ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປະທ້ວງຂະຫຍາຍວົງ​ກວ້າງອອກ ຫຼັງຈາກຕຳຫຼວດຍິງ​ຊາວໜຸ່ມຕາຍ ຢູ່ໃນຊານເມືອງຂອງນະຄອນຫຼວງປາຣີ


ພວກນັກດັບເພີງ ໄດ້ດັບໄຟທີ່ກຳລັງເຜົາໃໝ້ ລົດຫຼາຍຄັນຢູ່ໃນເສັ້ນທາງແຫ່ງນຶ່ງ ຂະນະທີ່ການປະທະກັນ ໄດ້ລະເບີດຂຶ້ນຢູ່ຕອນທ້າຍຂອງການເດີນຂະບວນເພື່ອລຳລຶກເຖິງຜູ້ຂັບລົດໄວໜຸ່ມທີ່ໄດ້ຖືກຍິງຕາຍໂດຍຕຳຫຼວດ, ໃນຊານເມືອງ ປາຣີຊຽນ ຂອງນານແຕຣ, ປະເທດຝຣັ່ງ, ວັນທີ 29 ມິຖຸນາ 2023.
ພວກນັກດັບເພີງ ໄດ້ດັບໄຟທີ່ກຳລັງເຜົາໃໝ້ ລົດຫຼາຍຄັນຢູ່ໃນເສັ້ນທາງແຫ່ງນຶ່ງ ຂະນະທີ່ການປະທະກັນ ໄດ້ລະເບີດຂຶ້ນຢູ່ຕອນທ້າຍຂອງການເດີນຂະບວນເພື່ອລຳລຶກເຖິງຜູ້ຂັບລົດໄວໜຸ່ມທີ່ໄດ້ຖືກຍິງຕາຍໂດຍຕຳຫຼວດ, ໃນຊານເມືອງ ປາຣີຊຽນ ຂອງນານແຕຣ, ປະເທດຝຣັ່ງ, ວັນທີ 29 ມິຖຸນາ 2023.

ຄວາມຮຸນແຮງເພີ້ມທະວີຂຶ້ນນັບມື້ ລຸນຫຼັງມີການເສຍຊີວິດຂອງໄວໜຸ່ມຊາວຝຣັ່ງ ທີ່ກະຕຸ້ນຄວາມຊົງຈຳ ຢ້ອນຄືນໄປຫາການຈະລາຈົນ ໃນປີ 2005 ຊຶ່ງໄດ້ສັ່ນສະເທືອນປະເທດຝຣັ່ງ ທ່າມກາງການກ່າວຫາຕ່າງໆນາໆທີ່ຍັງຄົງຂ້າງມາຍາວນານ ໂດຍພວກວິພາກວິຈານ ກ່ຽວກັບຄວາມຮຸນແຮງຂອງເຈົ້າໜ້າທີ່ຕຳຫຼວດ ທີ່ແນເປົ້າໝາຍໃສ່ພວກໄວໜຸ່ມຈາກເຂດຊຸມຊົນທີ່ແຕກຕ່າງ ຢ່າງບໍ່ສົມສ່ວນກັນເລີຍ.

ໃນວັນພະຫັດວານນີ້ ພວກຄົນຊົນຊັ້ນແຮງງານຫຼາຍພັນຄົນ ໄດ້ພາກັນອອກມາເດີນຂະບວນຢູ່ເຂດຊານເມືອງນານແຕຣ໌ ຂອງນະຄອນຫຼວງປາຣີ ສອງວັນຫຼັງຈາກເຈົ້າໜ້າທີ່ຕຳຫຼວດ ໄດ້ຍິງທ້າວນາແຮລ ເອັມ ອາຍຸ 17 ປີ ເມື່ອຖືກຢຸດໃນການສັນຈອນຢູ່ນັ້ນ. ພວກປະທ້ວງໄດ້ຮ້ອງໂຮ ວ່າ “ຄວາມຍຸຕິທຳ ແກ່ທ້າວນາແຮລ” ໃນລະຫວ່າງການເດີນຂະບວນ ທີ່ນຳພາໂດຍແມ່ຂອງໄວໜຸ່ມ. ບາງຄົນໄດ້ຖືປ້າຍທີ່ອ່່ານວ່າ “ຕຳຫຼວດຂ້າຄົນ” ໃນລະຫວ່າງການປະທ້ວງທີ່ໄດ້ເລີ້ມຂຶ້ນຢ່າງສັນຕິ ແຕ່ໃນເວລາຕໍ່ມາໄດ້ກາຍເປັນຄວາມຮຸນແຮງ.

ເຈົ້າໜ້າທີ່ຕຳຫຼວດດັ່ງກ່າວ ໄດ້ຖືກຟ້ອງໃນເບື້ອງຕົ້ນດ້ວຍຂໍ້ຫາ ຄາດຕະກຳໂດຍສະໝັກໃຈ ໃນວັນພະຫັດວານນີ້ ແລະ ໄດ້ຖືກຄຸມຂັງຊົ່ວຄາວ. ທະນາຍຄວາມຂອງ ທ່ານລໍຣັງ-ຟຣັງ ລີນາດ (Laurent-Franck Lienard) ໄດ້ກ່າວຕໍ່ສະຖານີວິທະຍຸ RTL ຂອງຝຣັ່ງວ່າ ເຈົ້າໜ້າທີ່ຕຳຫຼວດ ໄດ້ກະທຳພາຍໃຕ້ກົດໝາຍ.

ໃນເບື້ອງຕົ້ນແຫຼ່ງຂ່າວຂອງຕຳຫຼວດ ໄດ້ສະເໜີແນະວ່າ ໄວໜຸ່ມດັ່ງກ່າວ ໄດ້ຖືກຍິງຂະນະທີ່ລາວ ໃຊ້ລົດຂອງລາວແລ່ນຕຳເຈົ້າໜ້າທີ່ຕຳຫຼວດສອງຄົນ ຜູ້ທີ່ໄດ້ຄວບຄຸມຕົວລາວ ສຳລັບການລະເມີດຈະລາຈອນ. ແຕ່ພາບບັນທຶກວີດີໂອ ທີ່ໄດ້ຖືກນຳລົງໃນ ທວີດເຕີ ຊຶ່ງຕາມລາຍງານແລ້ວ ໄດ້ຖືກບັນທຶກໂດຍຜູ້ຖືກກ່າວອ້າງວ່າ ເປັນພະຍານນັ້ນ ໄດ້ບອກເລື້ອງລາວ ອີກແບບນຶ່ງ.

Escalating violence following the death of a French teenager is stirring memories of 2005 riots that rocked France, amid longstanding accusations by critics of police violence that disproportionately targets youngsters from marginalized neighborhoods.

On Thursday, thousands of people marched in the working-class Paris suburb of Nanterre, two days after a police officer shot 17-year-old Nahel M. at a traffic stop there.

“Justice for Nahel,” protesters chanted during the march, led by the teen’s mother. Some brandished signs reading, “Police kill,” during a demonstration that began peacefully but was later punctuated by violence.

The policeman received a preliminary charge of voluntary homicide Thursday and was placed in provisional detention. His lawyer, Laurent-Franck Lienard, told France’s RTL radio the officer acted within the law.

Police sources initially suggested the teen had been shot as he rammed his car into two officers who detained him for a traffic violation. But a video posted on Twitter — reportedly taken by an alleged witness — told another story.

XS
SM
MD
LG