ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການລົງໂທດຮອບໃໝ່ ຂອງອອສເຕຣເລຍ ຕໍ່ຣັດເຊຍ ໃນການຮຸກຮານຢູເຄຣນ ແບບບໍ່ມີເຫດຜົນ


ໂຕໜັງສືຢາງທີ່ລຽນກັນຢ່າງເປັນລະບຽບ ອ່ານວ່າ ‘ການລົງໂທດທາງເສດຖະກິດ’ ໄດ້ຕັ້ງໄວ້ຢູ່ໜ້າສີທຸງຂອງ ອອສເຕຣເລຍ ແລະ ຣັດເຊຍ, ໃນຮູບພາບທີ່ຖືກຖ່າຍເມື່ອວັນທີ 28 ກຸມພາ 2022. (Reuters/Dado Ruvic/Illustration)
ໂຕໜັງສືຢາງທີ່ລຽນກັນຢ່າງເປັນລະບຽບ ອ່ານວ່າ ‘ການລົງໂທດທາງເສດຖະກິດ’ ໄດ້ຕັ້ງໄວ້ຢູ່ໜ້າສີທຸງຂອງ ອອສເຕຣເລຍ ແລະ ຣັດເຊຍ, ໃນຮູບພາບທີ່ຖືກຖ່າຍເມື່ອວັນທີ 28 ກຸມພາ 2022. (Reuters/Dado Ruvic/Illustration)

ລັດຖະບານອອສເຕຣເລຍ ໄດ້ກໍານົດມາດຕະການລົງໂທດອີກຮອບນຶ່ງ ໂດຍແນໃສ່ ນາຍທະຫານລະດັບສູງຂອງຣັດເຊຍ, ເຊັ່ນດຽວກັນກັບສື່ມວນຊົນຂອງລັດຖະບານດັ່ງກ່າວ ທີ່ກະຈາຍ “ການບິດເບືອນຂໍ້ມູນ ເພື່ອເຫັນພ້ອມ​ກັບວັງເຄຣມລິນ.” ມາດຕະການລົງໂທດນີ້ ແມ່ນຕອບໂຕ້ຕໍ່ການຮຸກຮານ ຢູເຄຣນ ຂອງ ຣັດເຊຍ. ຟີລ ເມີເຊີ ມີລາຍງານຈາກນະຄອນຊິດນີ, ເຊິ່ງ ທິບສຸດາ ​ຈະ ນຳລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ມາດຕະການລົງໂທດຮອບໃໝ່ນີ້ ຈະຫ້າມການສົ່ງອອກສິນຄ້າຕ່າງໆຂອງອອສເຕຣເລຍ ໄປໃຫ້ບັນດາບໍລິສັດ ຫຼືລັດວິສາຫະກິດອື່ນໆຂອງຣັດເຊຍ ທີ່ສະໜອງ ເຄື່ອງຂອງຕ່າງໆໃຫ້ແກ່ກອງທັບຣັດເຊຍ.

ອອສເຕຣເລຍ ໄດ້ແນເປົ້າໝາຍໃສ່ຜູ້ບັນຊາການລະດັບສູງຂອງຣັດເຊຍ 6 ຄົນ ເຊິ່ງພວກເຂົາເຈົ້າມີຄວາມເຊື່ອວ່າ ພວກເຂົາເຫຼົ່ານັ້ນ “ມີໜ້າທີ່ຮັບຜິດຊອບ ໃນຈັດ​ຕັ້ງປະຕິບັດການໂຈມຕີ​ຕໍ່ຢູເຄຣນ ໂດຍທາງເຮືອ, ​ທາງພາກພື້ນດິນ ແລະທາງອາກາດ.”

ແຄນເບີຣາ ຍັງໄດ້ກ່າວອີກວ່າ ພວກເຂົາເຈົ້າຈະພະຍາຍາມຄວບຄຸມການໂຄສະ ນາຊວນເຊື່ອຂອງວັງເຄຣມລິນ, ຫົວໜ້າໜ່ວຍຂ່າວຂອງປະທານາທິບໍດີ ວລາດີເມຍ ປູຕິນ ທ່ານດີມີທຣີ ເປສກອບ (Dmitry Peskov), ແລະພວກເຈົ້າໜ້າທີ່ການຕ່າງປະເທດຂອງຣັດເຊຍ ຄົນອື່ນໆ ໄດ້ຖືກກ່າວຫາວ່າ ມີການເຊື່ອມໂຍງກັບຄວາມພະຍາຍາມຂອງສື່ມວນຊົນລັດຖະບານໃນການນໍາສະເໜີວ່າ ການຮຸກຮານຢູເຄຣນ ນັ້ນແມ່ນຖືກຕ້ອງຕາມກົດໝາຍ, ກໍຕ້ອງປະເຊີນກັບການລົງໂທດເຊັ່ນກັນ.

ລັດຖະມົນຕີການຕ່າງປະເທດຂອງອອສເຕຣເລຍ ທ່ານນາງມາຣິສ ເພນ (Marise Payne) ກ່າວວ່າ ລັດຖະບານຂອງປະເທດອອສເຕຣເລຍ ຮັບຮູ້ວ່າ “​ຜົນກະທົບຢ່າງ​ແຮງ ຕໍ່ການບິດເບືອນຂໍ້ມູນ ແລະການໂຄສະນາຊວນເຊື່ອນັ້ນ ສາມາດເຮັດໃຫ້ເກີດ​ຂຶ້ນ​ ​ໃນ​ບັນ​ຫາຂັດແຍ້ງໄດ້.”

ການເຄື່ອນ​ໄຫວຂອງອອສເຕຣເລຍ ບັງເອີນ​ມີ​ຂຶ້ນ​ໃນເວລາດຽວກັນ ກັບການປະກາດວາງມາດຕະການລົງໂທດທາງເສດຖະກິດ ຂອງນິວຊີແລນຕໍ່ຣັດເຊຍ. ມີການຮ່າງກົດໝາຍຂຶ້ນມາໃໝ່ ເພື່ອໃຫ້ປະເທດນິວຊີແລນສາມາດກັກຊັບສິນຂອງຜູ້ໃດກໍຕາມທີ່ພົວພັນກັບຣັດເຊຍ ແມ່ນໄດ້ຜ່ານຮ່າງດັ່ງກ່າວນັ້ນກ່ອນການປະຊຸມສະພາໃນມື້ວັນພຸດແລ້ວນີ້.

ສາດສະດາຈານ ໂຣເບີດທ໌ ກຣີນເບີກ (Robert Greenberg), ເຊິ່ງເປັນຜູ້ຊ່ຽວຊານກ່ຽວກັບ ຢູເຄຣນ ຈາກມະຫາວິທະຍາໄລ ອັອກແລນ ຂອງປະເທດ ນິວຊີແລນ.

ທ່ານກ່າວວ່າ ອອສເຕຣເລຍ ມີຄວາມກ້າຫານທີ່ຈະກໍານົດມາດຕະການລົງໂທດທີ່ແຂງຂັນຕໍ່ຣັດເຊຍ, ເນື່ອງຈາກພວກເຂົາເຈົ້າ ມີພັນທະມິດທາງທະຫານ ຢູ່ໃນທົ່ວໂລກ, ເຊິ່ງທ່ານໄດ້ກ່າວວ່າ:

“ຂ້າພະເຈົ້າຄິດວ່າ ອອສເຕຣເລຍໄດ້ເຮັດຂໍ້ຕົກລົງຫຼ້າສຸດກັບສະຫະລັດ ແລະຣາຊະອານາຈັກອັງກິດ ກ່ຽວກັບທ່າທີດັ່ງກ່າວນີ້ ໃນຂົງເຂດເອເຊຍປາຊີຟິກ ໂດຍກໍາລັງພະຍາຍາມ ທີ່ຈະພົວພັນກັບປະເທດທີ່ໃຫຍ່ກວ່າ ຫຼາຍກວ່ານິວຊີແລນ. ລັດຖະບານອອສເຕຣເລຍ ແມ່ນມີຄວາມກົງໄປກົງມາ ແລະໄດ້ອອກມາດໍາເນີນການລົງໂທດທາງເສດຖະກິດກ່ອນໜ້ານີ້. ດັ່ງນັ້ນ, ຂ້າພະເຈົ້າເຊື່ອວ່າ ອອສເຕຣເລຍ ກໍາລັງວາງສະຖານະຕົນເອງໃນການເປັນຜູ້ດໍາເນີນງານທີ່ສໍາຄັນກວ່າ ຢູ່ໃນເວທີໂລກ.”

ອອສເຕຣເລຍ ໄດ້ກໍານົດມາດຕະການລົງໂທດຕໍ່ເຈົ້າໜ້າທີ່ທາງການເມືອງຂອງ ຣັດເຊຍ ແລ້ວຫຼາຍຮ້ອຍຄົນ, ເຊິ່ງລວມເຖິງປະທານາທິບໍດີ ວລາດີເມຍ ປູຕິນ ແລະລັດຖະມົນຕີການຕ່າງປະເທດຂອງລາວ ທ່ານເຊີເກ ລາວຣອຟ (Sergei Lavrov). ແຄນເບີຣາ ຍັງໄດ້ນໍາໃຊ້ເງິນ 50 ລ້ານໂດລາໃນການຊື້ລູກສອນໄຟ ແລະລູກປືນສໍາລັບ ຢູເຄຣນ ອີກດ້ວຍ.

ການລົງໂທດຂອງອອສເຕຣເລຍ ແມ່ນສ່ວນນຶ່ງ ໃນການປຸກລະດົມທີ່ນໍາໂດຍສະຫະລັດ ເພື່ອສ້າງ​ຄວາມ​ໂດດ​ດ່ຽວ ​ໃຫ້ລະບົບການເງິນຂອງຣັດເຊຍ ແລະລົບ​ກວນສະຖາບັນການເງິນຂອງປະເທດດັ່ງກ່າວນີ້.

ລັດຖະມົນຕີການຕ່າງປະເທດອອສເຕຣເລຍ ທ່ານນາງມາຣິສ ເພນ ກ່າວວ່າ ປະເທດຂອງທ່ານນາງແລະພັນທະມິດຕ່າງໆໄດ້ກໍານົດມາດຕະການຢ່າງແຂງຂັນເປັນ “ລາຄາສູງ” ຕໍ່ “ຜູ້ທີ່ຕ້ອງຮັບຜິດຊອບ ແລະພວກທີ່ສົມຮູ້ຮ່ວມຄິດຕໍ່ສົງຄາມກ່ຽວກັບ ຢູເຄຣນ ຂອງ ຣັດເຊຍ.”

The Australian government has imposed another round of sanctions targeting senior Russian military officers, as well as state media outlets spreading “pro-Kremlin disinformation.” The punitive measures are in response to the invasion of Ukraine. From Sydney, Phil Mercer reports.

The new round of sanctions will ban the export of any Australian goods to companies or state enterprises that supply the Russian military.
Australia is targeting six high-ranking Russian military commanders who it believes are “responsible for implementing naval, ground and air attacks on Ukraine.”
Canberra has also said it would try to curb Kremlin propaganda. Russian President Vladimir Putin’s press secretary, Dmitry Peskov, and other Russian foreign ministry officials allegedly linked to state media efforts to legitimize the invasion of Ukraine are also facing penalties.
Australian Foreign Minister Marise Payne said the government recognizes “the powerful impact that disinformation and propaganda can have in conflict.”

The move by Australia coincides with an announcement by New Zealand to impose sanctions on Russia. A ground-breaking law enabling New Zealand to freeze the assets of those associated with Russia has gone before parliament on Wednesday.
Professor Robert Greenberg is an expert in Ukraine from New Zealand’s University of Auckland.
He says Australia is emboldened to impose tough sanctions on Russia because of its global military alliances.
“I think Australia with that recent agreement with the United States and the U.K. (United Kingdom) on this sort of Asia-Pacific stance is trying to play with the bigger countries more than New Zealand is. The Australian government was much more forthright and came out earlier on the sanctions. Therefore, I do believe Australia is posturing itself as a more significant player in this world stage.”

Australia has already imposed sanctions on hundreds of Russian politicians, including President Vladimir Putin and his foreign minister, Sergei Lavrov. Canberra has also spent $50 million to buy missiles and ammunition for Ukraine.
Australian sanctions are part of a US-led campaign to financially isolate Russia and disrupt its financial institutions.
Australian Foreign Minister Marise Payne said her country and its allies were determined to impose a “high price” on “those responsible for, and complicit in, Russia’s war on Ukraine.”

XS
SM
MD
LG