ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝ​ຣັ່ງ ແລະ ອິນ​ເດຍ ຮຽກ​ຮ້ອງ​ການ​ສິ້ນ​ສຸດ ພາ​ວະ​ສົງ​ຄາມ​ໃນ​ຢູ​ເຄ​ຣນ


ປະ​ທາ​ນາ​ທິ​ບໍ​ດີ ຝ​ຣັ່ງ ທ່ານ​ເອັມ​ມາ​ນູ​ແອ​ລ ມາກ​ຣົງ, ຊ້າຍ, ຕ້ອນ​ຮັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ ທ່ານ ນາ​ເຣັນ​ດ​ຣາ ໂມ​ດີ ສຳ​ລັບ​ກອງ​ປະ​ຊຸມ​ຢູ່​ທຳ​ນຽບ​ເອ​ລີ​ເຊ ໃນ​ນະ​ຄອນຫຼວງ​ປາ​ຣີ, ຝ​ຣັ່ງ, 4 ພຶດ​ສະ​ພາ, 2022.
ປະ​ທາ​ນາ​ທິ​ບໍ​ດີ ຝ​ຣັ່ງ ທ່ານ​ເອັມ​ມາ​ນູ​ແອ​ລ ມາກ​ຣົງ, ຊ້າຍ, ຕ້ອນ​ຮັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ ທ່ານ ນາ​ເຣັນ​ດ​ຣາ ໂມ​ດີ ສຳ​ລັບ​ກອງ​ປະ​ຊຸມ​ຢູ່​ທຳ​ນຽບ​ເອ​ລີ​ເຊ ໃນ​ນະ​ຄອນຫຼວງ​ປາ​ຣີ, ຝ​ຣັ່ງ, 4 ພຶດ​ສະ​ພາ, 2022.

ອິນ​ເດຍ ແລະ ຝ​ຣັ່ງ​ໃນ​ວັນ​ພຸດ​ວານນີ້​ໄດ້​ຮຽກ​ຮ້ອງ​ໃຫ້ “​ຢຸດພາ​ວະ​ສົງ​ຄາມ​ໃນ​ທັນ​ທີ” ໃນ​ຢູ​ເຄ​ຣນ, ໂດຍ​ນາ​ຍົກ​ລັດ​ຖະ​ມົນ​ຕີ ນາ​ເຣັນ​ດ​ຣາ ໂມ​ດີ ໄດ້​ຢຸດ​ທີ່​ຈະ​ກ່າວ​ປະ​ນາມ​ການ​ບຸກ​ລຸກ​ຂອງ ຣັດ​ເຊຍ ໃນ​ປະ​ເທດ​ເພື່ອ​ນ​ບ້ານ​ຂອງ​ເຂົາ​ເຈົ້າ.

ອິນ​ເດຍ, ເຊິ່ງ​ນຳ​ເຂົ້າ​ອຸ​ປະ​ກອນ​ທາງ​ທະ​ຫານ​ສ່ວນ​ຫຼາຍ​ຂອງ​ເຂົາ​ເຈົ້າ​ຈາກ​ຣັດ​ເຊຍ​ນັ້ນ, ໄດ້​ປະ​ເຊີນ​ກັບ​ສະ​ຖາ​ນະ​ການ​ທີ່​ຫຍຸ້ງ​ຍາກ​ທາງ​ການ​ທູດ​ກັບປະ​ເທດ​ຕາ​ເວັນ​ຕົກ ແລະ ມົ​ສ​ກູ, ຢ່າງ​ສັງ​ເກດ​ໄດ້​ແມ່ນ​ການ​ປະ​ຕິ​ເສດ​ທີ່​ຈະ​ກ່າວ​ປະ​ນາມ​ຄັ້ງ​ທີ່​ຜ່ານ​ມາ ຫຼື ການ​ລົງ​ຄະ​ແນນ​ສຽງ​ຄັດ​ຄ້ານ​ເຂົາ​ເຈົ້າ​ຢູ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ກ່ຽວ​ກັບ ການ​ກະ​ທຳ​ຂອງ​ເຂົາ​ເຈົ້າ​ໃນ​ຢູ​ເຄ​ຣນ.

ທ່ານໂມ​ດີ ແລະ ປະ​ທາ​ນາ​ທິ​ບໍ​ດີຝ​ຣັ່ງ ທ່ານ​ເອັມ​ມາ​ນູ​ແອ​ລ ມາກ​ຣົງ​ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ຮ່ວມຫຼັງ​ຈາກ​ທີ່​ພວກ​ເພິ່ນ​ໄດ້​ພົບ​ປະ​ກັນ​ໃນ​ນະ​ຄອນຫຼວງ​ປາ​ຣີ ສຳ​ລັບ​ການ​ເຈ​ລະ​ຈາ ແລະ ກ​ອງ​ປະ​ຊຸມ​ຮັບ​ປະ​ທານ​ອາ​ຫານ​ຄ່ຳວ່າ “ຝ​ຣັ່ງ ແລະ ອິ​ນ​ເດຍ ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຢ່າງ​ຍິ່ງ ກ່ຽວ​ກັບ ວິ​ກິດ​ການ​ດ້ານ​ມະ​ນຸດ​ສະ​ທຳ ແລະ ຄວາມ​ຂັດ​ແຍ້ງ​ທີ່​ກຳ​ລັງ​ດຳ​ເນີນ​ຢູ່​ໃນ​ຢູ​ເຄ​ຣນ.”

“ທັ​ງ​ສອງ​ປະ​ເທດ​ໄດ້​ກ່າວ​ປະ​ນາມ​ຢ່າງບໍ່​ມີ​ຂໍ້​ສົງ​ໄສ​ຕໍ່​ຂໍ້​ເທັດ​ຈິງ​ທີ່​ວ່າ​ພົນ​ລະ​ເຮືອນ​ໄດ້​ຖືກ​ຂ້າ​ຕາຍ​ໃນ​ຢູ​ເຄ​ຣນ ແລະ ໄດ້​ຮຽກ​ຮ້ອງ​ສຳ​ລັບ​ການ​ຢຸດ​ພາ​ວະ​ສົງ​ຄາມ​ໃນ​ທັນ​ທີ ເພື່ອ​ທີ່​ຈະ​ໃຫ້​ທັງ​ສອງ​ຝ່າຍ​ມາ​ຮ່ວມ​ກັນ​ເພື່ອ​ສົ່ງ​ເສີມ​ການ​ເຈ​ລະ​ຈາ ແລະ ການ​ທູດ, ແລະ ໃຫ້​ສິ້ນ​ສຸດ​ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ປະ​ຊາ​ຊົນ​ໃນ​ທັນ​ທີ.”

ແນວ​ໃດ​ກໍ່​ຕາມ, ມີ​ແຕ່​ຝ​ຣັ່ງ​ທີ່​ໄດ້​ກ່າວ​ປະ​ນາມ “ກອງ​ກຳ​ລັງ​ຂອງ​ຣັດ​ເຊຍ​ວ່າ ໄດ້​ທຳ​ການ​ຮຸກ​ຮານ​ທີ່​ຜິດ​ກົດ​ໝາຍ ແລະ ບໍ່​ມີ​ເຫດ​ຜົນຕໍ່​ຢູ​ເຄ​ຣນ.”

ສອງ​ປະ​ເທດ​ນັ້ນ​ໄດ້​ກ່າວ​ວ່າ ​ເຂົາ​ເຈົ້າ​ຈະ “ຕອບ​ສະ​ໜອງ​ໃນ​ວິ​ທີ​ທາງ​ທີ່​ປະ​ສານ​ກັນ ແລະ ຫຼາຍ​ຝ່າຍ” ຕໍ່​ຄວາມ​ສ່ຽງ​ທີ່​ຄວາມ​ຂັດ​ແຍ້ງ​ຈະ​ເຮັດ​ໃຫ້​ວິ​ກິດ​ການ​ອາ​ຫານ​ໃນ​ທົ່ວ​ໂລກ​ຮຸນ​ແຮງ​ຂຶ້ນ. ຢູ​ເຄ​ຣນ ແລະ ຣັດ​ເຊຍ ແມ່ນ​ລວມ​ຢູ່​ໃນ​ຜູ້​ຜະ​ລິດ​ເຂົ້າ​ສາ​ລີ​ທີ່​ສຳ​ຄັນ​ຂອງ​ໂລກ.

ກ່ອນກອງ​ປະ​ຊຸມ​ນັ້ນ, ຫ້ອງ​ການ​ຂອງ​ທ່ານ ມາກ​ຣົງ ໄດ້​ກ່າວ​ວ່າ​ທ່ານ​ຈະ “ກ່າວ​ຢ້ຳ​ເຖິງ​ຜົນ​ທີ່​ຕາມ​ມາ​ຂອງ​ສົງ​ຄາມ​ສຳ​ລັບ​ລະ​ບຽບ​ສາ​ກົນທີ່ນອກເໜືອ​ສະ​ຫະ​ພາບ​ຢູ​ໂຣບ, ລວມ​ທັງ​ໃນ​ເອ​ເຊຍ” ຕໍ່​ທ່ານ​ໂມ​ດີ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ໄດ້​ກ່າວ​ຕື່ມ​ວ່າ ຝ​ຣັ່ງ ຢາກ​ທີ່​ຈະ “ຊ່ວຍ​ເຫຼືອ​ອິນ​ເດຍ ປ່ຽນ​ການ​ສະ​ໜອງ​ສິນ​ຄ້າ​ຂອງ​ເຂົາ​ເຈົ້າ” ອອກ​ຈາກ​ອາ​ວຸດ ແລະ ພະ​ລັງ​ງານ​ຂອງ​ຣັດ​ເຊຍ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG