ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ ປ້ອງກັນປະເທດພາງ ພວມປະເຊີນໜ້າ ກັບ ບັນຫາທ້າທາຍ ຫລາຍຢ່າງຢູ່


Acting US Defense Secretary Faces Challenges Ahead of Confirmation
please wait

No media source currently available

0:00 0:02:21 0:00

ເຊີນຊົມວີດິໂອເລື້ອງນີ້

ທ່ານ Pat Shanahan ລັດຖະມົນຕີປ້ອງກັນປະເທດພາງ ເປັນຜູ້ທີ່ປະທານາທິບໍດີ
ດໍໂນລ ທຣຳ ເລືອກ ມາເປັນລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດຄົນຕໍ່
ໄປ. ເພິ່ນຈະຕ້ອງໄດ້ນຳພາທຳນຽບຫ້າແຈແພນຕາກອນໄປ ໂດຍຜ່ານການທ້າທາຍ
ທາງທະຫານຫລາຍຢ່າງ ໃນຫລາຍໆອາທິດຂ້າງໜ້ານີ້ ແຕ່ກ່ອນອື່ນ ຈະຕ້ອງໄດ້ຜ່ານ
ຜ່າ ການໄປໃຫ້ການ ເພື່ອຮັບຮອງເອົາ ທີ່ຍາກລຳບາກເສຍກ່ອນ ດັ່ງທີ່ ຄາລາ ແບັບ
ມີລາຍງານ ຊຶ່ງ ສາລີ ຈະນຳລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຫລັງຈາກທີ່ໄດ້ລໍຄອຍມາ ເປັນເວລາສີ່ເດືອນແລ້ວ ອະດີດຮອງລັດຖະມົນຕີປ້ອງກັນ
ປະເທດ ກໍໄດ້ເປັນຜູ້ຖືກສະເໜີຊື່ ໃຫ້ຮັບເອົາຕຳແໜ່ງສູງສຸດ ຂອງພົນລະເຮືອນ ສຳລັບທຳນຽບຫ້າແຈແພນຕາກອນ.

ບັນດາຜູ້ຊ່ຽວຊານກ່າວວ່າ ການລໍຖ້າທີ່ວ່ານັ້ນ ໄດ້ເຮັດໃຫ້ທ່ານ Pat Shanahan ເຫີນຫ່າງໄປຈາກ ການຈາກໄປ ທີ່ຕົກສະທ້ານ ຂອງຜູ້ທີ່ເພິ່ນມາແທນ ຄືນາຍພົນ
ທະຫານມາຣີນເບ້ຍບຳນານ ຈິມ ແມຕີສ ໃນວັນທີ 1 ມັງກອນນັ້ນ ຊຶ່ງທ່ານ Bradley
Bowman ຈາກມຸນນິທິປົກປ້ອງປະຊາທິປະໄຕກ່າວວ່າ:

“ມັນບໍ່ແມ່ນເລື້ອງງ່າຍ ທີ່ຈະໄດ້ພົບເຫັນຊີວະປະຫວັດອັນໜ້າຈັບຈິດຈັບໃຈ ຄືຂອງລັດ
ຖະມົນຕີ ແມຕິສ. ຂ້າພະເຈົ້າໝາຍຄວາມວ່າ ມັນເປັນເລື້ອງທີ່ຍາກທີ່ຈະເຮັດໄດ້ຄື ເວົ້າ
ແທ້ແລ້ວ ບໍ່ວ່າໃຜກໍຕາມ. ແຕ່ໃນຂະນະດຽວກັນ ຂ້າພະເຈົ້າກໍບໍ່ຄິດວ່າ ພວກເຮົາ
ຄວນຕີລາຄາຕໍ່າ ສິ່ງທີ່ພວກເຮົາໄດ້ຮຽນມາ ເປັນເວລາສອງປີຈາກທ່ານຮອງລັດຖະມົນ
ຕີ.”

ທ່ານ Shanahan ບໍ່ໄດ້ກຳຕຳແໜ່ງໃດ ໃນລັດຖະບານມາ ກ່ອນຈະມາປະຈຳຢູ່ທຳ
ນຽບຫ້າແຈເມື່ອສອງປີກ່ອນ ແລະກໍໄດ້ສະສາງເປັນທີ່ຂາວສະອາດ ໂດຍຜູ້ກວດກາ
ທົ່ວໄປ ໃນການສືບສວນດ້ານຈັນຍາ ກ່ຽວກັບວ່າ ເພິ່ນໄດ້ສົ່ງເສີມຢ່າງບໍ່ຍຸຕິທຳ ບໍລິ
ສັດໂບອິງ ອະດີດບໍລິສັດນາຍຈ້າງຂອງທ່ານຫຼືບໍ່.

ແລະໃນຂະນະທີ່ພວກຣິພັບບລິກັນເກືອບວ່າແນ່ໃຈແລ້ວ ທີ່ຈະໄດ້ຮັບຄະແນນສຽງພໍ ເພື່ອການຮັບຮອງເອົາທ່ານ Shanahan ນັ້ນ ພວກເດໂມແຄຣັດ ກໍໄດ້ໃຫ້ສັນຍານ
ວ່າ ເພິ່ນຈະປະເຊີນກັບຄຳຖາມທີ່ຍາກໆ ກ່ຽວກັບການບໍ່ມີປະສົບການຂອງເພິ່ນ ໃນ
ເວທີສາກົນ ແລະວ່າ ເພິ່ນຈະຢືນຢູ່ເພື່ອຕໍ່ສູ້ກັບປະທານາທິບໍດີ ດໍໂນລ ທຣຳ ໄດ້ບໍ
ໂດຍສະເພາະ ລຸນຫລັງ ທີ່ເພິ່ນໄດ້ອະນຸມັດດ້ວຍຄວາມພບໍ່ພໍໃຈປານໃດ ການໃຊ້ເງິນ
ທຶນຂອງແພນຕາກອນເພື່ອໄປສ້າງກຳແພງຊາຍແດນ ໂດຍປະທານາທິບໍດີນັ້ນ. ທ່ານ Bowman ເວົ້າຕື່ມວ່າ:

“ມັນມີຄວາມເປັນຫ່ວງບາງຢ່າງ ກ່ຽວກັບວ່າ ທ່ານ Shanahan ຈະສາມາດ ເອົາປະ
ໄວ້ທາງຫລັງຢ່າງເໝາະສົມ ບອກໃຫ້ປະທານາທິບໍດີຮູ້ ກ່ຽວກັບຄວາມຄິດຂອງເພິ່ນ ເລື້ອງການຕັດສິນໃຈທີ່ວ່າມັ ນອາດຈະດີຫຼືບໍ່ດີ. ແລະອັນນັ້ນເປັນສິ່ງທີ່ທ່ານຄວນຄາດ
ຄິດໄວ້."

ນັ້ນມັນບໍ່ແມ່ນຈະເປັນບັນຫາຂອງເພິ່ນແຕ່ພຽງອັນດຽວ. ງົບປະມານຂອງທະຫານ
ງວດສຸດທ້າຍຈາກສະພາ ເປັນງວດທີ່ໃຫຍ່ໂຕ ແລະກໍໄດ້ຮັບໄປຕາມເວລາ. ແຕ່ວ່າ
ດຽວນີ້ ໃນເມື່ອສະພາຫາກຖືກແບ່ງແຍກອອກຈາກກັນ ທາງດ້ານການເມືອງຄືແນວ
ນີ້ ມັນຈຶ່ງບໍ່ມີທ່າທາງວ່າ ແນວໂນ້ມດັ່ງກ່າວຈະມີສືບຕໍ່ໄປ ດັ່ງທ່ານ Michael
O’Hanlon ປະຈຳສະຖາບັນ Brookings ເວົ້າວ່າ:

“ທ່ານ Shanahan ຈຳເປັນຈະຕ້ອງໄດ້ຫາຫົນທາງປະນີປະນອມ ເພື່ອຄວາມທະເຍີ້
ທະຍານອັນໃຫຍ່ໂຕນີ້ຂອງເພິ່ນ ຊຶ່ງພວກເຮົາເຫັນວ່າ ໃນງົບປະມານ ປີ 2020 ແລະ
ຍຸທະວິທີປ້ອງກັນແຫ່ງຊາດອັນຍາວນານພ້ອມກັບແຫລ່ງທີ່ມາຕ່າງໆເລື້ອງການປ້ອງ
ກັນ ທີ່ມີທ່າທາງຫຼາຍທີ່ສຸດ ທີ່ຈະຍ່ອມເຍົາກວ່າເກົ່ານັ້ນ.”

ແລະທ່ານ Shanahan ຈະຕົກເປັນແນວໜ້າ ແລະຈຸດໃຈກາງ ຂອງຄວາມເຄັ່ງຕຶງ
ກັບອີຣ່ານ ຊຶ່ງຈະສືບຕໍ່ຂະຫຍາຍໂຕອອກນັ້ນ ຊຶ່ງທ່ານ O’Hanlon ເວົ້າຕໍ່ໄປວ່າ:

“ລັດຖະບານຂອງທ່ານທຣຳ ຊຸກຍູ້ໃຫ້ມີບັນຫາອີຣ່ານຕໍ່ໄປ ແທ້ໆແລ້ວກໍແມ່ນໃຫ້ມັນ
ເດີນຕໍ່ໄປ ແລະນັ້ນກໍອາດຈະເປັນໄປດີ ຫລືຮ້າຍກໍເປັນໄດ້. ແລະອີກເທື່ອນຶ່ງ ຂ້າພະ
ເຈົ້າ ຈະເບິ່ງທ່ານ Shanahan ໄປ ເພື່ອໃຫ້ເຫັນຄວາມຄິດແບບງຽບຂືມ ແຕ່ເດັດດ່ຽວ ໃນການຮັບມືກັບບັນຫາການຂົ່ມຂູ່ຂອງອີຣ່ານ."

ທຳນຽບຫ້າແຈແພນຕາກອນ ໄດ້ຊຸກຍູ້ໃຫ້ມີແສນຍານຸພາບຂອງຕົນເພີ້ມຂຶ້ນ ໃນຂົງ
ເຂດດັ່ງກ່າວ ເພື່ອຮັບມືກັບໄພຂົ່ມຂູ່ບົ່ມຊ້ອນຂອງອີຣ່ານ. ພວກຜູ້ນຳທັງຫລາຍຂອງ
ໂລກ ໄດ້ຮຽກຮ້ອງໃຫ້ຢັບຢັ້ງສັ່ງໃຈ ແລະທັງສອງຝ່າຍ ກໍເວົ້າວ່າ ຕົນບໍ່ຢາກໃຫ້ມີສົງຄາມ.

Acting Secretary of Defense Pat Shanahan is President Donald Trump's pick for the next U-S- defense secretary. He will need to lead the Pentagon through many military challenges in the coming weeks but will have to make it through a difficult confirmation hearing first. VOA Pentagon correspondent Carla Babb reports.

After more than four months of waiting, the former deputy secretary of defense is the nominee for the Pentagon's top civilian post.
Experts say the wait has distanced Pat Shanahan from the shocking departure of his predecessor, retired Marine General Jim Mattis on January 1.

((Bradley Bowman, Foundation for Defense of Democracies))
"It's hard to find a biography as impressive as Secretary Mattis. I mean, that's going to be a tough act to follow, really, for anyone. But also at the same time, I don't think you should underestimate what one can learn over a two year period as deputy secretary."

Shanahan held no government posts before joining the Pentagon two years ago and was recently cleared by an inspector general in an ethics investigation on whether he unfairly promoted his longtime former employer, Boeing.

And while Republicans almost certainly have the votes to confirm Shanahan, Democrats have signaled he will face tough questioning over his relative inexperience on the world stage and

whether he can stand up to President Donald Trump, particularly after he acquiesced to the president's use of Pentagon funds for a border wall.

((Bradley Bowman, Foundation for Defense of Democracies))
"There was some concern about whether Shanahan would be able to behind closed doors, as appropriate, let the president know when he thought a decision might be good or bad. And that's what you'd expect."

That is not his only problem. The last military budget from Congress was robust and delivered on time. But now that Congress is politically split, that trend is unlikely to continue.

((Michael O'Hanlon, Brookings Institution))
"Shanahan's got to find a way to reconcile his big ambitions that we see in the 2020 budget and the long term national defense strategy with the likelihood of much more modest defense resources."

And Shanahan will be front and center as tensions with Iran continue to grow.

((Michael O'Hanlon, Brookings Institution))
"The Trump administration is forcing the Iran issue, really to a head. And that could break well, or break very badly. And again, I'll look to Shanahan for some calm but resolute thinking on how to handle the Iranian threat."

The Pentagon has pushed more military might into the region to counter potential Iranian threats. World leaders have called for restraint, and both sides say they do not want war.
XS
SM
MD
LG