ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຝຣັ່ງ ຈັດການເລືອກຕັ້ງ ສະພາແຫ່ງຊາດ ຮອບທີສອງ


ແມ່ຍິງຄົນໜຶ່ງກຽມປ່ອນບັດລົງຄະແນນສຽງຢູ່ຕູ້ປ່ອນບັດໃນການ
ເລືອກຕັ້ງສະພາແຫ່ງຊາດຮອບທີໜຶ່ງໃນເມືອງ Lyon, ພາກກາງປະເທດ ຝຣັ່ງ. 11 ມິຖຸນາ, 2017.
ແມ່ຍິງຄົນໜຶ່ງກຽມປ່ອນບັດລົງຄະແນນສຽງຢູ່ຕູ້ປ່ອນບັດໃນການ ເລືອກຕັ້ງສະພາແຫ່ງຊາດຮອບທີໜຶ່ງໃນເມືອງ Lyon, ພາກກາງປະເທດ ຝຣັ່ງ. 11 ມິຖຸນາ, 2017.

ບັນດາຜູ້ລົງຄະແນນສຽງ ຝຣັ່ງ ໄດ້ໄປປ່ອນບັດ ໃນການເລືອກຕັ້ງສະພາແຫ່ງຊາດຮອບ
ສຸດທ້າຍໃນວັນອາທິດມື້ນີ້.

ນັກວິເຄາະການເມືອງຫຼາຍຄົນກ່າວວ່າ ເບິ່ງຄືວ່າ ພວກຜູ້ລົງຄະແນນສຽງ ຈະເລືອກເອົາ ປະທານາທິບໍດີ ທີ່ມີແນວຄິດເປັນກາງຂອງ ຝຣັ່ງ ທ່ານ Emmanuel Macron ແລະ
ພັກຣີພັບບລີກັນຂອງທ່ານໄດ້ ຮັບໄຊຊະນະຢ່າງຍິ່ງໃຫຍ່, ມີທ່າທາງວ່າ ຈະຊະນະຫຼາຍ
ກວ່າ 400 ບ່ອນນັ່ງ ຈາກທັງໝົດ 577 ບ່ອນນັ່ງ ໃນສະພາແຫ່ງຊາດ, ແລະ ເຮັດໃຫ້ປະ
ທານາທິບໍດີ ສາມາດດຳເນີນຄຳສັນຍາການປະຕິຮູບ ກ່ຽວກັບ ກົດໝາຍ ແຮງງານທີ່ເຄັ່ງ
ຄັດຂອງ ຝຣັ່ງ ແລະ ລະບົບປະກັນສັງຄົມທີ່ມີບັນຫາ ຂອງພວກເຂົາເຈົ້າ.

ທ່ານ Macron ຜູ້ທີ່ໄດ້ເຂົ້າດຳລົງຕຳແໜ່ງມາໄດ້ໜຶ່ງເດືອນກວ່າ, ໄດ້ ສ້າງຂີດໝາຍຂອງ
ທ່ານໄວ້ຢູ່ເທິງເວທີສາກົນ, ລວມມີການຫຼິ້ນໝາກ ງັດຂໍ້ມື ໃນລະຫວ່າງການຈັບມືກັບປະ
ທານາທິບໍດີ ດໍໂນລ ທຣຳ ແລະ ໄດ້ຊະນະ, ການກ່າວວິຈານ ທ່ານ Vladimir Putin
ຈາກ ຣັດເຊຍ ໃນເວລາທີ່ຢືນຢູ່ທາງຂ້າງທ່ານ, ແລະ ໄດ້ຍື່ນຂໍ້ສະເໜີໃໝ່ ຫຼັງຈາກ ສະ
ຫະລັດ ໄດ້ປະກາດຫັນຫຼັງໃຫ້ກັບສະພາບອາກາດປ່ຽນແປງ.

ສິ່ງດັ່ງກ່າວນັ້ນໄດ້ມີຜົນສະທ້ອນຢູ່ໃນປະເທດ. ຫຼັງຈາກການປົກຄອງ ຂອງພັກສັງຄົມນິ
ຍົມ, ເຊິ່ງອະດີດປະທານາທິບໍດີ ທ່ານ Francois Hollande ໄດ້ລົ້ມແຫຼວ ບໍ່ບັນລຸເປົ້າ
ໝາຍ ຂອງການຫຼຸດຜ່ອນອັດຕາ ຫວ່າງງານ ແລະ ສ້າງກຳລັງໃຫ້ເສດຖະກິດທີ່ອ່ອນແອ
ລົງ, ເຊິ່ງປະຊາ ຊົນ ຝຣັ່ງ ໄດ້ມີຄວາມໂສກເສົ້າ ແລະ ບໍ່ມີກຳລັງໃຈ.

ການທີ່ໄດ້ເຫັນປະທານາທິບໍດີຄົນໃໝ່ ໄດ້ຮັບການຍົກຍ້ອງ ແລະ ຊົມ ເຊີຍຢ່າງກວ້າງ
ຂວາງໃນເວທີສາກົນນັ້ນ ໄດ້ເຮັດໃຫ້ບັນດາຜູ້ລົງຄະ ແນນສຽງຢູ່ບ້ານຂອງພວກເຂົາເຈົ້າ
ລຸກຂຶ້ນ ແລະ ຈົດບັນທຶກໄວ້ ແລະ ຕັດສິນໃຈທີ່ຈະໃຫ້ໂອກາດທ່ານ.

ນາຍົກລັດຖະມົນຕີທ່ານ Edouard Philippe ກ່າວວ່າ ທ່ານ Macron “ໄດ້ລວບລວມ
ເອົາຄວາມເຊື່ອຖື, ຄວາມສະໝັກໃຈ ແລະ ຄວາມກ້າຫານ”
ຂອງປະຊາຊົນ.


French voters are casting their ballots Sunday in the final round of parliamentary elections.

Political analysts say voters are likely to hand France's new centrist president Emmanuel Macron and his Republic on the Move party a resounding victory, likely winning more than 400 seats in in the 577-seat National Assembly, and enabling the president to push through his promised reforms of France's strict labor laws and its ailing social security system.

Macron, who has been in office a little more than a month, has made his mark on the international stage: playing President Donald Trump at his own handshake game and winning; criticizing Russia's Vladimir Putin while standing beside him; and jumping in with new proposals after the U.S. announced a u-turn on climate change.

That has had an effect at home. After five years of Socialist Party rule, in which former President Francois Hollande failed to meet his objectives of reducing unemployment and giving a boost to the flagging economy, the French were depressed and downbeat.

Seeing the new president widely acclaimed and admired on the international stage has made voters at home sit up and take noteand decide to give him a chance.

Prime Minister Edouard Philippe has said Macron "has embodied trust, willingness and audacity."

XS
SM
MD
LG