ກ້າວເຂົ້າສູ່ເດືອນທີສີ່ໃນການບຸກລຸກຢູເຄຣນຂອງ ຣັດເຊຍ ນັ້ນ, ນາງ ລີເລຍ, ຜູ້ເປັນແມ່ອາຍຸ 22 ປີຈາກເມືອງ ບາກມຸດ ທາງພາກໃຕ້ຂອງປະເທດໄດ້ຕັດສິນໃຈວ່າມັນເຖິງເວລາແລ້ວທີຈະໜີອອກຈາກພາກພື້ນທີ່ຖືກລ້ອມໂຈມຕີນັ້ນ.
ນາງ ລີເລຍ, ຜູ້ທີ່ໄດ້ບອກແຕ່ຊື່ແທ້ຂອງລາວເທົ່ານັ້ນໄດ້ກ່າວວ່າ “ມັນຍາກຫຼາຍ. ບໍ່ມີໄຟຟ້າ, ບໍ່ມີນ້ຳ, ບໍ່ມີແກັສ, ບໍ່ມີຫຍັງ,” ໃນຂະນະທີ່ລາວກຳລັງນັ່ງຢູ່ໃນລົດໄຟຢູ່ສະຖານີລົດໄຟ ໂປຄຣອຟສ ໃນພາກພື້ນ ໂດເນັດສ ຂອງຢູເຄຣນ ແລະ ກຳລັງປ້ອນນຳລູກອາຍຸ 1 ປີຂອງລາວ.
ນາງໄດ້ກ່າວວ່າ “ພວກເຮົາຈະໃຊ້ຊີວິດແນວໃດ? ການລະດົມຍິງ, ມັນໄດ້ກາຍເປັນຕາຢ້ານຫຼາຍ. ພວກເຮົາໄດ້ຕັດສິນໃຈທີ່ຈະໜີ.”
ດ້ວຍການໂຈມຕີທີ່ຮຸນແຮງຂຶ້ນຂອງ ຣັດເຊຍ ຢູ່ເຂດ ດອນບາສ ທີ່ກວ້າງຂວາງ, ເຊິ່ງປະກອບມີພາກພື້ນ ໂດເນັດສ໌ ແລະ ລູຮານສ ໃນພາກຕາເວັນອອກ ແລະ ພາກໃຕ້ຂອງ ຢູເຄຣນ, ສຳລັບບາງຄົນຢູ່ທີ່ນັ້ນວັນອົບພະຍົບໂລກໃນວັນຈັນມື້ນີ້ ຈະເປັນວັນທີ່ເຂົາເຈົ້າໄດ້ຫຼົບໜີອອກຈາກບ້ານຂອງເຂົາເຈົ້າ.
ນັບຕັ້ງແຕ່ຕອນເລີ່ມຕົ້ນຂອງການບຸກລຸກຂອງຣັດເຊຍເມື່ອວັນທີ 24 ກຸມພາທີ່ຜ່ານມາ, ອົງການສະຫະປະຊາຊາດຄາດຄະເນວ່າ ຊາວຢູເຄຣນ ຫຼາຍກວ່າ 1 ສ່ວນ 3 ໄດ້ຖືກບັງຄັບໃຫ້ໜີອອກຈາກບ້ານເຮືອນຂອງເຂົາເຈົ້າ, ດ້ວຍ 7 ລ້ານຄົນບໍ່ມີບ່ອນຢູ່ອາໄສພາຍໃນປະເທດ ແລະ ຫຼາຍກວ່າ 5 ລ້ານຄົນໄດ້ຫຼົບໜີໄປຕ່າງປະເທດ.
ແລະໃນຂະນະທີ່ອົບພະຍົບຢູເຄຣນຈຳນວນນຶ່ງໄດ້ກັບຄືນມາບ້ານ ຫຼັງຈາກກອງກຳລັງ ຣັດເຊຍ ໄດ້ເພັ່ງເລັງການປະຕິບັດການຂອງເຂົາເຈົ້າຫ່າງອອກໄປຈາກນະຄອນຫຼວງ ກີຢິບ ແລະ ພະຍາຍາມທີ່ຈະທຳການຄວບຄຸມເຂດດອນບາສ ຢ່າງເຕັມທີ່ນັ້ນ, ຄອບຄົວຈຳນວນຫຼາຍກວ່າເກົ່າໃນພາກພືນນັ້ນ ໄດ້ຕັດສິນໃຈທີ່ຈະໜີອອກໄປ.
ນາງ ວິກຕໍເຣຍ ອາຍຸ 36 ປີຈາກເມືອງ ເຄຣມາຕໍສ, ເຊິ່ງແມ່ນເມືອງນຶ່ງໃນເຂດພາກເໜືອຂອງພາກພື້ນໂດເນັດສ ໄດ້ກ່າວວ່າ “ຂ້າພະເຈົ້າແມ່ນຜູ້ປົກຄອງຄົນດຽວ, ຂ້າພະເຈົ້າມີລູກສາມຄົນ, ມັນບໍ່ມີປະໂຫຍດຢູ່ທີ່ນັ້ນ, ວິທີດຽວທີ່ຈະຢູລອດ ແມ່ນອາໄສການຊ່ວຍເຫຼືອດ້ານມະນຸດສະທຳ.”
ນາງໄດ້ກ່າວວ່າ “ຂ້າພະເຈົ້າກຳລັງໜີກັບລູກ ສະນັ້ນຂ້າພະເຈົ້າຈຶ່ງໄດ້ຮັບການຊ່ວຍເຫຼືອລູກບາງຢ່າງ.”
ອົງການສະຫະປະຊາຊາດຍັງຄາດວ່າ ປະຊາຊົນຢູເຄຣນ ປະມານ 13 ລ້ານຄົນໄດ້ສືບຕໍ່ຕິດຄ້າງຢູ່ໃນເຂດທີ່ຖືກກະທົບ ຫຼືບໍ່ສາມາດທີ່ຈະໜີອອກມາ ຍ້ອນຄວາມສ່ຽງດ້ານຄວາມປອດໄພທີ່ສູງຂຶ້ນ, ການທຳລາຍຂົວ ແລະ ຫົນທາງ, ເຊັ່ນດຽວກັນການຂາດແຫຼ່ງຊັບພະຍາກອນຕ່າງໆ.