ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ແອັບຟຣີ ສຳຫຼັບ ໂທລະສັບສະຫຼາດ ຊ່ອຍນັກຮຽນ ໃນວິຊາຄະນິດສາດ


Free Smart Phone App Helps Students With Math
please wait

No media source currently available

0:00 0:02:24 0:00

ເບິ່ງວີດີໂອ ລາຍງານເລື້ອງນີ້

ພວກເດັກນ້ອຍນັກຮຽນ ​ໂດຍ​ປົກກະຕິ​ແລ້ວ ແມ່ນສາມາດອາ
ໄສພໍ່ແມ່ ໃຫ້ກວດເບິ່ງວຽກໂຮງຮຽນ ຂອງເຂົາເຈົ້າວ່າ ຖືກຫຼືບໍ່.
ແຕ່ວ່າ ໃນຂະນະທີ່ພວກນັກຮຽນ ໃຫຍ່ຂຶ້ນນັບມື້ ແລະ ວຽກ
ໂຮງຮຽນຕ່າງໆ ກໍມີຄວາມສະຫລັບຊັບຊ້ອນຫຼາຍຂຶ້ນ ພວກຜູ້
ປົກຄອງຈຳນວນຫລາຍ ແມ່ນບໍ່ສາມາດ ຫຼື ບໍ່​ມີຄຸນນະສົມບັດ
ທີ່ຈະຊ່ອຍເຫຼືອພວກເຂົາເຈົ້າໄດ້. ແຕ່​ວ່າ ບັດ​ນີ້ມີວິທີແກ້ໄຂ​ແລ້ວ
ຢ່າງນ້ອຍກໍສຳຫລັບ ວິ​ຊາຄະນິດສາດ ຫລື ​ເລກ ຍ້ອນ​ແອັປ ຫຼື
application ​ອັນ​ໜຶ່ງ ​ທີ່ນັກຊ່ຽວຊານດ້ານຄອມພິວເຕີຊາວ
Croatia ຄົນ​ໜຶ່ງໄດ້ປະດິດສ້າງຂຶ້ນມາ ເພື່ອຄິດ​ໄລ່ຄຳຕອບ
ຂອງສູດເລກຕ່າງໆ. ຜູ້ສື່ຂ່າວວີໂອເອ Zlatica Hoke ລາຍງານ
ວ່າ “app” ທີ່ໃຫ້​ໃຊ້ຟຣີດັ່ງກ່າວ ໄດ້ຖືກດາວໂຫລດໄປ​ໃຊ້ແລ້ວ
ຫຼາຍລ້ານເທື່ອ ນັບຕັ້ງແຕ່ ມີ​ການເປີດໂຕ ເມື່ອທ້າຍປີກາຍນີ້. ໄຊຈະເລີນສຸກ ມີ​ລາຍ
​ລະອຽດ ມາສະເໜີທ່ານ.

ນັກ​ຂຽນໂປຣແກຣມຄອມພິວເຕີ ​ແລະນັກ​ວິ​ສາ​ຫະກິດ Damir Sabol ໄດ້ ປະດິດສ້າງ ​
ແອັປ ຫຼື application ທີ່ນຳໃຊ້ກ້ອງຖ່າຍຮູບ ຂອງໂທລະສັບສະຫລາດ ບັນທຶກພາບ
ດ້ວຍການສະແກນ ເອົາສູດເລກຕ່າງໆ ແລ້ວມັນກໍຈະ ສົ່ງຄຳຕອບຂອງສູດເລກ​ເຫຼົ່ານັ້ນ
ຄືນມາໃຫ້ ພາຍໃນບໍ່ເທົ່າໃດວິນາທີ. ທ່ານ Sabol ກ່າວວ່າ ແອັປດັ່ງກ່າວ ທີ່ເອີ້ນວ່າ
PhotoMath ຫຼື ພາບຄະນິດສາດ ​ແມ່ນປະຕິບັດງານ ​ໄດ້ຫຼາຍກວ່ານັ້ນອີກ.

ທ່ານ Sabol ເວົ້າວ່າ “ພວກນັກຮຽນສາມາດ ກວດເບິ່ງຄຳຕອບ ໃນຕຳລາຮຽນ
ຂອງເຂົາເຈົ້າ​ໄດ້. ເຂົາເຈົ້າສາມາດຄິດໄລ່ໄດ້ຢ່າງວ່ອງໄວ ແລະ ໄດ້ຮັບຜົນໃນ
ທັນທີ ແລະ ເບິ່ງວ່າເຂົາເຈົ້າ ຄິດໄລ່ຖືກ ຫຼືບໍ່ຖືກ ແຕ່ດ້ວຍແອັປອັນ​ນີ້ ເຂົາເຈົ້າ
ຍັງ ສາມາດ​ເບິ່ງຂັ້ນຕອນທັງ​ໝົດ ທີ່ໃຊ້ໃນການຄິດ​ໄລ່ແລະແກ້ໄຂ ບັນຫາເລກ
ຕ່າງໆອີກ​ດ້ວຍ. ສະນັ້ນ ມັນບໍ່ແມ່ນແຕ່ພຽງຫາຄຳຕອບ ພວກ​ສູດ​ເລກ​ໃຫ້ເທົ່ານັ້ນ
ແຕ່ມັນບອກຂະບວນການວິທີ ຫາຄຳຕອບທັງໝົດ​ໃຫ້​ດ້ວຍ.
ແອັປຂອງພວກເຮົາ
ບອກວິທີການທັງມວນນັ້ນ ​ເປັນຂັ້ນຕອນແຕ່ລະຂັ້ນ​ໄປ ພ້ອມກັນກັບຄຳອະທິ
ບາຍ ກ່ຽວ​ກັບ​ຂັ້ນ​ຕອນໜຶ່ງໆທີ່​ກຳລັງ​ເຮັດ​ຢູ່. ດັ່ງນັ້ນ ສຳຫລັບຜູ້ໃດຜູ້ນຶ່ງ ທີ່ຢູ່​
ຕາມລຳພັງ ກັບຕຳລາຄະນິດສາດຫົວດຽວ ​ແລະ​ຈ້ອງ ເບິ່ງສູດເລກ ​ແຕ່ບໍ່ຮູ້ວ່າ
ຈະເຮັດແນວໃດນັ້ນ ແອັປຂອງພວກເຮົາ​ແມ່ນສາມາດ ຊ່ອຍພວກເຂົາເຈົ້າໄດ້
ໃນຫຼາຍໆກໍລະນີ.”

ໄດ້​ມີ​ການ​ເປີດ​ຕົວ ແອັປ PhotoMath ຢູ່ທີ່ງານວາງສະ​ແດງຄອມພິວເຕີ ໃນນະຄອນ
ຫລວງລອນດອນ ເມື່ອເດືອນຕຸລາປີກາຍນີ້. ທ່ານ Sabol ກ່າວວ່າ ນັບຕັ້ງແຕ່ນັ້ນມາ
ແອັປຟຣີດັ່ງກ່າວ ໄດ້ຖືກດາວໂຫລດ​ໄປ ຫຼາຍກວ່າ 11 ລ້ານເທື່ອ.

ທ່ານ Sabol ເວົ້າວ່າ “ພວກເຮົາໄດ້ຍິນຈາກບັນດາແມ່ຂອງນັກຮຽນວ່າ ‘ໃນທີ່ສຸດ
ຂ້ອຍສາມາດຊ່ອຍພວກລູກຂອງຂ້ອຍ ແກ້ບັນຫາເລກຕ່າງໆໄດ້.’ ພວກເຮົາໄດ້
ຍິນຈາກພວກນາຍຄູ ວ່າ ນັກຮຽນໝົດທຸກຄົນໃນຫ້ອງຮຽນ ຂອງເຂົາເຈົ້າ ໃຊ້
ແອັບນີ້.”

ໃນຂະນະດຽວກັນ ທ່ານ Sabol ກໍກຳລັງທຳງານ ເພື່ອຫາ​ທາງປັບປຸງ ແອັບທີ່ ປະສົບຜົນສຳເລັດນັ້ນ ​ໃຫ້​ດີ​ຂຶ້ນ​ອີກ.

ທ່ານ Sabol ເວົ້າວ່າ “ພວກເຮົາກຳລັງຈະນຳ​ເອົາ ແອັບນີ້ລຸ້ນ​ໃໝ່​ອອກ​ມາ. ທຳ​ອິດ
ພວກເຮົາຈະເປີດຕົວ ລຸ້ນສຳຫລັບ​ໂທລະສັບ Android ຊຶ່ງມີ ຕະຫລາດທີ່ໃຫຍ່
ຫຼາຍກວ່າໂທລະສັບ​ສະຫລາດ ແລະ ພວກເຮົາຄາດວ່າ ມັນຈະເປັນອົງປະກອບ
ຂອງການເຕີບໂຕ​ໃນຂັ້ນຕໍ່ໄປ. ແລະ ບໍ່ພຽງແຕ່ເທົ່ານັ້ນ ລຸ້ນໃໝ່ນີ້ ຈະສາມາດ​ຄິດ​
ໄລ່ບັນຫາເລກຕ່າງໆ ທີ່ມີຄວາມສະລັບຊັບຊ້ອນຫຼາຍ ຂຶ້ນອີກ ແລະ ພວກເຮົາ
ເຊື່ອວ່າ ມັນຈະເປັນທີ່ໜ້າສົນໃຈ ແລະ ເປັນປະໂຫຍດ ຫຼາຍຂຶ້ນຕື່ມອີກ ແກ່
ບັນດາຜູ້ຊົມໃຊ້ ​ແລະ​ນັ້ນ​ກໍເປັນເຫດຜົນ ທີ່ພວກເຮົາຄາດ ກັນວ່າ ຈຳນວນຜູ້
ຊົມໃຊ້ ຈະເພີ້ມຫຼາຍຂຶ້ນອີກ.”

ບໍລິສັດ​ MicroBLINK ຂອງ ທ່ານ Sabol ​ໄດ້ທຳ​ຄວາມ​ກ້າວໜ້າມາ​ແລ້ວ ​ໃນ​ປີ 2012
ດ້ວຍ ​ແອັປ PhotoPay ຫລື​ເທັກ​ໂນ​ໂລ​ຈີ​ ສະ​ແກນ​ພາບ​ ທີ່​ໃຊ້ສຳ​ຫລັບ​ທຳ​ທຸລະກຳ
ດ້ານທະນາຄານ​ທາງ​ໂທລະສັບ ຊຶ່ງ​ສະ​ແກນ​ເອົາໃບບິ​ລເກັບ​ເງິນຕ່າງໆ ​ແລະ ອຳນວຍ
​ໃຫ້​ສາມາດ​ຈ່າຍ​ເງິນ​ຄ່າ​ບິລເຫຼົ່ານັ້ນ ໄດ້ທັນທີ​ເລີຍ. ທ່ານ Sabol ກ່າວວ່າ ທ່ານ​ບໍ່​ເສຍ​ໃຈ​
ເລີຍ ທີ່​ສະໜອງ​ ​ແອັປ PhotoMath ໃຫ້​ໃຊ້ຟຣີ ​ເພາະວ່າ ມັນ​ເຮັດ​ໃຫ້​ບໍລິສັດ​ຂອງ​ທ່ານ
​ສາມາດສ້າງ​ຖານ​ຂໍ້​ມູນ​ທີ່​ໃຫຍ່​ຂຶ້ນ. ​ແລະ​ໂຄງການ​ຂອງ​ທ່ານ ​ໄດ້​ດຶງ​ດູດຄວາມ​ສົນ​ໃຈ
ຈາກບໍລິສັດ​ການ​ສຶກສາໃຫຍ່ໆ​.

ທ່ານ Sabol ​ເວົ້າວ່າ “ພວກເຂົາ​ເຈົ້າເຫັນວ່າ ​ເທັກ​ໂນ​ໂລ​ຈີ​ຂອງ​ພວກ​ເຮົາ ​ແມ່ນ​
ເປັນ​ສິ່ງ​ທີ່​ໃຊ້ໄດ້ຜົນແທ້ໆ ໃນ​ດ້ານ​ການ​ສຶກສາ ​ແລະ​ເຫັນວ່າ​ ມັນ​ເປັນ​ສິ່ງໜຶ່ງ ​ທີ່​
ພວກ​ເດັກນ້ອຍ​ຢາກ​ນຳ​ໃຊ້ ​ແລະ ​ເຂົາ​ເຈົ້າ​ເຫັນ​ວ່າ ມັນ​ມີຄວາມ​ສາມາດ​ບົ່ມ​ຊ້ອນ
ສູງ. ພວກ​ເຮົາ​ກໍເຊື່ອ​ໝັ້ນວ່າ ສິ່ງ​ນີ້ ມີ​ຄວາມສາມາດບົ່ມຊອນ ​ທີ່​ໃຫຍ່​ຫລວງ.”

​ແລະ​ພວກ​ນັກຮຽນ ຜູ້​ທີ່​ມັກໃຊ້​ອຸ​ປະກອນອີ​ເລັກ​ໂທ​ຣນິກ​ ​ແທນ​ປື້​ມ​ ​ກໍເຫັນ​ພ້ອມ​ນຳ ເຊັ່ນ​ກັນ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG