ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສະມາຊິກຂອງຂະບວນການລາວເສລີ ຢືນຢັນວ່າຈະຍັງຄົງສືບຕໍ່ການເຄື່ອນໄຫວ ເພື່ອເສີມສ້າງສິດເສລີພາບຢ່າງແທ້ຈິງໃນລາວ


ນັກເຄື່ອນໄຫວລາວ ທ້າວ ອານຸຊາ (ແຈັກ).
ນັກເຄື່ອນໄຫວລາວ ທ້າວ ອານຸຊາ (ແຈັກ).

ບັນດາສະມາຊິກຂອງຂະບວນການລາວເສລີ (Free Lao) ຢືນຢັນວ່າ ຈະຍັງຄົງສືບຕໍ່ການເຄື່ອນໄຫວເຜີຍແຜ່ຂໍ້ມູນ-ຂ່າວສານໃນສື່ສັງຄົມອອນໄລນ໌ ເພື່ອເສີມສ້າງສິດເສລີພາບຢ່າງແທ້ຈິງໃນລາວ.

ສືບເນື່ອງຈາກເຫດການທີ່ຄົນຮ້າຍໄດ້ໃຊ້ອາວຸດປືນຍິງເພື່ອຈະສັງຫານທ້າວ ອານຸຊາ ຫຼວງສຸພົມ (ແຈັກ) ຊາວໜຸ່ມລາວອາຍຸ 25 ປີຊຶ່ງເປັນຜູ້ທີ່ຢູ່ເບື້ອງຫຼັງການເຄື່ອນໄຫວໃນສື່ສັງຄົມອອນໄລນ໌ ເຟສບຸກ ທີ່ໃຊ້ຊື່ວ່າ “ຂັບເຄື່ອນດ້ວຍຄີບອດ” ເພື່ອໃຫ້ລາວຢູ່ລອດ-ບໍ່ເປັນຂ້າທາດຈີນ ທີ່ເກີດຂຶ້ນຢູ່ທີ່ຮ້ານກິນດື່ມແຫ່ງນຶ່ງໃນເຂດນະຄອນຫຼວງວຽງຈັນ ໃນຕອນກາງຄືນຂອງວັນທີ 29 ເມສາ 2023 ທີ່ຜ່ານມາ ຜູ້ຕາງໜ້າຂອງຂະບວນການລາວເສລີ ໃຫ້ທັດສະນະວ່າ ເປັນເຫດການທີ່ເຈຕະນາຈະເອົາຊີວິດຢ່າງຊັດເຈນ ໂດຍມີເປົ້າໝາຍຈະຢຸດຢັ້ງການເຄື່ອນໄຫວຂອງທ້າວ ແຈັກ ອານຸຊາ ຊຶ່ງໄດ້ມີການຕ້ອງຕິ ແລະ ວິພາກວິຈານການບໍລິຫານງານທີ່ບໍ່ມີປະສິດທິພາບຂອງພັກ-ລັດຖະບານ ລາວ ຢ່າງຕໍ່ເນື່ອງ ແລະ ຍັງໄດ້ສ້າງພາບພົດດ້ານລົບໃຫ້ແກ່ພັກ-ລັດຖະບານລາວດ້ວຍໃນຂະນະດຽວກັນ ຈຶ່ງເປັນສາ ເຫດທີ່ເຮັດໃຫ້ເກີດເຫດການໃນຄັ້ງນີ້ດ້ວຍຫວັງວ່າຈະເຮັດໃຫ້ເກີດການຢ້ານກົວ ແລະ ຢຸດການເຄື່ອນໄຫວທີ່ເປັນປໍລະປັກຕໍ່ພັກ-ລັດຖະບານ ລາວ ຊຶ່ງແກນນຳຂອງຂະບວນການລາວເສລີໄດ້ໃຫ້ການຢືນຢັນວ່າພັກ-ລັດຖະບານ ລາວ ຈະບໍ່ມີວັນທີ່ຈະບັນລຸເປົ້າໝາຍດັ່ງກ່າວຢ່າງແນ່ນອນ

“ຫຼາຍໆປີທີ່ຜ່ານມາບໍ່ວ່າໝູ່ຄູ່ຂ້ອຍທີ່ເຄີຍເຮັດກິດຈະກໍາ ຫຼື ວິພາກວິຈານການເມືອງນຳກັນ ຖືກຈັບແນ່ ຖືກອູ້ມຫາຍແນ່ ບໍ່ວ່າທ້າວ ອັອດ, ນາງ ຫຼອດຄຳ, ທ້າວ ສຸກັນ ໃຈທັດ ອີຫຍັງກະແລ້ວແຕ່ເນາະ ຄືຕໍ່ໃຫ້ໃຜເປັນຫຍັງກະແລ້ວແຕ່ ຂ້ອຍບໍ່ໄດ້ຄິດປ່ຽນທັດສະນະຄະຕິຊິໄປເຊື່ອຊຸມເຈົ້າ ເຊື່ອໃນລະບອບເຈົ້າມັນເປັນໄປບໍ່ໄດ້ ການທີ່ຂ້ອຍຈະເຊື່ອ ນຶ່ງເຈົ້າບໍລິຫານປະເທດປະເທດຕ້ອງຈະເລີນ ຕາບໃດທີ່ປະເທດເຈົ້າຍັງດ້ອຍພັດທະນາໃນສາຍຕາຊາວໂລກ ເຈົ້າເປັນປະເທດທີ່ທຸກຍາກ-ຈົນລຳບາກ ເຈົ້າຊິໃຫ້ຂ້ອຍຍອມຮັບມັນເປັນໄປບໍ່ໄດ້ ຄົນເຮົາຈະໃຫ້ຄົນອື່ນຍອມຮັບເຈົ້າຕ້ອງມີຄວາມສາມາດໃນການບໍລິຫານປະເທດ.”

ສ່ວນເຈົ້າໜ້າທີ່ໃນກະຊວງການຕ່າງປະເທດບອກວ່າເຈົ້າໜ້າທີ່ຕຳຫຼວດກອງບັນຊາການປ້ອງກັນຄວາມສະຫງົບໃນນະຄອນຫຼວງ ວຽງຈັນ ກຳລັງດຳເນີນການສືບສວນສອບສວນເຫດການທີ່ເກີດຂຶ້ນຢູ່ໃນເວລານີ້ຈຶ່ງຍັງບໍ່ສາມາດຮູ້ໄດ້ວ່າແມ່ນຫຍັງແທ້ທີ່ເປັນສາເຫດທີ່ຢູ່ເບື້ອງຫຼັງການພະຍາຍາມທີ່ຈະເອົາຊີວິດຂອງທ້າວ ແຈັກ ອານຸຊາ ຊຶ່ງໃນປັດຈຸບັນນີ້ກໍຮູ້ພຽງແຕ່ວ່າຜູ້ກ່ຽວເປັນບຸກຄົນທີ່ມີຊື່ສຽງ ແລະ ມີຄົນຕິດຕາມຈຳນວນຫຼາຍໃນສື່ສັງຄົມອອນໄລນ໌ ເພາະສະນັ້ນຈຶ່ງມີທັງຄົນທີ່ມັກ ແລະ ບໍ່ມັກໃນການນຳສະເໜີເລື່ອງ ແລະ ຄວາມຄິດເຫັນຂອງຜູ້ກ່ຽວທີ່ມີຕໍ່ປະເດັນຫຼືເຫດການຕ່າງໆໃນສື່ສັງຄົມອອນໄລນ໌ເປັນທຳມະດາ ໂດຍສະເພາະແມ່ນການນຳສະເໜີໃນປະເດັນທີ່ໄດ້ໄປກະ ທົບຕໍ່ຊື່ສຽງຂອງບຸກຄົນໃນສື່ສັງຄົມອອນໄລນ໌ດ້ວຍກັນນັ້ນ ດັ່ງທີ່ເຈົ້າໜ້າທີ່ລາວໄດ້ໃຫ້ການຢືນຢັນວ່າ

“ຜູ້ທີ່ເຮັດສື່ມວນຊົນແບບອອນໄລນ໌ຫັ້ນເຈົ້າຢາກເວົ້າກະໄດ້ ເຈົ້າຢາກສະແດງຄວາມເຫັນກະໄດ້ ແຕ່ເຈົ້າຕ້ອງອອກມາຮັບຜິດຊອບ ບໍ່ແມ່ນເຈົ້າຢາກໃສ່ຮ້າຍປ້າຍສີໃຜກະໄດ້ແລ້ວເຈົ້າລະລີ້ໄປຢູ່ບ່ອນໃດບ່ອນນຶ່ງ ອັນແນວນັ້ນມັນບໍ່ແມ່ນຄວາມຮັບຜິດຊອບ ມັນບໍ່ແມ່ນສິດເສລີປະຊາທິປະໄຕ ສິດເສລີປະຊາທິປະໄຕແມ່ນເຈົ້າຕ້ອງຮັບຜິດຊອບຕໍ່ການກະທຳຂອງເຈົ້າ ກົດໝາຍສື່ມວນຊົນກະໄດ້ກຳນົດໄວ້ແລ້ວ ໃຜກະມີສິດໃນການໃຊ້ສື່ມວນຊົນ ໃນການໂຄນະນາຕ່າງໆຜ່ານສື່ມວນຊົນແຕ່ຕ້ອງຮັບຜິດຊອບ ບໍ່ແມ່ນວ່າຢູ່ບໍ່ຢູ່ຢາກອອກຂ່າວຫຍັງກະອອກ.”

ສ່ວນທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຢືນຢັນວ່າສື່ສັງ ຄົມອອນໄລນ໌ ທີ່ຕ້ອງການຈະດຳເນີນກິດຈະການໂຄສະນາເຜີຍແຜ່ຂໍ້ມູນ-ຂ່າວສານຕໍ່ສາທາລະນະໃນ ລາວ ຈະຕ້ອງລົງຖະບຽນຕາມກົດໝາຍສື່ມວນຊົນ ທັງຍັງຈະຕ້ອງໄດ້ຮັບອະນຸຍາດຈາກກົມຂ່າວຢ່າງເປັນທາງການແລ້ວເທົ່ານັ້ນ ຈຶ່ງຈະສາມາດດຳເນີນກິດຈະການດັ່ງກ່າວໄດ້ ຫາກບໍ່ສະນັ້ນແລ້ວກໍຈະຖືວ່າເປັນສື່ນສັງຄົມອອນໄລນ໌ ຜິດກົດໝາຍທີ່ຈະຕ້ອງຖືກດຳເນີນມາດຕະການລົງໂທດຕາມກົດໝາຍ.

ໃນປັດຈຸບັນລາວມີສື່ອອນໄລນ໌ຈຳນວນ 60 ກວ່າລາຍທີ່ລົງທະບຽນຢ່າງຖືກຕ້ອງຕາມກົດໝາຍສື່ມວນຊົນ ຫາກແຕ່ກໍຍັງມີຫຼາຍສິບລາຍທີ່ດຳເນີນກິດຈະການເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບລາວໃນຕ່າງປະເທດທີ່ລັດຖະບານລາວບໍ່ສາມາດຄວບຄຸມໄດ້ ຈຶ່ງຕ້ອງດຳເນີນການພັດທະນາລະບົບເຄືອຂ່າຍສື່ມວນຊົນລາວໃຫ້ທັນສະໄໝດ້ວຍການຊ່ວຍເຫຼືອດ້ານວິຊາການ ແລະ ເທັກໂນໂລຈີຂັ້ນສູງຈາກລັດຖະບານ ຈີນ.

XS
SM
MD
LG