ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະພາບການປົກຫຸ້ມຂອງປ່າໄມ້ ຄິດເປັນ 62 ເປີເຊັນ ຂອງພື້ນທີ່ທັງໝົດ ໃນລາວ ປີ 2020


ປ່າສະຫງວນແຫ່ງຊາດ ໃນເມືອງນາກາຍ ແຂວງຄຳມ່ວນ
ປ່າສະຫງວນແຫ່ງຊາດ ໃນເມືອງນາກາຍ ແຂວງຄຳມ່ວນ

ລັດຖະມົນຕີ ຢືນຢັນວ່າ ສະພາບການປົກຫຸ້ມຂອງປ່າໄມ້ ຄິດເປັນ 62 ເປີເຊັນຂອງພື້ນທີ່ທັງໝົດຂອງ ສປປ ລາວ ໃນປີ 2020 ຈຶ່ງເຮັດໃຫ້ບໍ່ບັນລຸເປົ້າໝາຍການປົກຫຸ້ມທີ່ລັດຖະບານລາວວາງໄວ້ທີ່ 70 ເປີເຊັນ ຂອງພື້ນທີ່ທັງໝົດ.

ທ່ານລຽນ ທິແກ້ວ ລັດຖະມົນຕີວ່າການກະຊວງກະສິກຳແລະປ່າໄມ້ ຖະແຫລງຍອມຮັບວ່າ ການປົກຫຸ້ມຂອງປ່າໄມ້ໃນລາວ ຈະບໍ່ບັນລຸເປົ້າໝາຍທີ່ລັດຖະບານລາວວາງໄວ້ທີ່ອັດຕາສະເລ່ຍ 70 ເປີເຊັນຂອງພື້ນທີ່ທັງໝົດຂອງ ສປປ ລາວ ໃນປີ 2020 ນີ້ ເນື່ອງຈາກວ່າ ສະພາບການປົກຫຸ້ມຂອງປ່າໄມ້ໃນລາວ ໃນປັດຈຸບັນ ຄິດເປັນອັດຕາສະເລ່ຍ 62 ເປີເຊັນຂອງພື້ນທີ່ທັງໝົດຕາມການປະເມີນຂອງລາວເອງ ແຕ່ຖ້າຫາກອີງຕາມການປະເມີນຂອງອົງການສາກົນເພື່ອການອະນຸລັກທຳມະຊາດ ຫຼື IUCN ກໍປາກົດວ່າ ໄດ້ປະເມີນສະພາບການປົກຫຸ້ມຂອງປ່າໄມ້ໃນລາວໄວ້ທີ່ອັດຕາສະເລ່ຍ 72 ເປີເຊັນຂອງພື້ນທີ່ທັງໝົດໃນປັດຈຸບັນ ແຕ່ການທີ່ຈະສາມາດຢັ້ງຢືນໄດ້ຢ່າງຄັກແນ່ ກໍຈະຕ້ອງມີການສຳຫຼວດແລະຈັດທຳພາບຖ່າຍທາາງອາກາດຢ່າງຄົບຖ້ວນເສຍກ່ອນ ດັ່ງທີ່ທ່ານລຽນ ໄດ້ໃຫ້ການຢືນຢັນວ່າ:

“ພວກເຮົາກະຍັງສິໄດ້ປະເມີນຜົນຄືນອີກ ເພາະວ່າການປະເມີນຜົນຄືນນີ້ນະ ມັນຕ້ອງໃຊ້ພາບຖ່າຍດາວທຽມ ໃຊ້ເທັກໂນໂລຈີ ເພື່ອກວດກາສຳຫຼວດ ເພາະວ່າດຽວນີ້ເຮົາບໍ່ທັນໄດ້ສຳຫຼວດທັງໝົດເທື່ອ ມີແຕ່ການປະເມີນ ສະນັ້ນ ໂລກນີ້ເຂົາເອົາມາສິບປີໃດ ເຂົາຈະປະເມີນໃຫ້ເທື່ອນຶ່ງ ເຂົາເຈົ້າກະວ່າ ປະເທດພວກເຮົານີ້ ຖືວ່າປ່າປົກຫຸ້ມນີ້ໄດ້ 72 ເປີເຊັນຕາມມາດຕະຖານຂອງສາກົນ ອັນ 62 ເປີເຊັນນັ້ນ ມາດຕະຖານຂອງລາວເຮົາ.”

ແຜນທີ່ ສະແດງໃຫ້ເຫັນເຂດປ່າປົກປ້ອງ ຢູ່ໃນທົ່ວລາວ
ແຜນທີ່ ສະແດງໃຫ້ເຫັນເຂດປ່າປົກປ້ອງ ຢູ່ໃນທົ່ວລາວ

ນອກຈາກນີ້ ການປູກຕົ້ນໄມ້ໂດຍພາກລັດຍັງສາມາດຈັດຕັ້ງປະຕິບັດໄດ້ຕ່ຳກວ່າແຜນການທີ່ວາງໄວ້ໃນທຸກໆປີອີກດ້ວຍ ໂດຍມີສາເຫດສຳຄັນມາຈາກການຂາດແຄນງົບປະມານ ເພາະວ່າງົບປະມານທີ່ນຳໃຊ້ໃນການປູູກຕົ້ນໄມ້ໂດຍພາກລັດມີແຫລ່ງລາຍຮັບພຽງຈາກຄ່າພັນທະປູກໄມ້ແລະເຄື່ອງປ່າຂອງດົງ ທົດແທນເທົ່ານັ້ນ ສ່ວນແຫລ່ງລາຍຮັບທີ່ເປັນຄ່າທຳນຽມບໍລິການແລະຄ່າສຳປະທານຕັດໄມ້ຢູ່ໃນເຂດໂຄງການພັດທະນາຕ່າງໆ ເຊັ່ນໂຄງການກໍ່ສ້າງເຂື່ອນໄຟຟ້ານັ້ນ ຈະຕ້ອງສົມທົບເຂົ້າໃນງົບປະມານຂອງລັດຖະບານແລະຕ້ອງໄດ້ຮັບການອະນຸມັດຈາກສະພາແຫ່ງຊາດ ຈຶ່ງຈະສາມາດນຳມາໃຊ້ຈ່າຍໄດ້ ທັງນີ້ໂດຍກະຊວງກະສິກຳແລະປ່າໄມ້ ລາຍງານວ່າ ໃນປັດຈຸບັນ ລາວມີພື້ນທີ່ປ່າໄມ້ປະມານ 15.91 ລ້ານເຮັກຕາ ແບ່ງເປັນປ່າປ້ອງກັນ 7.98 ລ້ານເຮັກຕາ ປ່າສະຫງວນ 4.93 ລ້ານເຮັກຕາ ປ່າຜະລິດ 3.1 ລ້ານເຮັກຕາແລະປ່າໄມ້ທີ່ປູກໂດຍບໍລິສັດຕ່າງຊາດທີ່ສຳປະທານທີ່ດິນຈາກລັດຖະບານລາວໃນພື້ນທີ່ລວມ 486,600 ເຮັກຕາ ຈຶ່ງເຮັດໃຫ້ຈະຕ້ອງດຳເນີນມາດຕະການເພີ້ມເນື້ອທີ່ປ່າໄມ້ໃຫ້ໄດ້ອີກ 584,000 ເຮັກຕາ ເພື່ອທີ່ວ່າ ຈະເຮັດໃຫ້ບັນລຸເປົ້າໝາຍການເພີ້ມການປົກຫຸ້ມຂອງປ່າໄມ້ໃຫ້ເຖິງ 70 ເປີເຊັນຂອງພື້ນທີ່ທັງໝົດໃນປີ 2020 ນີ້.

ສ່ວນທ່ານສຸຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້ ກະຊວງກະສິກຳແລະປ່າໄມ້ ກໍຢືນຢັນວ່າ ໄຟປ່າໃນຊ່ວງລະດູຮ້ອນໃນປີ 2020 ເຮັດໃຫ້ປ່າໄມ້ເສຍຫາຍໄປຫລາຍກວ່າ 100,000 ເຮັກຕາ ໂດຍສະເພາະແມ່ນໃນເຂດພາກເໜືອທີ່ມີການຈູດໄຟເຜົາປ່າເພື່ອເຮັດໄຮ່ເລື່ອນລອຍໂດຍປະຊາຊົນລາວບັນດາເຜົ່າດ້ວຍນັ້ນ ຖືເປັນເຂດທີ່ປ່າໄມ້ເສຍຫາຍໄປຫລາຍທີ່ສຸດ ໂດຍສາເຫດສຳຄັນທີ່ເຮັດໃຫ້ເກີດສະພາບການດັ່ງກ່າວ ກໍຍ້ອນບັນຫາຄວາມທຸກຍາກຂອງປະຊາຊົນລາວບັນດາເຜົ່າໃນພື້ນທີ່ຫ່າງໄກສອກຫລີກນັ້ນເອງ ສະນັ້ນ ຈຶ່ງມີຄວາມຈຳເປັນຢ່າງຍິ່ງທີ່ຈະຕ້ອງແກ້ໄຂບັນຫາທຸກຍາກດັ່ງກ່າວນີ້ໃຫ້ໄດ້ຢ່າງແທ້ຈິງເທົ່ານັ້ນ ຈຶ່ງຈະສາມາດຢຸດການເຜົາປ່າເພື່ອເຮັດໄຮ່ເລື່ອນລອຍໄດ້ຢ່າງຄັກແນ່.

ທ່ານດ້ານເຈົ້າໜ້າທີ່ຂັ້ນສູງໃນກະຊວງກະສິກຳແລະປ່າໄມ້ ເປີດເຜີຍວ່າ ໄຟາໄໝ້ປ່າຍັງເປັນບັນຫາທີ່ຫຍຸ້ງຍາກທີ່ສຸດໃນການດຳເນີນມາດຕະການປາບປາມ ເພາະຈະຕ້ອງໄດ້ຮັບການຮ່ວມມືຈາກປະຊາຊົນໃນເຂດທີ່ມີການລັກາລອບເຜົາປ່ານັ້ນ ໂດຍການເກັບກຳຂໍ້ມູນໃນໄລຍະ 5 ປີຜ່ານມາ ພົບວ່າ ໄຟໄໝ້ປ່າທີີ່ເກີດຂຶ້ນນັ້ນ ຂະບວນການລັກລອບຄ້າໄມ້ເຖື່ອນຢູ່ໃນເຂດຊາຍແດນລາວກັບຈີນ ຫວຽດນາມ ແລະໄທ ກໍມີສ່ວນກ່ຽວຂ້ອງດ້ວຍ ເພາະການເຜົາປ່າໃຫ້ກາຍເປັນປ່າໄມ້ເສື່ອມໂຊມນັ້ນ ຍ້ອນໝາຍເຖິງໂອກາດຈະໄດ້ຮັບອະນຸຍາດໃຫ້ເຂົ້າໄປຕັດໄມ້ໃນເຂດປ່າເສື່ອມໂຊມນັ້ນເອງ.

ພາຍໃຕ້ສະພາບການດັ່ງກ່າວ ກະຊວງກກະສິກຳແລະປ່າໄມ້ ຈຶ່ງໄດ້ແຕ່ງຕັ້ງຄະນະສະເພາະກິດ ເພື່ອກວດກາການຈັດຕັ້ງປະຕິບັດໃນທົ່ວປະເທດຕາມຄຳສັ່ງນາຍົກລັດຖະມົນຕີເລກທີ 15/ນຍ ວ່າດ້ວຍການຫ້າມສົ່ງໄມ້ທ່ອນໄປຕ່າງປະເທດຢ່າງເດັດຂາດນັບຈາກເດືອນພຶດສະພາ 2016 ເປັນຕົ້ນມາ ໂດຍໄດ້ສັ່ງປິດໂຮງງານປຸງແຕ່ງໄມ້ 1,545 ແຫ່ງ ໂຮງເລື່ອຍ 1,206 ແຫ່ງ ຈັບຜູ້ກະທຳຄວາມຜິດຫາລາຍກວ່າ 1,700 ຄົນ ແລະຍຶດໄມ້ຜິດກົດໝາຍໄດ້ຫລາຍກວ່າ 3 ລ້ານເມັດກ້ອນ.

XS
SM
MD
LG