ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ຮຽກ​ຮ້ອງ​ຂອງ ຝ​ຣັ່ງ ສຳ​ລັບ ຢູ​ໂຣບ ທີ່​ແຂງ​ແກ່ນ ໃນ​ທີ່​ສຸດ​ກໍ​ໄດ້​ຮັບ​ຄວາມ​ສົນ​ໃຈ


ປະ​ທາ​ນາ​ທິ​ບໍ​ດີ ຝ​ຣັ່ງ ທ່ານ ເອັມ​ມາ​ນູ​ແອ​ລ ມາກ​ຣົງ ມອບຫຼຽນ​ໃຫ້​ສະ​ມາ​ຊິກ​ຂອງກອງ​ກຳ​ລັງ​ພິ​ເສດ ໃນ​ລະ​ຫວ່າງ​ພິ​ທີ​ທາງ​ທະ​ຫານ​ຢູ່​ເດີ່ນ​ຂອງ​ໂຮງ​ແຮມ National des Invalides ໃນ​ນະ​ຄອນຫຼວງ ປາ​ຣີ, 19 ກຸມ​ພາ 2024.
ປະ​ທາ​ນາ​ທິ​ບໍ​ດີ ຝ​ຣັ່ງ ທ່ານ ເອັມ​ມາ​ນູ​ແອ​ລ ມາກ​ຣົງ ມອບຫຼຽນ​ໃຫ້​ສະ​ມາ​ຊິກ​ຂອງກອງ​ກຳ​ລັງ​ພິ​ເສດ ໃນ​ລະ​ຫວ່າງ​ພິ​ທີ​ທາງ​ທະ​ຫານ​ຢູ່​ເດີ່ນ​ຂອງ​ໂຮງ​ແຮມ National des Invalides ໃນ​ນະ​ຄອນຫຼວງ ປາ​ຣີ, 19 ກຸມ​ພາ 2024.

ເປັນ​ເວ​ລາຫຼາຍ​ປີ​ແລ້ວ, ປະ​ທາ​ນາ​ທິ​ບໍ​ດີ ຝ​ຣັ່ງ ທ່ານ ເອັມ​ມາ​ນູ​ແອ​ລ ມາກ​ຣົງ ໄດ້​ໂຕ້​ຖຽງ​ສຳ​ລັບ​ການ​ປ້ອງ​ກັນ​ ຢູ​ໂຣບ ທີ່​ແຂງ​ແກ່ນກວ່າ​ເກົ່າ, ແລະ ເປັນ​ອິດ​ສະຫ​ລະ​ກວ່າ​ເກົ່າ. ທ່ານໄດ້​ກ່າວ​ໃນ​ຄຳ​ປາ​ໄສ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ ຊອກບອນ ໃນ​ນະ​ຄອນຫຼວງ ປາ​ຣີ ເມື່ອ​ປີ 2017 ວ່າ “ສິ່ງ​ທີ່​ຢູ​ໂຣບ, ການ​ປ້ອງ​ກັນ​ຢູ​ໂຣບ, ຂາດ​ທີ່​ສຸດ​ໃນ​ທຸກມື້ນີ້​ແມ່ນ​ວັດ​ທະ​ນະ​ທຳການ​ວາງ​ແຜນ​ຍຸດ​ທະ​ສາດ​ທົ່ວ​ໄປ.”

ຄຳ​ປາ​ໄສ​ຂອງ​ທ່ານ, ພຽງ​ບໍ່​ເທົ່າ​ໃດ​ເດືອນຫຼັງ​ຈາກ​ໄດ້​ເຂົ້າ​ດຳ​ລົງ​ຕຳ​ແໜ່ງ, ໄດ້​ຮຽກ​ຮ້ອງໃຫ້​ມີຄວາມ​ສາ​ມັກ​ຄີ​ດັ່ງ​ກ່າວ ​ໃນ​ການ​ຮັບ​ມື​ກັບ​ໄພ​ຂົ່ມ​ຂູ່​ຕ່າງໆ​ລວມ​ທັງ​ສະ​ພາບ​ອາ​ກາດ​ປ່ຽນ​ແປງ. ທ່ານ ມາກ​ຣົງ ໄດ້​ກ່າວ​ວ່າ “ຄວາມບໍ່​ສາ​ມາດ​ຂອງ​ພວກ​ເຮົາ​ທີ່​ຈະ​ເຮັດ​ວຽກ​ນຳ​ກັບ​ຢ່າງ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ ໄດ້​ທຳ​ລາຍ​ຄວາມ​ໜ້າ​ເຊື່ອ​ຖື​ຂອງ​ພວກ​ເຮົາ​ໃນ​ຖາ​ນະ​ເປັນ​ຄົນ ຢູ​ໂຣບ.”

ມື້ນີ້, ມັນ​ເບິ່ງ​ຄື​ວ່າ, ປະ​ເທດ​ຕ່າງໆ​ໃນ​ສະ​ຫະ​ພາບ​ຢູ​ໂຣບ​ກໍ​ໄດ້​ເຊື່ອ​ຟັງ​ໃນ​ທີ່​ສຸດ. ມັນ​ບໍ່​ໄດ້ເປັນ​ຍ້ອນ​ທ່ານ ມາກ​ຣົງ ເທົ່າ​ນັ້ນ, ແຕ່​ຍ້ອນ​ເຫດ​ການ​ຕ່າງໆ​ທີ່​ໄດ້​ເກີດ ຂຶ້ນ​ຢູ່​ຫ່າງ​ໄກ​ຈາກ​ນະ​ຄອນຫຼວງ​ຂອງ​ຝ​ຣັ່ງ: ຄື ຣັດ​ເຊຍ ທີ່​ອັນ​ຕະ​ລາຍ ແລະ ກີ​ຢິບ ທີ່​ກຳ​ລັງ​ດີ້ນ​ຮົນ​ເອົາ​ຕົວ​ລອດ ໃນ​ຂະ​ນະ​ທີ່​ສົງ​ຄາມ​ໃນ ຢູ​ເຄ​ຣນ ກ້າວ​ເຂົ້າ​ສູ່​ປີ​ທີ​ສາມ, ແລະ ຄວາມ​ຢ້ານ​ກົວ ກ່ຽວ​ກັບ ການ​ສະ​ໜັບ​ສະ​ໜູນ​ຈາກ ສະ​ຫະ​ລັດ ຈະຫຼຸດ​ລົງ​ສຳ​ລັບ​ຄວາມ​ຂັດ​ແຍ້ງ ແລະ ພັນ​ທະ​ມິດ​ມະ​ຫາ​ສະ​ໝຸດ ແອັດ​ແລນ​ຕິກ, ໂດຍ​ສະ​ເພາະ​ຖ້າ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກັບ​ຄືນ​ສູ່​ອຳ​ນາດ.

ທ່ານ ຄາ​ມີ​ລ ກ​ຣອງ, ຜູ້​ທີ່​ນຳ​ໜ້າ​ບັນ​ຫາ​ປ້ອງ​ກັນ​ປະ​ເທດ​ຢູ່​ສະ​ພາ ຢູ​ໂຣບ ໃນ​ສະ​ຖາ​ບັນ​ນະ​ໂຍ​ບາຍ​ພົວ​ພັນ​ຕ່າງ​ປະ​ເທດ​ກ່າວ​ວ່າ “ຢູ​ໂຣບ ຕ້ອງ​ຮວບ​ຮວມ​ຕົນ​ເອງ ກ່ຽວ​ກັບ ການ​ປ້ອງ​ກັນ​ປະ​ເທດບໍ່​ວ່າ​ຈະ​ເປັນ​ຫຍັງ​ກໍ່​ຕາມ ແລະ ນັ້ນ​ຈະ​ຮຽກ​ຮ້ອງ​ຄວາມ​ພະ​ຍາ​ຍາມ​ທີ່​ສະ​ໜັບ​ສະ​ໜູນ​ເປັນ​ເວ​ລາ 5 ຫຼື 10 ປີ.” ໃນ​ຂະ​ນະ​ທີ່​ສະ​ມາ​ຊິກ​ສະ​ຫະ​ພາບ​ຢູ​ໂຣບ​ບາງ​ປະ​ເທດ​ແມ່ນ​ໄດ້​ເລີ່ມ​ເຄື່ອນ​ໄຫວ​ໄປ​ໃນ​ທິດ​ທາງ​ນັ້ນ, ທ່ານ​ໄດ້​ກ່າວ​ວ່າ “ມັນ​ໃຊ້​ການ​ບຸກ​ລຸກ​ເຕັມ​ອັດ​ຕາ​ ໃນ ຢູ​ເຄ​ຣນ ເພື່ອ​ໃຫ້ມີ​ການ​ປ່ຽນ​ແປງ​ຂະ​ໜາດ​ໃຫຍ່."

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG