ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ລາຍ​ງານ​ປະ​ຈຳ​ປີ ຄົ້ນ​ພົບ​ວ່າ ເສ​ລີ​ພາບ ແລະ ປະ​ຊາ​ທິ​ປະ​ໄຕ ກຳ​ລັງ​ຕົກ​ຕ່ຳ​ໃນ​ທົ່ວ​ໂລກ


ປະ​ຊາ​ຊົນ ຮົງ​ກົງ ຍ່າງ​ຢູ່​ຕາມ​ຖະ​ໜົນ​ໃນ​ລະ​ຫວ່າງ​ການ​ປະ​ທ້ວງ. 12 ຕຸ​ລາ, 2019.
ປະ​ຊາ​ຊົນ ຮົງ​ກົງ ຍ່າງ​ຢູ່​ຕາມ​ຖະ​ໜົນ​ໃນ​ລະ​ຫວ່າງ​ການ​ປະ​ທ້ວງ. 12 ຕຸ​ລາ, 2019.

ວັນ​ພຸດ​ທີ່​ຜ່ານ​ມາ, ອົງ​ການ Freedom House ເຊິ່ງ​ແມ່ນ​ກຸ່ມ​ທີ່ບໍ່​ຫວັງ​ຜົນ​ກຳ​ໄລ, ໄດ້​ເປີດ​ເຜີຍ​ລາຍ​ງານ​ປະ​ຈຳ​ປີ​ຂອງ​ເຂົາ​ເຈົ້າ ກ່ຽວ​ກັບ ເສ​ລີ​ພາບ ແລະ ສະ​ພາບ​ຂອງປະ​ຊາ​ທິ​ປະ​ໄຕ​ໃນ​ທົ່ວ​ໂລກ. ໃນ​ການສືບ​ຕໍ່​ແນວ​ໂນ້ມ​ມາ​ເປັນ​ເວ​ລາ 14 ປີ​ນັ້ນ, ການ​ຄົ້ນ​ພົບ​ບາງ​ຢ່າງ​ແມ່ນ​ເຮັດ​ໃຫ້​ທໍ້​ໃຈ. ດັ່ງ​ທີ່​ນັກ​ຂ່າວ​ຂອງວີ​ໂອ​ເອ ອາ​ຣາ​ສ ອາ​ຣາ​ບາ​ຊາ​ດີ ລາຍ​ງານ​ນັ້ນ, ກຸ່ມ​ດັ່ງ​ກ່າວ​ເວົ້າ​ວ່າ ເສ​ລີ​ພາບ​ຂອງ​ບຸກ​ຄົນ ແລະ ລະ​ບົບ​ປະ​ຊາ​ທິ​ປະ​ໄຕ​ແມ່ນ​ກຳ​ລັງ​ຖືກ​ໂຈມ​ຕີ, ເຊິ່ງ ພຸດ​ທະ​ສອນ ຈະ​ນຳ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.


ລາຍ​ງານ​ປະ​ຈຳ​ປີ​ຂອງ​ອົງ​ການ Freedom House ເວົ້າ​ວ່າ ປະ​ຊາ​ທິ​ປະ​ໄຕ ແລະ ເສ​ລີ​ພາບ ແມ່ນ​ຢູ່​ໃນ​ສະ​ພາບ​ທີ່​ກຳ​ລັງ​ຕົກ​ຕ່ຳ​ໃນ​ທົ່ວ​ໂລກ. ຈາກ​ການ​ປາບ​ປາມ​ຜູ້​ປະ​ທ້ວງ​ໃນ​ ຮົງ​ກົງ ທີ່​ປະ​ທ້ວງ​ການ​ປົກ​ຄອງ ຈີນ ຫາ​ການປາບ​ປາມ​ຝູງ​ຄົນ​ໃນ ອີ​ຣ່ານ ທີ່​ຮຽກ​ຮ້ອງ​ການ​ປ່ຽນ​ແປງ​ໃນ​ສາ​ທາ​ລະ​ນະ​ລັດ ອິ​ສ​ລາມ ນັ້ນ, ລາຍ​ງານ​ດັ່ງ​ກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ລະ​ບອບ​ການ​ປົກ​ຄອງ​ຕ່າງໆ​ໄດ້​ໃຊ້​ກຳ​ລັງຢ່າງ​ໂຫດ​ຫ້ຽມ​ເພື່ອ​ຮັກ​ສາ​ການ​ຄວ​ບ​ຄຸມ​ໄວ້. ເຂົາ​ເຈົ້າ​ຍັງ​ໄດ້​ກ່າວ​ຢ້ຳ​ເຖິງ​ແນວ​ໂນ້ມ​ທີ່​ເຄືອງ​ໃຈ​ໃນ​ປະ​ຊາ​ທິ​ປະ​ໄຕ​ທີ່​ກ້າວ​ໜ້າ​ບາງ​ແຫ່ງ.

ທ່ານ​ນາງ ຊາ​ຣາ ເຣ​ປຸດ​ຈີ, ຮອງ​ປະ​ທານ​ການ​ຄົ້ນ​ຄວ້າ ແລະ ການ​ວິ​ເຄາະ, ຈາກ​ອົງ​ການ Freedom House ກ່າວ​ວ່າ “ປະ​ຊາ​ທິ​ປະ​ໄຕ​ແມ່ນ​ກຳ​ລັງ​ມີ​ບັນ​ຫາ. ປີນີ້​ພວກ​ເຮົາ​ໄດ້​ເຫັນ​ການ​ໂຈມ​ຕີ​ໃສ່​ສິດ​ທິ​ທີ່​ເທົ່າ​ທຽມ ແລະ ສິດ​ທິ​ຂອງ​ກຸ່ມ​ທີ່​ມີ​ຄວາມ​ສ່ຽງ​ທັງ​ໃນ​ລະ​ດັບ​ການ​ປົກ​ຄອງ​ປະ​ຊາ​ທິ​ປະ​ໄຕ ແລະ ລະ​ບອບ​ການ​ປົກ​ຄອງ​ທີ່​ໂຫດ​ຮ້າຍ. ທັງ​ໝົດ​ນີ້​ໄດ້​ເພີ່ມ​ເຂົ້າ​ເປັນ​ປີ​ທີ 14 ລຽນ​ຕິດ​ຂອງ​ການຫຼຸດ​ລົງ​ຂອງ​ປະ​ຊາ​ທິ​ປະ​ໄຕ​ໃນ​ທົ່ວ​ໂລກ.”

ທ່ານ​ນາງ ຊາ​ຣາ ເຣ​ປຸດ​ຈີ ແມ່​ນ​ຮອງ​ປະ​ທານ​ພະ​ແນກ​ຄົ້ນ​ຄວ້າ ແລະ ການ​ວິ​ເຄາະ​ຂອງ​ອົງ​ການ Freedom House. ທ່ານ​ນາງ​ເວົ້າ​ວ່າ ມີ​ລັດ​ຖະ​ບານຫຼາຍກວ່າ​ເກົ່າ ​ໄດ້​ແນ​ເປົ້າ​ໃສ່​ຄົນ​ກຸ່ມ​ນ້ອຍ​ສາ​ສະ​ໜາ ແລະ ຊົນ​ເຜົ່າ.

ທ່ານ​ນາງ ຊາ​ຣາ ເຣ​ປຸດ​ຈີ ກ່າວ​ວ່າ “ມັນ​ມີ​ແນວ​ໂນ້ມ​ຂອງ​ປະ​ເທດ​ທີ່​ເຮັດ​ໃຫ້​ປະ​ຊາ​ກອນ​ຊົນ​ກຸ່ມ​ນ້ອຍ​ຕົກ​ເປັນ​ແກະ​ຮັບ​ບາບ​ຢ່າງ​ແທ້​ຈິງ ຫຼື ທົດ​ລອງ​ເຕັກ​ນິກ​ຕ່າງໆໃສ່​ຄົນ​ກຸ່ມ​ນ້ອຍ ​ທີ່​ຫຼັງ​ຈາກ​ນັ້ນ​ເຂົາ​ເຈົ້າ​ຈະ​ແຜ່​ກະ​ຈາຍ​ອອກ​ໄປ​ຢ່າງກວ້າງ​ຂວາງ.”

ທ່ານ​ນາງ ເຣ​ປຸດ​ຈີ ເວົ້າ​ວ່າການ​ປາບ​ປາມ​ຕ່າງໆ​ໃນ​ສັງ​ຄົມ, ຄື ຈີນ, ໄດ້​ໃຊ້​ການກວດ​ສອບ​ເທື່ອ​ທຳ​ອິດ​ໃສ່ຂອບ​ເຂດຂະ​ໜາດ​ນ້ອຍ ກ່ອນ​ທີ່​ຈະ​ຂະ​ຫຍາຍ​ໄປ​ເປັນ​ການຕິດ​ຕາມ ແລະ ຄວບ​ຄຸມ​ປະ​ເທດ​ຢ່າງ​ເຕັມ​ທີ່. ເຖິງ​ແມ່ນ​ຈະ​ເປັນ​ແນວ​ນັ້ນ​ກໍ​ຕາມ, ທ່ານ​ນາງ​ເວົ້າ​ວ່າ​ປະ​ຊາ​ຊົນ​ໃນ ຮົງ​ກົງ ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ມຸ່ງ​ໝັ້ນ​ທີ່​ຈະ​ຕໍ່​ສູ້​ເພື່ອ​ເສ​ລີ​ພາບ.

ທ່ານ​ນາງ ຊາ​ຣາ ເຣ​ປຸດ​ຈີ ໄດ້​ກ່າວ​ວ່າ “ມັນ​ຂ້ອນ​ຂ້າງ​ຈະ​ແຈ້ງ​ຈາກ​ການ​ປະ​ທ້ວງ​ໃນ ຮົງ​ກົງ ທີ່​ປະ​ຊາ​ຊົນ​ທີ່​ວ່າ​ນັ້ນ​ເຫັນ​ເສ​ລີ​ພາບ ແລະ ປະ​ຊາ​ທິ​ປະ​ໄຕ ມີ​ຄວາມ​ສຳ​ຄັນ​ຄື​ກັບ​ຄົນ​ທີ່​ຢູ່​ໃນ​ພາກ​ສ່ວນ​ອື່ນໆ​ຂອງ​ໂລກ. ການ​ເຄື່ອນ​ໄຫວ​ໃນ ຮົງ​ກົງ ແມ່ນ​ສຳ​ຄັນ​ເປັນ​ຢ່າງ​ຍິ່ງ. ມັນ​ຕ້ອງ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ ສະ​ນັ້ນ​ລັດ​ຖະ​ບານ ຈີນ ຈຶ່ງ​ຈະ​ລຸກ​ຂຶ້ນ​ມາ​ສູ່​ຄວາມ​ເປັນ​ຈິງ ກ່ຽວ​ກັບ ສິ່ງ​ທີ່​ປະ​ຊາ​ຊົນ​ຕ້ອງ​ການ.”

ປະ​ເທດ ເບ​ນິນ ໄດ້​ຈັດ​ການ​ເລືອກ​ຕັ້ງ​ທີ່​ມີ​ຂໍ້​ບົກ​ຜ່ອງ​ໃນ​ປີ​ກາຍນີ້. ທ່ານ​ນາງ ເຣ​ປຸດ​ຈີ ກ່າວ​ວ່າ ຄະ​ແນນ​ເສ​ລີ​ພາບ ແລະ ປະ​ຊາ​ທິ​ປະ​ໄຕ​ຂອງ​ປະ​ເທດ ດັ່ງ​ກ່າວ​ໄດ້​ຕົ​ກ​ລົງ​ສູ່​ລະ​ດັບ​ທີ່​ຖືກ​ຈັດ​ໄວ້ ​ສຳ​ລັບ​ບັນ​ດາ​ປະ​ເທດ​ທີ່​ໄດ້​ກໍ່​ລັດ​ຖະ​ປະ​ຫານ ຫຼື ສົງ​ຄາມ.

ທ່ານ ຊາ​ຣາ ເຣ​ປຸດ​ຈີ ກ່າວ​ວ່າ “ເພື່​ອໃຫ້​ມີ​ການ​ປ່ຽນ​ແປງ​ຢ່າງ​ຮຸນ​ແຮງ​ຕໍ່​ການ​ເລືອກ​ຕັ້ງ​ໃນ​ປະ​ເທດ​ນຶ່ງ ທີ່​ໄດ້ກ​າຍ​ເປັນ​ເລື່ອງນຶ່ງ ແລະ ໂດຍ​ສະ​ເພາະເລື່ອງ​ທີ່​ປະ​ສົບ​ຄວາມ​ສຳ​ເລັດ​ໃນ​ທະ​ວີບ ອາ​ຟ​ຣິ​ກາ ນັ້ນ​ແມ່ນ​ໜ້າ​ຕົກ​ໃຈຫຼາຍ ​ສຳ​ລັບ​ເສັ້ນ​ທາງ​ຂອງ​ປະ​ຊາ​ທິ​ປະ​ໄຕ​ໃນ ອາ​ຟ​ຣິ​ກາ.”

ທ່ານ​ນາງ​ກ່າວ​ຕື່​ວ່າ ບາງ​ປະ​ເທດແມ່ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ກ້າວ​ໜ້າ.

​ທ່ານນ​າງ ເຣ​ປຸດ​ຈີ ເວົ້າ​ວ່າ “ປະ​ເທດ ຊູ​ດານ, ເວົ້າ​ໂດ​ຍ​ລວມ​ແລ້ວ, ແມ່ນ​ນຶ່ງ​ຈຸດ​ທີ່ກະ​ຈ່າງ​ແຈ້ງ​ຂອງ​ປີ​ກາຍນີ້. ເລື່ອງ​ກໍ​ແມ່ນ​ວ່າ ການ​ເຄື່ອນ​ໄຫວ​ທີ່​ມີ​ຊື່​ສຽງ​ສາ​ມາດ​ທີ່​ຈະ​ໂຄ່ນ​ລົ້ມ​ປະ​ທາ​ນາ​ທິ​ບໍ​ດີ ຜູ້​ທີ່​ໄດ້​ກຳ​ອຳ​ນາດ​ມາ​ເປັນ​ເວ​ລາ 30 ປີ ແລະ ໄດ້​ຖືກ​ຕັດ​ສິນ​ມີ​ຄວາມ​ຜິດ ກ່ຽວ​ກັບ ການ​ຂ້າ​ລ້າງ​ເຜົ່າ​ພັນ. ມັນ​ແມ່ນ​ເລື່ອງ​ທີ່​ໃຫຍ່ຫຼາຍ.”

ທ່ານນາງ ເຣ​ປຸດ​ຈີ ກ່າວ​ວ່າຄວາມ​ຫວັງແມ່ນ​ມາ​ຈາກ​ປະ​ຊາ​ຊົນ​ ທີ່​ຍິນ​ດີ​ທີ່​ຈະ​ລຸກ​ຮື້​ຂຶ້ນ. ເຖິງ​ແມ່ນ​ແນວ​ນັ້ນ​ກໍ​ຕາມ, ລາຍ​ງານ​ປະ​ຈຳ​ປີ​ຂອງ​ອົງ​ການ Freedom House ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ປະ​ເທດ​ຕ່າງໆ​ແມ່ນ​ກຳ​ລັງ​ປະ​ສົບ​ຄວາມ​ຜ່າຍ​ແພ້ຫຼາຍກວ່າ​ຜູ້​ທີ່​ທຳ​ຄວ​າມ​ກ້າວ​ໜ້າ​ດ້ວຍ​ຄະ​ແນນ​ສອງ​ຕໍ່​ນຶ່ງ.

Wednesday, the non-profit group, Freedom House, releases its annual report on freedom and the state of democracy around the world.Continuing a 14-year trend, some of the findings are discouraging.As VOA's Arash Arabasadi reports, the group says individual freedoms and democratic systems are under attack.


Freedom House's annual report says democracy and freedom are in a state of decline around the world.From crackdowns of demonstrators in Hong Kong protesting Chinese rule to repression of crowds in Iran demanding change in the Islamic Republic, the report shows regimes using brute force to maintain control.It also notes disturbing trends in some advanced democracies.

"Democracy is in trouble.This year we've seen an assault on equal rights and the rights of vulnerable groups in both democracies and under brutal regimes.All of this has added-up to this being the 14th-consecutive year of decline in global democracy."

Sarah Repucci is Vice President of Research and Analysis at Freedom House.She says more governments have targeted religious and ethnic minorities.


"There is definitely a real trend of countries scapegoating minority populations or testing out techniques on a minority population that then they spread more widely."

Repucci says repressive societies, like China, use surveillance first on smaller scales before expanding to monitor and control the country at large.Despite that, she says people in Hong Kong show a determination to fight for freedom.

"It's quite clear from the demonstrations in Hong Kong that those people see freedom and democracy as just as important as people in other parts of the world.The movement in Hong Kong is incredibly important.It needs to be supported so that the Chinese government wakes up to the reality of what their people want."

Benin had flawed elections last year.Repucci says the country's freedom and democracy score dropped to levels typically reserved for countries that have a coup or a war.

"To have such an extreme change due to an election in a country that had been one of Africa, and especially West Africa's success stories is very troubling for the trajectory of democracy in Africa."


She adds that some countries show progress.

"Sudan, overall, is one of the bright spots of the past year.The fact that a popular movement was able to overthrow a president who had been in power for 30-years and had been convicted of genocide… is an enormous story."

Repucci says hope comes from citizens willing to rise up.Even so, Freedom House's annual report shows that countries suffering setbacks outnumber those making gains by a margin of two-to-one.

XS
SM
MD
LG