ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍງານ ເສລີພາບ ການຊົມໃຊ້ ອິນເຕີແນັດ


Freedom House: World Internet Freedom Keeps Eroding
please wait

No media source currently available

0:00 0:01:40 0:00

ສິດເສລີ​ພາບ​ທາງ​ອິນ​ເຕີ​ແນັດ​ຢູ່​ໃນ​ທົ່ວ​ໂລກກຳລັງ​ຊຸດ​ໂຊມລົງ
ອີງ​ຕາມ​ລາຍງານ ຂອງອົງການ Freedom House ຊຶ່ງ​ເປັນ
​ກຸ່ມ​ສັງ​ເກດ​ການ​ອິດ​ສະ ຫລະດ້ານ​ສື່​ມວນ​ຊົນທີ່ກ່າວ​ວ່າ ນີ້​ເປັນ
​ປີ​ທີ​ຫ້າຕໍ່ລຽນຕິດທີ່​ຫຼາຍໆ​ປະ​ເທດ​ພາກັນ​ກວດກາຂໍ້​ມູນ​ຂ່າວ
​ສານຕ່າງໆ ​ທາງອິນ​ເຕີ​ແນັດ ​ແລະ​ຮຽກຮ້ອງ​ໃຫ້​ບໍລິສັດ​ທັງ
ຫລາຍ ​ແລະ​ສ່ວນ​ບຸກ​ຄົນ ​ໃຫ້​ພາກັນ​ເອົາ​ຂໍ້​ມູນ​ເຫຼົ່າ​ນັ້ນ​ອອກ
ຫລືບໍ່​ກໍ​ຈະປະ​ເຊີນກັບ​ການ​ລົງ​ໂທດ. Alberto Pimienta ມີ
ລາຍ​ງານກ່ຽວ​ກັບເລື້ອງ​ນີ້ ຊຶ່ງ​ ກິ່ງ​ສະ​ຫວັນ ຈະ​ນຳ​ມາ
ສະ​ເໜີ​ທ່ານ.

Freedom House ຊຶ່ງ​ເປັນອົງການຈັດ​ຕັ້ງທີ່​ບໍ່​ຂຶ້ນກັບ​ລັດຖະບານ ທີ່​ທຳ​ການ​ສຶກສາ
ຄົ້ນຄວ້າ​ ແລະ​ສົ່ງເສີມປະຊາທິປະໄຕ ສິດ​ເສ​ລີ​ພາບ​ທາງ​ດ້ານ​ການ ​ເມືອງ​ແລະ​ສິດທິ
​ມະນຸດ ກ່າວ​ວ່າ ຢູ່​ປະ​ເທດ​ຕ່າງໆ​ເຊັ່ນ​ວ່າ ຈີນ ຣັດ​ເຊຍ ​ແລະ​ອີຣ່ານ ການ​ພິມ​ບົດ​ຂຽນ
​ຕ່າງໆ​ຢູ່​ໜ້າ​ອິນ​ເຕີ​ແນັດ ທີ່ແຕະຕ້ອງລັດຖະບານອາດ ​ເຮັດ​ໃຫ້​ທ່ານ​ຕິດ​ຄຸກ​ໄດ້.

ຍານາງ Sanja Kelly ຈາກອົງການ Freedom House ກ່າວ​ວ່ “​ເຂົາ​ເຈົ້າ​ມັກ​ຈະ​
ຈັບ ບັນດາ​ຜູ້ຊົມ​ໃຊ້ ທີ່​ຂຽນ​ກ່ຽວ​ກັບ​ສິດທິ​ມະນຸດ ​ແລະ​ການ​ຄັດຄ້ານ.”

ຢູ່​ໃນ​ລາຍ​ງານປະຈຳ​ປີກ່ຽວ​ກັບ​ການ​ຊົມ​ໃຊ້ອິນ​ເຕີ​ແນັດ​ຂອງອົງການ Freedom
ກ່າວວ່າ ຈີນ ຍັງ​ສືບ​ຕໍ່ເປັນ​ຜູ້​ລ່ວງ​ລະ​ເມີດຂີ້ຮ້າຍທີ່​ສຸດ. ສາດສະດາຈານ ຄົນ​ໜຶ່ງ
​ສອນ​ຢູ່່​ມະຫາວິທະຍາ​ໄລ ​ໄດ້​ຖືກ​ຕິດ​ຄຸກ​ຕະຫລອດ​ຊີວິດ ຍ້ອນ​ຕັ້ງຄຳ​ຖາມກ່ຽວ​ກັບ
ນະ​ໂຍບາຍ​ຂອງລັດຖະບານ ຢູ່​ໜ້າ​ອິນ​ເຕີ​ແນັ​ດ.

ທ່ານ Gady Epstein ອະດີດ​ຫົວໜ້າຫ້ອງການ ດ້ານ​ເສດຖະສາດ ​ທີ່ນະຄອນ​ຫຼວງປັກ​
ກີ່​ງ ກ່າວ​ວ່າ “ຈີນ ​ເປັນ​ທີ່​ແນ່ນອນ​ວ່າ ​ເພີ້​ມຄວາ​ມ​ເຄັ່ງ​ຄັດ​ຫລາຍ​ຂື້ນ​ ໃນໄລຍະສອງ​ປີ
ທີ່​ຜ່ານ​ມາ ພາຍ​ໃຕ້​ການ​ນຳພາ​ຂອງ​ ທ່ານ Xi Jinping ກ່ຽວ​ກັບ​ການ​ກວດກາ. ​ເຂົາ​
ເຈົ້າ​ໄດ້​ກີດ​ກັ້ນ Google ​ເຂົາ​ເຈົ້າ​ໄດ້​ກີດ​ກັ້ນ Gmail ​ແລະ​ການ​ບໍລິການຕ່າງໆ​ຂອງ Google. ​ເຂົາ​ເຈົ້າ​ໄດ້​ຈັບ​ກຸມ​ພວກ​ນັກ​ເຄື່ອນ​ໄຫວ​ທາງ​ອິນ​ເຕີ​ແນ​ດຫລາ​ຍຂື້ນ."

ຢູ່​ໃນ​ຊີ​ເຣຍ ບັນດາ​ນັກ​ຂຽນຂ່າວ​ທາງ​ອິນ​ເຕີ​ແນັດ ພາກັນ​ສ່ຽງ​ຕໍ່​ການ​ຖືກ​ຂ້າຕາຍ. ຢູ່​ໃນ
​ອີ​ຣ່ານ​ ຊຶ່ງ​ຕິດ​ອັນດັບ​ສາ​ມ ໃນ​ການ​ລ່ວງ​ລະ​ເມີ​ດທີ່​ຂີ້ຮ້າຍ​ສຸດ ​ເຖິງ​ແມ່ນ​ວ່າໄດ້ມີ​ການ​
ປັບປຸງ​ໃຫ້​ດີ​ຂຶ້ນ​ກ່ຽວ​ກັບການ​ເຂົ້າ​ເຖິງອິນ​ເຕີ​ແນັດ​ກໍ​ຕາມ ​ແຕ່​ພວກ​ນິຍົມ ​ແນວ​ທາງ​
ເດີມບາງ​ກຸ່ມ​ຢູ່​ໃນ​ຄະນະ​ນຳພາ​ຂອງປະ​ເທດ ຍັງ​ສືບ​ຕໍ່​ທຳ​ການ​ຄວບຄຸມ​ຢ່າງເຄັ່ງ​ຄັດ.

​ເຖິງແມ່ນມີ​ການ​ກວດກາ ຜູ້ຄົນກໍ​ຍັງພາກັນ​ຊອກຫາ​ຊ່ອງທາງຊົມ​ໃຊ້ ​ໂດຍ​ສະ​ເພາະ ​
ເວລາ​ເວົ້າ​ເຖິງ​ເລື້ອງສື່​ສັງຄົມ ຄື​ facebook ​ແລະ twitter. ​ເຖິງ​ຢ່າງ​ໃດ​ກໍ​ດີ ສິ່ງ​ເຫລົ່າ
​ນີ້ໄດ້ ຖືກ​ກີດ​ກັ້ນ​ຢູ່ ຈີນ ​ແລະອີຣ່ານ.

ຍານາງ Sanja Kelly ກ່າວ​ວ່າ “ຄວາມ​ຈິງ​ແລ້ວ​ເປັນ​ເພາະວ່າ ​ເຂົາ​ເຈົ້າ​ປາດ​ຖະໜາ
ທີ່​ຈະ​ຕິດ​ຕໍ່​ໂດຍ​ຜ່ານ​ທາງ​ຕາໜ່າງສື່​ສັງຄົມຊຶ່ງ​ເປັນທີ່​ນິຍົມ​ ​ແລະ​ຊອກ​ຫາ​ເຄື່ອງມື​
ແລະ​ ຊົມ​ໃຊ້ຕາໜ່າງ​ເອກ​ກະ​ຊົນ VPNs ​ເພື່ອໃຫ້ເຂົາເຈົ້າ ​ສາ​ມາດຫລົບ​ຫລີກ​
ການ​ກວດກາ​ໄດ້."

​ແຕ່ວ່າ ຜູ້ຄົນ​ໃຊ້​ສື່​ສັງຄົມ​ຢ່າງ​ໃດ​ ຢູ່​ໃນ​ບັນດາ​ປະ​ເທ​ດຕ່າງໆຄື​ດັ່ງ ອິຣ່ານ ສາ ມາດ​ກາຍ
ເປັນ​ເລື້ອງ​ຮ້າຍ​ແຮງທີ່​ຕິດຕາມ​ມາ​ໄດ້. ນັກ​ແຕ້ມ​ຮູບ​ກາ​ຕູນ​ໜຸ່ມ​ຄົນ​ໜຶ່ງ​ຂອງອີຣ່ານ ​ໄດ້
​ຖືກ​ຕັດສິນ​ລົງ​ໂທດ​ຕິດ​ຄຸກເຖິງ 12 ປີ ຍ້ອນ​ລົງຮູບ​ແຕ້ມ​ກາ​ຕູນ ທາງ facebook ທີ່​ເຮັດ
​ໃຫ້​ພວກ​ຜູ້​ແທນ​ເປັນ​ຄື​ກັບ​ໂຕ​ສັດ.

I

XS
SM
MD
LG