ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໕ ມັງກອນ ໒໐໒໕

ອະດີດປະທານາທິບໍດີ ຈິມມີ ຄາຣ໌ເຕີ ຈະໄດ້ຮັບກຽດຢ່າງສູງສົ່ງໃນງານສົບທີ່ເປັນທາງການ ຢູ່ນະຄອນຫຼວງວໍຊິງຕັນ


ຄອບຄົວ ຄາຣ໌ເຕີ ພາກັນສະແດງຄວາມເຄົາລົບໃນລະຫວ່າງພິທີ ຄະນະທີ່ທຸລຊາດຖືກປົກຢູ່ຫີບສົບຂອງອະດີດປະທານາທິບໍດີ ຈິມມີ ຄາຣ໌ເຕີ ທີ່ດອມໄວ້ໃນພິທີແຫ່ງຊາດ, ຫໍລັດຖະສະພາ, ວັນທີ 7 ມັງກອນ 2025, ໃນນະຄອນຫຼວງວໍຊິງຕັນ.
ຄອບຄົວ ຄາຣ໌ເຕີ ພາກັນສະແດງຄວາມເຄົາລົບໃນລະຫວ່າງພິທີ ຄະນະທີ່ທຸລຊາດຖືກປົກຢູ່ຫີບສົບຂອງອະດີດປະທານາທິບໍດີ ຈິມມີ ຄາຣ໌ເຕີ ທີ່ດອມໄວ້ໃນພິທີແຫ່ງຊາດ, ຫໍລັດຖະສະພາ, ວັນທີ 7 ມັງກອນ 2025, ໃນນະຄອນຫຼວງວໍຊິງຕັນ.

ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ ຈິມມີ ຄາຣ໌ເຕີ ມີ​ກຳ​ນົດ​ຈະໄດ້ຮັບການຈັດງານຊາປະນາກິດສົບຢ່າງສົມກຽດ ໃນ​ວັນ​ພະ​ຫັດ​ມື້​ນີ້ ຢູ່ທີ່ມະຫາວິຫານ​ແຫ່ງ​ຊາດ ນະຄອນຫຼວງວໍ​ຊິງ​ຕັນ ກ່ອນ​ທີ່​ຈະ​ໄດ້ຮັບການ​ຝັງໃນ​ລັດ​ຈໍ​ເຈຍ ເຊິ່ງເປັນລັດບ້ານເກີດຂອງທ່ານ.

ຜູ້ສືບທອດຕຳແໜ່ງອະດີດປະທານາທິບໍດີຈາກ ທ່ານ ຄາຣ໌ເຕີ ທີ່ຍັງມີຊີວິດຢູ່ ລວມມີ ທ່ານ ບີລ ຄລີນຕັນ, ທ່ານ ຈອດຈ໌ ດັບໂບລຢູ ບຸສ, ທ່ານ ບາຣັກ ໂອບາມາ, ທ່ານ ດໍໂນລ ທຣໍາ, ແລະ ທ່ານ ໂຈ ໄບເດັນ, ກໍຈະໄດ້ເຂົ້າຮ່ວມໃນພິທີສົ່ງສະການຂອງວໍຊິງຕັນ, ໂດຍ ທ່ານ ໄບເດັນ ຈະເປັນຜູ້ກ່າວສະດຸດີ.

ປະຊາຊົນຜູ້ຮ່ວມໄວ້ອາໄລທົ່ວໄປໄດ້ສະແດງຄວາມເຄົາລົບຄັ້ງສຸດທ້າຍຂອງພວກເຂົາເຈົ້າໃນຕອນກາງຄືນຢູ່ທີ່ຫໍສະພາແຫ່ງຊາດສະຫະລັດ, ບ່ອນທີ່ຫີບສົບຂອງ ທ່ານ ຄາຣ໌ເຕີ ຖືກດອຍໄວ້ຢູ່ທີ່ນັ້ນ ຕັ້ງແຕ່ວັນມື້ວັນອັງຄານທີ່ຜ່ານມາ.

ທ່ານ ເດວິດ ສມິດ (David Smith), ອາຈານສອນຢູ່ໂຮງຮຽນ ຄາຣ໌ເຕີ ເພື່ອສັນຕິພາບ ແລະການແກ້ໄຂຂໍ້ຂັດແຍ່ງ ຈາກມະຫາວິທະຍາໄລ George Mason ກ່າວວ່າ ອະດີດປະທານາທິບໍດີ ສົ່ງຜົນຕໍ່ການເຮັດວຽກຂອງລາວຢ່າງແທ້ຈິງ. ລາວ​ບອກ ​VOA ວ່າ ລາວ​ມາ​ທີ່​ຫໍລັດຖະສະພາ​ເພື່ອ​ໃຫ້​ກຽດ​ແກ່ຜູ້​ຊາຍ​ຄົນ​ນັ້ນ ແຕ່ຍັງ​ໃຫ້ກຽດແດ່ອຸດົມການຂອງ ທ່ານ ຄາຣ໌ເຕີ ນໍາອີກດ້ວຍ.

ທ່ານກ່າວວ່າ “ເພິ່ນສົ່ງຜົນດີຕໍ່ຫຼາຍໆຄົນ, ວຽກງານຂອງເພິ່ນກ່ຽວກັບຄວາມກ້າວໜ້າຂອງຊົນເຜົ່າກຸ່ມນ້ອຍ, ການແຕ່ງຕັ້ງແມ່ຍິງໃຫ້ດໍາລົງຕໍາແໜ່ງດ້ານຕຸລາການ, ການປົກປ້ອງສິ່ງແວດລ້ອມຂອງພວກເຮົາ, ສົ່ງເສີມດ້ານສິດທິມະນຸດ, ສິ່ງຕ່າງໆທັງໝົດເຫຼົ່ານັ້ນ ແມ່ນສໍາຄັນຫຼາຍສໍາລັບຂ້າພະເຈົ້າ.”

ປະທານາທິບໍດີທີ່ຖືກເລືອກ ທ່ານ ດໍໂນລ ທຣໍາ ແລະ ທ່ານນາງ ເມີລາເນຍ ທຣໍາ ຢຶນສະຫງົບເພື່ອໄວ້ອາໄລໃຫ້ແກ່ຫີບສົບທີ່ປົກດ້ວຍທຸງຊາດຂອງອະດີດປະທານາທິບໍດີ ຈິມມີ ຄາຣ໌ເຕີ ຂະນະທີ່ດອຍໄວ້ຢູ່ ໂຣທັນດາ ຂອງຫໍລັດຖະສະພາແຫ່ງຊາດໃນນະຄອນຫຼວງວໍຊິງຕັນ, ວັນທີ 8 ມັງກອນ 2025.
ປະທານາທິບໍດີທີ່ຖືກເລືອກ ທ່ານ ດໍໂນລ ທຣໍາ ແລະ ທ່ານນາງ ເມີລາເນຍ ທຣໍາ ຢຶນສະຫງົບເພື່ອໄວ້ອາໄລໃຫ້ແກ່ຫີບສົບທີ່ປົກດ້ວຍທຸງຊາດຂອງອະດີດປະທານາທິບໍດີ ຈິມມີ ຄາຣ໌ເຕີ ຂະນະທີ່ດອຍໄວ້ຢູ່ ໂຣທັນດາ ຂອງຫໍລັດຖະສະພາແຫ່ງຊາດໃນນະຄອນຫຼວງວໍຊິງຕັນ, ວັນທີ 8 ມັງກອນ 2025.

ຢູ່ທີ່ຫໍລັດຖະສະພາໂຣທັນດາ, ບ່ອນທີ່ມີແຕ່ຊາວອາເມຣິກັນພຽງ 50 ຄົນເທົ່ານັ້ນ ທີ່ໄດ້ຮັບກຽດນີ້ ມາຕັ້ງແຕ່ປີ 1852 ເຊັ່ນ ຜູ້ນໍາສຽງສ່ວນຫຼາຍໃນສະພາສູງ ທ່ານ ຈອນ ທູນ (Jon Thune) ເຊິ່ງໃນພິທີຂອງຕອນແລງວັນອັງຄານ ໄດ້ກ່າວບັນຍາຍເຖິງ ທ່ານ ຄາຣ໌ເຕີ ວ່າ ເປັນ “ທະຫານເຮືອ, ຊາວກະສິກອນປູກຖົ່ວດິນ, ຜູ້ປົກຄອງລັດຈໍເຈຍ, ປະທານາທິບໍດີສະຫະລັດ, ອາຈານສອນໂຮງຮຽນວັນອາທິດ, ຜູ້ໄດ້ຮັບລາງວັນໂນແບລ, ຜູ້ສະໜັບສະໜູນສັນຕິພາບ ແລະສິດທິມະນຸດ. ແລະກ່ອນອື່ນໝົດ, ທ່ານເປັນຜູ້ທີ່ນັບຖືທີ່ຊື່ສັດ ຕໍ່ຜູ້ສ້າງມະນຸດຂອງທ່ານ ແລະເປັນເພື່ອນມິດຂອງມວນມະນຸດ.”

ຮອງ​ປະ​ທາ​ນາ​ທິ​ບໍ​ດີ ທ່ານນາງ ຄາມາລາ ແຮຣິສ, ຜູ້​ທີ່​ຮັບຮອງໄຊຊະນະ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ຕໍ່​ໄປ ຢູ່ທີ່ຫໍລັດຖະສະພາໃນວັນຈັນທີ່ຜ່ານມາ, ກໍໄດ້​ກ່າວຍ້ອງຍໍຕໍ່​ນະ​ໂຍ​ບາຍ​ຂອງ ທ່ານ ຄາຣ໌ເຕີ​.

ທ່ານ​ນາງ​ກ່າວ​ໃນ​ວັນ​ອັງ​ຄານ​ແລ້ວ​ນີ້​ວ່າ “ທ່ານ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ທຳ​ອິດ​ຂອງ​ສະ​ຫະ​ລັດ​ທີ່​ມີ​ນະ​ໂຍ​ບາຍ​ດ້ານ​ພະ​ລັງ​ງານ​ທີ່​ກວມລວມ, ລວມ​ທັງ​ການ​ສະ​ໜັບສະໜູນ​ລັດ​ຖະ​ບານ​ກາງ ​ກ່ຽວກັບ​ພະ​ລັງ​ງານ​ສະ​ອາດ​ຈໍານວນນຶ່ງ, ທ່ານຍັງໄດ້ຜ່ານຮ່າງກົດໝາຍອັນສໍາຄັນຫຼາຍກວ່າ 10 ສະບັບ ເພື່ອຮັກສາສິ່ງແວດລ້ອມ ແລະເຮັດໃຫ້ອຸທະຍານແຫ່ງຊາດຂອງສະຫະລັດ ມີຂະໜາດໃຫຍ່ຂຶ້ນກວ່າເກົ່າສອງເທົ່າ.”

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG