ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ທ​ຣຳ ແລະ​ທ່ານ​ໂມ​ດີ ​ສົນ​ທະ​ນາ​​ກັນ ຢ່າງຍ​ືດ​ຍາວ ແຕ່​​ບໍ່​ມີ​ການ​ປະ​ກາດ​ ຂໍ້​ຕົກ​ລົງ​ໃຫຍ່


ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ກ່າວ​ຕໍ່​ກອງ​ປະ​ຊຸມ​ນັກ​ຂ່າວ​ ທີ່ນະ​ຄອນ​ຫຼວງນິວ​ເດ​ລີ ປະ​ເທດ​ອິນ​ເດຍ ​ເມື່ອວັນ​ທີ 25 ກຸມ​ພາ 2020.
ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ກ່າວ​ຕໍ່​ກອງ​ປະ​ຊຸມ​ນັກ​ຂ່າວ​ ທີ່ນະ​ຄອນ​ຫຼວງນິວ​ເດ​ລີ ປະ​ເທດ​ອິນ​ເດຍ ​ເມື່ອວັນ​ທີ 25 ກຸມ​ພາ 2020.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ແລະ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ ທ່ານ​ນາ​
ເຣັນ​ດ​ຣາ ໂມ​ດີ ໄດ້​ໃຊ້​ເວ​ລາ​ຫຼາຍຊົ່ວ​ໂມງເພື່ອ​ຫາ​ລື​ກ່ຽວ​ກັບ​ບັນ​ຫາການ​ຄ້າ​ທີ່​ນ​ະ​ຄອນ​
ຫຼວງ​ນິວ​ເດລີ ແຕ່​ວ່າບໍ່ໄດ້​ມີ​ການ​ປະ​ກາດ ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ການ​ຄ້າ ​ທີ່​ສຳ​ຄັນ​ແຕ່​ຢ່າງ​ໃດ.

ປະ​ທາ​ນາ​ທິບໍ​ດີ​ທ​ຣຳ ກ່າວ​ໃນ​ວັນ​ອັງ​ຄານ​ວານ​ນີ້​ ໃນ​ຂະ​ນະ​ທີ່​ທ່ານ​ໃກ້​ຈະເສັດ​ສິ້ນ​ການ
ຢ້ຽມ​ຢາມ​ເປັນ​ເວ​ລາ​ສອງວັນ​ວ່າ “ທີມ​ງານ​ຂອງ​ພວກ​ເຮົາສ້າງ​ຄວາມ​ກ້າວ​ໜ້າ​ຢ່າງ​ໃຫຍ່
​ກ່ຽວ​ກັບາ​ຂໍ້​ຕົກ​ລົງ​ການ​ຄ້າໃນ​ຂອບ​ເຂດ​ທີ່ກວ້າງ​ຂວາງ​ ແລະ​ຂ້າ​ພະ​ເຈົ້າກໍ​ມີ​ຄວາມເຫັນ​
ໄປ​ໃນ​ແງ່​ດີ ​ທີ່ວ່າ​ພວກ​ເຮົາ​ອາດ​ຈະ​ສາ​ມາດ​ບັນ​ລຸ​ຂໍ້​ຕົກ​ລົງ​ທີ່​ມີ​ຄວາມ​ສຳ​ຄັນ​ອັນ​ຍິ່ງ​ໃຫຍ່
ສຳ​ລັບທັງສອງ​ປະ​ເທດ.”

​ນອກນັ້ນ ທ່ານ​ຍັງ​ໄດ້​ປະ​ກາດ ກ່ຽວ​ກັບຄວາມ​ສຳ​ເລັດ​ຂອງ​ຂໍ້​ຕົກ​ລົງ​ກັ​ບ​ອິນ​ເດ​ຍ ​ທີ່ ຈະ
​ຊື້ເຮ​ລີ​ຄອບ​ເຕີ​ໃນ​ມູນ​ຄ່າ 3 ພັນ​ລ້ານ​ໂດ​ລາ ແລະ​ອຸ​ປະ​ກອນ​ທາງ​ດ້ານ​ທະ​ຫານ​ອື່ນໆ
ຈາກ​ສະ​ຫະ​ລັດ​ນຳ​ດ້ວຍ ແລະ​ໄດ້​ກ່າວ​ອີກວ່າ ປະ​ເທດ​ທັງ​ສອງໄດ້ຂະ​ຫຍາຍ​ການ​ຮ່ວມ
​ມື ໃນ​ດ້ານ​ການ​ຕໍ່​ຕ້ານ​ພວກກໍ່​ການ​ຮ້າຍ ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ້ແລະ ​ຄວາມ​ປອດ​
ໄພທາງ​ທະ​ເລ.

ປະ​ທາ​ນາ​ທິບໍ​ດີ​ທ​ຣຳ​ໄດ້​ປະ​ກາດວ່າ ຄວາມ​ສຳ​ພັນ ລະ​ຫວ່າງສະ​ຫະ​ລັດ​ກັບອິນ​ເດຍ
ແມ່ນ “ເຂັ້ມ​ແຂງ​ແບບ​ທີ່​ບໍ່ເຄີຍມີ​ມາ​ກ່ອນ.”

ທ່ານ​ໂມ​ດີ ​ກໍໄດ້​ກ່າວ​ຄຳ​ຍ້ອງ​ຍໍ​ຄ້າຍ​ຄື​ກັນ ​ໂດ​ຍ​ເວົ້າວ່າ ທ່ານ​ທ​ຣຳ​ໄດ້​ຂະ​ຫຍາຍ​ການ
​ຄ້າ​ຢ່າງ​ຫຼວງ​ຫຼາຍ​ ລະ​ຫວ່າງ​ສອງປະ​ເທດ ແລະ​ຍົກ​ລະ​ດັ​ບ​ຄວາ​ມ​ສຳ​ພັນ​ໃຫ້​ສູງ​ຂຶ້ນ.

ທ່ານ​ຍັງ​ກ່າວ​ວ່າ ທ່ານແລະ​ທ່ານ​ທ​ຣຳ ໄດ້​ປຶກ​ສາ​ຫາ​ລື​ທີ່ມີ​ໝາກ​ຜົນ​ກ່ຽວ​ກັບ​ເລື້ອງ ສຳ​
ຄັນຫຼາຍໆ​ຢ່າງໃນ​ການ​ເປັນ​ພາ​ຄີ​ກັນ ຮວມ​ທັງດ້ານປ້ອງ​ກັນ​ປະ​ເທດແລະ​ຄວາມ​ປອດ
​ໄພ ການ​ຮ່ວມ​ມື​ດ້ານພະ​ລັງ​ງານ ແລະ​ເທັກ​ໂນ​ໂລ​ຈີ.

ກ່ອນ​ການ​ກ່າວ​ຄຳ​ປາ​ໄສຂອງ​ທ່ານທ​ຣຳ ແລະທ່ານ​ໂມ​ດີ ພວກ​ເຈົ້າ​ໜ້າ​ທີ່​ອິນ​ເດຍ​ໄດ້
​ປະ​ກາດ​ກ່ຽວ​ກັບ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈໃນ​ດ້ານ​ໂຣກ​ຈິດ ແລະ​ຄວ​າມ​ປອດ​ໄພ​ກ່ຽວ
​ກັບ​ການ​ຜະ​ລິດ​ຕະ​ພັນ​ຢາ ພ້ອມ​ດ້ວຍ​ບົດ​ບັນ​ທຶກ​ໃນການ​ຮ່ວມ​ມື​ດ້ານ​ນ້ຳ​ມັນ.

ໃນ​ຕອນ​ເຊົ້າ​ຂອງມື້​ດຽວ​ກັນນີ້ ທ່ານ​ໂມ​ດີ ແລະ ປະ​ທາ​ນາ​ທິ​ບໍ​ດີຣາມ ນາດ ໂກວິນ ໄດ້​
ຕ້ອນ​ຮັບ​ທ່ານ​ທ​ຣຳຢູ່​ໃນ​ພິ​ທີ​ທີ່​ຈັດ​ຂຶ້ນ​ຢູ່​ທີ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີກ່ອນທ່ານ​ທ​ຣຳ ແລະ
ພັນ​ລະ​ຍາ​ຂອງ​ທ່ານ ທ່ານ​ນາງ​ເມີລາ​ເນຍ ຈະ​ເຂົ້າ​ຮ່ວມ​ໃນ​ພິ​ທີ​ວາງ​ພວງ​ມາ​ລາ​ ​ທີ່​ອາ​
ນຸ​ສາ​ວະ​ລີ​ ຂອງທ່ານ​ມະ​ຫາ​ຕະ​ມະ ການ​ດີ.

U.S. President Donald Trump and Indian Prime Minister Narendra Modi spent a lot of time discussing trade issues in New Delhi but there was no announcement on a major trade deal.

"Our teams have made tremendous progress on a comprehensive trade agreement, and I'm optimistic we can reach a deal that will be of great importance to both countries," Trump said Tuesday as he neared the close of a two day visit.

He announced the completion of an agreement for India to buy $3 billion in helicopters and other military equipment from the United States, and said the countries were expanding cooperation on counterterrorism, cybersecurity and maritime security.

Trump declared U.S-India relations to be "truly stronger than ever before."

Modi gave similar praise, saying Trump had substantially increasing trade between the two countries and raised relations to a high level.

He also said he and Trump had productive talks on various key aspects of their countries' partnership, including defense and security, energy and technology cooperation.

Before Trump and Modi spoke, Indian officials announced memorandums of understanding on mental health and safety on medical products, as well as a letter of cooperation on oil.

Earlier in the day, Modi and President Ram Nath Kovind welcomed Trump at a ceremony at India's presidential palace before Trump and his wife, Melania, participated in a wreath-laying ceremony at a memorial to Mahatma Gandhi.

XS
SM
MD
LG