ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຫໍພິພິທະພັນ Louvre ທີ່ປາຣີ ໄຂປີກໃໝ່ ສໍາລັບວາງສະແດງ ສິນລະປະອິສລາມ


ນັກຂ່າວຄົນນຶ່ງຖ່າຍຮູບເອົາຝາເຮືອນ ທີ່ສະທ້ອນສິນລະປະອີສລາມ
ທີ່ເຮັດດ້ວຍ ເຄຶ່ອງດິນເຜົາ ຫຼື ceramic ອັນງົດງາມ.
ນັກຂ່າວຄົນນຶ່ງຖ່າຍຮູບເອົາຝາເຮືອນ ທີ່ສະທ້ອນສິນລະປະອີສລາມ ທີ່ເຮັດດ້ວຍ ເຄຶ່ອງດິນເຜົາ ຫຼື ceramic ອັນງົດງາມ.
ຫໍພິພິທະ​ພັນນຶ່ງ​ຮູ້​ກັນ​ດີ​ທີ່​ສຸດ​ຂອງ​ໂລກ ກໍາລັງ​ເປີດ​ປີກ​ໃໝ່​ຂອງ​ຕຶກ​ທີ່​ອຸທິດ​ໃຫ້​ສິນລະ​ປະ​ອິສລາມ ຊຶ່ງ​ເປັນ​ການ​ຂະ​ຫຍາ​ຍທີ່​ສໍາຄັນອັນ​ທໍາ​ອິດ​ໃນ​ໄລຍະ​ ນຶ່ງຊົ່ວ​ຄົນ.

ຫໍພິພິທະ​ພັນ Louvre ທີ່​ປາຣີ ​ໄດ້​ທໍາ​ພິທີ​ໄຂ​ປີກ​ໃໝ່​ຂອງ​ພິພິທະ​ພັນ ທີ່​ວາງສະແດງ​ສິ່ງ​ປະດິດຕ່າງໆຂອງ​ສາສະໜາອິສລາມ ທີ່​ຍ້ອນຫຼັງ​ໄປ​ຕັ້ງ​ແຕ່​ສັດຕະວັດ​ທີ່ 7 ຈົນ​ເຖິງສັດຕະວັດ​ທີ່ 19. ສິ່ງ​ປະດິດດັ່ງກ່າວແມ່ນ ມາ​ຈາກ​ທົ່ວ​ໂລກ ທີ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ກວ້າງຂວາງ​ຂອງ​ວັດທະ​ນະ​ທໍາ ​ແລະ​ການ​ອອກ​ແບບຕ່າງໆ​ຂອງ​ອິສລາມ.

​ປີກ​ໃໝ່ຂອງຫໍພິພິທະ​ພັນ​ແຫ່ງ​ນີ້ ມີຫຼັງຄາ​ຍາວ​ເປັນ​ລອນ ສົ່ງ​ແສງ​ສີ​ຄໍາ​ເຫຼື້ອມ ​ແລະ​ປະກອບ​ຊັ້ນ​ພື້ນ​ດິນ ​ແລະຫ້ອງ​ສະ​ແດງ​ສິນລະປະ​ໃຕ້​ດິນ ​ທີ່ສິ່ງ​ປະ​ດິດປະມານ 3,000 ຢ່າງ ​ເຊັ່ນ​ ​ແຜ່ນ​ຈາລຶກ ປື້​ມ ​ເຄຶ່ອງດິນ​ເຜົາ ຫຼື ceramic ​ເຄຶ່ອງ​ແກ້ວ ​ເຄຶ່ອງ​ເຫຼັກ ​ເປັນ​ຕົ້ນ. ການ​ອອກ​ແບບ​ຂອງ​ປີກ​ໃໝ່​ຂອງ​ພິພິທະ​ພັນ ​ໄດ້​ສ້າງ​ຄວາມ​ໂຕ້​ແຍ້​ງກັນຂຶ້ນ ຍ້ອນລັກສະນະ​ ແບບ​ສະ​ໄໝ​ໃໝ່ຂອງ​ມັນ ຊຶ່ງ​ຂັດ​ກັນ​ລັກສະນະ​ຂອງ​ຕຶກ​ໃຫຍ່​ຂອງ​ພິພິທະ​ພັນ ທີ່​ເປັນ​ພະລາດ​ຊະ​ວັງ​ Louvre ເກົ່າ​ແກ່ ​ມີ​ອາຍຸ​ໄດ້ຫຼາຍສັດຕະ​ວັດ​ນັ້ນ.

ການ​ກໍ່ສ້າງ​ປີກອິສລາມຂອງ​ພິພິທະ​ພັນ​ແຫ່ງ​ນີ້ ​ໄດ້ດໍາ​ເນີນ​ມາ​ເປັນ​ເວລາ​ຢ່າງ​ໜ້ອຍ​ນຶ່ງ​ທົດ​ສະ​ວັດ ​ໂດຍ​ໄດ້ງົບປະມານ​ຈາກ​ລັດຖະບານ​ຝຣັ່ງ ພ້ອມ​ດ້ວຍ​ເງິນ​ສົມທົບ​ຈາກ Saudi Arabia, Oman, Morocco Kuwait ​ແລະ Alzerbaijan.

ການ​ເປີດ​ປີກ​ໃໝ່​ຂອງພິພິທະ​ພັນ​ດັ່ງກ່າວ​ຕໍ່​ສາທາລະນະ ມີ​ຂຶ້ນທ່າມກາງ ​ ​ຄວາມ​ເຄ່ງ​ຕຶງ​ລະຫວ່າງວັດທະນະ​ທໍາມຸສລິ​ມ ​ແລະຕາ​ເວັນຕົກທີ່​ກໍາ​ລັງ​ ເພີ່ມ​ທະວີ​ຂຶ້ນ. ເຈົ້າໜ້າ​ທີ່​ຫໍພິພິທະ​ພັນ​ກ່າວ​ວ່າ ພວກ​ເຂົາ​ເ​ຈົ້າຫວັງ​ວ່າ ພິພິທະ​ພັນໃໝ່​ນີ້ ຈະ​ສາມາດ​ເປັນ​ສະພານ​ເຊື່ອມ​ໂຍງ​ກັນ​ລະຫວ່າງ​ວັດທະ ນະ​ທໍາ​ຕ່າງໆ ຊຸກຍູ້​ໃຫ້​ມີ​ຄວາມ​ເຂົ້າ​ໃຈ​ກັນ​ດີ​ຂຶ້ນລະຫວ່າງ ຝ່າຍ​ຕາ​ເວັນ​ອອກ​ແລະ​ຕາ​ເວັນ​ຕົກ.
XS
SM
MD
LG