ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກລົງທຶນຕ່າງຊາດເວົ້າວ່າ ລະບຽບການ ເຊົ່າທີ່ດິນ ແລະອາຄານຕ່າງໆຂອງລາວບໍ່ ເອື້ອອໍານວຍແກ່ການລົງທຶນ ໄລຍະຍາວ


ພິທີເປີດຫ້ອງການບໍລິການປະຕູດຽວແກ່ນັກລົງທຶນໃນລາວ ທີ່ກະຊວງແຜນການ ແລະການລົງທຶນຂອງລາວ
ພິທີເປີດຫ້ອງການບໍລິການປະຕູດຽວແກ່ນັກລົງທຶນໃນລາວ ທີ່ກະຊວງແຜນການ ແລະການລົງທຶນຂອງລາວ

ນັກລົງທຶນຊາວຕ່າງຊາດຢືນຢຢັນວ່າ ລັດຖະບານລາວຈະຕ້ອງດໍາເນີນການພັດທະນາ ປັບປຸງລະບຽບ ແລະ ຄໍາສັ່ງກ່ຽວກັບອາຍຸໃນການເຊົ່າທີ່ດິນ ແລະອາຄານສໍານັກງານທີ່ເອື້ອອໍານວຍຕໍ່ການລົງທຶນ ໄລຍະຍາວ ໃນລາວ. ຊົງລິດ ໂພນເງິນມີລາຍງານເລື້ອງນີ້ມາຈາກບາງກອກ.

ນັກທຸລະກິດໄທ ທີ່ລົງທຶນໃນລາວ ເປີດເຜີຍວ່າ ການດໍາເນີນກິດຈະການລົງທຶນໃນລາວ ຍັງຕ້ອງປະສົບ ກັບ ບັນຫາແລະຂໍ້ຈໍາກັດໃນຫລາຍດ້ານ ໂດຍສະເພາະແມ່ນບັນຫາທີ່ກ່ຽວກັບຄວາມໂປ່ງໃສໃນການ ປະຕິບັດໜ້າທີ່ຂອງບັນດາພະນັກງານລັດຖະທີ່ຮັບຜິດຊອບໃນການຈົດທະບຽນສ້າງຕັ້ງບໍລິສັດ ຕ່າງຊາດ ໃນລາວ ນັ້ນຖືວ່າ ຍັງບໍ່ມີມາດຕະຖານດຽວກັນໃນທົ່ວປະເທດ ຫາກແຕ່ຂຶ້ນຢູ່ກັບຄວາມເຫັນ ແລະ ການພິຈາລະນາ-ຕັດສິນໃຈຂອງພະນັກງານ ລັດເປັນສໍາຄັນ ຊຶ່ງກໍເຊັ່ນກັນກັບຂໍ້ຈໍາກັດໃນການ ເຊົ່າທີ່ດິນ ຫລື ອາຄານສໍານັກງານຕ່າງໆ ໃນລາວທີ່ສ່ວນໃຫຍ່ຈະເປັນການໃຫ້ເຊົ່າໄລຍະສັ້ນ ຈຶ່ງບໍ່ເອື້ອ ຕໍ່ກາງລົງທຶນໄລຍະຍາງໃນລາວອີກດ້ວຍ ດັ່ງທີ່ນັກທຸລະກິດໄທທີ່ລົງທຶນໃນລາວ ໄດ້ໃຫ້ການຢືນຢັນ:

“ໄປລົງທຶນທີ່ລາວຕ້ອງລະວັງໃນເລື້ອງຂອງການຖືກຫລອກ ດ້ວຍຂໍ້ມູນທີ່ບໍ່ແທ້ຈິງ ຫລືບໍ່ກໍຄືໃຫ້ລົງທຶນ ໃນສິ່ງທີ່ບໍ່ສາມາດ ທີ່ຈະທໍາໄດ້ຢ່າງເຊ່ນການຈົດທະບຽນເປີດບໍລິສັດ ໃນແຂວງນຶ່ງບອກວ່າ ໃຊ້ຫຸ້ນສ່ວນ ຈໍານວນ 2 ຄົນຂຶ້ນໄປ ໃນຂະນະທີ່ອີກເຂດນຶ່ງ ບອກກວ່າຕ້ອງ 3 ຄົນຂຶ້ນໄປ ຄ່າໃຊ້ຈ່າຍ ຕົງນີ້ສົມມຸດວ່າ 10 ພັນກີບ ອີກທີ່ນຶ່ງ 50 ພັນກີບ ແລະສັນຍາເຊົ່າ ເປັນສັນຍາເຊົ່າລາຍປີ ທໍາໃຫ້ ທຸລະກິດເດີນໄດ້ບໍ່ສຸດ.”

ນັກທຸລະກິດໄທ ທີ່ລົງທຶນໃນລາວບອກອີກວ່າ ລາວມີພາລະໜ້າທີ່ຮີບດ່ວນທີ່ຈະຕ້ອງດຳເນີນການແກ້ໄຂໃຫ້ໄດ້ຢ່າງເປັນຮູບປະທຳໃນ 3 ດ້ານດ້ວຍກັນ ຄືການຊ່ວຍເຫຼືອພາກທຸລະກິດ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງໄວຣັສ COVID-19, ການດຳເນີນມາດຕະການເພື່ອເສີມສ້າງສະຖຽນລະພາບທາງການເງິນ ແລະ ເຮັດໃຫ້ຄ່າເງິນກີບມີຄວາມໝັ້ນທ່ຽງ ແລະ ການພັດທະນາປັບປຸງກົດໝາຍລົງທຶນໃຫ້ເທົ່າທັນກັບສະພາບຕົວຈິງ ເພື່ອດຶງເອົາການລົງທຶນຂອງຕ່າງຊາດໃຫ້ໄດ້ຫລາຍຂຶ້ນ.

ທາງດ້ານທ່ານ ທອງລຸນ ສີສຸລິດ ກໍຍອມຮັບວ່າ ການອຳນວຍຄວາມສະດວກໃຫ້ແກ່ການລົງທຶນພາຍໃນ ແລະ ຈາກຕ່າງປະເທດ ຍັງດຳເນີນໄປຢ່າງຊັກຊ້າ ເພາະພາກສ່ວນຮັບຜິດຊອບໃນການສົ່ງເສີມການລົງທຶນທີ່ຜ່ານລະບົບໃຫ້ບໍລິການແບບປະຕູດຽວ (One Stop Service) ນັ້ນຍັງມີຂໍ້ຈຳກັດທາງດ້ານບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດ ຈຶ່ງເຮັດໃຫ້ສາມາດດຶງເອົາການລົງທຶນຈາກຕ່າງປະເທດເຂົ້າມາໃນ ລາວ ໄດ້ຕໍ່າກວ່າແຜນການທີ່ວາງໄວ້ ຈຶ່ງຕ້ອງແກ້ບັນຫາດັ່ງກ່າວດ້ວຍການຍົກລະດັບປະສິດທິ ພາບໃນການປະຕິບັດໜ້າທີ່ຂອງພະນັກງານລັດໃຫ້ສູງຂຶ້ນຢ່າງແທ້ຈິງ ດັ່ງທີ່ທ່ານ ທອງລຸນ ໄດ້ຢືນ ຢັນວ່າ:
ການລົງທຶນພາຍໃນ ແລະ ຕ່າງປະເທດຈະເຮັດແນວໃດເຮົາຈຶ່ງຈະມີກົນໄກສະດວກກວ່ານີ້ ໄວກວ່ານີ້ ຜ່ານປະຕູດຽວແທ້ ພວກເຮົາກະສັງເກດເຫັນມີຫຼາຍອັນກະຕຶກກະຕັກ ຂ້າພະເຈົ້າກະໄດ້ເວົ້າໃຫ້ພວກປະຕູດຽວນີ້ໄປແລ່ນໃຫ້ເຂົ້າ ແລ່ນການລົງທຶນຫັ້ນນະ ແຕ່ວ່າດຽວນີ້ຍັງເຮັດບໍ່ທັນໄດ້ດີປານໃດ ຕ້ອງຍອມຮັບວ່າຜູ້ລົງທຶນຍັງຈົ່ມຢູ່ ຂ້າພະເຈົ້າກະຮັບເອົາໄປພິຈາລະນາ ຈະເອົາໃຈໃສ່ເພື່ອແກ້ບັນຫາຕ່າງໆໃຫ້ພາກທຸລະກິດ ໃຫ່ພາກຈຸລະພາກສາມາດດຳເນີນການໄປດີກວ່ານີ້.

ການລະບາດຂອງໄວຣັສ COVID-19 ໄດ້ສົ່ງຜົນກະທົບເຮັດໃຫ້ຕ່າງຊາດເຂົ້າມາລົງທຶນໃນລາວ ພຽງແຕ່ 23 ໂຄງການ ມີມູນຄ່າລົງທຶນລວມ 2,064 ລ້ານໂດລາໃນປີ 2020 ຫຼຸດລົງເກີນກວ່າ 80 ເປີເຊັນທຽບກັບປີ 2019 ຍິ່ງໄປກວ່ານັ້ນ ການລະບາດຂອງໄວຣັສ COVID-19 ກໍຍັງເຮັດໃຫ້ຕ່າງຊາດນຳເງິນທຶນເຂົ້າມາໃນ ລາວ ພຽງ 350 ລ້ານໂດລາ ຫຼື 17 ເປີເຊັນຂອງມູນຄ່າລົງທຶນທັງໝົດອີກດ້ວຍ ໂດຍສະເພາະແມ່ນ ການລົງທຶນຂອງຈີນ ທີ່ນໍາເຂົ້າທັງແຮງງານ ແລະປຸປະກອນຕ່າງໆ ຈາກຈີນ ຈຶ່ງບໍ່ຕ້ອງນໍາເງິນທຶນ ເຂົ້າມາລາວນັ້ນເອງ.

ທັງນີ້ທະນາຄານໂລກໄດ້ຈັດໃຫ້ ລາວ ເປັນປະເທດທີ່ໜ້າລົງທຶນອັນດັບທີ 154 ໃນ 190 ປະເທດໃນປີ 2020 ໂດຍພິຈາລະນາຈາກຄວາມຍາກ ຫາ ງ່າຍ ໃນການເລີ່ມຕົ້ນທຸລະກິດ, ການອະນຸຍາດກໍ່ສ້າງສຳນັກງານການຕອບສະໜອງໄຟຟ້າ, ການແຈ້ງທະບຽນສິນຊັບ, ການເຂົ້າເຖິງສິນເຊື່ອ, ມາດຕະຖານການຊຳລະພາສີການຄ້າຂ້າມແດນທີ່ສະດວກ, ການບັງຄັບສັນຍາລົງທຶນໃນກໍລະນີລົ້ມລະລາຍ ຊຶ່ງ ລາວ ໄດ້ຄະແນນສະເລ່ຍ 50.8 ເປີເຊັນ ແລະ ຕ້ອງປັບປຸງການເລີ່ມຕົ້ນດຳເນີນທຸລະກິດ ແລະ ການຕອບສະໜອງໄຟຟ້າ ສ່ວນການຕັດສິນໃນກໍລະນີລົ້ມລະລາຍ ແລະ ການຄຸ້ມຄອງຜູ້ລົງທຶນນັ້ນ ຈະຕ້ອງໄດ້ຮັບການປັບປຸງຢ່າງຮີບດ່ວນທີ່ສຸດ.

XS
SM
MD
LG