ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຂໍ້​ກ່າວ​ຫາໃນ​ການ​ສໍ້​ໂກງ ໄດ້​ຖືກ​ ເປີດ​ເຜີຍຢູ່ໃນ​ການ​ຈັ​ບ​ກຸມ ທ້າວ​ແບັງ​ແມນ -ຟ​ຣາຍ ຜູ້​ກໍ່​ຕັ້ງ​ບໍ​ລິ​ສັດ​ແລກ​ປ່ຽນເງິນ ​ຄ​ຣ​ິບ​ໂຕ


​ສັນ​ຍາ​ລັກ ບໍ​ລິ​ສັດ FTX ທີ່​ສະ​ແດງ​ໃຫ້​ເຫັນ ວັນ​ທີ 8 ພະ​ຈິກ 2022
​ສັນ​ຍາ​ລັກ ບໍ​ລິ​ສັດ FTX ທີ່​ສະ​ແດງ​ໃຫ້​ເຫັນ ວັນ​ທີ 8 ພະ​ຈິກ 2022

ພວກ​ເຈົ້າ​ໜ້າ​ທີ່ປະ​ຕິ​ບັດ​ກົດ​ໝາຍແລະ​ຄຸ້ມ​ຄອງລະ​ບຽບ​ການ​ເງິນ ​ໄດ້​ຍື່ນຟ້ອງ​ທາງແພ່ງ​ແລະອາ​ຍາ​ຕໍ່ ທ້າວ​ແຊມ ແ​ບັງ​ແມນ-ຟ​ຣາຍ ຜູ້​ກໍ່​ຕັ້ງ​ບໍ​ລິ​ສັດ FTX ​ທີ່ແລກ​ປ່ຽນເງິນ​ຕາ​ຄ​ຣິບ​ໂຕ​ທີ່​ໄດ້​ລົ້ມ​ລະ​ລາຍ​ໄປ​ນັ້ນ ໂດຍກ່າວ​ຫາ​ວ່າ ມີ​ການ​ສໍ້ໂກງ​ໃນ​ຂອບ​ເຂດ​ທີ່ກວ້າງ​ຂວາງ ຊຶ່ງ​ໃນ​ທີ່​ສຸດ​ໄດ້​ເຮັດ​ໃຫ້​ບໍ​ລິ​ສັດ​ລົ້ມ​ລະ​ລາຍ ​ຊຶງມີ​ມູນ​ຄ່າ​ຢູ່ 32 ພັນ​ລ້ານ​ໂດ​ລາ ​ໃນ​ຕົ້ນ​ປີ​ນີ້.

ກະ​ຊວງ​ຍຸ​ຕິ​ທຳ​ໃນ​ຕອນ​ເຊົ້າ​ວັນ​ອັງ​ຄານ​ວານ​ນີ້ ໄດ້​ເປີດ​ເຜີຍ​ສຳ​ນວນ​ຟ້ອງ​ທີ່​ກ່າວ​ຫາທ້າວ​ແບັງ​ແມນ-ຟ​ຣາຍ ດ້ວຍ​ການ​ກະ​ທຳ​ຜິດ 8 ​ກະ​ທົງ ຮວມ​ທັງ​ວາງ​ແຜນ​ສໍ້​ໂກງ ໂອນເງິນ​ທາງອອນ​ລາຍ ທີ່​ເປັນ​ການ​ສໍ້​ໂກງ​ທາງ​ອອນ​ລາຍ ຊຸກ​ເຊື່ອງ​ເງິນ ແລະ​ລະ​ເມີດ​ຕໍ່​ກົດ​ໝາ​ຍ​ຄວບ​ຄຸມ​ການບໍ​ລິ​ຈາກ​ໃຫ້ພວກ​ນັກ​ການ​ເມືອງ ແລະ​ບັນ​ດາ​ພັກ​ການ​ເມືອງ.

ຢູ່​ໃນ​ຄວາມ​ຂໍ​ຮ້ອງ​ຂອງ​ບັນ​ດາ​ໄອ​ຍະ​ການ​ສະ​ຫະ​ລັດ ທ້າວ​ແບັງ​ແມນ-ຟ​ຣາຍ ອາ​ຍຸ 30 ປີ ໄດ້​ຖືກ​ຈັບ​ໃນ​ວັນ​ຈັນ​ຕອນ​ແລງ​ ຢູ່​ເຮືອນ​ພັກ​ຂອງ​ລາວ​ທີ່​ເກາະ​ບາ​ຮາມັ​ສ ບ່ອນ​ທີ່​ຫ້ອງ​ການ​ໃຫຍ່ບໍ​ລິ​ສັດ FTX ຕັ້ງ​ຢູ່​ນັ້ນ. ​ສະ​ຫະ​ລັດ ແລະ​ບາ​ຮາ​ມັ​ສ ມີ​ສົນ​ທິ​ສັນ​ຍາ​ແລກ​ປ່ຽນ​ການ​ສົ່ງ​ໂຕຄົນ​ຮ້າຍ​ໃຫ້​ກັນ​ແລະ​ກັນແລະ​ທ້າວ​ແ​ບັງ​ແມນ-ຟ​ຣາຍ ​ຄາດ​ວ່າຈະ​ຖືກ​ສົ່ງ​ມາ​ຢູ່​ພາຍ​ໃຕ້ການ​ກັກ​ຂັງຂອງ​ສະ​ຫະ​ລັດ​ໃນ​ອະ​ນາ​ຄົດ​ອັນ​ໃກ້ໆ​ນີ້.

ໃນ​ຕອນ​ເຊົ້າ​ວັນ​ອັງ​ຄານ​ວານ​ນີ້ ຄະ​ນະ​ກຳ​ມະ​ການ​ຄວາມ​ປອດ​ໄພ ແລະ​ແລກ​ປ່ຽນໃນຕະ​ຫຼາດ​ຫຼັກ​ຊັບ ໄດ້​ອອກ​ຂໍ້​ຫາ​ທາງ​ແພ່ງ​ຂອງ​ຕົນທີ່​ກ່າວ​ຫາ​ທ້າວ​ແບັງ​ແມນ-ຟ​ຣາຍ “ສໍ້​ໂກງ​ມາ​ເປັນ​ເວ​ລາ​ຫ​ລາຍ​ປີ” ຮວມ​ທັງ​ຊຸກ​ເຊື່ອງ​ຂໍ້​ມູນ​ຈາກ​ບັນ​ດາ​ຜູ້​ລົງ​ທຶນ ຫັນ​ໃຊ້​ເງິນ​ລູກ​ຄ້າໄປ​ໃສ່​ທະ​ນາ​ຄານ​ທີ່​ຕົນ​ເປັ​ນ​ເຈົ້າ​ຂອງ ແລະ​ໃຊ້​ເງິນ​ລູກ​ຄ້າ​ຄົນ​ອື່ນໆ​ເພື່ອ​ເຮັດ​ການ​ບໍ​ລິ​ຈາກ​ທາງ​ການ​ເມືອງ ແລະ​ຊື້​ອະ​ສັງ​ຫາ​ລິ​ມະ​ຊັບ​ຫລາຍ​ຮ້ອຍ​ລ້ານ​ໂດ​ລາ.

Law enforcement officials and financial services regulators have filed a raft of criminal and civil charges against Sam Bankman-Fried, the founder of the bankrupt cryptocurrency exchange company FTX, alleging wide-ranging fraud that eventually brought down the company, which was valued at $32 billion earlier this year.

The Department of Justice on Tuesday morning unsealed an indictment charging Bankman-Fried with eight criminal counts, including conspiracy to commit wire fraud, actual wire fraud, money laundering, and violation of laws governing donations to politicians and political parties.

At the request of U.S. prosecutors, Bankman-Fried, 30, was arrested on Monday evening at his home in the Bahamas, where the headquarters of FTX is located. The U.S. and the Bahamas have an extradition treaty, and Bankman-Fried is expected to be transferred to U.S. custody in the near future.

XS
SM
MD
LG