ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລຸນຫລັງຮ້ອງ​ຮຽນ​ຕໍ່​ສານ​ວ່າ ບໍ່ມີຄວາມຜິດແລ້ວ ທ່ານທຣໍາ ຍັງຄົງສະແດງລັກສະນະທ້າທາຍ


ອະດີດປະທານາທິບໍດີ ດໍໂນລ ທຣໍາ ອອກຈາກທຣໍາທາວ​ເວີ ເພື່ອເດີນທາງໄປສານອາຍາ ​ທີ່ແມນຮັດຕັນ ໃນນະຄອນນິວຢອກ, ວັນທີ 4 ເມສາ 2023.
ອະດີດປະທານາທິບໍດີ ດໍໂນລ ທຣໍາ ອອກຈາກທຣໍາທາວ​ເວີ ເພື່ອເດີນທາງໄປສານອາຍາ ​ທີ່ແມນຮັດຕັນ ໃນນະຄອນນິວຢອກ, ວັນທີ 4 ເມສາ 2023.

ອະດີດປະທານາທິບໍດີຂອງສະຫະລັດ ທ່ານດໍໂນລ ທຣໍາ ໄດ້ຮ້ອງ​ຮຽນ​ຕໍ່​ສານວ່າ ທ່ານບໍ່ມີຄວາມຜິດຕໍ່ຂໍ້ຫາທາງອາຍາ 34 ກະທົງໃນນະຄອນນິວຢອກ ທີ່ໄດ້ກ່າວຫາທ່ານວ່າປອມແປງບັນທຶກທາງທຸລະກິດ. ໃນຕອນແລງວັນອັງຄານ ທີ່ຜ່ານມາ, ອີກຄັ້ງນຶ່ງທ່ານທຣໍາໄດ້ປະຕິເສດຕໍ່ຂໍ້ກ່າວຫາດັ່ງກ່າວ ແລະທ່ານໄດ້ ໂຈມຕີຕໍ່ຈຸດ​ປະ​ສົງ ຂອງໄອຍະການນະຄອນນິວຢອກ. ໄມຄ໌ ໂອຊູລລີວານ ມີລາຍງານເລື້ອງນີ້, ເຊິ່ງ ທິບສຸດາ ມີລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.

ທ່ານທຣໍາ ຍອມມາປາກົດໂຕຢູ່ສານຂອງນະຄອນນິວຢອກ, ເຊິ່ງເປັນບ່ອນທີ່ທ່ານໄດ້ປະຕິເສດຕໍ່ຂໍ້ກ່າວຫາທີ່ມີສ່ວນພົວພັນກັບແຜນການປົກປິດຄວາມຜິດທາງເພດ ໂດຍການຈ່າຍເງິນໃຫ້ບັນດາຜູ້ຖືກກ່າວຫາ ເຊິ່ງລວມເຖິງອະດີດນັກ ສະແດງໜັງຜູ້ໃຫຍ່ນໍາອີກດ້ວຍ.

ໄອຍະການປະຈໍາເຂດແມນຮັດຕັນ ທ່ານອາລວິນ ແບຣກ (Alvin Bragg) ກ່າວວ່າ:

“34 ກະ​ທົງເປັນ​ຂໍ້​ຄວາມທີ່ບໍ່ແມ່ນຄວາມຈິງນັ້ນ ສ້າງຂຶ້ນມາເພື່ອປົກປິດກໍລະນີຂອງຄວາມຜິດທາງອາຍາອື່ນໆ. ສິ່ງເຫຼົ່ານີ້ ມັນແມ່ນອາຊະຍາກໍາທາງອາຍາ​ຢູ່ໃນລັດນິວຢອກ, ບໍ່ວ່າທ່ານຈະເປັນໃຜກໍຕາມ.”

ທ່ານທຣໍາ ໄດ້ຖືກຕ້ອນຮັບໂດຍບັນດາຜູ້ສະໜັບສະໜຸນທ່ານ ໃນເວລາທີ່ທ່ານເດີນທາງກັບຄືນມາລັດຟລໍຣີດາ, ແລະໄດ້ສະແດງລັກສະນະທ້າທາຍ ໃນການກ່າວຄຳປາໄສທາງໂທລະພາບ ຢູ່ທີ່ບ້ານພັກຕາກອາກາດ ມາ-ອາ-ລາໂກ ຂອງທ່ານ, ເຊິ່ງທ່ານໄດ້ກ່າວວ່າ ບັນດາໄອຍະການທັງຫຼາຍເຫຼົ່ານັ້ນ​ແມ່ນ​ມີ​ຈຸດ​ປະ​ສົງທາງດ້ານການເມືອງ, ເຊິ່ງ ທ່ານທຣໍາ ໄດ້ກ່າວວ່າ:

“ດ້ວຍຄວາມຜິດພາດຂອງໄອຍະການປະຈໍາເຂດຢູ່ໃນທ້ອງຖິ່ນ ທີ່ຕັ້ງຂໍ້ຫາຕໍ່ອະ ດີດປະທານາທິບໍດີສະຫະລັດ ເຊິ່ງເປັນເທື່ອທໍາອິດ ໃນປະຫວັດສາດ ຢູ່ໃນພື້ນ ຖານທີ່ຜູ້ຊ່ຽວຊານແລະນັກວິເຄາະທາງກົດໝາຍກ່າວວ່າ ບໍ່ມີກໍລະນີແບບນີ້, ບໍ່ເຄີຍມີກໍລະນີແບບນີ້.”

ແຕ່ຄະນະຕຸລາການໃຫຍ່ຂອງປະຊາຊົນ ໄດ້ພາກັນລົງມະຕິ ໃຫ້ຕັ້ງຂໍ້ຫາຕໍ່ທ່ານ ທຣໍາ, ແລະນຶ່ງໃນນັກວິເຄາະກ່າວວ່າ ການໂຈມຕີຕໍ່ຂັ້ນຕອນທາງກົດໝາຍຂອງທ່ານທຣໍານັ້ນ ມີແຕ່ຊິສົ່ງຜົນຮຸນແຮງຕໍ່ທ່ານເອງ.

ທ່ານພອລ ຊິຟ ເບີແມນ (Paul Schiff Berman), ສາດສະດາຈານທາງດ້ານກົດໝາຍ ຢູ່ທີ່ມະຫາວິທະຍາໄລຈອຣ໌ຈ ວໍຊິຕັນ ກ່າວຜ່ານສໄກປ໌ວ່າ:

“ກໍລະນີດັ່ງກ່າວ ກໍາລັງໄດ້ຮັບການພິຈາລະນາຄະດີ ບົນພື້ນຖານຂອງຄວາມຈິງ ແລະທາງດ້ານກົດໝາຍ. ແລະຂ້າພະເຈົ້າກໍບໍ່ຄິດວ່າ ມັນຈະຊ່ວຍທ່ານຢູ່ໃນດ້ານຫຼັກ ໂດຍປະຊາຊົນຊາວອາເມຣິກັນ ເນື່ອງຈາກປະຊາຊົນອາເມຣິກາສ່ວນຫຼາຍ ຕ້ອງການໃຫ້ມີການດໍາເນີນງານ ໄປຕາມຂັ້ນຕອນ ຢ່າງຄົບຖ້ວນສົມບູນທີ່ສຸດ ແລະມີຄວາມຍຸຕິທໍາທີ່ສຸດ, ເຖິງແມ່ນວ່າ ຈະມີການດໍາເນີນຄະດີ ກັບອະດີດປະ ທານາທິບໍດີກໍຕາມ.”

ບັນດາຜູ້ຄົນທີ່ເຕົ້າໂຮມກັນຢູ່ດ້ານນອກຂອງສານ ໃນນະຄອນນິວຢອກ ໄດ້ພາ ກັນສະແດງຄວາມແຕກຕ່າງ​ກັນ ແລະສະແດງຄວາມຮູ້​ສຶກ​ອອກ​ມາ.

ດີອອນ ຊີນີ, ເຊິ່ງເປັນຜູ້ສະໜັບສະໜຸນທ່ານທຣໍາ ກ່າວວ່າ:

“ຂ້ອຍສະໜັບສະໜຸນປະທານາທິບໍດີຂອງຂ້ອຍ, ທ່ານດໍໂນລ ທຣໍາ ເປັນປະທາ ນາທິບໍດີທີ່ດີເລີດທີ່ສຸດໃນປະຫວັດສາດຂອງປະເທດອາເມຣິກາ, ຫຼືອາດຈະເປັນ ຜູ້ນໍາທີ່ດີທີ່ສຸດ ທີ່ເຄີຍມີມາຢູ່ໃນໂລກໜ່ວຍນີ້.”

ນາງເຈນນິເຟີ ຟິສເຊີ, ບໍ່ແມ່ນຜູ້ທີ່ນິຍົມທ່ານທຣໍາ, ເຊິ່ງນາງໄດ້ກ່າວວ່າ:

“ລາວເປັນຄົນຂີ້ຕົວະຫຼອກລວງ. ຍັງມີຫຼາຍໆຄົນທີ່ລາວເຮັດໃຫ້ເປັນຄົນໂງ່. ແຕ່ລາວຕົວະປະຊາຊົນຊາວນິວຢອກບໍ່ໄດ້, ເຊິ່ງຂ້ອຍກໍຫວັງວ່າ ພວກເຂົາຈະເຫັນແສງສະຫວ່າງ.”

ທ່ານທຣໍາ ປະເຊີນກັບການຟ້ອງຮ້ອງແບບບໍ່ເຄີຍມີມາກ່ອນ ໃນລະຫວ່າງທີ່ທ່ານຍັງຄົງເປັນຄູ່ຕໍ່ສູ້ທີ່ນໍາໜ້າ ສໍາລັບການສະເໜີຊື່ເຂົ້າເລືອກຕັ້ງປະທານາ
ທິບໍດີ ຈາກພັກຣີພັບບຣິກັນ.

Former U.S. President Donald Trump has pleaded not guilty in New York to 34 felony charges of falsifying business records. Tuesday evening, Trump again denied the charges and attacked the New York prosecutor’s motives.

Trump surrendered at a New York City courthouse, where he denied charges of involvement in a scheme to hide accusations of sexual misconduct by falsifying business records to hide payoffs to accusers, including a former adult film actor.

Alvin Bragg, Manhattan District Attorney

“Thirty-four false statements made to cover up other crimes. These are felony crimes in New York State, no matter who you are.”

Trump was greeted by supporters as he returned to Florida, and was defiant in a televised address at his Mar-a-Lago resort, where he said the prosecutor was motivated by politics.

Donald Trump, Former US President

“With a local failed district attorney charging a former president of the United States for the first time in history on a basis that every single pundit and legal analyst said, there is no case. There’s no case.”

But a grand jury of citizens voted to charge Trump, and one analyst says his attacks on the legal process will only backfire.

Paul Schiff Berman teaches law at George Washington University. He spoke by Skype.

Paul Schiff Berman, Law Professor, George Washington University, Skype

“The case is going to be heard based on the facts and the law. And I also don’t think it will help him in the main with the American people because most Americans want the legal process to operate fully and fairly, even with regard to a former president.”

People who gathered outside the New York courthouse were divided and passionate.

Dion Cini, Trump Supporter

“I support my president, Donald Trump, the greatest president in American history, probably the best leader on planet earth ever.”

Jennifer Fisher is not a fan of Trump.

Jennifer Fisher, Trump Critic

“He’s a con man. He has a lot of people still fooled. But New Yorkers, he doesn’t fool, but I hope they’ll see the light.”

Trump faces the unprecedented indictment while he remains a leading contender for the Republican nomination for president.

XS
SM
MD
LG