ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຝຣັ່ງ ກຽມຮັບມື ກັບການປະທ້ວງ ທີ່ຮຸນແຮງ ໃນສັບປະດາ ທີ 4 ລຽນຕິດ


ພວກປະທ້ວງພາກັນໃສ່ເສື້ອກັກສີເຫຼືອງ ຍ່າງໄປຕາມເສັ້ນທາງ Champs-Elysees ໂດຍມີ Arc de Triomphe ຢູ່ໃນດ້ານຫຼັງ ໃນລະຫວ່າງ ວັນປະທ້ວງແຫ່ງຊາດ ໂດຍເອີ້ນວ່າ ຂະບວນການ "ເສື້ອກັກສີເຫຼືອງ" ໃນນະຄອນຫຼວງ ປາຣີ, ວັນທີ 8 ທັນວາ 2018.
ພວກປະທ້ວງພາກັນໃສ່ເສື້ອກັກສີເຫຼືອງ ຍ່າງໄປຕາມເສັ້ນທາງ Champs-Elysees ໂດຍມີ Arc de Triomphe ຢູ່ໃນດ້ານຫຼັງ ໃນລະຫວ່າງ ວັນປະທ້ວງແຫ່ງຊາດ ໂດຍເອີ້ນວ່າ ຂະບວນການ "ເສື້ອກັກສີເຫຼືອງ" ໃນນະຄອນຫຼວງ ປາຣີ, ວັນທີ 8 ທັນວາ 2018.

ໃນການກຽມຮັບມື ໃນສັບປະດາທີ 4 ຂອງການປະທ້ວງທີ່ຮຸນແຮງ ຝຣັ່ງ ໄດ້ປິດ ຫໍ Eiffel
ຂອງຕົນ ແລະ ສະຖານທີ່ທ່ອງທ່ຽວ ເດັ່ນໆຂອງປະເທດ ແລະໄດ້ລະດົມກຳລັງຮັກສາ
ຄວາມສະຫງົບ ຫຼາຍສິບພັນຄົນ.

ຮ້ານຄ້າຫຼາຍແຫ່ງ ໃນນະຄອນຫຼວງ ປາຣີ ໄດ້ຕີີແປ້ນໄມ້ປິດຮ້ານ ກ່ອນໜ້າແຜນການ
ປະທ້ວງ ທີ່ໄດ້ວາງເອົາໄວ້ ໃນວັນເສົາມື້ນີ້ ເພື່ອຫລີກເວັ້ນການຖືກທັບມ້າງ ຫຼື ຖືກຈາ
ລະຈົນ ແລະ ເຈົ້າໜ້າທີ່ຕຳຫຼວດ ກໍໄດ້ປິດລ້ອມ ເສັ້ນທາງຫຼາຍສາຍ ຂອງເມືອງຫຼວງ
ນຳດ້ວຍ.

ເສື້ອກັກສີເຫຼືອງ ແຂວນ ຢູ່ປ່ອງຢ້ຽມ ແລະ ເທິງຕຶກອາຄານຊັ້ນເທິງ ຂອງສະຖານທີ່ເຮືອນພັກ, ວັນທີ 7 ທັນວາ 2018, ໃນນະຄອນ Marseille, ທາງພາກໃຕ້ຂອງຝຣັ່ງ.
ເສື້ອກັກສີເຫຼືອງ ແຂວນ ຢູ່ປ່ອງຢ້ຽມ ແລະ ເທິງຕຶກອາຄານຊັ້ນເທິງ ຂອງສະຖານທີ່ເຮືອນພັກ, ວັນທີ 7 ທັນວາ 2018, ໃນນະຄອນ Marseille, ທາງພາກໃຕ້ຂອງຝຣັ່ງ.

ຕຳຫຼວດຫຼາຍກວ່າ 89,000 ຄົນ ກຳລັງຖືກສົ່ງໄປປະຈຳການໃນທົ່ວປະເທດ ຊຶ່ງໄດ້ເພີ້ມ
ຈາກຈຳນວນ 65,000 ຄົນ ເມື່ອທ້າຍສັບປະດາແລ້ວນີ້ ໃນເວລາພວກປະທ້ວງຕໍ່ຕ້ານ
ກ່ຽວກັບພາສີທີ່ເພີ້ມຂຶ້ນເລື້ອຍໆ ນັ້ນ ໄດ້ຫັນປ່ຽນກາຍເປັນການຈາລະຈົນ ທີ່ໄດ້ເຮັດໃຫ້
ຫຼາຍກວ່າ 130 ຄົນ ບາດເຈັບ.

ເຈົ້າໜ້າທີ່ຕຳຫຼວດ ໄດ້ຍົກຍ້າຍສິ່ງຂອງໃດໆ ອອກຈາກຖະໜົນຫົນທາງ ທີ່ອາດຖືກນຳ
ໃຊ້ເປັນອາວຸດ ຫຼື ເປັນສິ່ງທີ່ໂຍນອອກໄປ ໃນລະຫວ່າງການເດີນຂະບວນປະທ້ວງ
ລວມທັງເຄື່ອງໃຊ້ເປັນໂຕະແລະຕັ່ງ ທີ່ຕັ້ງຢູ່ດ້ານນອກຂອງຮ້ານກາເຟທັງຫຼາຍ.

ປະທານາທິບໍດີ ເອັມມານູແອລ ມາຄຣົງ ໄດ້ອອກເດີນທາງຢ່າງບໍ່ໄດ້ປະກາດລ່ວງໜ້າ
ໄປຢ້ຽມຢາມ ກຸ່ມເຈົ້າໜ້າທີ່ຮັກສາຄວາມສະຫງົບ ຕໍ່ຕ້ານຈາລະຈົນ ຢູ່ນອກນະຄອນຫຼວງ
ປາຣີ ໃນຄືນວັນສຸກຜ່ານມາ ເພື່ອຂອບອົກຂອງໃຈພວກເຂົາເຈົ້າ ສຳລັບການປະຕິບັດ
ໜ້າທີ່ ຂອງພວກເຂົາເຈົ້າ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Bracing itself for a fourth week of violent protests, France closed the Eiffel Tower and other tourist landmarks and mobilized tens of thousands of security forces.

Many shops in Paris were boarded up before Saturday's planned protests to avoid being smashed or looted, and police cordoned off many of the city's broad boulevards.

More than 89,000 police are being deployed nationwide, an increase from 65,000 last weekend, when protests over rising taxes turned into a riot that left more than 130 people injured.

Police removed any materials from the streets that could be used as weapons or projectiles during the demonstrations, including street furniture at outdoor cafes.

President Emmanuel Macron made an unannounced visit Friday night to a group of anti-riot security officers outside Paris to thank them for their work.

XS
SM
MD
LG