ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະ​ດີດ​ຮອງ ປ. ໄບ​ເດັນ ແລະ ທ.ນ. ແຮ​ຣິ​ສ ​ກ່າວສູ້​ຢັນ​ກັນ ໃນ​ເລື້ອງ​ການ​ຈຳ​ແນກ​ຜິວ​ພັນ ໃນ​ການ​ໂຕ້​ວາ​ທີ​ ຄັ້ງ​ທີ 2 ຂອງພັກ​ເດ​ໂມ​ແຄ​ຣັດ


​ຜູ້ລົງ​ສະ​ໝັກເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ (ຊ້າຍຫາ​ຂວາ) Marianne Williamson, John Hickenlooper, Andrew Yang, Pete Buttigieg, Joseph R. Biden, Bernie Sanders, Kamala Harris, Kirsten Gillibrand, Michael Bennet, and Eric Swalwell ໃນ​ການ​ໂຕ້​ວາ​ທີ​ຂອງພັກໃນວັນທີ 27 ມິ​ຖຸ​ນາ, 2019
​ຜູ້ລົງ​ສະ​ໝັກເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ (ຊ້າຍຫາ​ຂວາ) Marianne Williamson, John Hickenlooper, Andrew Yang, Pete Buttigieg, Joseph R. Biden, Bernie Sanders, Kamala Harris, Kirsten Gillibrand, Michael Bennet, and Eric Swalwell ໃນ​ການ​ໂຕ້​ວາ​ທີ​ຂອງພັກໃນວັນທີ 27 ມິ​ຖຸ​ນາ, 2019

ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ເປັນໃຈ​ກາງ​ຂອງ​ຈຸດ​ສົນ​ໃຈ​ຢູ່ເທິງ​ເວ​ທີຂອງ​ການ​ໂຕ້​ວາ​ທີ ​ເພື່ອເປັນຕົວແທນຂອງ​ພັກ​ເດ​ໂມ​ແຄ​ຣັດ ແຂ່ງຂັນເປັນປະທານາທິບໍດີ ຄັ້ງ​ທີ 2 ໃນ​ຄືນວັນ​ພະ​ຫັດວານນີ້, ແຕ່​ວ່າ ຄູ່​ແຂ່ງ​ຫລັກ​ຂອງ​ທ່ານຄົນ​ນຶ່ງ ຊຶ່ງ​ກໍ​ຄືສະ​ມາ​ຊິກ​ສະ​ພາ​ສູງ ຄາ​ມາ​ລາ ແຮຣິ​ສ (Kamala Harris), ໄດ້​ຖາມເຖິງ​ສາຍ​ພົວ​ພັນ​ລະ​ຫວ່າງ​ທ່ານກັບ​ ພວກ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ ​ທີ່ນິຍົມການ​ແບ່ງ​ແຍກ​ໂຮງ​ຮຽນ ແລະ​ບ່ອນ​ຢູ່ຂອງ​ຄົນ​ ໂດຍ​ອີງ​ໃສ່​ສີ​ຜິວ ໃນ​ສີ່​ທົດ​ສະ​ວັດ​ກ່ອນ ແລະ​ການ​ຄັດ​ຄ້ານ​ຂອງ​ທ່ານຕໍ່​ການ​ໃຫ້ລົດ​ເມໄປ​ຮັບ​ໃຊ້​ ໃນ​ການ​ຂົນສົ່ງ​ນັກ​ຮຽນໄປ​ເຂົ້າ​ໂຮງ​ຮຽນ​ທີ່​ຖືກແບ່ງແຍກຜິວ​ພັນໂດຍ​ຖືກ​ບັງ​ຄັບນັ້ນ.

ທ່ານ​ນາງ ແຮ​ຣິ​ສ, ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ຈາກ​ລັດ​ຄາ​ລິຟໍ​ເນ​ຍ ແລະ​ອະ​ດີດ​ໄອ​ຍະ​ການໄດ້ຫັນ​ໜ້າ​ກັບ​ມາ​ຫາ​ທ່ານ ໄບ​ເດັນ ແລ້ວ​ເວົ້າ​ວ່າ "ຂ້ອຍບໍ່​ເຊື່ອ​ວ່າເຈົ້າ​ເປັນ​ຄົນ​ຈຳ​ແນກ​ຜິວ​ພັນ​." ແຕ່​ວ່າ ສະ​ມາ​ຊິກ​ສະ​ພາ​ຊາວ​ອາ​ເມ​ຣິ​ກັນເຊື້ອ​ສາຍ​ອາ​ຟ​ຣິ​ກັນ​ຄົນນີ້ ກໍ​ໄດ້​ດຶງ​ດູດ​ເອົາ​ສຽງ​ຮ້ອງ​ໂຮ​ຊົມ​ເຊີຍຈາກ​ຝຸງ​ຊົນຢູ່​ຫ້ອງ​ປະ​ຊຸມ​ໃຫຍ່ ​ໃນ​ນະ​ຄອນມາຍ​ອາ​ມີ, ລັດ​ຟ​ລໍ​ຣິ​ດາເມື່ອ​ທ່ານ​ນາງ ເວົ້າ​ວ່າ “ມັນຮູ້​ສືກ​ເຈັບ​ປວດຫລາຍ" ທີ່​ໄດ້​ຍິນທ່ານ​ໄບ​ເດັນຜູ້​ທີ່ຫາກໍ່​ເວົ້າ​ຫວ່າງ​ໝໍ່ໆມານີ້ ວ່າ​ທ່ານ ​ໃນ​ນາມ​ທີ່​ເປັນ​ສະ​ມາ​ຊິກ​ສະ​ພາ​ສູງໜຸ່ມ​ນ້ອຍ ໄດ້​ເຮັດ​ວຽກ​ຮ່ວມ​ກັບບັນ​ດາ​ສະ​ມາ​ຊິກ​ສະ​ພາ​ທີ່ນິຍົມການ​ແບ່ງ​ແຍກ​ໂຮງ​ຮຽນ ແລະ​ບ່ອນ​ຢູ່​ໂດຍ​ອີງ​ໃສ່​ສີ​ຜິວ ຢູ່​ເຂດ​ພາກ​ໃຕ້​ຂອງ​ປະ​ເທດ ເພື່ອ​ຮັບ​ຮອງ​ເອົາ​ນິ​ຕິ​ກຳ​ດັ່ງ​ກ່າວ.

ທ່ານ​ໄບ​ເດັນ​ຕອບ​ຄືນ​ດ້ວຍ​ໃບ​ໜ້າ​ທີ່​ເຄັ່ງ​ຂຶມ​ວ່າ "ນັ້ນແມ່ນ​ຈຸດ​ຢືນຂອງ​ຂ້າ​ພະ​ເຈົ້າໃນ​ກຸ່ມ​ທີ່ບໍ່​ເຂົ້າ​ກັນ​ກັບ​ຕົນ​ເອງ​ເລີຍ​," ທ່ານກ່າວ​ຕໍ່​ໄປ​ວ່າ "ຂ້າ​ພະ​ເຈົ້າ​ບໍ່​ໄດ້​ສັນ​ລະ​ເສີນ​ພວກ​ຈຳ​ແນກ​ຜິວ​ພັນດອກ."

ແຕ່​ວ່າ ທ່ານ​ນາງ ແຮ​ຣິ​ສ ​ກໍ​ຍັງ​ໄດ້ຕອບ​ຄືນ​ຢ່າງ​ແຮງໂດຍຮຽກ​ຮ້ອງ​ໃຫ້​ທ່ານ ໄບ​ເດັນຮັບເອົາ​ວ່າ "ທ່ານ​ຄິດ​ວ່າການ​ຄັດ​ຄ້ານ​ຕໍ່​ການ​ໃຫ້​ລົດ​ເມ​ຂົນ​ສົ່ງ​ນັກ​ຮຽນ​ໄປນັ້ນ ຜິດບໍ່​ຫລະ?" ໂດຍ​ທີ່​ທ່ານ​ນາງ​ແຮ​ຣິ​ສ​ເວົ້າ​ວ່າ ທ່ານນາງ​ແມ່ນ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ໄປ​ເຂົ້າ​ໂຮງ​ຮຽນ​ທີ່​ຖືກ​ແຍກ​ອອກ​ໂດຍ​ອີງ​ຕາມ​ສີ​ຜິວນັ້ນ.

ທ່ານບໄບ​ເດັນ​ໄດ້​ປ້ອງ​ກັນ​ການ​ສະ​ໜັບ​ສະ​ໜຸນ​ຂອງ​ທ່ານທີ່​ມີ​ມາ​ເປັນ​ເວ​ລາ​ດົນ​ນານ ຕໍ່​ນິ​ຕິ​ກຳ​ກ່ຽວ​ກັບ​ສິດ​ທິ​ຂອງ​ພົນ​ລະ​ເມືອງ ແຕ່​ທ່ານ​ກໍ​ບໍ່​ໄດ້​ໃຫ້​ຄຳອະ​ທິ​ບາຍ ແນວ​ໃດກ່ຽວ​ກັບ​ການ​ຄັດ​ຄ້ານ​ຂອງ​ທ່ານ​ຕໍ່​ການ​ໃຫ້​ເອົາ​ລົດ​ເມ​ໄປຮັບ​ໃຊ້​ນັກ​ຮຽນ ຢູ່​ໃນ​ລັດ​ເດ​ລາ​ແວ ຊຶ່ງ​ເປັນ​ລັດທ່ານ​ເປັນ​ຜູ້​ຕາງ​ໜ້າ​ໃຫ້ ​ຢູ່​ໃນ​ສະ​ພາ​ສູງ​ຂອງ​ສະ​ຫະ​ລັດ.

ການ​ເອົາ​ລົດເມ​ໄປຮັບ​ໃຊ້​ນັກ​ຮຽນຢູ່​ໃນໂຮງ​ຮຽນ​ທີ່​ຖືກ​ແຍກ​ອອກ​ໂດຍ​ອີງ​ຕາມ​ສີ​ຜິວຕາມ​ຄຳ​ສັ່ງ​ຂອງ​ສານ ເປັນ​ເລື້ອງ​ທີ່​ພາ​ໃຫ້​ມີ​ຄວາມ​ຄິດ​ເຫັນ​ທີ່​ແຕກ​ແຍກ​ກັນ ຢູ່​ໃນ​ຫລາຍ​ຕົວ​ເມືອງ​ຂອງ​ອາ​ເມ​ຣິ​ກາ​ໃນ​ຊຸມ​ປີ 1970 ໂດຍ​ສະ​ເພາະ​ແລ້ວ ແມ່ນ​ຖືກ​ຄັດ​ຄ້ານ​ໂດຍ​ພໍ່​ແມ່​ນັກ​ຮຽນ​ທີ່​ເປັນ​ຄົນ​ຜິ​ວ​ຂາວ ທີ່​ຖືກ​ສົ່ງ​ໄປ​ເຂົ້າ​ໂຮງ​ຮຽນ​ທີ່​ມີ​ນັກ​ຮຽນ​ຄົນ​ຜິວ​ດຳ​ເປັນ​ສ່ວນ​ໃຫຍ່ຢູ່ແຫ່ງ​ອື່ນຢູ່​ໃນ​ປະ​ຊາ​ຄົມ​ຂອງ​ພວກ​ເຂົາ​ເຈົ້າ ເພື່ອ​ແບ່ງ​ແຍກ​ພວກ​ເຂົາ​ເຈົ້າ​ອອກ​ໄປ.

ການ​ຕອບ​ໂຕ້​ກັນ​ໄປ​ມາ​ລະ​ຫວ່າງ ທ່ານ​ນາງ ແຮ​ຣິ​ສ ແລະ​ໄບ​ເດັນ ເປັນການ​ ​ສູ້​ຢັນ​ກັນ​ຢ່າງ​ກົງໆ​ທີ່​ສຸດຢ່າງ​ນຶ່ງ ໃນ​ການໂຕ້​ວາ​ທີດັ່ງ​ກ່າວ ຊຶ່ງ​ບາງທີ​ກໍ​ເຮັດ​ໃຫ້​ທ່ານໄບ​ເດັນຕົກ​ສະ​ເງີ້​ໄປ. ບັນ​ຫາ​ເລື້ອງ​ສີ​ຜິວໄດ້​ເຮັດ​ໃຫ້​ມີການ​ສົນ​ທະ​ນາ​ກັນ​ຢ່າງ​ຟົດ​ເດືອດ​ຢູ່​ໃນ​ເຄິ່ງ​ນຶ່ງ​ຂອງ​ເວ​ລາ​ທັງ​ໝົດ​ຂອງ​ການ​ໂຕ້​ວາ​ທີ ເມື່ອ​ເຈົ້າ​ເມືອງ South Bend, ລັດ​ອິນ​ເດຍ​ນາ, ທ່ານ Pete Buttigieg ຖືກ​ຖາມ​ກ່ຽວ​ກັບ ວິ​ທີ​ການ​ຮັບ​ມື​ຂອງ​ທ່ານ​ຕໍ່​ເລື້ອງ​ຕຳ​ຫລວດ​ທີ່​ເປັນ​ຄົນ​ຂາວ​ຍິງ​ຊາຍ​ຜິວ​ດຳ​ຄົນ​ນຶ່ງ​ຕາຍ​ເມື່ອມໍ່ໆ​ມານີ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG