ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການບໍລິຈາກເຂົ້າ ແລະອາຫານຕ່າງໆ ​ຈາກສະຫະລັດ ເພື່ອຊ່ວຍເຫຼືອເດັກນ້ອຍທີ່ເຂົ້າໂຮງຮຽນ ໃນ​ລາວ


ສະຖານທູດສະຫະລັດ ປະຈຳ ສປປ ລາວ ມອບອາຫານ ແລະເຄື່ອງທຳຄວາມສະອາດ ໃຫ້ແກ່ຄະນະກຳມະການປະຕິບັດງານ ສຸກເສີນ ໃນແຂວງຄຳມ່ວນ ແລະສະຫວັນນະເຂດ.
ສະຖານທູດສະຫະລັດ ປະຈຳ ສປປ ລາວ ມອບອາຫານ ແລະເຄື່ອງທຳຄວາມສະອາດ ໃຫ້ແກ່ຄະນະກຳມະການປະຕິບັດງານ ສຸກເສີນ ໃນແຂວງຄຳມ່ວນ ແລະສະຫວັນນະເຂດ.

ໃນມື້ນີ້ ທ່ານ ເອກອັກຄະລະຖະທູດ ທ່ານ ດຣ. ປີເຕີ ເອັມ. ເຮມ໋ອນ ໄດ້ມອບຮັບ ຕູ້ບັນທຸກເຂົ້າສານທີ່ເສີມວິຕາມິນ ແລະ ທາດບໍາລຸງ, ໝາກຖົ່ວເລນເທລ, ປາກະປ໋ອງ ແລະ ນໍ້າມັນສໍາລັບປຸງແຕ່ງອາຫານທີ່ມີທາດບໍາລຸງ ຈໍານວນ 93 ຕູ້ຄອນເທນເນີ ໃຫ້ແກ່ ຮອງລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ, ທ່ານ ດຣ. ສີສຸກ ວົງວິຈິດ ທີ່ ສາງອາຫານ ຂອງອົງການອາຫານໂລກ ທີ່ນະຄອນຫຼວງວຽງຈັນ. ບັນດາສະບຽງອາຫານເ​ຫລົ່ານີ້ຈະຖືກນໍາໃຊ້ເຂົ້າໃນການ ກະກຽມອາຫານທ່ຽງ ທີ່ມີໂພຊະນາການໃນໂຮງຮຽນ ໃຫ້ແກ່ເດັກນ້ອຍນັກຮຽນ ຈໍານວນ 63,000 ຄົນ ໃນທົ່ວ ສປປ ລາວ.

ນັບຕັ້ງແຕ່ ປີ 2008, ໂຄງການ ແມັກກາວັນ-ໂດ​ລ ອາຫານ ເພື່ອການສຶກສາ ແລະ ໂພຊະນາການຂອງເດັກນ້ອຍ ຂອງລັດຖະບານ ປະເທດອາເມຣິກາ, ທີ່ໄດ້ຮັບການບໍລິຫານໂດຍ ກະຊວງ ກະສິກໍາ ແຫ່ງປະເທດອາເມຣິກາ, ໄດ້ໃຫ້ ການຊ່ວຍເຫຼືອ ແກ່ໂຄງການອາຫານໃນໂຮງຮຽນ ຂອງອົງການອາຫານໂລກ ໃນປະເທດລາວຕະຫຼອດມາ, ໂດຍການປະກອບສ່ວນທັງໝົດ ປະມານ 85 ລ້ານ ໂດລາສະຫະລັດ.

ການຊ່ວຍເຫຼືອໃນຄັ້ງນີ້ ລວມມີ ເຂົ້າທີ່ເສີມວິຕາມິນ ແລະ ທາດບໍາລຸງ ຈໍານວນ 1,300 ໂຕນ, ໝາກຖົ່ວເລນເທວ ຈໍານວນ 230 ໂຕນ, ປາກະປ໋ອງ ຈໍານວນ 130 ໂຕນ ແລະ ນໍ້າມັນທີ່ມີທາດບໍາລຸງສໍາລັບປຸງແຕ່ງອາຫານ ຈໍານວນ 110 ໂຕນ. ບັນດາອາຫານເ​ຫລົ່ານີ້ ຈະໄດ້ຖືກນໍາໃຊ້ເຂົ້າໃນການປຸງແຕ່ງອາຫານທ່ຽງໃນໂຮງຮຽນ ສໍາລັບ ນັກຮຽນໂຮງຮຽນຊັ້ນປະຖົມ ໃນ 718 ແຫ່ງ ໃນ 18 ເມືອງບູລີມະສິດ ທີ່ໄດ້ຮັບການຄັດເລືອກ ຈາກກະຊວງສຶກສາທິການ ແລະ ກິລາ, ຖ້າບໍ່ມີການຊ່ວຍເຫຼືອໃນຄັ້ງນີ້ ເດັກຫຼາຍໆຄົນແມ່ນໄປໂຮງຮຽນໂດຍບໍ່ໄດ້ກິນອາຫານເລີຍ. ບັນດາຄາບອາຫານຈະໄດ້ຮັບການປະກອບສ່ວນຈາກຊຸມຊົນ ແລະ ສວນຂອງໂຮງຮຽນ ທີ່ລວມມີ ໄຂ່, ບັນດາຜັກຕ່າງໆ ແລະ ບັນດາພືດຜັກໃບຂຽວ.

ການຊ່ວຍເຫຼືອບັນດາໂຮງຮຽນເຫລົ່ານີ້ ແມ່ນມາໃນຮູບແບບການໃຫ້ເປັນຊຸດໃຫຍ່ລວມ. ການເຮັດວຽກຮ່ວມກັນກັບບັນດາເພື່ອນ ຮ່ວມງານ ກັບ ກະຊວງສຶກສາທິການ ແລະ ກິລາ ແລະ ອົງການບັນເທົາທຸກ ກາໂຕລິກ (CRS), ອົງການອາຫານໂລກ ໄດ້ມອບຊຸດການຊ່ວຍເຫຼືອທາງດ້ານສຸຂະພາບ ແລະ ໂພຊະນາການ, ເຊິ່ງລວມມີບັນດາຄາບອາຫານໃນໂຮງຮຽນ, ການຕິດຕັ້ງລະ ບົບນໍ້າສະອາດໃນໂຮງຮຽນ, ສິ່ງອໍານວຍຄວາມສະດວກ ດ້ານສຸຂະພິບານ ແລະ ອະນາໄມ, ການໃຫ້ການຊ່ວຍເຫຼືອ ບັນດາຊຸມຊົນ ໃນການສ້າງຫ້ອງກິນເຂົ້າ, ສະຖານທີ່ເກັບມ້ຽນເຄື່ອງ ແລະ ຫ້ອງແຕ່ງກິນ, ການສ້າງສວນຄົວໃນໂຮງຮຽນ, ເຮືອນປູກຜັກ ແລະ ບັນດາໜອງປາ ຂອງຊຸມຊົນ, ລວມທັງບັນດາກິດຈະກໍາຕ່າງໆທີ່ສົ່ງເສີມການຮຽນໜັງສື. ອົງການອາຫານໂລກ ຍັງໄດ້ມອບການຊ່ວຍເຫຼືອທາງດ້ານ ກະສິກໍາ ແລະ ນະໂຍບາຍ ໃຫ້ແກ່ ບັນດາຊຸມຊົນ ແລະ ເຈົ້າໜ້າທີ່ທ້ອງຖິ່ນ.

“ຜົນສໍາເລັດ ຂອງໂຄງການອາຫານໃນໂຮງຮຽນ ແມ່ນເປັນຫຼັກຖານທີ່ຊັດເຈນ. ໃນສອງສາມອາທິດທີ່ຜ່ານມາ, ອົງການອາຫານ ໄດ້ມອບຮັບບັນດາໂຮງຮຽນ ທີ່ຢູ່ພາຍໃຕ້ໂຄງການອາຫານໃນໂຮງຮຽນທີ່ໄດ້ຮັບການຊ່ວຍເຫຼືອຈາກປະເທດສະຫະລັດອາເມຣິກາໃນເມື່ອກ່ອນ ໃຫ້ແກ່ ກະຊວງ ສຶກສາທິການ ແລະ ກິລາ. ພວກເຮົາໝັ້ນໃຈວ່າ ໂຄງການນີ້ ແມ່ນສົ່ງເສີມການວຽກງານສາທາລະນະສຸກ ແລະ ການສຶກສາ ໃຫ້ແກ່ເດັກນ້ອຍລາວ,” ກ່າວໂດຍ ທ່ານ ເອກອັກຄະລະຖະທູດ ແຫ່ງປະເທດ ອາເມຣິກາ ທ່ານ ເຮມ໋ອນ. ປີນີ້ ໄດ້ຂີດໝາຍ ຄົບຮອບ 5 ປີ

ແຫ່ງການຮ່ວມມືແບບກວມລວມສະຫະອາເມຣິກາ - ສປປ ລາວ, ແລະ ປະ ເທດອາເມຣິກາ ຍັງຍຶດໝັ້ນໃນການໃຫ້ການຊ່ວຍເຫຼືອປັບປຸງວຽກງານໂພຊະນາການ ແລະ ສຸຂະພາບ ໃນ ສປປ ລາວ.

ອາຫານໃນໂຮງຮຽນແມ່ນເຮັດໃຫ້ອັດຕາເຂົ້າຮຽນເພີ້ມຂື້ນ ແລະ ຊ່ວຍໃຫ້ເດັກ ນ້ອຍນັກຮຽນ ຢູ່ໃນໂຮງຮຽນດົນຂື້ນ. ການລົງທຶນ ໃສ່ເລື້ອງໂພຊະນາການ, ສຸຂະພາບ ແລະ ການສຶກສາຂອງເດັກນ້ອຍຢູ່ໃນລະຫວ່າງໄວເດັກ ຈົນເຖິງໄວໝຸ່ມ, ເຊິ່ງຈະຊ່ວຍໃຫ້ ເດັກນ້ອຍເຫລົ່ານີ້ເຂົ້າເຖິງໂອກາດຂອງພວກເຂົາ ແລະ ເພື່ອທຶນຮອນດ້ານຊັບພະຍາກອນມະນຸດ, ໃຫ້ກາຍເປັນຜູ້ໃຫຍ່ທີ່ມີຄຸນນະພາບ ແລະ ລຶບລ້າງວົງຈອນຂອງການຂາດສານອາຫານທີ່ສືບທອດມາຈາກລຸ້ນ ສູ່ ລຸ້ນ. ຍ້ອນອາຫານທີ່ມີໂພຊະນາການທີ່ດີ, ບັນດາຄອບ ຄົວ ແລະ ບັນດາຊຸມຊົນ ເລີ້ມເຫັນຜົນປະໂຫຍດຂອງໂຮງຮຽນ, ເຊິ່ງຊ່ວຍຫຼຸດຜ່ອນຄວາມທຸກຍາກໃນໄລຍະຍາວ.

ເປັນຄັ້ງທໍາອິດ, ອົງການອາຫານໂລກ ໄດ້ເພີ້ມວີຕາມິນ ແລະ ແຮ່ທາດໃສ່ໃນເຂົ້າ ສໍາລັບໂຄງການອາຫານ ໃນໂຮງຮຽນຂອງ ອົງການເອງ. ບັນດາສານອາ ຫານ ເຊັ່ນວ່າ ບັນດາວິຕາມິນ ແລະ ແຮ່ທາດຕ່າງໆ ແມ່ນໄດ້ຖືກຕື່ມເຂົ້າໃສ່ໃນເຂົ້າ, ເຊິ່ງມັນຈະບໍ່ມີຜົນເຮັດໃຫ້ລົດຊາດຂອງມັນປ່ຽນໄປ, ແຕ່ ມັນຈະມີຜົນອັນ ຍິ່ງໃຫຍ່ ໃນການຊ່ວຍໃນການລຶບລ້າງທຸກຮູບແບບຂອງການຂາດສານອາຫານ. ຄຽງຄູ່ກັບ ກະຊວງສາທາລະນະສຸກ, ອົງການອາຫານໂລກໃນຕອນນີ້ ແມ່ນໄດ້ເຮັດວຽກຮ່ວມກັບຜູ້ຜະລິດທ້ອງຖິ່ນ ໃນການເພີ້ມທາດວິຕາມິນ ແລະ ສານອາ ຫານໃສ່ເຂົ້າ ຢູ່ໃນປະເທດລາວ, ດ້ວຍຈຸດປະສົງເພື່ອສະໜອງເຂົ້າທີ່ເສີມທາດດັ່ງກ່າວໃຫ້ແກ່ເດັກນ້ອຍນັກຮຽນ ເຂົ້າໃນໂຄງການອາຫານ ໃນໂຮງຮຽນທີ່ໄດ້ ດໍາເນີນມາໃນໄລຍະກ່ອນໜ້ານີ້ແລ້ວ.

“ໂຄງການອາຫານໃນໂຮງຮຽນທີ່ກຸ້ມຕົ້ນເອງທຸກຢ່າງໂດຍລັດຖະບານ ແມ່ນເປັນເປົ້າໝາຍຂອງພວກເຮົາ,” ນັ້ນ​ຄື​ຄຳ​ເວົ້າ ​ຂອງທ່ານຢານ ເດລບາເຣີ, ຜູ້ອໍານວຍການ ແລະ ຕາງໜ້າອົງການອາຫານໂລກ ປະຈໍາ ສປປ ລາວ. “ໃນເວລາທີ່ມີຄວາມຫຍຸ້ງຍາກ ທາງດ້ານງົບປະມານ ເນື່ອງຈາກພະຍາດ ໂຄວິດ-19, ພວກເຮົາມີຄວາມດີໃຈທີ່ໄດ້ເຫັນ ລັດຖະບານຂອງ ສປປ ລາວ ອຸທິດຕົນເພື່ອສືບຕໍ່ຮ່ວມມືກັບພວກເຮົາ ເພື່ອໃຫ້ບັນລຸເປົ້າໝາຍຮ່ວມກັນນີ້. ການໃຫ້ບູລິມະສິດເພື່ອ ໃຫ້ເດັກນ້ອຍກັບຄືນເຂົ້າໂຮງຮຽນ ແລະ ການນໍາໃຊ້ໂຮງຮຽນເພື່ອເປັນບ່ອນສໍາ ລັບການປັບປຸງສຸຂະພາບ ແລະ ໂພຊະນາການ ແມ່ນເປັນກະແຈ ທີ່ເຮັດໃຫ້ມີຄົນຮຸ່ນໃໝ່ ທີ່ແຂງແຮງກວ່າເກົ່າ,” ທ່ານໄດ້ກ່າວຕື່ມ.

U.S. Ambassador Dr. Peter M. Haymond handed over 93 containers of fortified rice, lentils, canned fish and fortified cooking oil to Deputy Minister of Education and Sports, Dr. Sisouk Vongvichith at the World Food Programme’s (WFP) warehouse in Vientiane today. The food will be used to prepare healthy school lunches for 63,000 school children around Lao PDR.

Since 2008, the U.S. government’s McGovern-Dole Food for Education and Child Nutrition Program, which is administered by the U.S. Department of Agriculture, has been supporting the WFP school meal programme in Laos, with contributions totaling approximately USD 85 million.

The current donation consists of 1,300 metric tons of fortified rice, 230 metric tons of lentils, 130 metric tons of canned fish and 110 metric tons of fortified cooking oil. The food will be used to cook school lunches for primary school children in 718 schools in 18 priority districts identified by the Ministry of Education and Sports, where many children would otherwise attend school on an empty stomach. The meals will be complemented with community and school garden contributions consisting of eggs, vegetables and leafy greens.

The support to schools comes in the form of a holistic package of services. Working in partnership with the Ministry of Education and Sports and Catholic Relief Services (CRS), WFP provides a package of school health and nutrition services, including school meals, installation of safe school water, sanitation and hygiene facilities, supporting communities to build dining rooms, storage facilities and kitchens, setting up school gardens, community green houses and fishponds, as well as running literacy activities. WFP also provides agricultural and policy support to communities and authorities.

“The success of school meals is evident. A few weeks ago, WFP handed over the schools under the previous, U.S.–supported school meals program to the Ministry of Education and Sports. We are confident that this programme supports the health and education of Lao youth,” said U.S. Ambassador Haymond. This year marks the 5th anniversary of the US – Lao Comprehensive Partnership, and the U.S. remains committed to improving nutrition and health outcomes in Lao PDR.

School feeding enhances enrollment rates and helps children stay in school longer. Investing in children’s nutrition, health and education during the middle childhood years, and sustaining this into adolescence, will help children to reach their full potential and build human capital, become productive adults and break the intergenerational cycle of malnutrition. With the help of healthy meals, families and communities start to see the benefits of school, which helps to reduce poverty in the long term.

XS
SM
MD
LG