ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະສະມາຊິກສະພາສູງຝຣັ່ງ ເດີນທາງໄປເຖິງໄຕ້ຫວັນ ທ່າມກາງທີ່ເກີດ ຄວາມເຄັ່ງຕຶງ ກັບຈີນ


ສະມາຊິກສະພາສູງຂອງຝຣັ່ງ ທ່ານອາແລັງ ຣິເຈີນ (Alain Richard) ທີ່ນຳພາຄະນະສະມາຊິກສະພາສູງຂອງຝຣັ່ງ ເດີນທາງໄປເຖິງສະໜາມບິນສາກົນຕ້າວຢວນ (Taoyuan ) ໃນວັນທີ 6 ຕຸລາ 2021.
ສະມາຊິກສະພາສູງຂອງຝຣັ່ງ ທ່ານອາແລັງ ຣິເຈີນ (Alain Richard) ທີ່ນຳພາຄະນະສະມາຊິກສະພາສູງຂອງຝຣັ່ງ ເດີນທາງໄປເຖິງສະໜາມບິນສາກົນຕ້າວຢວນ (Taoyuan ) ໃນວັນທີ 6 ຕຸລາ 2021.

ສະມາຊິກສະພາສູງ ຂອງຝຣັ່ງກຸ່ມນຶ່ງ ເດີນທາງໄປເຖິງໄຕ້ຫວັນ ໃນວັນພຸດມື້ນີ້ ເພື່ອຢ້ຽມຢາມເປັນເວລາ 5 ມື້ ຫຼັງຈາກຈີນໄດ້ສະແດງກຳລັງຂະໜາດໃຫຍ່ດ້ວຍການສົ່ງເຮືອບິນລົບອາຍພົ່ນ ເຂົ້າໄປໃນເຂດນ່ານຟ້າ ຂອງໄຕ້ຫວັນ ທ່າມກາງທີ່ໄດ້ເກີດຄວາມເຄັ່ງຕຶງ ໃນລະດັບສູງສຸດ ລະຫວ່າງຈີນ ກັບໄຕ້ຫວັນ ໃນຮອບຫຼາຍໆທົດສະວັດ.

ສະມາຊິກສະພາສູງຂອງຝຣັ່ງກຸ່ມນີ້ ທີ່ນຳພາໂດຍທ່ານອາແລັງ ຣິເຈີດ (Alain Richard) ຈະພົບປະກັບປະທານາທິບໍດີ ໄຊ ອິ້ງ ເຫວິນ ເຈົ້າໜ້າທີ່ຮັບຜິດຊອບທາງດ້ານເສດຖະກິດ ແລະສາທາລະນະສຸກ ຕະຫຼອດທັງສະພາກິດຈະການແຜ່ນດິນໃຫຍ່ຂອງໄຕ້ຫວັນ. ທ່ານຣິເຈີດ ຊຶ່ງເປັນອະດີດລັດຖະມົນຕີກະຊວງປ້ອງກັນປະເທດຂອງຝຮັ່ງ ກ່ອນໜ້ານີ້ ເຄີຍເດີນທາງໄປຢ້ຽມ ຢາມໄຕ້ຫວັນມາແລ້ວ ໃນປີ 2015 ແລະ 2018 ອີງຕາມສູນກາງຂ່າວ ເຄິ່ງທາງການຂອງໄຕ້ຫວັນ ແລະຫົວໜ້າກຸ່ມມິດຕະພາບໄຕ້ຫວັນ ຢູ່ໃນສະພາສູງຂອງຝຣັ່ງ.

ການໄປຢ້ຽມຢາມໃນເທື່ອນີ້ ມີທ່າທາງວ່າຈະຖືກຕ້ອງຕິຈາກຈີນ ຊຶ່ງກ່າວອ້າງວ່າ ເກາະໄຕ້ຫວັນທີ່ປົກຄອງຕົນເອງນັ້ນ ເປັນດິນແດນສ່ວນນຶ່ງຂອງຕົນ ແລະດັ່ງນັ້ນ ຈຶ່ງຄັດຄ້ານ ບໍ່ໃຫ້ນາໆຊາດພົວພັນກັບເກາະດັ່ງກ່າວ ເຊັ່ນການເດີນທາງໄປຢ້ຽມຢາມຂອງເຈົ້າໜ້າທີ່ ລັດຖະບານຕ່າງປະເທດ. ນອກນັ້ນ ຈີນຍັງໄດ້ທຳການຍາດແຍ່ງເອົາພັນທະມິດທາງດ້ານການທູດທີ່ຍັງເຫຼືອຢູ່ຂອງໄຕ້ຫວັນນຳດ້ວຍ.

ໃນການສະແດງກຳລັງທາງທະຫານຂະໜາດໃຫຍ່ ເພື່ອຮາວີລົບກວນເມື່ອໄວໆມານີ້ ຈີນໄດ້ສົ່ງເຮືອບິນລົບອາຍພົ່ນ 149 ຖ້ຽວ ບິນລ່ວງລ້ຳເຂົ້າໄປໃນເຂດປ້ອງກັນທາງອາກາດຂອງໄຕ້ຫວັນ ພາຍໃນໄລຍະ 4 ມື້ ແຕ່ວັນສຸກແລ້ວຫາວັນຈັນທີ່ຜ່ານມາ. ທຳນຽບຂາວເອີ້ນການບິນລ່ວງລ້ຳດັ່ງກ່າວນີ້ວ່າ ເປັນການສ່ຽງ ແລະການສ້າງຄວາມບໍ່ທຸ່ນທ່ຽງ ໃນຂະນະທີ່ຈີນ ກ່າວຕອບໂຕ້ວ່າ ການຂາຍອາວຸດຂອງສະຫະລັດໃຫ້ແກ່ໄຕ້ຫວັນ ແລະການສົ່ງກຳປັ່ນຂອງຕົນແລ່ນຜ່ານຊ່ອງແຄບໄຕ້ຫວັນນັ້ນ ເປັນການທ້າທາຍເກາະຜິດ.

ລັດຖະມົນຕີປ້ອງກັນປະເທດຂອງໄຕ້ຫວັນ ທ່ານຊິວ ກົວະ ເຊັງ (Chiu Kuo-cheng) ກ່າວຕໍ່ສະມາຊິກສະພາໃນພຸດມື້ນີ້ວ່າ ສະຖານະການ “ແມ່ນຮ້າຍແຮງສຸດຂີດໃນໄລຍະ 40 ປີ ນັບແຕ່ຂ້າພະເຈົ້າ ໄດ້ເຂົ້າເປັນທະຫານມາ.” ທ່ານຊິວໄດ້ຕອບຄຳຖາມ ໃນຂະນະທີ່ທາງສະພາຈະຕັດສິນໃຈວ່າຈະຮັບຜ່ານງົບປະມານ ພິເສດເພື່ອຈັດຊື້ອຸບປະກອນປ້ອງກັນທາງອາກາດແລະທາງທະເລຕື່ມອີກຫຼືບໍ່.

ຈີນແລະໄຕ້ຫວັນໄດ້ແຍກອອກຈາກກັນລະຫວ່າງສົງຄາມກາງເມືອງໃນປີ 1949 ແລະໃນທຸກມື້ນີ້ ທັງຈີນແລະໄຕ້ຫວັນ ກໍໄດ້ມີການຄ້າແລະການລົງທຶນລະຫວ່າງກັນເປັນຈຳນວນຫຼວງຫຼາຍ ແຕ່ບໍ່ມີຄວາມສຳພັນຢ່າງເປັນທາງການ ແລະຈີນໄດ້ທຳການເຄື່ອນໄຫວເພີ້ມຂຶ້ນ ທັງທາງດ້ານທະຫານ ດ້ານການທູດ ແລະ ດ້ານເສດຖະກິດ ເພື່ອກົດດັນຫາທາງບ່ອນທຳລາຍ ຕໍ່ລັດຖະບານ ຂອງທ່ານນາງໄຊ ອິ້ງເຫວິນ ທີ່ມີທ່າອ່ຽງຈະແຍກໂຕອອກເປັນເອກກະລາດນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG