ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຝ​ຣັ່ງ​ໄດ້​ທຳ​ການ​ລະ​ນຶກ​ເຖິງ “ວັນ​ແຫ່ງ​ການ​ດັບ​ສູນ​ເຊື້ອ​ຊາດ ​ອາ​ເມ​ເນຍ​ແຫ່ງ​ຊາດ” ຂຶ້ນເປັນຄັ້ງ​ທຳ​ອິດ


 ​ຊາວ​ອາ​ເມ​ເນຍຖື​ປ້າຍ "1915" ແລະ"1500000", ຢູ່​ໃນ​ການ​ໂຮມ​ຊຸມ​ນຸມ ຕາມ​ຖະ​ໜົນ​ຂອງ​ນະ​ຄອນ Yerevan ຂອງ ​ອາ​ເມເນຍ​, ໃນ​ວັນ​ທີ 24 ເມ​ສາ, 2015.
​ຊາວ​ອາ​ເມ​ເນຍຖື​ປ້າຍ "1915" ແລະ"1500000", ຢູ່​ໃນ​ການ​ໂຮມ​ຊຸມ​ນຸມ ຕາມ​ຖະ​ໜົນ​ຂອງ​ນະ​ຄອນ Yerevan ຂອງ ​ອາ​ເມເນຍ​, ໃນ​ວັນ​ທີ 24 ເມ​ສາ, 2015.

ໃນ​ວັນ​ພຸ​ດ​ວານນີ້ ຝ​ຣັ່ງ​ໄດ້​ທຳ​ການ​ລະ​ນຶກ​ເຖິງ “ວັນ​ແຫ່ງ​ການ​ດັບ​ສູນ​ເຊື້ອ​ຊາດ ​ອາ​ເມ​ເນຍ​ແຫ່ງ​ຊາດ” ຂຶ້ນເປັນຄັ້ງ​ທຳ​ອິດ ຊຶ່ງ​ໄດ້​ກໍ່​ໃຫ້​ເທີ​ກີເກີດ​ຄວາມ​ໂກດ​ແຄ້ນຂຶ້ນ.

​ວັນ​ທີ 24 ເມ​ສາ 1915 ຖືວ່າ​ເປັນ​ການ​ເລີ້ມ​ຕົ້ນ​ ຂອງ​ການ​ສັງ​ຫານ​ໝູ່ ໃນ​ສະ​ໄໝ​ສົງ​ຄາມ​ໂລກ​ຄັ້ງ​ທີ I ໂດຍ​ຊາວເທີກີ Ottoman ​ຕໍ່​ຊາວ​ອາ​ເມ​ເນຍຈຳ​ນວນຫລາຍ 10 ພັນ​ຄົນ.

ຝ​ຣັ່ງ​ເປັນ​ປະ​ເທດຢູ​ໂຣບ ​ທີ່​ໃຫຍ່​ປະ​ເທດ​ທຳ​ອິດ ທີ່​ໄດ້​ຮັບ​ຮູ້​ການ​ສັງ​ຫານ​ໝູ່​ດັ່ງ​ກ່າວ ໃນ​ປີ 2001 ຜ່ານ​ມາ. ເທີ​ກີ​ໄດ້​ໂຕ້​ຖຽງ​ຄືນ​ ​ການ​ພັນ​ລະ​ນາ​ເຊັ່ນ​ນັ້ນ ໂດຍ​ບອກວ່າມີ​ການ​ເວົ້າ​ເຖິງ​ຈຳ​ນວນ​ຄົນ​ເສຍ​ຊີ​ວິດຫລາຍ​ເກີນ​ຄວາມ​ເປັນ​ຈິງ ແລະ​ຖືວ່າ​ພວກ​ທີ່​ເສຍ​ຊີ​ວິດ​ໄປ​ນັ້ນ ແມ່ນ​ເປັນ​ຜູ້​ໄດ້​ຮັບ​ເຄາະ​ຮ້​າຍ​ຈາກ​ສົງ​ຄາມ​ກາງ​ເມືອງ.

ປະ​ທາ​ນາ​ທິ​ບໍ​ດີ Recep Tayyip Erdogan ຂອງ​ເທີ​ກີ​ເວົ້າ​ວ່າ ປະ​ເທດ​ໃດ​ທີ່​ກ່າວ​ຫາເທີ​ກີ​ວ່າ​ທຳ​ການ​ດັບ​ສູນ​ເຊື້ອ​ຊາດຄວນ​ຫລຽວ​ຄືນ​ຫລັງ “ເບິ່ງອະ​ດີດ​ທີ່​ເຕັມ​ໄປ​ດ້ວຍການ​ເປື້ອນ​ເລືອດ” ຂອງ​ຕົນ​ເອງ​ແດ່. ທ່ານ ເອີດ​ວານ (Erdogan) ໃນ​ເມື່ອ​ກ່ອນ​ໄດ້​ກ່າວ​ຫາ​ຝ​ຣັ່ງ​ວ່າ ເປັນ​ຜູ້​ຮັບ​ຜິດ​ຊອບ​ຕໍ່ການ​ດັບ​ສູນ​ເຊື້ອ​ຊາດໃນ​ຣູ​ວັນ​ດາ​ໃນ​ປີ 1994. ລັດ​ຖະ​ບານ​ຣູ​ວັນ​ດາ ກໍ​ໄດ້​ກ່າວ​ຫາ​ຝ​ຣັ່ງ​ເຊັ່ນ​ກັນ ວ່າ ເປັນ​ຄົນ​ສົມ​ຮູ້​ຮ່ວມ​ຄິດ​ໃນ​ການ​ສັງ​ຫານ​ໝູ່​ຕໍ່​ປະ​ຊາ​ຄົມ​ຂອງຊາວ​ທູດ​ຊີ Tutsi ທີ່​ເປັນ​ຊົນ​ຊາດກຸ່ມ​ນ້ອຍ ໂດຍ​ຊາວຮູ​ຕັສ (Hutus) ທີ່​ເປັນ​ຊົນ​ສ່ວນ​ໃຫຍ່ນັ້ນ.

ນອກນັ້ນ ລັດຖະມົນຕີຕ່າງປະເທດຂອງເທີກີ ຍັງໄດ້ຕ້ອງຕິຢ່າງໃຫຍ່ ຖະແຫລງການສະບັບນຶ່ງທີ່ອອກໄປໂດຍທຳນຽບຂາວ ເລື້ອງການຂ້າລ້າງຜານຊາວອາເມເນຍ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG