຫຼາຍກວ່າ ແລະຫຼາຍກວ່ານັ້ນອີກ.”

ແຕ່ບັນດານັກວິທະຍາສາດໄດ້ມີການເຕືອນວ່າ ໂລກແມ່ນ​ບໍ່​ສາ​ມາດ​ຮັບ​ມື​ກັບໄພ ພິບັດເຫຼົ່ານີ້. ຫຼັງຈາກ​ໄດ້​ຫລຸດ​ລົງ​ເປັນເວ​ລາສັ້ນໆ​ລຸນ​ຫຼັງການລະບາດຂອງພະ ຍາດໂຄວິດ-19 ແລ້ວ, ການປ່ອຍແກັ​ສເຮືອນແກ້ວ ກໍ​ໄດ້​ເພີ້ມ​ຂຶ້ນ​ອີກ ໃນປີ 2021.

ບັນດານັກສັງເກດການໄດ້ມອງໂລກໃນແງ່ຮ້າຍໃນການເຂົ້າຮ່ວມກອງປະຊຸມສຸດຍອດດ້ານສະພາບອາກາດໃນນະຄອນກລາສໂກ.

ແຕ່ປະເທດຕ່າງໆໄດ້ໃຫ້ຄໍາໝັ້ນສັນຍາທີ່ສໍາຄັນວ່າ ຈະຫຼຸດ​ການ​ປ່ອຍມົນລະພິດດັ່ງກ່າວລົງ. ແລະບັນດາປະເທດທີ່ຮັ່ງມີຕ່າງໆ ໄດ້ຕົກລົງເຫັນດີທີ່ຈະເພີ້ມເງິນທຶນທາງດ້ານສະພາບອາກາດ ໃຫ້ກັບບັນດາປະເທດທີ່ມີລາຍໄດ້ຕໍ່າ, ທ່ານນາງເຮເລັນ ເມົາທ໌ຝອຣ໌ດ (Helen Mountford), ຈາກສະຖາບັນດ້ານຊັບພະຍາ ກອນໂລກ ໄດ້ຕັ້ງຂໍ້ສັງເກດນີ້.

ທ່ານນາງເຮເລັນ ເມົາທ໌ຝອຣ໌ດ ກ່າວຜ່ານທາງສະໄກປ໌ວ່າ:

“ພວກເຮົາໄດ້ເຫັນຄວາມຄືບໜ້າ ຫຼາຍກວ່າທີ່ພວກເຮົາຫຼາຍໆຄົນເຄີຍຄິດວ່າຊິເປັນໄປໄດ້...ແຕ່ ໃນເວລາດຽວກັນ, ຄວາມເປັນຈິງອັນທີສອງຄື ພວກເຮົາບໍ່ໄດ້ໃກ້ກັບຄວາມສໍາເລັດ ພໍທີ່ຈະຊັ່ງຊາກັບຄວາມທ້າທາຍ ແລະພວກເຮົາມີຄວາມຕ້ອງການໃນການເຄື່ອນໄຫວໄວປານໃດ.”

ໂລກໜ່ວຍນີ້ຍັງຄົງຢູ່ໃນທິດ​ທາງ​ໄປ​ສູ່ລະດັບຄວາມຮ້ອນແຫ່ງການທໍາລາຍລ້າງ. ຫຼາຍໆປະເທດມີຄວາມມຸ່ງໝັ້ນທີ່ຈະປະຕິບັດຕາມຄໍາໝັ້ນສັນຍາທີ່ເຂັ້ມແຂງກວ່າໃນປີໜ້າ, ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານອາລົກ ຊາຣ໌ມາ ປະທານ​ກອງປະຊຸມສຸດຍອດCOP26 ​ໄດ້ກ່າວວ່າ​ໄວ້ ແລະ​ທ່ານ​ກ່າວ​ຕື່ມ​ວ່າ:

“ໃນຂະນະທີ່ພວກເຮົາໄດ້ບັນລຸເປົ້າໝາຍນັ້ນ, ຂ້າພະເຈົ້າເຊື່ອວ່າ ຂໍ້ຕົກລົງຄັ້ງປະຫວັດສາດນີ້ ຈະຖືກຕັດສິນບໍ່ສະເພາະແຕ່ບັນດາປະເທດທີ່ໄດ້ລົງນາມເທົ່ານັ້ນ, ແຕ່ມັນຈະກາຍເປັນການຕັດສິນວ່າ ພວກເຂົາເຈົ້າຈະປະຕິບັດ ແລະເຮັດຕາມຄໍາໝັ້ນສັນຍາຂອງພວກເຂົາເຈົ້າ ຫຼືບໍ່.”

ນັກວິທະຍາສາດທັງຫຼາຍກ່າວວ່າ ໄພພິບັດຕ່າງໆຈະເພີ້ມທະວີຄວາມຮຸນແຮງຂຶ້ນເລື້ອຍໆ ໃນຂະນະທີ່ໂລກຮ້ອນ​ເອົ້າຂຶ້ນ, ແຕ່ວ່່າ ມັນຂຶ້ນຢູ່ກັບພວກເຮົາທັງ ຫຼາຍທີ່ຈະຕັດສິນໃຈໃຫ້ສິ່ງທີ່ບໍ່ດີເຫຼົ່ານັ້ນເກີດ​ຂຶ້ນ.

While the COVID-19 crisis dominated headlines for a second year, the climate crisis kept intensifying. VOA's Steve Baragona has a look back at 2021's major events in climate change.

President Joe Biden's inauguration in January marked a reversal in the U.S. approach to climate change after four years of inaction by the Trump administration.

President Joe Biden

"In my view, we've already waited too long to deal with this climate crisis. We can't wait any longer."

Biden set a target to cut U.S. greenhouse gases in half by 2030 and started taking steps to help reach it, says Columbia University law professor Michael Gerrard.

Michael Gerrard, Columbia University(Skype)

"The Biden administration has rejoined the Paris climate agreement, has resumed the process of acting on climate change. Congress has just appropriated a lot of money to go toward energy infrastructure. The U.S. is back."

Rachel Cleetus, Union of Concerned Scientists

"But there's still a gap between the aspiration and the real actions that have been realized within this first year."

Cleetus says Biden has struggled to get the biggest parts of his climate agenda through Congress and allowed fossil fuel development to continue.

Meanwhile, the planet kept warming. 2021 will likely join the last six years as the hottest on record.

Record-breaking heat and drought sparked wildfires from Siberia to the American West and Canada.

Floods killed hundreds in China and scoured Germany.

Extreme events are becoming the norm, says Center for Strategic and International Studies analyst Joseph Majkut.

Joseph Majkut, Center for Strategic and International Studies (Skype)

"We need to get ready for these effects to come in. They're going to be damaging. If we do our best, they will be manageable. But we need to be ready for them. And we're going to see more and more."

But scientists warn the world is failing to meet the threat. After a brief dip from the COVID-19 pandemic, greenhouse gas emissions came roaring back in 2021.

Observers were pessimistic going into November's climate summit in Glasgow.

But countries pledged significant emissions cuts. And wealthier nations agreed to increase climate funding to lower-income countries, notes the World Resources Institute's Helen Mountford.

Helen Mountford, World Resources Institute (Skype)

"We did see a lot more progress than many of us thought was ever possible. ... But at the same time, the second truth is that we just accomplished nowhere near enough given the scale of the challenge and how quickly we need to be moving."

The planet is still on track for devastating levels of warming. Countries committed to coming back next year with stronger pledges, summit president Alok Sharma said.

Alok Sharma, COP26 President

"Whilst we have reached, I do believe, an historic agreement, what this will be judged on is not just the fact that countries have signed up, but it will be judged on whether they meet and deliver on the commitments.”

Disasters will keep intensifying as the Earth heats up, scientists say, but it's up to us to decide how bad we let things get.

XS
SM
MD
LG