ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ອະດີດນາຍົກຂອງອອສເຕຣເລຍ ພະຍາຍາມອະທິບາຍ ກ່ຽວກັບ ການແຕ່ງຕັ້ງຕົນເອງເປັນລັດຖະມົນຕີກຳ​ຫຼາຍ​ຕຳ​ແໜ່ງແບບປິດລັບ 


ອະດີດນາຍົກລັດຖະມົນຕີຂອງອອສເຕຣເລຍ ທ່ານສກັອດ ມໍຣິສັນ ກ່າວປາໄສໃນລະຫວ່າງການຖະແຫຼງຂ່າວ ໃນນະຄອນຊິດນີ, ວັນທີ 17 ສິງຫາ 2022.
ອະດີດນາຍົກລັດຖະມົນຕີຂອງອອສເຕຣເລຍ ທ່ານສກັອດ ມໍຣິສັນ ກ່າວປາໄສໃນລະຫວ່າງການຖະແຫຼງຂ່າວ ໃນນະຄອນຊິດນີ, ວັນທີ 17 ສິງຫາ 2022.

ອະດີດນາຍົກລັດຖະມົນຕີ ຂອງອອສເຕຣເລຍ ທ່ານສະກັອດ ມໍຣິສັນ (Scott Morrison) ກ່າວໃນວັນພຸດແລ້ວນີ້ວ່າ ມັນມີຄວາມ “ຈໍາເປັນ” ສໍາລັບທ່ານ ມີອໍານາດຂອງລັດຖະມົນຕີ​ເພີ້ມ​ຂຶ້ນ ໃນຊ່ວງການລະບາດໃຫຍ່ຂອງພະ ຍາດໂຄວິດ-19. ທ່ານມໍຣິສັນ ໄດ້ຖືກກ່າວຫາວ່າເປັນຜູ້ທໍາລາຍ ລະບອບປະ ຊາທິປະໄຕຂອງອອສເຕຣເລຍ ດ້ວຍການແຕ່ງຕັ້ງຕົນເອງແບບລັບໆໃຫ້ເປັນລັດຖະມົນຕີອະ​ວຸ​ໂສ​ຂອງ 5 ​ກະ​ຊວງ ໂດຍປາສະຈາກການຮັບຮູ້ຂອງເພື່ອນຮ່ວມງານ​ໃນລັດຖະບານຂອງທ່ານ. ຟີລ ເມີເຊີ ມີລາຍງານຈາກນະຄອນຊິດນີ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ທ່ານສະກັອດ ມໍຣິສັນ ກ່າວວ່າ ການທີ່ທ່ານຕ້ອງສາບານໂຕ ແບບ​ລັບໆ ໃນການເຂົ້າດໍາລົງຕໍາແໜ່ງເປັນລັດຖະມົນຕີຂອງ​ຫ້າ​ກະ​ຊວງ ເຊັ່ນ ລັດຖະມົນຕີກະຊວງພາຍໃນ, ລັດຖະມົນຕີ​ກະ​ຊວງການຄັງ, ລັດຖະມົນຕີກະຊວງສາທາ ລະນະສຸກ, ລັດຖະມົນຕີກະຊວງການເງິນ ແລະ ລັດຖະມົນຕີກະຊວງຊັບພະ
ຍາກອນໃນລະຫວ່າງປີ 2020 ຫາປີ 2021, ເນື່ອງຈາກວ່າທ່ານເອງ “ເປັນ
ຜູ້ຂັດ​ທ້າຍ​ເຮືອ” ຂອງລັດຖະບານໃນຊ່ວງການລະບາດໃຫຍ່ຂອງພະຍາດໂຄວິດ-19.

ທ່ານມໍຣິສັນສູນເສຍອໍານາດໃນການເລືອກຕັ້ງລັດຖະບານໃນເດືອນພຶດສະພາ. ຜູ້ສືບທອດຕໍາແໜ່ງຂອງທ່ານ ທ່ານແອນໂທນີ ອາລບານີສ ເປັນຜູ້ນໍາພາ​ໃນການຕ້ອງ​ຕິຕໍ່ການກະທໍາຕ່າງໆຂອງອະດີດຜູ້ນໍາ ຮຸນແຮງຂຶ້ນເລື້ອຍໆ, ເຊິ່ງພວກເຂົາເຈົ້າ ໄດ້ຕໍາໜິວ່າ ເປັນການກະທໍາທີ່ “ຮັບບໍ່ໄດ້” ແລະ “ແປກປະ ຫຼາດ.”

ທ່ານອາລບານິສກ່າວວ່າ ທ່ານມໍຣິສັນໄດ້ທໍາລາຍລະບອບການປົກຄອງແບບລັດຖະສະພາຂອງປະເທດອັງກິດ.

ຢ່າງໃດກໍຕາມ, ທ່ານມໍຣິສັນ ກ່າວຕໍ່ບັນດານັກຂ່າວໃນວັນພຸດແລ້ວນີ້ວ່າ ທ່ານໄດ້ດໍາເນີນການ ເພື່ອຜົນປະໂຫຍດຂອງຊາດ, ເຊິ່ງທ່ານໄດ້ກ່າວວ່າ:

“ຂ້າພະເຈົ້າເຊື່ອວ່າ ມັນມີຄວາມຈໍາເປັນທີ່ຈະຕ້ອງມີອໍານາດທາງໜ້າທີ່, ມີໃນສິ່ງທີ່ເປັນອໍານາດສຸກເສີນແບບມີປະສິດທິພາບ, ເພື່ອນໍາໃຊ້ເຂົ້າໃນການດໍາເນີນງານທີ່ມີສະຖານະການຮຸນແຮງຕ່າງໆແບບບໍ່ໄດ້ຄາດການລ່ວງໜ້າໄວ້, ນັ້ນ ຈຶ່ງຈະສາມາດເຮັດໃຫ້ຂ້າພະເຈົ້າປະຕິບັດງານເພື່ອຜົນປະໂຫຍດຂອງຊາດໄດ້.”

ອະດີດເພື່ອນຮ່ວມງານໃນຄະນະລັດຖະ​ບານຂອງທ່ານມໍຣິສັນບາງຄົນ ຮັບຮູ້ການແຕ່ງຕັ້ງ​ເຂົ້າດໍາລົງຫຼາຍຕໍາແໜ່ງລັດຖະມົນຕີຂອງທ່ານມໍຣິສັນ.

ລາຍງານຂອງສື່ມວນຊົນໄດ້ເປີດເຜີຍວ່າ ເຈົ້າໜ້າທີ່ຂັ້ນສູງທີ່ສຸດຂອງອອສເຕຣເລຍ ຍັງບໍ່ທັນຮັບຮູ້ກ່ຽວກັບສິ່ງທີ່ຖືກອະທິບາຍວ່າ “ເປັນການຄຸບເອົາອໍານາດແບບລັບໆ.”

ອະດີດລັດຖະມົນຕີກະຊວງພາຍໃນ ທ່ານ​ນາງຄາເຣັນ ແອນດຣູສ໌ (Karen Andrews), ເຊິ່ງເຄີຍດໍາລົງຕໍາແໜ່ງໃນຄະນະລັດຖະມົນຕີຂອງທ່ານມໍຣິສັນ, ໄດ້ຮຽກຮ້ອງໃຫ້ທ່ານມໍຣິສັນລາອອກຈາກສະພາລັດຖະບານ ເນື່ອງຈາກພຶດຕິ ກໍາທີ່ “ເປັນຕາອັບອາຍຂາຍໜ້າ” ຂອງທ່ານ.

ນັກຊ່ຽວຊານເຊື່ອໝັ້ນວ່າ ເຖິງແມ່ນການກະທໍາດັ່ງກ່າວຈະບໍ່ເປັນດັ່ງເລື້ອງປົກ ກະຕິທົ່ວໄປ ແລະເບິ່ງຄືວ່າຈະມີຄວາມຜິດທາງຈັນຍາບັນ, ແຕ່ການປະຕິບັດຂອງທ່ານມໍຣິສັນ ກໍບໍ່ໄດ້ຂັດຕໍ່ລັດຖະທໍາມະນູນຂອງປະເທດ.

ທ່ານສະຈວດ ແຈັກສັນ (Stewart Jackson), ຜູ້ປະທະກະຖາອາວຸໂສທາງດ້ານການເມືອງ ຢູ່ທີ່ມະຫາວິທະຍາໄລຊິດນີກ່າວວ່າ ມັນເປັນບົດຮຽນພິເສດຢູ່ໃນການເມືອງຂອງອອສເຕຣເລຍ, ເຊິ່ງທ່ານໄດ້ກ່າວວ່າ:

“ນະທີ່ນີ້ ພວກເຮົາມີນາຍົກລັດຖະມົນຕີທີ່ພະຍາຍາມແຕ່ງຕັ້ງຕົນເອງຂຶ້ນ, ຖ້າພວກເຈົ້າມັກປະທານາທິບໍດີ. ພວກເຈົ້າຮູ້, ພວກເຮົາບໍ່ໄດ້ຢູ່ໃນລະບົບ ທີ່ມີປະ ທານາທິບໍດີ, ພວກເຮົາບໍ່ໄດ້ເລືອກຕັ້ງເອົານາຍົກລັດຖະມົນຕີໂດຍກົງ. ດັ່ງນັ້ນ, ມັນຈຶ່ງເປັນເລື້ອງທີ່ແປກປະຫຼາດຫຼາຍ, ເປັນການລະເມີດສົນທິສັນຍາທີ່ໜ້າສົນ ໃຈ ແລະມີຄວາມຜິດແບບແຈ່ມແຈ້ງຫຼາຍທີ່ສຸດ, ທ່ານຕັ້ງໃຈທີ່ຈະບໍ່ສົນໃຈໃນເລື້ອງນີ້ເລີຍ. ຂ້າພະເຈົ້າບໍ່ຄິດວ່າມັນມັນມີຄວາມສໍາຄັນເຖິງຂັ້ນຜິດກົດໝາຍ, ແຕ່, ແມ່ນແລ້ວ ແນ່ນອນທີ່ສຸດມັນເປັນພຶດຕິກໍາທີ່ແປກປະຫຼາດຫຼາຍ.”

ການເປີດເຜີຍກ່ຽວກັບການແຕ່ງຕັ້ງລັດຖະມົນຕີແບບປິດລັບຂອງທ່ານມໍຣິສັນ ປາກົດອອກມາໃຫ້ເຫັນໂດຍຜ່ານການຂຽນຊີວະປະຫວັດກ່ຽວກັບອະດີດຂອງນາຍົກລັດຖະມົນຕີ.

ທ່ານມໍຣິສັນ ກ່າວວ່າ ທ່ານບໍ່ໄດ້ບອກກັບບັນດາເພື່ອນຮ່ວມງານ ໃນຄະນະລັດຖະ​ບານຂອງທ່ານ ເນື່ອງຈາກວ່າ ທ່ານພຽງແຕ່ຈະນໍາໃຊ້ອໍານາດເຂົ້າໃນວຽກງານສຸກເສີນເທົ່ານັ້ນ.

ການ​ໃຫ້​ຄຳ​ອະ​ທິ​ບາຍ​ຂອງ​ທ່ານ​ບໍ່​ໄດ້​ໃຫ້​ຄວາມ​ໝັ້ນ​ໃຈ​ແກ່​ຜູ້​ທີ່​ຍັງ​ມີ​ຄວາມ​ສົງ​ໃສ​ແຕ່​ຢ່າງ​ໃດ. ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄັງອອ​ສ​ເຕ​ຣ​ເລຍ ທ່ານ​ຈິມ ຊາມ​ເມີ​ສ໌
(Jim Chalmers) ກ່າວ​ໃນ​ມື້​ວັນ​ພຸດ​ແລ້ວນີ້​ວ່າ ການ​ກະ​ທຳ​ຂອ​ງ​ທ່ານ​ມໍ​ຣິ​ສັນ ແມ່ນ​ເປັນ​ການ “​ຜະ​ເດັດ​ການ.”

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG