ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການລົງທຶນຕ່າງປະເທດ ໃນລາວມີມູນຄ່າສະສົມ ຫຼາຍກວ່າ 16,000 ລ້ານໂດລາ


ການເຊັນສັນຍາ ລົງທຶນລະຫວ່າງບໍລິສັດຈີນ ແລະລັດຖະບານລາວ ທີ່ຈັດຂຶ້ນໃນນະຄອນວຽງຈັນ ໃນເດືອນມີນາ 2012 ທີ່ຜ່ານມານີ້.
ການເຊັນສັນຍາ ລົງທຶນລະຫວ່າງບໍລິສັດຈີນ ແລະລັດຖະບານລາວ ທີ່ຈັດຂຶ້ນໃນນະຄອນວຽງຈັນ ໃນເດືອນມີນາ 2012 ທີ່ຜ່ານມານີ້.

ການລົງທຶນຈາກຕ່າງປະເທດໃນລາວ ມີມູນຄ່າສະສົມເພີ່ມຂຶ້ນ ຫຼາຍກວ່າ 16,000 ລ້ານ ໂດລາ ໃນຊ່ວງປີ 1988-2011 ໂດຍລັດຖະບານລາວໄດ້ອະນຸມັດ ການລົງທຶນແລ້ວເຖິງ 4,416 ໂຄງການໃນໄລຍະດັ່ງກ່າວນີ້.

ກະຊວງແຜນການແລະການລົງທຶນລາຍງານວ່າ ການລົງທຶນ
ໂດຍກົງຈາກຕ່າງປະເທດ ທີ່ເຂົ້າມາ ໃນລາວນັບແຕ່ປີ 1988
ຈົນເຖິງທ້າຍປີ 2011 ທີ່ຜ່ານມາ ມີມູນຄ່າສະສົມເກີນກວ່າ
16,000 ລ້ານໂດລາ ໂດຍລັດຖະບານລາວໄດ້ອະນຸມັດການ
ລົງທຶນໄປທັງໝົດ 4,416 ໂຄງການດ້ວຍກັນ ຊຶ່ງສ່ວນໃຫຍ່
ເປັນການລົງທຶນໃນພາກພະລັງງານຂຸດຄົ້ນແຮ່ທາດ ກະສິກໍາ
-ປ່າໄມ້ ແລະພາກບໍລິການຕາມລໍາດັບ.

ຍິ່ງໄປກວ່ານັ້ນ ທາງການລາວກໍຍັງເຊື່ອໝັ້ນອີກດ້ວຍວ່າ ການ
ລົງທຶນຂອງຕ່າງຊາດໃນລາວ ຈະມີມູນຄ່າສະສົມເກີນກວ່າ
20,000 ລ້ານໂດລາ ພາຍໃນທ້າຍປີ 2012 ນີ້ອີກດ້ວຍ ເນື່ອງ
ຈາກວ່າທາງການລາວ ໄດ້ພັດທະນາພື້ນຖານໂຄງຫລ່າງ ແລະ
ປັບປຸງກົນໄກບໍລິຫານງານ ເພື່ອສົ່ງເສີມ ແລະອໍານວຍຄວາມ ສະດວກໃຫ້ແກ່ການລົງທຶນຈາກຕ່າງປະເທດໃນລາວມາຢ່າງຕໍ່ເນື່ອງ ດັ່ງທີ່ເຈົ້າໜ້າທີ່ຂັ້ນ ສູງໃນກະຊວງແຜນການ ແລະການລົງທຶນໄດ້ໃຫ້ການຢືນຢັນວ່າ:

“ຍາມໃດລັດຖະບານກໍພະຍາຍາມປັບປຸງສະພາບແວດລ້ອມ
ບັນຍາກາດ ແລະສ້າງທຸກໆເງື່ອນໄຂ ເພື່ອເອື້ອອໍານວຍ
ຄວາມສະດວກ ໃຫ້ແກ່ການລົງທຶນ ເພື່ອເຮັດແນວໃດໃຫ້ ຫລຸດຜ່ອນຂັ້ນຕອນການອະນຸຍາດຕ່າງໆ ທີ່ມີຄວາມກະ
ທັດຮັດ ແລະໂປ່ງໃສຂຶ້ນກວ່າເກົ່າ ພ້ອມກັນນັ້ນ ໄດ້ຕິດຕາມ ແລະຊ່ວຍແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນໃນ ການດໍາເນີນ ທຸລະກິດໃຫ້ມີຄວາມຄ່ອງຕົວ.


ສໍາລັບໃນຊ່ວງ 6 ເດືອນທໍາອິດຂອງປີ 2012 ນີ້ກໍປາກົດວ່າ
ມີການລົງທຶນຈາກຕ່າງປະເທດເຂົ້າມາໃນລາວຄິດເປັນມູນຄ່າລວມຫຼາຍກວ່າ 2,500
ລ້ານໂດລາ ຊຶ່ງແບ່ງເປັນການລົງທຶນໃນຮູບຂອງເຄື່ອງຈັກ ເຄື່ອງໄມ້ເຄື່ອງມືຕ່າງໆ ໃນ
ມູນຄ່າລວມບໍ່ເກີນກວ່າ 1,900 ລ້ານໂດລາ ສ່ວນທີ່ເຫຼືອອີກ 560 ລ້ານໂດລານັ້ນ ເປັນ
ເງິນສົດ ທີ່ບັນດາບໍລິສັດ ຕ່າງຊາດນໍາໃຊ້ເປັນເງິນໝູນວຽນໃນການດໍາເນີນທຸລະກິດ
ຢູ່ໃນລາວ.

ສໍາລັບພາກສ່ວນທີ່ບໍລິສັດຕ່າງຊາດໄດ້ພາກັນເຂົ້າມາລົງທຶນຫຼາຍທີ່ສຸດໃນໄລຍະດັ່ງກ່າວນີ້ ກໍຄືການຂຸດຄົ້ນບໍ່ແຮ່ ຕິດຕາມດ້ວຍການລົງທຶນໃນການກໍ່ສ້າງເຂື່ອນຜະລິດກະແສໄຟຟ້າ ແລະການລົງທຶນໃນພາກສ່ວນກະສິກໍາ-ປ່າໄມ້ຕາມລໍາດັບ ສ່ວນກຸ່ມທຸລະກິດ ທີ່ມີມູນຄ່າ ການລົງທຶນຫຼາຍທີ່ສຸດນັ້ນກໍຍັງຄົງເປັນບັນດາວິສາຫະກິດຈາກຫວຽດນາມ ຊຶ່ງກໍເຮັດໃຫ້ ຫວຽດນາມຍັງຄົງຄອງແຊມປ໌ ໃນຖານະຜູ້ລົງທຶນອັນດັບ 1 ທີ່ມູນຄ່າການລົງທຶນຫຼາຍ ທີ່ສຸດໃນລາວໄດ້ຕໍ່ໄປອີກດ້ວຍ.


ທັງນີ້ໂດຍນັບແຕ່ປີ 1993 ເປັນຕົ້ນມາ ຈົນເຖິງປັດຈຸບັນນີ້ ມີບັນດາບໍລິສັດຈາກຫວຽດນາມໄດ້ພາກັນເຂົ້າມາລົງທຶນ
ຢູ່ໃນລາວຫຼາຍກວ່າ 430 ໂຄງການ ຊຶ່ງຄິດເປັນມູນຄ່າລົງ
ທຶນລວມຫຼາຍກວ່າ 5,100 ລ້ານໂດລາ ໂດຍບໍລິສັດຈາກ
ຫວຽດນາມ ກໍໄດ້ເນັ້ນໜັກການລົງທຶນໃນດ້ານການຂຸດ
ຄົ້ນບໍ່ແຮ່ ດ້ານພະລັງງານໄຟຟ້າ ດ້ານການບໍລິການ ແລະ
ດ້ານກະສິກໍາ-ປ່າໄມ້.

ໂດຍສະເພາະແມ່ນດ້ານພະລັງງານໄຟຟ້ານັ້ນ ກໍປາກົດວ່າ
ມີບໍລິສັດຈາກຫວຽດນາມ 7 ລາຍທີ່ໄດ້ລົງທຶນກໍ່ສ້າງກະແສ
ໄຟຟ້າທີ່ຜະລິດໄດ້ສ່ວນໃຫຍ່ ຫຼືບໍ່ໜ້ອຍກວ່າ 3,357ເມກາ
ວັດ ໄປຕອບສະໜອງການຊົມໃຊ້ກະແສໄຟຟ້າໃນຫວຽດນາມນັບຈາກທ້າຍປີ 2015
ເປັນຕົ້ນໄປ.

ສ່ວນເຂດທີ່ພາກທຸລະກິດຂອງຫວຽດນາມໄດ້ລົງທຶນຫຼາຍທີ່ສຸດໃນລາວນັ້ນ ກໍຄືເຂດນະ ຄອນວຽງຈັນ ຊຶ່ງຄິດເປັນ 52% ຂອງມູນຄ່າລົງທຶນທັງໝົດຂອງຫວຽດນາມໃນລາວ. ສ່ວນທີ່ເຂດແຂວງຊາຍແດນທີ່ພາກທຸລະກິດຫວຽດນາມໄດ້ເຂົ້າມາລົງທຶນ ຫຼາຍທີ່ສຸດ ກໍແມ່ນແຂວງເຊກອງ ຈໍາປາສັກ ແລະອັດຕະປືຕາມລໍາດັບ. ສ່ວນເຂດທີ່ ບໍ່ມີການລົງທຶນ ຈາກຫວຽດນາມເລຍ ກໍມີພຽງແຂວງບໍ່ແກ້ວເທົ່ານັ້ນ ຫາກແຕ່ກໍເຊື່ອວ່າ ພາກທຸລະກິດ ຫວຽດນາມຈະພາກັນຂະຫຍາຍການລົງທຶນໄປໃນທຸກແຂວງທົ່ວປະເທດລາວໃນໄລຍະ ໝໍ່ໆ ນີ້.

ປັດຈຸບັນນີ້ ທາງການທັງສອງຝ່າຍກໍກໍາລັງຮ່ວມກັນພິດຈາລະນາປັບປຸງສັນຍາວ່າດ້ວຍ ການສົ່ງເສີມ ແລະປົກປ້ອງການລົງທຶນດັ່ງກ່າວໃຫ້ມີຄວາມທັນສະໄໝອີກດ້ວຍ.
XS
SM
MD
LG