ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອະດີດ ນັກການທູດ ສ​ຫລ ກ່າວວ່າ ການປິດ ລັດຖະບານ ສົ່ງຜົນເສຍຫາຍ ຕໍ່ກຽດສັກສີ ຂອງ ສຫລ ຢູ່ຕ່າງປະເທດ


ທຸງຊາດ ສະຫະລັດ ຢູ່ສະຖານທູດ ສະຫະລັດ ປິວສະບັດ ຢູ່ຕໍ່ໜ້າ ຕຶກ Reichstag ຊຶ່ງເປັນ ສະພາແຫ່ງຊາດ ຂອງເຢຍຣະມັນ ໃນນະຄອນຫຼວງເບີລິນ.
ທຸງຊາດ ສະຫະລັດ ຢູ່ສະຖານທູດ ສະຫະລັດ ປິວສະບັດ ຢູ່ຕໍ່ໜ້າ ຕຶກ Reichstag ຊຶ່ງເປັນ ສະພາແຫ່ງຊາດ ຂອງເຢຍຣະມັນ ໃນນະຄອນຫຼວງເບີລິນ.

ໃນຂະນະທີ່ ລັດຖະບານ ສະຫະລັດ ບາງສ່ວນໄດ້ປິດລົງຢູ່ນັ້ນ ແລະມີກຳນົດ ວ່າ ຈະ
​ກ້າວເຂົ້າສູ່ ສັບປະດາທີສາມ ການປິດຫ້ອງ​ການຕ່າງໆ ແລະ ການພັກວຽກ ຂອງພະນັກ
ງານລັດ ແມ່ນໄດ້ສົ່ງຜົນກະທົບທີ່ໃຫຍ່​ຂຶ້ນ ຕໍ່ພາກການບໍລິການ ຂອງລັດຖະບານ.

ແຕ່ ສະຖານທູດສະຫະລັດ ແລະກົງສຸນທັງຫຼາຍ ຢູ່ຕ່າງປະເທດນັ້ນ ກະຊວງການຕ່າງ
ປະເທດ ກ່າວວ່າ ການບໍລິການປະ​ຊາຊົນໂດຍສ່ວນໃຫຍ່ ມາເຖິງເວລານີ້ ແມ່ນບໍ່ໄດ້
ຮັບຜົນກະທົບເລີຍ. ກະຊວງຕ່າງ​ປະ​ເທດ ກ່າວອີກວ່າ ຕົນ​ຖືເອົາເລື່ອງການປົກປ້ອງ
ຄວາມໝັ້ນຄົງແຫ່ງຊາດ ແລະຄວາມປອດໄພຂອງພົນລະເມືອງສະຫະລັດ ຢູ່ໃນຕ່າງ
ປະເທດ ເປັນບູລິມະສິດ ໃນລະຫວ່າງ ການປິດລັດຖະບານເປັນບາງສ່ວນ.

ໂຄສົກທ່ານນຶ່ງໄດ້ກ່າວຕໍ່ ວີໂອເອວ່າ“ການປະຕິບັດງານຢູ່ກົງສຸນ ທີ່ລວມທັງ ການ
ອອກວີຊາ ແລະການບໍລິການ ໃນດ້ານໜັງສືເດີນທາງ ຢູ່ພາຍໃນປະເທດ ແລະຕ່າງ
ປະເທດ ຈະຍັງຄົງເປີດໃຫ້ບໍລິການ ຕາບໃດທີ່ຍັງມີຄ່າທຳນຽມພຽງພໍ ສຳລັບໃຊ້ໃນ
ການດຳເນີນງານ.”
ເຈົ້າໜ້າທີ່ທ່ານນີ້ ໄດ້ກ່າວວ່າ ສະຖານທູດທັງຫຼາຍ ຍັງສືບຕໍ່
ບໍລິການພົນລະເມືອງ ສະຫະລັດ ຕາມປົກກະຕິ ແລະແບບສຸກເສີນ.

ການບໍລິການບາງຢ່າງ ຂອງສະຖານທູດ ເຊັ່ນວ່າ ສຳນັກງານສູນກາງອາເມຣິກັນ ແລະ
ການສຶກສາຂອງສະຫະລັດ ແມ່ນໄດ້ຖືກປິດລົງ ໃນລະຫວ່າງການປິດລັດຖະບານ
ຊຶ່ງເປັນພາກສ່ວນນຶ່ງ ຂອງນະໂຍບາຍ ທີ່ກະຊວງ ໃຫ້ຄວາມສຳຄັນ ໃນດ້ານຄວາມ
ໝັ້ນຄົງແຫ່ງຊາດ ແລະຄວາມປອດໄພຂອງພົນລະເມືອງ ສະຫະລັດ.

ໃນຂະນະດຽວກັນ ການອອກວີຊາ ມາເຖິງເວລານີ້ ແມ່ນບໍ່ໄດ້ຮັບຜົນກະທົບ ອະດີດ
ເອກອັກຄະລັດຖະທູດ ສະຫະລັດ ທ່ານ ຈອນ ແຄມແບລ ຊຶ່ງເປັນນັກ ການທູດມາ
ເປັນ​ເວ​ລາ​ດົນນານ ຜູ້ທີ່ເຄີຍເຮັດວຽກຢູ່ສະຖານທູດ ສະຫະລັດ ປະຈຳ ອາຟຣິກາໃຕ້
ໃນລະຫວ່າງ ການປິດລັດຖະບານ ເປັນ​ເວ​ລາ 21 ວັນ ໃນປີ 1996 ໄດ້ກ່າວ ຕໍ່ວີໂອເອ
ວ່າ ການປິດລັດຖະບານ ໂດຍປົກກະຕິແລ້ວ ຈະສົ່ງຜົນກະທົບຕໍ່ພະນັກງານ ສະຖານ
ທູດ ຢ່າງໃຫຍ່.

ທ່ານກ່າວວ່າ “ໃນປະເທດທີ່ຂ້ອນ​ຂ້າງ​ທຸກ ເຊັ່ນໄນຈີເຣຍ ຫຼືສຳລັບໃນກໍລະນີ ຂອງ
ອາຟຣິກາໃຕ້ ພາລະຂອງການປິດລັດຖະບານ ຕົກໃສ່ພວກພະນັກງານ ຂອງທ້ອງຖິ່ນ ຢ່າງໜັກໜ່ວງ ທີ່ເຮັດວຽກຢູ່ສະຖານທູດສະຫະລັດ ຊຶ່ງຕໍ່ຈາກ ນັ້ນມາ ໄດ້ເອີ້ນວ່າ ພະນັກງານຕ່າງຊາດ.”

ທ່ານ ແຄມແບລ ໄດ້ໃຫ້ຂໍ້ສັງເກດເຖິງ ຄວາມເສຍຫາຍ ຕໍ່ກຽດ​ສັກ​ສີ ຂອງສະຫະລັດ
ໃນລະຫວ່າງ ການປິດລັດຖະບານ ແມ່ນຍາກທີ່ຈະວັດແທກໄດ້ ແຕ່ວ່າ ແມ່ນຫຼາຍ
ສົມຄວນ ໂດຍມີຜູ້ຄົນຢູ່ໃນປະເທດອື່ນໆ ພະຍາຍາມທຳຄວາມເຂົ້າໃຈວ່າ ເປັນຫຍັງ
ສະຫະລັດ ຈຶ່ງບໍ່ສາມາດຈັດການ ແລະເປີດລັດຖະບານຂອງ ຕົນໄດ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG