ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພົບຜູ້ຕິດເຊື້ອພະຍາດໝາກສຸກລີງ 17 ກໍລະນີຢູ່ໃນລັດອາລາບາມາ


ພະນັກງານການແພດ ພ້ອມດ້ວຍພະແນກສາທາລະນະສຸກຂອງລັດນິວຢອກ ແລະພາກສ່ວນສຸຂະຈິດຕະວິທະຍາ ຊ່ວຍປະຊາຊົນລົງທະບຽນສໍາລັບຢາວັກຊີນ monkrypox ຢູ່ທີ່ສະຖານີສັກຢາວັກຊີນແຫ່ງນຶ່ງຂອງເມືອງ, ເມື່ອວັນທີ 26 ກໍລະກົດ 2022, ໃນລັດນິວຢອກ.
ພະນັກງານການແພດ ພ້ອມດ້ວຍພະແນກສາທາລະນະສຸກຂອງລັດນິວຢອກ ແລະພາກສ່ວນສຸຂະຈິດຕະວິທະຍາ ຊ່ວຍປະຊາຊົນລົງທະບຽນສໍາລັບຢາວັກຊີນ monkrypox ຢູ່ທີ່ສະຖານີສັກຢາວັກຊີນແຫ່ງນຶ່ງຂອງເມືອງ, ເມື່ອວັນທີ 26 ກໍລະກົດ 2022, ໃນລັດນິວຢອກ.

ດັ່ງທີ່ຮູ້ກັນດີວ່າ ພະຍາດໝາກສຸກລີງແມ່ນຄົ້ນພົບທໍາອິດຢູ່ທະວີບອາຟຣິກາ ແລະປັດຈຸບັນນີ້ ກໍໄດ້ລະບາດແລ້ວໄປໃນທົ່ວໂລກ ໂດຍໃນຊ່ວງກາງເດືອນພຶດສະພາທີ່ຜ່ານມາ ໄດ້ມີການຄົ້ນພົບພະຍາດໝາກສຸກລີງຢູ່ໃນສະຫະລັດ, ໃນຂະນະນີ້ ໄດ້ມີການກວດພົບພະຍາດດັ່ງກ່າວແລ້ວຈໍານວນ 17 ກໍລະນີຢູ່ໃນລັດ ອາລາບາມາ, ເຊິ່ງ 16 ກໍລະນີ ແມ່ນພົບຢູ່ຂົງເຂດໂມບີລ ທີ່ຕັ້ງຢູ່ທາງພາກໃຕ້ຂອງລັດ.

ປະຊາຊົນທ່ານນຶ່ງທີ່ອາໄສຢູ່ເມືອງໂມບີລຂອງລັດອາລາບາມາ ສະແດງຄວາມຄິດເຫັນກ່ຽວກັບພະຍາດດັ່ງກ່າວ ໂດຍກ່າວກັບວີໂອເອພາກພາສາລາວວ່າ:

“ພະຍາດໝາກສຸກລີງເປັນພະຍາດທີ່ຕິດແປດ ຖ້າຫາກວ່າສໍາພັດກັນຫັ້ນນະ, ແຕ່ວ່າມັນກໍບໍ່ອາດຈະທໍາລາຍຊີວິດຄົນເຮົາຢ່າງກະທັນຫັນຄືພະຍາດໂຄວິດສາຍພັນເດລຕ້າເນາະ. ເຮົາກໍຄວນປະຕິບັດຕາມຄໍາແນະນໍາຂອງ CDC, ຄືຢູ່ໃນລັດອາລາບາມານີ້ກໍມີຂ່າວວ່າຕິດປະມານ 17-18 ຄົນ, ແຕ່ວ່າເພິ່ນກໍຊິໃຫ້ຄໍາແນະນໍາວິທີປ້ອງກັນແນວໃດນໍ້.”

ລັກສະນະອາການຂອງພະຍາດດັ່ງກ່າວແມ່ນ ມີໄຂ້ສູງ, ເຈັບຫົວ, ເຈັບກ້າມເນື້ອ ແລະເຈັບຫຼັງ, ໜາວສັ່ນ, ເມື່ອຍແຮງ, ເຈັບຄໍ, ຕັນດັງ ແລະອື່ນໆ, ທີ່ສໍາຄັນແມ່ນມີຜື່ນແດງຂຶ້ນຕາມຮ່າງກາຍ ເຊິ່ງມີລັກສະນະເປັນຕຸ່ມຄ້າຍໆກັບໝາກສຸກໝາກໄສ ແຕ່ມີຄວາມແຕກຕ່າງກັນ, ຢ່າງໃດກໍຕາມ ພະຍາດໝາກສຸກລີງເປັນພະຍາດທີ່ຕິດຕໍ່ກັນດ້ວຍການສໍາພັດແບບໃກ້ຊິດກັນເທົ່ານັ້ນ.

ອີງຕາມລາຍງານຂອງ CDC ປະຈໍາວັນທີ 29 ກໍລະກົດພົບວ່າ ທົ່ວໂລກມີຜູ້ທີ່ມີເຊື້ອພະຍາດໝາກສຸກລີງແລ້ວຈໍານວນ 22,485 ກໍລະນີ ໃນຈໍານວນ 79 ປະເທດ. ໃນນັ້ນ, ຢູ່ສະຫະລັດມີຜູ້ຕິດເຊື້ອທັງໝົດແລ້ວ 5,189 ກໍລະນີ ເຊິ່ງຫຼາຍກວ່າໝູ່ແມ່ນຢູ່ໃນລັດນິວຢອກ ຈໍານວນ 1,345 ກໍລະນີ.

XS
SM
MD
LG