ລິ້ງ ສຳຫລັບເຂົ້າຫາ

ການຊ່ວຍເຫຼືອ ຕ່າງປະເທດ ສຳລັບ ສູນອົບພະຍົບ ມຽນມາ ຖືກຕັດລົງ


ໃນຂະນະທີ່ການລົງທຶນຕ່າງປະເທດ ພວມຍົກລະດັບການພັດທະນາໃນປະເທດ ມຽນ
ມາຢູ່ນັ້ນ, ຊາວອົບພະຍົບ ແລະ ຜູ້ທີ່ຫຼົບໜີອອກຈາກບ້ານເຮືອນຂອງເຂົາເຈົ້າ ໃນເຂດ
ຊາຍແດນຊໍ້າກຳລັງປະເຊີນໜ້າ ກັບຄວາມເປັນຈິງທີ່ໂຫດຮ້າຍ ໂດຍການຫຼຸດລົງຂອງ
ການຊ່ວຍເຫຼືອຈາກ ກຸ່ມບໍລິຈາກສາກົນ. ໃນເຂດຊາຍແດນ ໄທ ຕິດກັບ ມຽນມານັ້ນ,
ພວກອົບພະຍົບໃນສູນໄດ້ເວົ້າເຖິງ ຄວາມຫຍຸ້ງຍາກ ໃນການເອົາຊີວິດລອດຢູ່ທີ່ນັ້ນ,
ແລະ ຄວາມເປັນຈິງ ກ່ຽວກັບ ການກັບຄືນສູ່ບ້ານເຮືອນ ສຳລັບພວກອົບພະຍົບໃນໄລ
ຍະຍາວ. ນັກຂ່າວວີໂອເອ ສຕີຟ ແຊນຝອດ ມີລາຍງານ ກ່ຽວກັບ ບັນຫານີ້, ເຊິ່ງ
ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຢູ່ທີ່ສູນອົບພະຍົບ ແມ ລາ ແຫ່ງນີ້, ມັນອາດເບິ່ງຄືວ່າ ບໍ່ເປັນຕາເດີນທາງໄປ ເພື່ອກິນ
ອາຫານ ແລະ ການສຶກ.

ແຕ່ວ່າ ມັນເປັນເວລາດົນກວ່າ 30 ປີມາແລ້ວ ທີ່ຄອບຄົວຊົນເຜົ່າ ກະລ່ຽງ ໄດ້ເຮັດສິ່ງ
ດຽວມາຕະຫຼອດ ຕັ້ງແຕ່ສະໄໝສົງຄາມກາງເມືອງມາແຕ່ດົນນານ ເຊິ່ງຫຼາຍຄົນໄດ້ພະ
ຍາຍາມຫາການຊ່ວຍເຫຼືອຕາມເຂດຊາຍແດນ ໄທ ແລະ ມຽນມາ.

ຕອນນີ້, ໃນຂະນະທີ່ພວກຜູ້ບໍລິຈາກໃນສູນ ໄດ້ຫັນການໃຫ້ທຶນໄປຫາສູນກາງ ມຽນມາ
ນັ້ນ, ສິ່ງຕ່າງໆຄືການສະໜອງເຂົ້າ ແລະ ນາຍຄູທີ່ໄດ້ລະດັບມາດຕະຖານ ແມ່ນໄດ້ຖືກ
ຫຼຸດຈຳນວນລົງ ໃນຂະນະທີ່ງົບປະມານກໍໄດ້ຖືກຕັດລົງ.

ທ່ານ ຊໍ ເຮັນຣີ ຫົວໜ້າຊຸມຊົນ ໃນສູນອົບພະຍົບ ແມ ລາ ກ່າວວ່າ “ພວກນັກຮຽນແມ່ນ
ມາຈາກສູນອົບພະຍົບທີ່ແຕກຕ່າງກັນ ແລະ ມາເພື່ອສຶກສາທີ່ໂຮງຮຽນ ແມ ລາ ເພື່ອ
ການສຶກສາທີ່ສູງກວ່າ. ຫຼັງຈາກທຶນຊ່ວຍເຫຼືອໄດ້ຖືກຕັດລົງ, ມັນກໍໄດ້ສົ່ງຜົນກະທົບຕໍ່
ໂຮງຮຽນຂອງພວກເຮົາ. ພວກເຮົາຕ້ອງການໆຊ່ວຍເຫຼືອອັນຮີບດ່ວນສຳລັບປະລິ
ມານເຂົ້າ ແລະ ອຸປະກອນຕ່າງໆໃຫ້ໂຮງຮຽນ. ພວກເຮົາກຳລັງດີ້ນຮົນ ເພື່ອເອົາຊີວິດ
ລອດ. ພວກນັກຮຽນ ແລະ ນາຍຄູທັງຫຼາຍກໍກຳລັງຫາທາງແກ້ໄຂຢູ່.”

ປະລິມານອາຫານເພື່ອລ້ຽງອົບພະຍົບຢູ່ໃນສູນ 9 ແຫ່ງ ໄດ້ຫຼຸດລົງ ນັບຕັ້ງແຕ່ການ
ເລືອກຕັ້ງໃນປີ 2010 ທີ່ໄດ້ເຮັດໃຫ້ລັດຖະບານ ທີ່ໄດ້ຮັບການສະໜັບສະໜູນຈາກພົນ
ລະເຮືອນ ໄດ້ນຳເອົາໂສມໜ້າຂອງປະຊາທິປະໄຕມາສູ່ ມຽນມາ.

ການອອກໄປຫາເງິນເພີ່ມເຕີມຢູ່ນອກສູນ ສຳລັບພວກອົບພະຍົບແມ່ນຜິດກົດໝາຍ
ແລະ ຫຼາຍຄົນເປັນຫ່ວງວ່າ ວຽກງານທີ່ແນ່ນອນ ແລະ ບ້ານເຮືອນຕ່າງໆໃນປະເທດ
ມຽນມາ ແມ່ນຈະບໍ່ມີແທ້.

ນາງ ນິວ ເບລ ເຊ ຜູ້ອາໄສຢູ່ໃນສູນອົບພະຍົບມາໄດ້ 10 ປີແລ້ວກ່າວວ່າ “ພວກເຮົາ
ຕ້ອງຮັບປະກັນວ່າ ກຸ່ມທີ່ຮັບຜິດຊອບສຳລັບໂຄງການສົ່ງຄົນກັບຄືນປະເທດ ຈະສະ
ໜັບສະໜູນ ແລະ ຊ່ວຍເຫຼືອຊາວອົບພະຍົບຢ່າງເຕັມທີ່, ປະຕິບັດນຳເຂົາເຈົ້າໃຫ້ເທົ່າ
ທຽມກັບປະຊາຊົນຂອງປະເທດ. ເຂົາເຈົ້າຕ້ອງຮັກສາຄຳເວົ້າຂອງເຂົາເຈົ້າ.”

ໃນຂະນະທີ່ແຜນການສົ່ງຄົນກັບຄືນປະເທດຍັງສືບຕໍ່ຢູ່ນັ້ນ, ອົງການການຮ່ວມມືເຂດ
ຊາຍແດນ ຫຼື ເດິ ບໍເດີ ຄອນຊໍທຽມ (The Border Consortium), ເຊິ່ງຮັບຜິດຊອບ
ການຊ່ວຍເຫຼືອສ່ວນໃຫຍ່ຂອງສູນອົບພະຍົບນັ້ນ ແມ່ນກຳລັງພະຍາຍາມຫາທາງແກ້
ໄຂ ເພື່ອຊ່ວຍເຫຼືອຄົນຜູ້ທີ່ຂາດແຄນທີ່ສຸດ.

ທ່ານ ດັງແຄັນ ແມັກອາເທີ ຈາກອົງການ ເດິ ບໍເດີ ຄອນຊໍທຽມ ກ່າວວ່າ “ໃນໄລຍະຊົ່ວ
ຄາວ ມັນກ່ຽວກັບ ການຊອກຫາການບັນເທົາທຸກ ຈາກພວກຜູ້ບໍລິຈາກຫຼາຍກວ່າ ແລະ
ວິທີທີ່ທຶນຊ່ວຍເຫຼືອຂອງເຂົາເຈົ້າ ຈະຖືກໃຊ້ແນວໃດ ແລະ ສິ່ງທີ່ເຂົາເຈົ້າຍິນດີທີ່ຈະ
ເຮັດ, ບໍ່ພຽງແຕ່ກັບລັດຖະບານ ມຽນມາ ເທົ່ານັ້ນ ແຕ່ພ້ອມກັບກຸ່ມຕິດອາວຸດຂອງຊົນ
ເຜົ່າອີກດ້ວຍ ໃນເລື່ອງຂອງການອຳນວຍຄວາມສະດວກ ທີ່ເປັນການໃຫ້ຄືນ ແລະ
ສະໜັບສະໜູນການພົວພັນກັນຄືນຂອງຊຸມຊົນຕ່າງໆ ທີ່ປາກົດອອກມາຈາກຄວາມ
ຂັດແຍ້ງເຊັ່ນກັນ.”

ໃນຂະນະທີ່ການພັດທະນາສາກົນໄດ້ດຳເນີນຕໍ່ໄປ ໃນເຂດທີ່ຖືກຄວບຄຸມໂດຍລັດຖະ
ບານຂອງ ມຽນມາ ນັ້ນ, ພວກຜູ້ທີ່ອາໄສຢູ່ໃນເຂດຊາຍແດນຊົນເຜົ່າຕ່າງໆຫວັງວ່າ
ເຂົາເຈົ້າຈະບໍ່ຖືກລືມ ໃນການຟ້າວຟັ່ງເພື່ອເຮັດທຸລະກິດ.

ຄວາມເຫັນຂອງທ່ານ

ສະແດງຄວາມເຫັນໃຫ້ເບິ່ງ

XS
SM
MD
LG