ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທູດສິດທິມະນຸດ ສປຊ ຢ້ຽມຢາມ ມຽນມາ (ວີດີໂອ)


BURMA UN VO.mov
please wait
Embed

No media source currently available

0:00 0:00:37 0:00

ທູດ​ພິ​ເສດ​ຝ່າຍສິດທິ​ມະນຸດ​ ຂອງ​ອົງການສະຫະ​ປະຊາ​ຊາດ ເດີນທາງໄປຮອດ ມຽນມາ

ທູດ​ພິ​ເສດ​ຝ່າຍສິດທິ​ມະນຸດ​ຂອງ​ອົງການສະຫະ​ປະຊາ​ຊາດ ​ໄດ້​ໄປ
​ຮອດ​ມຽນມາ​ແລ້ວ​ເພື່ອ​ສໍາ​ຫລວດ​ເບິ່ງ​ດ້ວຍ​ຕົວ​ເອງ​ ຄວາມ​ເຄັ່ງ​ຕຶງ
​ລະຫວ່າງ​ສາສະໜາ​ທີ່​ກໍາລັງ​ຄຸກ​ຄາມ​ປະ​ເທດ​ດັ່ງກ່າວ.

ທ່ານ Thomas Ojea Quintana ຜູ້​ທີ່ໄດ້ຮັບ​ມອບ​ໝາຍ​ໃຫ້​ເຮັດ
​ລາຍ​ງານກ່ຽວ​ກັບ​ເລື້ອງ​ນີ້ ​ໄດ້​ເລີ້ມຕົ້ນການ​ຢ້ຽມຢາມ ລັດ Rakhine
​ເປັນ​ເວລາ 11 ມື້ ​ໃນວັນ​ຈັນ​ວານ​ນີ້ ບໍ່​ເທົ່າ​ໃດມື້ ຫຼັງຈາກເກີດ​ເຫດ
ການຕໍາຫຼວດ​ຍິງໃສ່ພວກ​ປະ​ທ້ວງ​ ທີ່​ພະຍາຍາມຈະ​ເຂົ້າໄປ​ເອົາ​ສົບ
​ຂອງ​ຊາວປະມົງມຸສລິ​ມ​ເຜົ່າໂຣຮິງ​ຢາ ຄົນ​ນຶ່ງ.​

ມີ 1 ຄົນ​ຖືກ​ສັງຫານ​ແລະ​ອີກ 10 ຄົນ​ໄດ້​ຮັບ​ບາດ​ເຈັບ​ ​ໃນ​ເຫດການດັ່ງກ່າວ.

ປະ​ເທດ​ມຽນມາ ທີ່ປະຊາຊົນ​ສ່ວນ​ໃຫຍ່​ນັບຖື​ສາສະໜາພຸດ​ ​ແລະເມື່ອ​ບໍ່​ດົນ​ມາ​ນີ້​ເອງ​ ​ຫາ​ກໍ​
ໂຜ່ອອກ​ຈາກ​ການຖືກ​ໂດດດ່ຽວ​ແລະ​ການ​ປົກ​ຄອງໂດຍ​ທະ​ຫານ ເປັນ​ເຄິ່ງສັດຕະ​ວັດນັ້ນ
ໄດ້​ພະຍາຍາມ​ຕໍ່ສູ້​ກັບ​ບັນຫາ​ຄວາມ​ຮຸນ​ແຮງທາງສາສະໜາ ​ມາ​ໄດ້​ຫຼາຍ​ກວ່າ​ນຶ່ງ​ປີ​ແລ້ວ.

ໄດ້ມີ​ຫຼາຍ​ກ່ວາ 250 ຄົນເສຍຊີວິດ ຊຶ່ງ​ສ່ວນ​ໃຫຍ່​ເປັນ​ຊາວ​ມຸສລິ​ມ ​ແລະ​ມີ140 ພັນ ຄົນ
ຕ້ອງ​ໄດ້​ອົບພະຍົບໜີ​ຈາກ​ບ້ານ​ເຮືອນ​ຂອງ​ພວກ​ເຂົາ​ເຈົ້າ.
XS
SM
MD
LG