ອະດີດສະມາຊິກສະພາຕ່ຳຈາກລັດອິລລີນອຍ ທ່ານ Aaron Schock ຊຶ່ງຄັ້ງນຶ່ງເຄີຍເປັນດາວຮຸ່ງຂອງພັກຣີພັບບລີກັນ ໄດ້ຖືກກ່າວຫາໃນວັນພະຫັດວານນີ້ ໃນການຟ້ອງຮ້ອງຫຼາຍກະທົງຂອງລັດຖະບານກາງ ຖານສ້າງຜົນປະໂຫຍດສ່ວນໂຕຈາກວຽກລັດຖະບານທີ່ທ່ານເຮັດ.
ທ່ານ Schock ອາຍຸ 35 ປີ ໄດ້ລາອອກຈາກຕຳແໜ່ງໃນປີກາຍນີ້ ໃນຂະນະທີ່ເຈົ້າໜ້າທີ່ສືບສວນຂອງລັດຖະບານກາງ ທຳການສືບສວນກ່ຽວກັບການກ່າວຫາໃນການໃຊ້ຈ່າຍທີ່ ເປັນບັນຫາຂອງທ່ານຮວມທັງການເອ້ຕົກແຕ່ງຫ້ອງການຂອງທ່ານໃນເຂດໃຈກາງເມືອງໃກ້ໆກັບຕຶກສະພາສະຫະລັດ.
ການຕົກອຳນາດຂອງທ່ານ Schock ເລີ້ມຂຶ້ນໃນເດືອນກຸມພາປີ 2015 ເວລາໜັງສືພິມວໍຊິງຕັນໂພສທ໌ລາຍງານການສ້ອມແປງແລະເອ້ປະດັບຫ້ອງການຂອງ ທ່ານໃນບໍລິເວນຕຶກສະພາ ຊຶ່ງພະນັກງານຂອງທ່ານກ່າວວ່າເອົາແບບຢ່າງຂອງ ລາຍການໂທລະພາບ PBS ທີ່ເອີ້ນວ່າ Downtown Abbey ນັ້ນ. ພວກພະນັກກງານຂອງທ່ານ ກ່າວຕໍ່ໜັງສືພິມວໍຊິງຕັນໂພສທ໌ວ່າ ຜູ້ອອກແບບພາຍໃນຫ້ອງການ ແມ່ນເຮັດວຽກໃຫ້ລ້າບໍ່ເອົາເງິນ.
ລາຍງານນີ້ ພາໃຫ້ເກີດກະແສຟອງ ຂອງການສອບສວນ ໃນທັນທີ ກ່ຽວກັບການໃຊ້ຈ່າຍຂອງສະມາຊິກສະພາຕ່ຳທ່ານນີ້.
ມີລາຍງານວ່າ ທ່ານ Schock ໄດ້ໃຊ້ເງິນລັດຖະບານ 40,000 ໂດລາ ເພື່ອເອ້ຕົກແຕ່ງຫ້ອງການຂອງທ່ານທີ່ວໍຊິງຕັນ ຮວມທັງ 5,000 ໂດລາໃນການຊື້ໂຄມແຂວນ ແລະຂໍໃຫ້ສະພາຈ່າຍເງິນຄືນໃຫ້ທ່ານເກືອບ 30,000 ໂດລາ ໃນການຊື້ອຸບປະກອນກ້ອງຖ່າຍຮູບ ອີງຕາມການກ່າວຫາຂອງໄອຍະການ. ສຳນວນຟ້ອງກ່າວວ່າ ໃນໄລຍະ 6 ປີ ທ່ານໄດ້ຂໍເງິນຄືນ 140,000 ໂດລາໃນການໃຊ້ ລົດຂອງທ່ານເດີນທາງຫຼາຍກວ່າ 150,000 ໄມລ໌.
ທີ່ກອງປະຊຸມຖະແຫຼງຂ່າວໃນວັນພະຫັດວານນີ້ ທ່ານ Schock ກ່າວວ່າ ທ່ານໄດ້ຕັ້ງໃຈ ບໍ່ພຽງແຕ່ທີ່ຈະພິສູດໃຫ້ເຫັນວ່າ ການກ່າວຫາເຫຼົ່ານີ້ບໍ່ຖືກຕ້ອງ ແຕ່ໃນຂັ້ນຕອນກໍຈະເຜີຍແບໃຫ້ເຫັນການສືບສວນນີ້ໃນສິ່ງທີ່ມັນໄດ້ເກີດຂຶ້ນ.