ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​​ອົງ​ການ ​ຟຣີດອມ​ຮ້າວ​ສ໌ ​ວ່າ ລັດ​ຖະ​ບານ​ ຂອງ​ຫ​ຼາຍໆ​ປະ​ເທດ ​ພວມ​ໃຊ້​ສື່​ສັງ​ຄົມ ເພື່ອສອດ​ແນມ ແລະຄວບ​ຄຸມ​ການ​ເລືອກ​ຕັ້ງ


Freedom House: Social Media Increasingly Conduit for Surveillance and Voter Manipulation
please wait

No media source currently available

0:00 0:02:05 0:00

ເຊີນ​ຊົມ​ວີ​ດີ​ໂອ ກ່ຽວ​ກັບ ລາຍ​ງານນີ້ ເປັນ​ພາ​ສາ​ອັງ​ກິດ

ກຸ່ມ​ສິ້ງ​ຊອມ​ປະ​ຊາ​ທິ​ປະ​ໄຕ​ແລະ​ອິດ​ສະ​ຫຼະ​ພາບ ທີ່​ມີ​ສຳ​ນັກ​ງານ​ໃຫຍ່​ຕັ້ງ​ຢູ່​ໃນ​ສະ​ຫະ​ລັດ ກ່າວ​ຢູ່​ໃນ​ລາຍ​ງານ​ສະ​ບັບ​ຫຼ້າ​ສຸດ​ຂອງ​ຕົນ​ວ່າ ລັດ​ຖະ​ບານ​ຂອງ​ຫ​ລາຍໆ​ປະ​ເທດ​ພວມ​ໃຊ້​ສື່​ສັງ​ຄົມ ​ສອດ​ແນມ​ເບິ່ງ​ປະ​ຊາ​ຊົນ​ຂອງ​ຕົນ ແລະ​ຄວບ​ຄຸມ​ການ​ເລືອກ​ຕັ້ງ.

ຍາ​ນາງ​ອາ​ລ​ລີ ຟັງຄ໌ (Allie Funk) ​ຜູ້​ຂຽນ​ລາຍ​ງານ​ຮ່ວມ ທີ່​ມີ​ຊື່​ວ່າ ສິດ​ເສ​ລີ​ພາບ​ທາງ​ອິນ​ເຕີ​ແນັດ ໃນ​ປີ 2019 ​ກ່າວ​ວ່າ “ຫົວ​ຂໍ້​ທີ່​ສຳ​ຄັນຂອງ​ພວກ​ເຮົາ​ໃນ​ປີນີ້ ກໍ​ແມ່ນ​ສຶກ​ສາ​ເບິ່ງ​ວ່າ ລັດ​ຖະ​ບານ​ໃຊ້​ສື່​ສັງ​ຄົມ​ແບບ​ໃດ ​ເພື່ອ​ບ່ອນ​ທຳ​ລາຍການ​ເລືອກ​ຕັ້ງ​ຂອງ​ພວກ​ເຂົາ​ເຈົ້າ​ແລະ ​ຕິດ​ຕາມ​ເບິ່ງ​ປະ​ຊາ​ຊົນ​ຂອງ​ຕົນ​ແບບ​ໃດ.”

ຍາ​ນາງ​ກ່າວ​ຕື່ມ​ວ່າ “ພວກ​ເຮົາພົບ​ເຫັນ​ວ່າ ພວກ​ທີ່​ມີ​ບົດ​ບາດຢູ່​ພາຍ​ໃນ​ປະ​ເທດບໍ່​ວ່າ​ຈະ​ເປັນ​ລັດ​ຖະ​ບານ ​ຫຼື​ພວກ​ນັກ​ການ​ເມືອງ​ທີ່​ລົງ​ສະ​ໝັກ​ແຂ່ງ​ຂັນ​ເລືອກ​ຕັ້ງ ຄວາມ​ຈິງ​ແລ້ວ​ໄດ້​ພາ​ກັນ​ໃຊ້ ​ອິນເຕີ​ແນັດເພື່ອ​ບ່ອນ​ທຳ​ລາຍ​ຕໍ່​ການ​ເລືອກ​ຕັ້ງ​ທີ່​ເສລີ ​ແລະ​ຍຸ​ຕິ​ທຳ​ໃນ​ປະ​ເທດ​ຂອງ​ເຂົາເຈົ້າເອງ.”

ລາຍ​ງານ​ແຈ້ງວ່າ ເຄື່ອງ​ມື​ທີ່​ມັກ​ໃຊ້​ກັນ​ຫຼາຍ​ທີ່​ສຸດ​ແມ່ນ​ການ​ກະ​ຈາຍ​ຂ່າວ​ຂໍ້​ມູນ​ທີ່​ບໍ່​ມີ​ຄວາມ​ຈິງ ຊຶ່ງ​ສ່ວນ​ໃຫຍ່​ແລ້ວ ​ແມ່ນ​ໂດຍ​ພວກ​ນັກ​ການ​ເມືອງ​ຂວາ​ຈັດ. ຍາ​ນາງຟັງ​ຄ໌ ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ບໍ່​ຮູ້​ວ່າ ທຸກໆ​ຄົນເຂົ້າ​ໃຈ​ຢ່າງ​ເຖິງ​ຖອງ​ຫຼື​ບໍ່​ທີ່​ວ່າ​ລັດ​ຖະ​ບານ​ຈະ​ສວຍໃຊ້​ສິ່ງ​ດັ່ງ​ກ່າວຢ່າງວ່ອງ​ໄວຕໍ່​ພວກ​ເຮົາແບບ​ໃດ.”

ແຕ່​ຄວ​າມ​ພະ​ຍາ​ຍາມ​ຂອງ​ລັດ​ຖະ​ບານ ​ທີ່​ຈະ​ຕັດ​ຮອນ​ສິດ​ເສ​ລີ​ພາບ​ທາງ​ອິນ​ເຕີ​ແນັດສາ​ມາດພາ​ໃຫ້​ເກີດ​ຜົນ​ໃນ​ທາງ​ກົງ​ກັນ​ຂ້າມ​ໄດ້. ໃນ​ລະ​ດູ​ຮ້ອນ​ປີນີ້ ຢູ່​ທີ່​ປະເທດ​ຣັດ​ເຊຍ ຫຼັງ​ຈາກວັງ​ເຄ​ຣັມ​ລິນ​ໄດ້​ຂັດ​ຂວາງ​ຜູ້​ສະ​ໝັກ​ທີ່​ເປັນ​ນັກ​ການ​ເມືອງ​ພັກ​ຝ່າຍ​ຄ້ານ​ ພວກ​ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານ​ກໍ​ໄດ້​ໃຊ້​ສື່​ສັງ​ຄົມ ຈັດ​ການ​ໂຮມຊຸມ​ນຸມປ​ະ​ທ້ວງ.

ລາຍ​ງານ​ພົບ​ວ່າ ສິດ​ເສ​ລີ​ພາບ​ທາງ​ອິນ​ເຕີ​ແນັດ​ໄດ້​ຫຼຸດ​ນ້ອຍ​ຖອຍ​ລົງ​ທຸກໆ​ປີ​ນັບແຕ່ ​ອົງ​ການ ​ຟຣີດອມ​ຮ້າວ​ສ໌ (Freedom House) ເລີ້ມອອກ​ລາຍ​ງານ​ນັບ​ແຕ່ ​ປີ 2009 ເປັນ​ຕົ້ນ​ມາ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG