ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຂຸດຄົ້ນເພັດ ບໍ່ໄດ້ເປັນມິດຕໍ່ຊາວບ້ານໃນຊິມບັບເວ ທີ່ຕ້ອງໄດ້ຍົກຍ້າຍອອກຈາກຖິ່ນຖານເລີຍ


For Displaced Villagers in Zimbabwe, Diamonds are No Friend
please wait

No media source currently available

0:00 0:02:45 0:00

ລາຍງານກ່ຽວກັບ ຜົນກະທົບຕໍ່ຊາວບ້ານຊິມບັບເວ ທີ່ຕ້ອງໄດ້ຍົກຍ້າຍອອກຈາກຖິ່ນຖານ.

ຊາວບ້ານຢູ່ໃນຊິມບັບເວ ໄດ້ຖືກ​ຍົກ​ຍ້າຍມາເປັນເວລາດົນກວ່າ 10 ປີທີ່ຜ່ານມາເພື່ອຫຼີກທາງໃຫ້ບໍລິສັດຂຸດຄົ້ນບໍ່ແຮ່ທີ່ຮ່ວມທຶນກັນລະຫວ່າງລັດຖະບານ ແລະນັກທຸລະກິດຈີນທີ່ດໍາເນີນທຸລະກິດຂຸດຄົ້ນບໍ່ເພັດຢູ່ທີ່ນັ້ນ ຍັງຄົງລໍຖ້າຄ່າຊົດເຊີຍຕາມສັນຍາ ແລະທີ່ຢູ່ອາໄສ​ອັນເໝາະສົມຢູ່. ໂຄລົມບັສ ມັບວ໌ຮຸນກາ (Columbus Mavhunga) ມີລາຍງານຈາກເມືອງ ມູຕາເຣ, ປະເທດຊິມບັບເວ. ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຊາວ​ບ້ານປະມານ 1,200 ຄອບຄົວ ໄດ້ມີການຍົກຍ້າຍອອກຈາກຖິ່ນຖານຂອງພວກເຂົາເຈົ້າເພື່ອຫຼີກທາງໃຫ້ແກ່ການຂຸດຄົ້ນບໍ່ເພັດຢູ່ໃນຊິມບັບເວ. ບໍລິສັດຂຸດ ​ບໍ່ເພັດດັ່ງກ່າວໄດ້ມີການປຸກສ້າງເຮືອນໃຫ້ແກ່ພວກເຂົາເຈົ້າ, ເຊິ່ງເບິ່ງເໝາະສົມດີ ເມື່ອແນມເບິ່ງຈາກໄລຍະໄກ.

ຮວມໃນບັນດາຜູ້ທີ່ໄດ້ຍ້າຍຖິ່ນຖານນັ້ນ ມີຜູ້ເຖົ້າອາຍຸ 81 ປີ ຊື່ວ່າ ນິກສັນ ຊີຮູ (Nickson Zihu), ຜູ້ທີ່ເຊີນໃຫ້ບຸກຄົນພາຍນອກ ໂດຍສະເພາະແມ່ນໂຕແທນຈາກບໍລິສັດຂຸດຄົ້ນບໍ່ເພັດ ແລະລັດຖະບານມາເບິ່ງໃຫ້ເຫັນໃກ້ໆກ່ອນທີ່ຈະເຊື່ອ.

ພໍ່ເຖົ້າ ຊີຮູ ກ່າວເປັນພາສາໂຊນາວ່າ:

“ຂ້ອຍຫວັງວ່າ ນຶ່ງໃນພວກເຂົາເຫຼົ່ານັ້ນຈະມາ ແລະໃຊ້ເວລານຶ່ງຄືນຢູ່ໃນເຮືອນນັ້ນ ຈຶ່ງຈະເຮັດໃຫ້ພວກເຂົາຮູ້ສຶກໄດ້ແທ້ໆ, ເພາະວ່າ ພຽງແຕ່ເວົ້າໄປເທົ່ານັ້ນ ບໍ່ໄດ້ເຮັດໃຫ້ພວກເຂົາເຂົ້າໃຈຫຍັງເລີຍ, ສະນັ້ນ ພວກເຂົາຕ້ອງມາ ແລະນອນຢູ່ທີ່ນັ້ນເອງ.”

ບໍລິສັດລົງທຶນຂຸດຄົ້ນບໍ່ເພັດ ແອນຈີນ (Anjin) ຂອງຈີນ ຫຼື Pvt Ltd. ແລະ ບໍລິສັດມາແຣັນຈ໌ ຣີຊອສ (Marange Resources) ຂອງລັດຖະບານ ມີຜົນກໍາໄລມະຫາສານໃນການອ້າງສິດກ່ຽວກັບເພັດຢູ່ບໍລິເວນເມືອງມາແຣັນຈ໌ ເຊິ່ງຢູ່ຫ່າງຈາກນະຄອນຫຼວງຮາແຣເຣ ໄປທາງທິດຕາເວັນອອກປະມານ 400 ກິໂລ ແມັດ.

ໂຄສົກພິເສດຂອງບໍລິສັດແອນຈີນ ທ່ານມາຕາຣິຣາໂນ (Matarirano) ກ່າວວ່າ ບໍລິສັດຂຸດຮົ້ນແຮ່ເພັດ ມີຄວາມຮູ້ສຶກໄດ້ເຖິງຄວາມກັງວົນຂອງຊາວບ້ານທີ່ຕ້ອງໄດ້ຍົກຍ້າຍຖິ່ນຖານ.

ທ່ານມາຕາຣິຣາໂນ ກ່າວວ່າ:

“ບໍລິສັດຍ່ອຍຂອງພວກເຮົາ, ເຊິ່ງເປັນບໍລິສັດຮ່ວມທຶນເພັດຊິມບັບເວ, ໄດ້ໃຫ້ ຄໍາໝັ້ນສັນຍາ ແລະຮັບປາກວ່າ ຈະສ້າງ ແລະປັບປຸງເຮືອນເຫຼົ່ານັ້ນໃໝ່.”

ບໍລິສັດຮ່ວມທຶນເພັດຊິມບັບເວ ເປັນບໍ​ລິ​ສັດ​ທີ່ລັດຖະບານ​ເປັນ​ເຈົ້າ​ຂອງ.

ນອກຈາກເຮືອນທີ່ບໍສົມບູນແລ້ວ, ຊາວບ້ານຜູ້ທີ່ຖືກຍົກຍ້າຍຖິ່ນຖານຍັງໄດ້ຮ້ອງ ທຸກກ່ຽວກັບນໍ້າດື່ມທີ່ບໍ່ສະອາດ ແລະມີທີ່ດິນພຽງແຕ່ [1 ເຮັກຕາຕໍ່ 1 ຄົນ ຕໍ່ 1 ຄອບຄົວເທົ່ານັ້ນ?] ສໍາລັບການດໍາລົງຊີວິດໃນການເຮັດກະສິກໍາ ເມື່ອສົມທຽບກັບແຜ່ນດິນທີ່ກ້ວາງໃຫຍ່ໄພສານ ທີ່ພວກເຂົາເຈົ້າປະໄວ້ໃນເມືອງມາແຣັນຈ໌. ລັດຖະບານຂອງຊິມບັບເວຢືນຢັນວ່າ ກໍາລັງດໍາເນີນການຕອບສະໜອງ ແລະແບ່ງເບົາຄວາມກັງວົນຂອງປະຊາຊົນເຫຼົ່ານັ້ນ.

ທ່ານວິນສຕັນ ຊິທັນໂດ (Winston Chitando), ລັດຖະມົນຕີກະຊວງບໍ່ແຮ່ ແລະການພັດທະນາການຂຸດຄົ້ນບໍ່ແຮ່ ກ່າວວ່າ:

“ມີການແຊກແຊງຄັ້ງໃຫຍ່ທີ່ເກີດຂຶ້ນອ້ອມຮອບບໍລິເວນນັ້ນ, ໄລຍະຍາວ ແລະສັ້ນກໍແມ່ນການດໍາເນີນງານທີ່ດີ ເຊິ່ງກໍາລັງເກີດຂຶ້ນ. ມັນຖືກຂັດຂວາງໃຫ້ຢຸດເນື່ອງຈາກບັນຫາຂອງພະຍາດໂຄວິດ-19 ທີ່ສົ່ງຜົນກະທົບຕໍ່ຜົນຜະລິດ ແລະລາຍໄດ້ຂອງບໍລິສັດ.”

ເມື່ອນັກຂ່າວພາກັນລົງໄປຢ້ຽມຢາມບໍລິເວນດັ່ງກ່າວ, ບໍ່ປາກົດວ່າມີຫຼັກຖານກ່ຽວກັບການດໍາເນີນງານຢູ່ນະທີ່ນັ້ນ.

ໃນຂະນະດຽວກັນ, ພໍ່ເຖົ້າ ຊີຮູ ຍັງຄົງຮຽກຮ້ອງຕໍ່ເຈົ້າໜ້າທີ່ລັດຖະບານໃຫ້ມາເບິ່ງ ແລະມາສໍາພັດກັບຄວາມທຸກຍາກລໍາບາກດ້ວຍໂຕຂອງພວກເຂົາເອງ, ລາວບອກວ່າ ລາວທົນທຸກມາດົນນານແລ້ວ.

ອ່ານບົດລາຍງານນີ້ເປັນພາສາອັງກິດ.

XS
SM
MD
LG