ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເນື່ອງຈາກອະນາຄົດທີ່ບໍ່ແນ່ນອນ ເຮັດໃຫ້ບັນດານັກຂ່າວຊາວອັຟການິສຖານ ພົບກັບຄວາມກົດດັນໃໝ່


For Afghan Journalists, an Uncertain Future Brings New Pressure
please wait

No media source currently available

0:00 0:03:19 0:00

ລາຍງານກ່ຽວກັບ ຄວາມກົດດັນໃໝ່ຂອງບັນດານັກຂ່າວຊາວອັຟການິສຖານ ທີ່ໄດ້ຮັບຈາກການມີອະນາຄົດທີ່ບໍ່ໝັ້ນຄົງ.

ດ້ວຍການຖືກຄຸກຄາມຈາກການລາຍງານຂ່າວຂອງລາວ ຢູ່ໃນອັຟການິສຖານ, ນາງມີນາ ອັກບາຣີ (Mina Akbari) ຈຶ່ງ​ໄດ້​ຫຼົບ​ໜີ​ໄປ​ຍັງປະເທດປາກິສຖານ. ແຕ່ນັກຂ່າວຄົນ​ນີ້ ກ່າວວ່າ ການປັບໂຕໃສ່ການດໍາລົງຊີວິດຢູ່ໃນປະເທດ ໃໝ່ ແມ່ນມີຄວາມຫຍຸ້ງຍາກຫຼາຍ. ມຸສກາ ຊາຟີ (Muska Safi) ມີລາຍງານໃຫ້ VAO ເພີ້ມເຕີມ ຈາກນະຄອນຫຼວງອິສລາມາບັດ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ກ່ອນການຢຶດອໍານາດຂອງກຸ່ມຕາລິບານ, ນາງມີນາ ອັກບາລີ ໄດ້ມີອະນາຄົດທີ່ກໍາລັງສົດໃສ, ລາວເຮັດວຽກໃຫ້ສະຖານີໂທລະພາບ ຊາມແຊດ (Shamshad) ຢູ່ໃນນະຄອນຫຼວງກາບູລ, ແລະເຮັດວຽກໃຫ້ສະຖານີວິທະຍຸ ຢູ່ແຂວງນັນກາຮາ (Nangarhar) ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງປະເທດ.

ຍິງສາວອາຍຸ 22 ປີ ເຮັດວຽກກວມລວມ ກ່ຽວກັບບັນຫາຕ່າງໆທີ່ມີຜົນກະທົບຕໍ່ບັນດາແມ່ຍິງ ແລະສື່ມວນຊົນ. ແຕ່ໃນ​ໄລ​ຍະ 9 ເດືອນທີ່ຜ່ານມາ ນາງໄດ້ເຮັດການຕັດສິນໃຈ ທີ່ຍາກທີ່ສຸດເພື່ອໜີອອກມາ.

ເຊັ່ນດຽວກັບນັກຂ່າວຄົນອື່ນໆຫຼາຍຮ້ອຍຄົນ ນັບຕັ້ງແຕ່ກຸ່ມຕາລິບານ ໄດ້ເຂົ້າຢຶດອໍານາດ ໃນເດືອນສິງຫາ ປີ 2021, ລາວໄດ້ເດີນທາງຂ້າມຊາຍແດນໄປປະເທດປາກິສຖານ.

ນາງມີນາ ອັກບາຣີ, ນັກຂ່າວຊາວອັຟການິສຖານ ກ່າວເປັນພາສາພາສໂຕວ່າ:

“ມັນໄດ້ເຮັດໃຫ້ຊີວິດຂອງຂ້ອຍ ໄດ້ຮັບຄວາມເສຍຫາຍຫຼາຍທີ່ສຸດ. ປັດຈຸບັນ, ຂ້ອຍບໍ່ມີວຽກເຮັດ, ຂ້ອຍບໍ່ມີອະນາຄົດໃດໆເລີຍ ຢູ່ໃນປະເທດປາກິສຖານ.”

ອາຊີບການເປັນນັກຂ່າວຂອງນາງອັກບາຣີ ຕ້ອງຍຸຕິລົງ ເມື່ອກຸ່ມຕາລິບານເຂົ້າມາຢຶດຄອງປະເທດ.

ຊີວິດຂອງລາວໄດ້ປ່ຽນຈາກການເຮັດວຽກທີ່ມີຕາຕະລາງເຕັມຕະຫຼອດ ກາຍມາເປັນຄົນຢູ່ເຮືອນລ້າໆ, ເຊິ່ງເຮັດໃຫ້ລາວມີຄວາມຢ້ານກົວຫຼາຍ ທີ່ຈະອອກໄປນອກ.

ຈາກນັ້ນ, ລາວກ່າວວ່າ ກຸ່ມຕາລິບານໄດ້ເລີ້ມສົ່ງ​ການຂົ່ມຂູ່ຕ່າງໆ​ມາຫາລາວ, ເຊິ່ງລາວໄດ້ກ່າວວ່າ:

“ຂ້ອຍໄດ້ໃຫ້ການສໍາພາດກັບສື່ມວນຊົນສາກົນ ແລະກໍໄດ້ຈັດການປະຊຸມຢູ່ໃນ ອັຟການິສຖານ. ຂ້ອຍເຄີຍເຮັດວຽກເພື່ອຄວາມຍຸຕິທໍາ ສໍາລັບນັກຂ່າວ ແລະແມ່ຍິງ, ແລະເນື່ອງຈາກການເຄື່ອນໄຫວຕ່າງໆເຫຼົ່ານັ້ນຂອງຂ້ອຍ ພວກຕາລິບານຈຶ່ງທຳ​ກາ​ນ​ຂົ່ມ​ຂູ່ຂ້ອຍ ໂດຍການໂທມາຫາຂ້ອຍຢູ່ເລື້ອຍໆ.”

ເຊິ່ງກຸ່ມຕາລິບານ ບໍ່ໄດ້ສະແດງຄວາມເຫັນໃດໆຕໍ່ການສອບຖາມຈາກ VOA.

ໃນເດືອນພະຈິກທີ່ຜ່ານມາ, ອົງການສະຫະປະຊາຊາດກ່າວວ່າ ພວກເຂົາເຈົ້າໄດ້ບັນທຶກການລະເມີດຕ່າງໆຕໍ່ບັນດານັກຂ່າວໂດຍກົງ ຢູ່ໃນອັຟການິສຖານ ຫຼາຍກວ່າ 200 ກໍລະນີ ລວມເຖິງໄພຂົ່ມຂູ່ຕ່າງໆນັບຕັ້ງແຕ່ກຸ່ມຕາລິບານເຂົ້າຢຶດອໍານາດມາ.

ກຸ່ມ​ປົກ​ປ້ອງສິດທິສື່ສານມວນຊົນກ່າວວ່າ ບັນດານັກຂ່າວຂອງປະເທດ ກໍາລັງປະເຊີນກັບຄວາມຮຸນແຮງ, ການກວດກາຂ່າວ ແລະຄວາມຫຍຸ້ງຍາກທາງດ້ານເສດຖະກິດ.

ນັບຕັ້ງແຕ່ເດືອນ ສິງຫາ ປີ 2021, ນັກຂ່າວປະມານ 60 ເປີເຊັນ ຢູ່ພາຍໃນປະເທດຕ້ອງສູນເສຍວຽກງານຂອງພວກເຂົາເຈົ້າ, ເຊິ່ງບັນດາແມ່ຍິງທີ່ເຮັດວຽກກ່ຽວກັບສື່ມວນ​ຊົນຄືກັນກັບນາງອັກບາຣີ ໄດ້ຮັບຜົນກະທົບຫຼາຍທີ່ສຸດ.

ນາງມີນາ ອັກບາຣີ ກ່າວເປັນພາພາສໂຕວ່າ:

“ຂ້ອຍກໍາລັງທຸກທໍລະມານຫຼາຍ ເມື່ອຂ້ອຍແນມເບິ່ງບັນຫາຂອງຂ້ອຍ ແລະຊີ ວິດທີ່ຫຍຸ້ງຍາກລໍາບາກ ຢູ່ໃນປະເທດປາກິສຖານ, ໃນຂະນະທີ່ຜູ້ອົບພະຍົບຊາວອັຟການິສຖານຫຼາຍຄົນ ກໍປະເຊີນກັບບັນຫາຫຼາຍຢ່າງຢູ່ທີ່ນີ້. ມີຊ່ວງນຶ່ງ, ຂ້ອຍໄດ້ກາຍມາເປັນໂຣກຊຶມເສົ້າ. ແຕ່ດ້ວຍການປິ່ນປົວໂດຍຢາແລະການບໍາບັດ, ຂ້ອຍກໍໄດ້ຮັບການຟື້ນຟູຂຶ້ນມາໜ້ອຍນຶ່ງ.”

ນັກຊ່ຽວຊານກ່າວວ່າ ສໍາລັບບັນດານັກຂ່າວຊາວອັຟການິສຖານ, ການສູນເສຍວຽກງານ ແລະການຖືກບັງຄັບໃຫ້ອອກຈາກປະເທດບ້ານເກີດ ສາມາດເຮັດໃຫ້ພວກເຂົາເຈົ້າອ່ອນແອ ແລະກາຍມາເປັນຄວາມເຈັບປວດທີ່ທໍລະມານ.

ທ່ານບຣູກ ຊາປີໂຣ (Bruce Shapiro), ຈາກສູນກາງ Dart ເພື່ອນັກຂ່າວ ແລະການເຈັບປວດທາງສະໝອງ ກ່າວວ່າ:

“ບັນດານັກຂ່າວຊາວອັຟການິສຖານ ແມ່ນສາມາດຟື້ນໂຕໄດ້. ວຽກງານ ໄດ້ໃຫ້ຄວາມໝາຍ, ຈຸດປະສົງ ແລະເປົ້າໝາຍ. ແລະ ເມື່ອຄວາມເຄັ່ງຕຶງມັນລົ້ນອອກມາ ເຊັ່ນວ່າການບັງຄັບໃຫ້ຕ້ອງອອກຈາກປະເທດເກີດຂຶ້ນໃນທັນທີທັນໃດ, ທັງ ໝົດນັ້ນ ໄດ້ສະສົມໃຫ້ເກີດເປັນຄວາມເຄັ່ງຕຶງແລະຄວາມເຈັບປວດພາຍໃນຮວບ ຮວມເຂົ້າກາຍເປັນຄວາມທໍລະມານ ອາດຈະສະແດງອອກມາ. ມັນເຮັດໃຫ້ເກີດການສູນເສຍ.”

ນາງອັກບາຣີ ສາມາດໄດ້ຮັບການຊ່ວຍເຫຼືອຈາກອາການຊືມເສົ້າຂອງລາວ. ແຕ່ນາງ ແລະບັນດານັກຂ່າວຊາວອັຟການິສຖານຄົນອື່ນໆຢູ່ໃນປະເທດປາກິສຖານກ່າວວ່າ ພວກເຂົາເຈົ້າດໍາລົງຊີວິດຢູ່ໃນສະຖານະການທີ່ທຸກຍາກ ແລະກັງວົນກ່ຽວກັບອະນາຄົດຂອງພວກເຂົາເຈົ້າ.

ມີຫຼາຍໆຄົນກ່າວວ່າ ພວກເຂົາເຈົ້າຕ້ອງການຍ້າຍໄປຢູ່ ຢູໂຣບ ຫຼື ອາເມຣິກາ
ເໜືອ.

Threatened for her reporting inside Afghanistan, Mina Akbari fled to Pakistan. But the journalist says adapting to life in a new country is a struggle. For VOA, Muska Safi has more from Islamabad in this report narrated by Roshan Noorzai.

Before the Taliban took power, Mina Akbari had a bright future, working for Shamshad TV in the capital, Kabul, and for a radio station in eastern Nangarhar province.

The 22-year-old covered issues affecting women and media. But nine months ago, she made the tough decision to leave.

Like hundreds of journalists since the Taliban took power in August of 2021, she crossed the border into Pakistan.

Mina Akbari, Afghan Journalist, Female, Pashto

“It has affected my life negatively. Right now, I am jobless, with no future in Pakistan.”

Akbari’s career in journalism halted when the Taliban took power.

She went from a busy work schedule to staying home, too scared to go outside.

Then, she says, the Taliban started to send threats.

Mina Akbari, Afghan Journalist, Female, Pashto

“I participated in interviews with international media and held conferences inside Afghanistan. I was working for justice for journalists and women, and because of my activities the Taliban threatened me, calling me repeatedly.

The Taliban did not respond to VOA’s request for comment.

In November, the United Nations said it had recorded more than 200 cases of violence directed at journalists in Afghanistan, including threats, since the Taliban takeover.

Media rights groups say the country’s journalists face violence, censorship and economic hardship.

Since August 2021, about 60% of journalists in the country have lost their jobs, with women in media, like Akbari, affected the most.

Mina Akbari, Afghan Journalist, Female, Pashto

“I am suffering when I look at my situation and the tough life in Pakistan, as Afghan refugees face many problems here. A while ago, I even became depressed. But with medicine and therapists, I recovered a bit.”

For Afghan journalists, the loss of a profession and being forced to leave their home country can make them vulnerable to trauma, say experts.

Bruce Shapiro, Dart Center for Journalism and Trauma, Male, English

“Afghan journalists are resilient. The work gives meaning and purpose and focus. But when an overwhelming stressful event like suddenly being forced to flee your country happens, all that accumulated stress and accumulated trauma can surface. It takes a toll.”

Akbari was able to get some help with her depression. But she and other Afghan journalists in Pakistan say they live in poor conditions and worry about their future.

Many say they want to relocate to Europe or North America.

XS
SM
MD
LG