ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ບັນດານັກລົງທຶນ ພາກັນ ກັບຄືນໄປຍັງ ຫວຽດນາມ (ວີດີໂອ ແລະລາຍງານ ຮຽນພາສາອັງກິດ)


Foreign Investors Returning to Vienam After Anti-China Protests
please wait

No media source currently available

0:00 0:03:10 0:00
ລິງໂດຍກົງ

ວີດີໂອ ຮຽນພາສາອັງກິດ ກ່ຽວກັບລາຍງານນີ້.

ການ​ປະ​ທ້ວງ​ຕໍ່ຕ້ານ​ຈີນ ​ເມື່ອ​ຕົ້ນ​ປີ​ນີ້ ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້
​ແກ່​ໂຮງ​ຈັກ​ໂຮງງານ​ຂອງ​ຊາວ​ຕ່າງປະ​ເທ​ດຫລາຍ​ກ່ວາ 400 ​ແຫ່ງ
​ແລະ​ນັກ​ລົງທຶນ​ຕ່າງປະ​ເທດ​ຫລາຍ​ພັນ​ຄົນ​ ໄດ້​ພາກັນໜີ​ອອກ​ຈາກ​
ປະ​ເທດ​ໄປ ​ເພາະ​ຢ້າ​ນກົວວ່າຈະ​ມີ​ການ​ກໍ່​ຄວາມຮຸນ​ແຮງ​ເພີ້ມ​ຕື່ມ​
ແຕ່​ວ່າດຽວ​ນີ້ ການ​ລົງທຶນຂອງ​ຕ່າງປະ​ເທດ​ໄດ້​ກັບຄືນ​ມາສູ່​ລະດັບ
​ກ່ອນ​ການ​ປະ​ທ້ວ​ງ​ແລ້ວ. ຜູ້​ສື່​ຂ່າວ​ວີ​ໂອ​ເອ ພະ​ແນ​ກຮຽນ​ພາສາ​ອັງ
ກິດ Marville Ritter ມີ​ລາຍ​ງານ​ກ່ຽວ​ກັບ​ເລື້ອງ​ນີ້ ຊຶ່ງ​ດາຣາຈະ​ນຳ
​ມາສະ​ເໜີ​ທ່ານ​.

ເມື່ອເດືອນ​ພຶດສະພາ​ທີ່​ຜ່ານ​ມາ ພວກ​ປະ​ທ້ວງ​ຕໍ່ຕ້ານ​ຈີນ ​ໃນ​
ຫວຽດນາມ ​ໄດ້​ສ້າງ​ຄວາມ​ເສຍຫາຍ​ໃຫ້​ແກ່​ໂຮງ​ຈັກ​ໂຮງງານຂອງ​ຊາວ​ຕ່າງປະ​ເທດ ຢ່າງ
ນ້ອຍ 460 ​ແຫ່ງ. ນັກ​ລົງ​ທຶນ​ຕ່າງປະ​ເທດ​ຫລາຍ​ພັນ​ຄົນ​ພາກັນ​ຫລັ່ງ​ໄຫລ​ໜີ​ອອກ​ຈາກ
ຫວຽດນາມ. ​ເຂົາ​ເຈົ້າຢ້ານ​ວ່າ ຈະ​ມີການ​ກໍ່​ຈະລາຈົນ​ຕື່ມ​ອີກ. ​ແຕ່​ມາ​ບັດ​ນີ້ ການ​ລົງທຶນ​ຂອງ​
ຕ່າງປະ​ເທດ ​ໄດ້​ກັບ​ຄືນ​ມາ​ສູ່ລະດັບກ່ອນ​ການປະ​ທ້ວງ​ແລ້ວ. ການ​ຫລັ່ງ​ໄຫລ​ກັບ​ຄືນ​ມາ
ຂອງ​ເງິນ​ທຶນ ​ແມ່ນ​ເປັນ​ຍ້ອນ​ສາມ​ເຫດຜົນສຳຄັນ ດ້ວຍ​ກັນ​.

ຄື​ລັດຖະບານ​ໃຫ້​ຄຳ​ໝັ້ນ​ສັນຍາທີ່​ຈະ​ປົກ​ປ້ອງນັກ​ລົງທຶນ​ຕ່າງປະ​ເທດ. ນອກ​ນັ້ນ ເສດຖະ
ກິດກໍ​ສືບ​ຕໍ່​ດີ​ຂຶ້ນ​ ​ແລະ​ທ້າຍ​ສຸດ ຄ່າ​ຜະລິດ​ສິນຄ້າ​ກໍ​ຍັງຕໍ່າ​ຢູ່. ພວກ​ໂຮງງານເສື້ອ​ຜ້າ ​ເຄື່ອງ
ເຮືອ​ນ​ແລະ ​ເຄື່ອງ​ອີ​ເລັກ​ໂທຣນິກ ​ໄດ້​ເລີ້ມ​ປະຕິບັດ​ກາ​ນອີກ​ຄັ້ງ​ນຶ່ງ​ແລ້ວ ຢູ່​ໃນ​ຫວຽດນາມ.

ມີ 20 ຄົນ​ເສຍ​ຊີວິດ​ໃນ​ການປະ​ທ້ວງ ​ແລະ​ຫລາຍ​ຮ້ອຍ​ຄົນ​ໄດ້​ຮັບ​ບາດ​ເຈັບ. ພວກ​ປະ​ທ້ວງ
ມີ​ຄວາມ​ໂກດ​ແຄ້ນ ທີ່​ຈີນ​ໄດ້​ເອົາ​ໂຄງ​ສ້າງ​ອຸດສາຫະກຳ​ນ້ຳມັນ​ອັນ​ນຶ່ງ ​ໄປ​ຕັ້ງ​ໄວ້​ຢູ່​ໃນ​ບໍລິເວນ
​ນ່ານນ້ຳ ທີ່​ຫວຽດນາມ​ອ້າງ ​ວ່າ​ເປັນ​ດິນ​ແດນ​ຂອງ​ຕົນ. ຄວາມ​ເຄັ່ງ​ຕຶງ​ທີ່​ມີ​ມາ​ເປັນ​ເວລາ​ຍາວ
ນານ ລະຫວ່າງ​ປ​ະ​ເທດ​ທັງ​ສອງ ​ໄດ້ຮ້າຍ​ແຮງ​ຂຶ້ນ. ຈີນ​ແລະ​ຫວຽ​ດນາມໄດ້​ຕໍ່ສູ້​ສົງຄາມຊາຍ
​ແດນ​ກັນ ​ໃນປີ 1979.

ເບິ່ງວີດີໂອກ່ຽວກັບ ການປະທ້ວງຕໍ່ຕ້ານຈີນ ຢູ່ຫວຽດນາມ:

China’s South China Sea Strategy Unmoved by Vietnam Protests
please wait

No media source currently available

0:00 0:02:47 0:00

ການ​ລົງທຶນ​ຂອງ​ຕ່າງປະ​ເທດ ປະກອບ​ເປັນ 17 ສ່ວນ​ຮ້ອຍ​ຂອງ​ເສດຖະກິດ​ຫວຽດນາມ
ແລະ 66 ສ່ວນ​ຮ້ອຍຂອງ​ສິນຄ້າ​ສົ່ງ​ອອກ​ຂອງ​ຫວຽດນາມ ທັງສະໜອງ​ເຄິ່ງນຶ່ງ​ຂອງ​ລາຍ
ໄດ້ຈາກ​ພາສີ​ຂອງ​ຫວຽດນາມ.

Ralf Matthaes ​ເປັນ​ເຈົ້າ​ຂອງ​ບໍ​ລິ​ສັດ​ໂຄສະນາ​ດ້ານ​ການຕະຫລາດ ​ທີ່​ນະຄອນໂຮ​ຈີມິນ.
ລາວ​ກ່າວ​ວ່າ ການ​ລົງທຶນ​ຂອງ​ຕ່າງປະ​ເທດ​ກັບ​ຄືນ​ມາ ກໍ​ຍ້ອນ​ການ​ເອົາ​ບາດກ້າວ​ຢ່າງ​ແຂງ
ຂັນ​ຂອງ​ລັດຖະບານ.

ນັກ​ລົງ​ທຶນ​ຈາກ ຍີ່ປຸ່ນ ສິງກະ​ໂປ ​ເກົາຫລີ​ໃຕ້ ​ແລະ​ໄຕ້​ຫວັນ ​ໄດ້​ເຂົ້າ​ໄປ​ຍັງ​ຫວຽດນາມ ນັບ
ຕັ້ງ​ແຕ່​ລັດຖະບານ​ຫວຽດນາມ​ໄດ້​ຍຸດຕິ ​ການ​ຈຳກັດ​ຮັດ​ແຄບ​ຕໍ່​ການ​ລົງທຶນໃນ​ປີ 1987​. ​ໂຄງການ​ຕ່າງໆ​ຂອງ​ພວກ​ເຂົາ​ເຈົ້າ​ໄດ້​ຊ່ວຍ​ສະໜັບ​ສະໜຸນ​ເສດຖະກິດ​ ມູນ​ຄ່າ 155 ພັນ
ລ້ານ​ດອລລ່າ ຂອງ​ຫວຽດນາມ ​ແລະ​ໄດ້​ຫລຸດຜ່ອນ​ຄວາມທຸກ​ຈົນ ​ໂດຍ​ການ​ສ້າງ​ວຽກ​ງານ
ເພີ້​ມຕື່ມ. ​

ໃນ​ເດືອນ​ກໍລະກົດ ຈີນ​ໄດ້​ຍ້າຍຖານ​ເຈາະ​ນ້ຳມັນ​ອອກ​ໄປ ລຸນຫລັງ​ການ​ເຈລະຈາ​ກັບ
ຫວຽດນາມ. ກ່ອນ​ເກີດ​ການ​ປະ​ທ້ວງ​ ຈີນ​ແມ່ນ​ເປັນນັກ​ລົງທຶນໃຫຍ່​ອັນ​ດັບ 7 ຢູ່​ໃນ​ຫວຽດ
ນາມ. ປີ​ກາຍ​ນີ້ ຈີນ​ໄດ້​ທຳ​ການລົງທຶນໃນ​ມູນ​ຄ່າ 2.300 ລ້ານ​ດອລລ່າຢູ່​ໃນຫວຽດນາມ.
ນັ້ນ​ແມ່ນຫລາຍ​ກ່ວາປີ 2012 ​ເຖິງ 6 ​ເທົ່າ​ໂຕ. ຈຳນວນ​ຫລາຍ​ຂອງ​ການ​ລົງທຶນດັ່ງກ່າວ
ແມ່ນເປັນ​ພວກວັດ​ຖຸ ທີ່​ໃຊ້​ໃນ​ການ​ເຮັດ​ເສື້ອ​ຜ້າ ​ເຄື່ອງ​ຈັກ ແລະສິນຄ້າ​ອື່ນໆ. ​

​ຄາດ​ກັນ​ວ່າ ໃນ​ອະນາຄົດ ຫວຽດນາມ​ຈະ​ເຮັດ​ໃຫ້ງ່າຍ​ຂຶ້ນ ສຳຫລັບພວກນັກ​ລົງທຶນ​ຕ່າງ
ປະ​ເທດ ທີ່​ຈະ​ໄປ​ທຳ​ທຸລະ​ກິດ​ຢູ່​ໃນ​ປະ​ເທດ ຄື​ຫວຽດນາມຈະອະນຸຍາດໃຫ້​ນັກ​ລົງທຶນ​ຕ່າງ
ປະ​ເທດ ມີສິດ​ຫລາຍ​ຂຶ້ນ​ໃນ​ການ​ຊົມ​ໃຊ້ ທີ່​ດິນ. ​ແລະ​ຫວຽດນາມ​ຈະ​ສ້າງ​ລະບົບ​ຂົນ​ສົ່ງ​ໃໝ່
ທີ່​ເຊື່ອມ​ຕໍ່​ນະຄອນ​ໂຮ​ຈີ​ມິນ ​ໃສ່​ກັບພວກ​ເຂດ​ຜະລິດ​ສິນຄ້າ​ຕ່າງໆ.

ວີດີໂອພາສາລາວ: ຊາວຫວຽດນາມພາກັນຂວ້ຳບາດສິນຄ້າຈີນ:

​ແລະ​ນັ້ນ​ກໍ​ແມ່ນລາຍ​ງານ​ເສດຖະກິດ ຈາກ​ພະ​ແນ​ກຮຽນ​ພາ​ສາ​ອັງກິດຂອງ​ວີ​ໂອ​ເອ.
ຄຳສັບ​ຈາກ​ລາຍ​ງານ​ ທີ່​ເຮົາ​ຈະ​ສອນ​ທ່ານ​ມື້​ນີ້ ກໍມີ​ຄຳ​ວ່າ

foreign f-o-r-e-i-g-n foreign ​ແປ​ວ່າ ຕ່າງປະ​ເທດ

investors i-n-v-e-s-t-o-r-s investors ​ແປ​ວ່າ​ ພວກ​ນັກ​ລົງທຶນ

border b-o-r-d-e-r border ​ແປ​ວ່າ ຊາ​ຍ​ແດນ

poverty p-o-v-e-r-t-y poverty ​ແປ​ວ່າ ຄວາມທຸກ​ຍາກ

rights r-i-g-h-t-s rights ​ແປ​ວ່າ ສິດ ຫລື ສິດທິ

ທ່ານ​ສາມາດ​ເຂົ້າ​ໄປ​ອ່ານ​ແລ​ະຟັງ ລາຍ​ງານ​ພາສາ​ອັງກິດຊ້າ​ໆ​ໄດ້ ທີ່​ເວັບ​ໃຊ້​ຂອງ​ເຮົາ lao.voanews.com

ຟັງລາຍງານ ພາສາອັງກິດ ຊ້າໆ:

In May, anti-China protestors in Vietnam caused damage to at least 460 factories owned by foreigners. Thousands of foreign investors fled Vietnam. They feared there would be more riots. But foreign investment has now returned to levels that existed before the protests. The flow of money returned for three main reasons. The government has promised to protect foreign investors. Also, the economy continues to grow. Finally, the cost of manufacturing remains low.

Clothing, furniture and electronics factories have begun operating again in Vietnam. Twenty people died in the protests and hundreds were injured. The protestors were angry about China’s placement of an oil industry structure in waters that Vietnam claims as its territory. Long-term tensions between the two countries worsened. China and Vietnam fought a border war in 1979.

Foreign investment is 17 percent of Vietnam’s economy and 66 percent of its exports. It provides half of Vietnam’s tax income.

Ralf Matthaes is the owner of a market advising company in Ho Chi Minh City. He says foreign investment has returned because of the government’s strong actions.

Foreign investors from Japan, Singapore, South Korea and Taiwan have entered Vietnam since the government ended investment restrictions in 1987. Their projects have helped support Vietnam’s $155 billion economy and have lowered poverty by adding jobs.

In July, China moved the platform following talks with Vietnam. Before the riots, China was the seventh-largest investor in Vietnam. Last year, it invested $2.3 billion in the country. That was six times more than in 2012. Much of that investment was materials used to make clothing, machines and other goods.

In the future, Vietnam is expected to make it easier for foreign investors to do business in the country. It will increase the rights of foreign investors to use land. And it will build new transportation systems linking Ho Chi Minh City to manufacturing areas.

And that’s the Economics Report from VOA Learning English. (For more Learning English programs, go to our website LearningEnglish.voanews.com. And follow us on Facebook and Twitter.) I’m Mario Ritter.

____________________________________________________________

Words in the News

foreign – adj. of, about or from another nation; not from one’s own place or country

investors – n. people who give money to a business or organization with the hope of making more money

border – n. a dividing line between nations

poverty – n. the condition of being poor

rights – n. what a person legally and morally should be able to do or have (“It is their right to vote.”)

XS
SM
MD
LG